You are here

ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 05 ປີ ຄັ້ງທີ II (2021-2025)

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂຽນເປັນອັກສອນຫຍໍ້ວ່າ (ຄຊກມດ) ແມ່ນການຈັດຕັ້ງໜຶ່ງຂອງລັດຖະບານທີ່ບໍ່ປະຈຳການ, ມີພາລະບົດບາດ ເປັນເສນາທິການຊ່ວຍວຽກລັດຖະບານ ໃນການສຶກສາ, ຄົ້ນຄ້ວາກຳນົດນະໂຍບາຍ, ຍຸດທະສາດ, ນິຕິກຳ, ແຜນດຳເນີນງານ, ແຜນງານ ແລະ ຈັດຕັ້ງປະຕິບັດບັນດາສົນທິສັນຍາ, ສັນຍາ ແລະ ຖະແຫຼງກາ ຂອງພາກພື້ນ ແລະ ສາກົນ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ສິດທິເດັກ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນຄວາມສະເໝີພາບຍິງ-ຊາຍ ແລະ ການມີຮ່ວມຂອງແມ່ຍິງໃນທຸກດ້ານ, ສົ່ງເສີມ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ຕິດພັນກັບການສຶກສາອົບຮົມ ແລະ ພັດທະນາເດັກຢ່າງຮອບດ້ານ ເພື່ອປະກອບສ່ວນ ເຂົ້າໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.