You are here

ນະຄອນຫຼວງວຽງຈັນ, ສປປ ລາວ - ວັນ​ທີ 11 ທັນວາ​ທີ່ຜ່ານມາ, ລັດຖະບານ​ແຫ່ງ ສປປ ລາວ ຮ່ວມ​ກັບ ອົງການ UNFPA, UNDP, ສະຖານທູດ​ເຢຍລະ​ມັນ ​ໄດ້​ເຕົ້າ​ໂຮມ​ບັນດາ​ຄູ່​ຮ່ວມ​ມື ​ແລະ ພາກສ່ວນ​ກ່ຽວຂ້ອງ​ເພື່ອ​ຢ້ຳຄືນ ​ຄຳ​ໝັ້ນ​ສັນຍາ​ຮ່ວມ​ກັນ ໃນ​ການ​ຢຸດຕິ​ຄວາມ​ຮຸນ​ແຮງບົນພື້ນຖານທາງເພດ (GBV) ພາຍ​ໃນ​ປີ 2030 ​ແລະຮັບຟັງການເຜີຍແຜ່ກິດຈະກຳ 16 ມື້ແຫ່ງການເຄື່ອນໄຫວ ຕ້ານຄວາມຮຸນແຮງບົນພື້ນຖານທາງເພດ ໃນ ສປປ ລາວ ລະຫວ່າງວັນທີ 25 ພະຈິກ – 10 ທັນວາ 2023.

 

ຂະບວນການສະເຫຼີມສະຫຼອງ 16 ມື້ ປະຈໍາປີໄດ້ຖືກໄຂຂຶ້ນ ເນື່ອງໃນໂອກາດລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ໃນວັນທີ 24 ພະຈິກ ທີ່ສະຖານທີ່ສໍາຄັນຂອງນະຄອນຫຼວງວຽງຈັນ ກໍຄື ປະຕູໄຊ, ໂດຍການຈັດງານຊຸກຍູ້ເຜີຍແຜ່,  ແລະ ຍ້ອມສີປະຕູໄຊ ແລະ ຕຶກອາຄານອ້ອມຮອບຫຼາຍຫຼັງ ດ້ວຍແສງໄຟໃຫ້ເປັນສີສົ້ມ. ໃນພິທີເປີດຕົວທີ່ປະຕູໄຊ ຄັ້ງນີ້, ໄດ້ມີການເຜີຍແຜ່ວີດີໂອຖະແຫຼງການຈາກ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ເຊິ່ງລວມເຖິງຄຳໝັ້ນສັນຍາຂອງປະເທດຊາດ ໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງບົນພື້ນຖານທາງເພດ, ດ້ວຍການເຜີຍແຜ່ຖະແຫຼງການດັ່ງກ່າວ ຜ່ານທາງວິທະຍຸກະຈາຍສຽງ ແລະ ສື່ສິ່ງພິມລະດັບຊາດຕ່າງໆ. ທ່ານ​ນາຍົກລັດຖະມົນຕີ​ໄດ້​ປະກາດ​ວ່າ, “ຮອດ​ເວລາ​ແລ້ວ ​ທີ່​ພວກ​ເຮົາ​ຕ້ອງ​ລົງທຶນ​ຫຼາຍຂຶ້ນ​ໃນ​ການ​ປ້ອງ​ກັນ ​ແລະ ແກ້ໄຂ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ເດັກ​ຍິງ” ​ແລະ ລວມມີການດຳເນີນການຫຼັກ 10 ຂໍ້ ​ເພື່ອ​ຢຸດຕິຄວາມຮຸນແຮງບົນພື້ນຖານທາງເພດ. ​ໃນ​ພິທີເປີດດັ່ງກ່າວ, ທ່ານ​ນາງ ອາລີ ວົງໜໍ່ບຸນທຳ, ປະທານ​ສູນກາງສະຫະພັນ​ແມ່ຍິງ​ລາວ ຮຽກຮ້ອງໃຫ້ທຸກພາກສ່ວນຂອງລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງ ຈົ່ງພ້ອມກັນລົງທຶນເຂົ້າໃນວຽກງານປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ທ່ານ ດຣ. ບາກທິຢໍ ຄາດິເຣິບ, ຜູ້ຕາງຫນ້າ ອົງການ UNFPA ກ່າວວ່າ "ພວກເຮົາທຸກຄົນ, ມີພະລັງທີ່ຈະສ້າງການປ່ຽນແປງ ຕາມຄວາມສາມາດຂອງຕົນເອງ. ບັນດາ​ຂະ​ແໜງ​ການ​ຂອງ​ລັດຖະບານ, ຜູ້​ໃຫ້​ທຶນ ​ແລະ ຄູ່​ຮ່ວມ​ມື​ພັດທະນາ, ບັນດາ​ອົງການ​ຈັດຕັ້ງທາງສັງຄົມ​​ ແລະ ພາກ​ເອກະ​ຊົນ ມີ​ບົດບາດ​​ທີ່ສະເພາະ ​ແລະ ເຈາະຈົງ ​ໃນ​ການ​ລົງທຶນໃສ່ ​ເພື່ອ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ​ແລະເດັກ​ຍິງ.”

