You are here

ການທີ່ມີປະຊາກອນອາຍຸຕໍ່າກວ່າ 25ປີ ເກືອບເຖິງ 60% ຂອງປະຊາກອນທັງໝົດນັ້ນ, ເຮັດໃຫ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ (ສປປ.ລາວ) ເປັນໜຶ່ງໃນປະເທດທີ່ມີປະຊາກອນໜຸ່ມນ້ອຍທີ່ສຸດໃນເຂດອາຊີຕາເວັນອອກຊ່ຽງໃຕ້. ປະຊາກອນໄວໜຸ່ມຂະໜາດໃຫຍ່ນີ້ ສະແດງໃຫ້ເຫັນເຖິງຄວາມສະມາດທີ່ສູງ ໃນການທີ່ປະເທດລາວຈະໄດ້ຮັບຜົນປະໂຫຍດໃນດ້ານປະຊາກອນ ໃນຊ່ວງປີທີ່ຈະມາເຖິງ. ເພື່ອໃຫ້ໝັ້ນໃຈວ່າ ທາງເດັກນ້ອຍແລະໄວໜຸ່ມ ໄດ້ຮັບການສ້າງຄວາມເຂັ້ມແຂງໃນການດຳລົງຊີວິດທີ່ມີຄວາມຮັບຜິດຊອບແລະດີຕໍ່ສຸຂະພາບ, ທາງເຮົາໄດ້ໃຫ້ການສະໜັບສະໜູນຕໍ່ລັດຖະບານດັ່ງນີ້:

• ເສີມສ້າງຂະຫຍາຍແຫຼ່ງຂໍ້ມູນໃນລະດັບຊາດແລະຮອງລົງມາ ເພື່ອໃຫ້ໄວໜຸ່ມໄດ້ເຂົ້າເຖິງຂໍ້ມູນແລະການບໍລິການດ້ານສິດທິການຕອບສະໜອງທາງເພດ ຕໍ່ສຸຂະພາບທາງເພດແລະສຸຂະພາບຈະເລີນພັນ, ເຂົ້າເຖິງການພັດທະນາທັກສະ, ແລະ ເຂົ້າເຖິງໂອກາດທີ່ໄດ້ສ້າງຄວາມສາມາດໃນການຕັດສິນໃຈໂດຍອີງໃສ່ຂໍ້ມູນ.

ພວກເຮົາໄດ້ເຮັດວຽກຢ່າງໃກ້ຊິດນຳລັດຖະບານ, ຄູ່ຮ່ວມພັດທະນາ, ອົງກອນຊ່ວຍເຫຼືອສັງຄົມ, ພາກເອກະຊົກ ແລະ ນຳໄວໜຸ່ມເອງ ໂດຍການນຳໃຊ້ ແຜນງານນາງນ້ອຍ ເພື່ອເພີ່ມການລົງທຶນໃນເດັກນ້ອຍແລະໄວໜຸ່ມ ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ເຂົາໄດ້ກ້າວໄປສູ່ຈຸດໝາຍສູງສຸດຂອງຕົນເອງ. ວຽກງານຂອງເຮົາແມ່ນອີງໃສ່ແຜນຍຸດທະສາດຂອງ ອົງການ UNFPA, ແຜນການປະຕິບັດຂອງ ICPD, ແຜນຍຸດທະສາດສຳລັບເດັກນ້ອຍແລະໄວໜຸ່ມຂອງ ອົງການ UNFPA, ຍຶດຖືຫຼັກການ “ບໍ່ປ່ອຍປະໃຜໄວ້ຂ້າງຫຼັງ” ຂອງແຜນງານການພັດທະນາແບບຍືນຍົງ, ແລະ ອີງໃສ່ຄວາມຕ້ອງການອື່ນໆຂອງປະເທດຊາດ.

ການເຂົ້າຫາແລະການສ່ວນຮ່ວມຂອງພວກເຮົາ ໃນການພັດທະນາເຍົາວະຊົນ ແລະ ໄວໜຸ່ມໃນປະເທດລາວ ແມ່ນໄດ້ປະກອບມີ ການສະໜັບສະໜູນໂດຍອີງໃສ່ຫຼັກຖານ; ການແນະນຳນະໂຍບາຍເພື່ອໃຫ້ໄວໜຸ່ມໄດ້ເປັນຈຸດສູນກາງໃນພັດທະນານະໂຍບາຍແລະແຜນງານໃໝ່ໃນອານາຄົດ; ການເສີມສ້າງລະບົບໃຫ້ດີຂຶ້ນ ເພື່ອໃຫ້ໝັ້ນໃຈວ່າເຍົາວະຊົນແລະໄວໜຸ່ມທຸກຄົນສາມາດເຂົ້າເຖິງຂໍ້ມູນແລະການບໍລິການໄດ້ ແລະ ເສີມສ້າງບຸກຄະລາກອນເພື່ອໃຫ້ການບໍລິການມີຄວາມເປັນມິດຕໍ່ເຍົາວະຊົນແລະໄວໜຸ່ມ; ໂຄສະນາເຜີຍແຜ່ບົດຮຽນດ້ານເພດສຶກສາທີ່ເຂົ້າໃຈງ່າຍ ໃນໂຮງຮຽນແລະນອກໂຮງຮຽນ ໂດຍໃຊ້ວິທີການທີ່ປະຍຸກໃໝ່; ກະຕຸ້ນໃຫ້ຜູ້ຊາຍແລະເດັກຊາຍເຂົ້າໃນການມີສ່ວນຮ່ວມໃນວຽກງານຄວາມເທົ່າທຽມດ້ານເພດ, ຊຸກຍູ້ການເປັນຜູ້ນຳແລະການມີສ່ວນຮ່ວມຂອງໄວໜຸ່ມ ພາຍໃຕ້ຫົວຂໍ້ “ຂ້ອຍ, ຮ່າງກາຍຂອງຂ້ອຍ, ໂລກຂອງຂ້ອຍ, ອະນາຄົດຂອງຂ້ອຍ” ແລະ ສ້າງຄວາມເຂັ້ມແຂງແກ່ຫຼັກຖານແລະຂໍ້ມູນທີ່ກ່ຽວກັບເດັກນ້ອຍແລະໄວໜຸ່ມ.