You are here

ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ໃນ ສປປ ລາວ

ກ່ຽວກັບອົງການກອງທຶນປະຊາກອນສະຫະປະຊາຊາດ (UNFPA)

ອົງການ UNFPA ແມ່ນອົງການສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດຂອງອົງການສະຫະປະຊາຊາດ. ພາລະກິດຂອງພວກເຮົາແມ່ນເພື່ອສົ່ງເສີມໃຫ້ທົ່ວໂລກ ມີການຖືພາແບບຕັ້ງໃຈ, ການເກີດລູກທຸກຄັ້ງແມ່ນປອດໄພ ແລະ ໄວໜຸ່ມທຸກຄົນສາມາດ  
   ບັນລຸຕາມ     ຕາມຄວາມສາມາດຂອງຕົນ     .

ສາທາລະນະ ປະຊາທິປະໄຕ ປະຊາຊົນລາວ (ສປປລາວ)ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ແລະມີຊາຍແດນຕິດກັບຈີນ ຫວຽດນາມ ກຳປູເຈຍ ໄທ ແລະມຽນມາ .ສປປລາວມີປະຊາກອນຫຼາຍກວ່າ 7 ລ້ານຄົນ (ໃນປີ 2020), ໂດຍມີ ປະຊາກອນອາຍຸຕໍ່າກວ່າ 25 ປີ ເຖິງ 58% ຂອງປະຊາກອນທັງໝົດ . ປະເທດລາວ ຢູ່ໃນໄລຍະຕົ້ນຂອງການຂ້າມຜ່ານດ້ານປະຊາກອນ, ການປ່ຽນແປງດ້ານອັດຕາການຕາຍ, ການຈະເລີນພັນ, ແລະອັດຕາການເຕີບໂຕ, ໂດຍສົມທົບກັບການຂະຫຍາຍຕົວຂອງຕົວເມືອງ. 
ການປ່ຽນແປງດັ່ງກ່າວສະແດງໃຫ້ເຫັນເຖິງໂອກາດໃນການໄດ້ຮັບຜົນປະໂຫຍດ ທາງດ້ານປະຊາກອນທີ່ຈະມີສ່ວນແບ່ງຫຼາຍທີ່ສຸດຂອງປະຊາກອນໃນໄວເຮັດວຽກແລະ ມີຜູ້ເພິ່ງພາອາໄສໜ້ອຍກວ່າ.

ເຖິງຢ່າງໃດກໍ່ຕາມ, ສປປລາວມີອັດຕາການເກີດລູກໃນໄວໜຸ່ມ ແລະ ອັດຕາການຕາຍຂອງແມ່ ສູງໃນລະດັບພາກພື້ນ.

●        ໃນປີ 2016–2017, 23.5% ຂອງເດັກຍິງອາຍຸ 15–19 ປີໄດ້ແຕ່ງງານແລ້ວ ແລະ ຕົວເລກສະເລ່ຍລະດັບຊາດສະ ແດງໃຫ້ເຫັນວ່າເດັກຍິງ 83 ຄົນ ໃນ 1,000 ຄົນທີ່ມີອາຍຸ 15–19 ປີໄດ້ເກີດລູກແລ້ວ. ອັດຕາການເກີດລູກຂອງເຍົາວະຊົນແມ່ນສູງ ໃນກຸ່ມຄົນທຸກຍາກ ແລະ ກຸ່ມຊົນເຜົ່າ     ໃນເຂດຫ່າງໄກສອກຫຼີກ. ປະມານ 41.8% ຂອງເດັກຍິງອາຍຸ 15-17 ປີ ບໍ່ໄດ້ເຂົ້າໂຮງຮຽນ.
●        ເຖິງແມ່ນວ່າອັດຕາການຕາຍຂອງແມ່ຈະຫຼຸດລົງຢ່າງຫຼວງຫຼາຍກໍຕາມ, ແຕ່ອັດຕາການຕາຍຍັງສູງ ຢູ່ທີ່ 185 ຄົນ ຕໍ່ການເກີດມີຊີວິດ 100,000 ຄົນ      ໃນປີ 2017. ມາຮອດປີ 2017, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງ     ແມ່ນ 14.3 % ສໍາລັບແມ່ຍິງທີ່ແຕ່ງງານແລ້ວ ແລະ 75.4 % ສໍາລັບແມ່ຍິງທີ່ບໍ່ໄດ້ແຕ່ງງານ.

ລັດຖະບານ ສປປລາວໄດ້ ໃຫ້ຄຳໝາຍໝັ້ນຢູ່ ກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD) ແລະ ໄດ້ຢືນຢັນຄວາມມຸ່ງໝັ້ນຂອງຕົນຄືນໃນກອງປະຊຸມສຸດຍອດ ICPD25 ທີ່ນະຄອວນໄນໂຣບີ ໃນປີ 2019 ຊຶ່ງມີຈຸດປະສົງເພື່ອບັນລຸເປົ້າໝາຍຄື:ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຮຸນແຮງບົນພື້ນການທາງເພດ ແລະ ການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ: ການແຕ່ງງານຂອງເດັກ ແລະ ການຖືພາຂອງເຍົາວະຊົນໃຫ້ເປັນ 0 ໃນປີ 2030.