ພາຍໃຕ້ຫົວຂໍ້: “ຮ່ວມກັນ! ລົງທຶນ​ໃສ່ການປ້ອງກັນ ແລະ ແກ້ໄຂຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ເດັກ​ຍິງ”, ກິດຈະກໍາ 16 ມື້ ​ແຫ່ງ​ການ​ເຄື່ອນ​ໄຫວ​ບໍ່​ພຽງ​ແຕ່​ແມ່ນ​ການ​ປຸກລະດົມ​ຄວາມ​ຮັບ​ຮູ້​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ໃນ​ລະດັບ​ຊາດ​ແລະສາກົນ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ເຈົ້າ​ການ, ການມີ​ສ່ວນ​ຮ່ວມ, ​ການໃຫ້​ຄຳ​ໝັ້ນ​ສັນຍາ​ໃນການລົງທຶນ​ ແລະ ປະຕິບັດ​ຕາມ​ເສັ້ນທາງ ເພື່ອເຮັດໃຫ້ ຄວາມຮຸນແຮງບົນພື້ນຖານທາງເພດ ກາຍເປັນສູນ. ພິທີ​ສະ​ເຫຼີ​ມສະຫຼອງໃນ​ປີ​ນີ້​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຈາກບັນດາຄູ່ຮ່ວມມືຈາກ​ພາກສ່ວນ​ຕ່າງໆ​ ກວ່າ 50 ອົງການຈັດຕັ້ງ ທັງ​ພາກ​ລັດ, ຄູ່​ຮ່ວມ​ມື​ພັດທະນາ, ອົງການ​ຈັດ​ຕັ້ງ​ທາງສັງຄົມ ​​ແລະ ພາກ​ເອກະ​ຊົນ.


Photo by Proud to Be Us Laos

ກິດຈະກຳດັ່ງກ່າວໄດ້ມີການເຄື່ອນໄຫວເຜີຍແຜ່ຢ່າງຮອບດ້ານ ທັງກິດຈະກຳເຜີຍແຜ່ຊຸມຊົນໃນຫຼາຍກວ່າ 8 ແຂວງ, ຍັງມີແມ່ຍິງຈາກບັນດາຊົນເຜົ່າຕ່າງໆ, ແມ່ຍິງ ແລະ ເດັກຍິງພິການ ແລະ ກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ (LGBTQIA+) ເຂົ້າຮ່ວມ ດ້ວຍຈິດໃຈທີ່ມຸ່ງໄປເຖິງຜູ້ທີ່ຢູ່ຫ່າງໄກທີ່ສຸດກ່ອນ. ກິດຈະກຳຕ່າງໆໄດ້ແກ່ ງານວາງສະແດງຂອງອົງການຈັດຕັ້ງທາງສັງຄົມ, ການ​ສົນທະນາ​ກ່ຽວກັບການເຢາະເຢີ້ຍທາງ​ອອນລາຍ (cyberbullying), ການ​ປູກຈິດສຳນຶກ​ໃຫ້​ແກ່​ນັກຮຽນ​ໃນ​ໂຮງຮຽນ​ມັດທະຍົມ, ມະຫາວິທະຍາ​ໄລ ​ແລະ ຊຸມ​ຊົນ ​ພ້ອມທັງການປຶກສາ​ຫາລື​ກັບ​ນັກວິຊາການ​ກ່ຽວ​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ອອນລາຍ​ຕໍ່​ແມ່ຍິງ ​ແລະ​ ເດັກ​ຍິງ, ກິລາ, ສິລະປະ ນະວັດຕະກໍາ, ລວມທັງງານແລ່ນມາຣາທອນ ຂະໜາດນ້ອຍ ແລະ ການແຂ່ງຂັນສິລະປະ ກໍໄດ້ຖືກນໍາໃຊ້ເພື່ອກະຕຸ້ນໄວຫນຸ່ມ ກ່ຽວກັບຄວາມສະເຫມີພາບລະຫວ່າງຍິງຊາຍ ແລະ ເພີ່ມທະວີການຮັບຮູ້ຂອງພວກເຂົາ ກ່ຽວກັບ ຄວາມຮຸນແຮງບົນພື້ນຖານທາງເພດ (GBV) ໃນຮູບແບບຕ່າງໆ.

ນອກຈາກນີ້ ຍັງຄວນຄຳນຶງເຖິງໂຄງການ​ລິ​ເລີ່​ມຮ່ວມ​ມືກັນພາກໃຕ້-ຕອນໃຕ້  ຂອງບັນດາປະເທດທີ່ກຳລັງພັດທະນາ (south-south cooperation) ​ໃນ​ໄລຍະ​ຂອງກິດຈະກຳ 16 ມື້ນໍາອີກ. ອົງການ​ຮ່ວມ​ມື​ສາກົນ​ຂອງປະເທດ​ໄທ ​ແລະ ອົງການ UNFPA ​ໄດ້​ໄປ​ຢ້ຽມຢາມ​ສູນ​ໃຫ້​ຄຳ​ປຶກສາ​ແລະປົກ​ປ້ອງ​ແມ່ຍິງ-​ເດັກ ແລະ​ ໂຮງໝໍ ໃນແຂວງ​ບໍ່​ແກ້ວ. ໄດ້ມີການມອບອຸປະກອນຕັດຫຍິບ ເພື່ອການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດແກ່ແມ່ຍິງ. ນອກຈາກນີ້, ຍັງໄດ້ເປີດສູນໃຫ້ຄຳປຶກສາ ແລ ະປົກປ້ອງແມ່ຍິງ-ເດັກ ແຫ່ງໃໝ່ ສຳລັບຜູ້ລອດຊີວິດຈາກຄວາມຮຸນແຮງ ໃນແຂວງບໍລິຄຳໄຊ ແລະ ຈຳປາສັກ ໂດຍການປະກອບສ່ວນດ້ານການເງິນ ຈາກລັດຖະບານຍີ່ປຸ່ນ ແລະການສະໜັບສະໜູນດ້ານວິຊາການຈາກ ອົງການ UNFPA ຮ່ວມມືກັບອົງການ UN-Habitat. ການປະຕິບັດໜ້າທີ່ ແລະການດຳເນີນງານຂອງສູນໃຫ້ຄຳປຶກສາແລະປົກປ້ອງແມ່ຍິງ-ເດັກແຫ່ງໃໝ່ ແລະ ສູນບໍລິການປະຕູດຽວສຳລັບ ຜູ້ລອດຊີວິດຈາກ ຄວາມຮຸນແຮງບົນພື້ນຖານທາງເພດ ຈະໄດ້ຮັບການສະໜັບສະໜູນຈາກພະນັກງານທີ່ໄດ້ຮັບການຝຶກອົບຮົມ ແລະ ຊີ້ນຳໂດຍ ມາດຕະຖານການດຳເນີນງານ ກ່ຽວກັບການບໍລິການຊ່ວຍເຫຼືອ ດ້ານສຸຂະພາບ, ສັງຄົມ ແລະທາງດ້ານກົດໝາຍ ທີ່ຮັບປະກັນໂດຍໂຄງການ ‘ຄັນຮົ່ມ’ ເຊິ່ງໄດ້ຮັບທຶນຊ່ວຍເຫຼືອຈາກ ລັດຖະບານຂອງ ສາທາລະນະລັດເກົາຫຼີ.

ເຫດການສຳຄັນອີກອັນໜຶ່ງ ໃນລະຫວ່າງການກິດຈະກຳເຄື່ອນໄຫວ ແມ່ນການເປີດຕົວບົດລາຍງານປະຈຳປີ ຄັ້ງທີ 10 ຢ່າງເປັນທາງການ ກ່ຽວກັບການຈັດຕັ້ງປະຕິບັດ ສົນທິສັນຍາ ວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (CEDAW) ຂອງລັດຖະບານ ແຫ່ງ ສປປ ລາວ ເມື່ອວັນທີ 27 ພະຈິກ ຜ່ານມາ, ໂດຍໄດ້ສະແດງໃຫ້ເຫັນເຖິງ ຄວາມຄືບໜ້າໂດຍລວມ ແລະ ຄວາມຈຳເປັນໃນການດຳເນີນການ, ນະໂຍບາຍ ແລະຂອບກົດໝາຍ ເພື່ອສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະການແກ້ໄຂ ຄວາມຮຸນແຮງບົນພື້ນຖານທາງເພດພາຍໃນປະເທດ.

ດ້ວຍ​ຄູ່ຮ່ວມງານກວ່າ 50 ອົງການຈັດຕັ້ງ ​ໃນ​ຂະ​ບວນການ​ຮ່ວມມື​ທີ່​ນຳພາ​ໂດຍ ອົງການ UNFPA, ຂະ​ບວນການ 16 ມື້​ຂອງ​ປີ​ນີ້​ໄດ້​ກ້າວ​ໄປ​ໄກ​ກວ່າ​ການ​ປູກຈິດສຳນຶກ ​ແລະ ຄວາມສະດຸ້ງໄວ ໃນການສະໜັບສະໜູນການຮຽກຮ້ອງ ເພື່ອໃຫ້ເພີ່ມທະວີ​ການ​ລົງທຶນ​ໃສ່ໃນ​ການຈັດຕັ້ງ​ປະຕິບັດ​ນະ​ໂຍບາຍ ​ແລະ ແຜນປະຕິບັດງານແຫ່ງ​ຊາດ ​ເພື່ອ​ປ້ອງ​ກັນ ​ແລະ ແກ້ໄຂ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ແລະ ເດັກຍິງ.
 

***************

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ.

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org