You are here

ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແມ່ນສິດທິມະນຸດຂັ້ນພື້ນຖານ. ແມ່ຍິງມີສິດທີ່ຈະດຳລົງຊີວິດດ້ວຍກຽດສັກສີ ແລະ ດ້ວຍອິດສະລະພາບ ຈາກຄວາມຕ້ອງການແລະຄວາມຢ້ານກົວ. ຄວາມສະເໝີພາບລະຫວ່າງຍິງ-ຊາຍ ຍັງເປັນຂໍ້ກຳນົດລ່ວງໜ້າ ໃນການເສີມສ້າງການພັດທະນາແລະຫຼຸດຜ່ອນຄວາມທຸກຍາກ. ແມ່ຍິງທີ່ເຂັ້ມແຂງສາມາດມີສ່ວນຮ່ວມໃນດ້ານສຸຂະພາບແລະການຈະເລີນເຕີບໂຕຂອງໝົດຄອບຄົວ ແລະ ທົ່ວຊຸມຊົນ ແລະ ພັດທະນາໂອກາດສຳລັບຄົນຍຸກຕໍ່ໄປ. ເຮົາໄດ້ເຮັດວຽກນຳລັດຖະບານ ແລະ ຄູ່ຮ່ວມມື ໃນການຕອບສະໜອງຕໍ່ ຄວາມຮຸນແຮງບົນພື້ນຖານທາງເພດ ໂດຍການສ້າງຄວາມເຂັ້ມແຂງໃຫ້ບັນດາເຄື່ອງມື ແລະ ການບັງຄັບນຳໃຊ້ນິຕິກຳກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ແລະ ຄວາມຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍ, ເສີມສ້າງບຸກຄະລາກອນ, ແລະ ການບໍລິຫານໃນຫຼາກຫຼາຍຂະແໜງການໃນລະດັບຊາດແລະລະດັບຮອງລົງມາ ເພື່ອໃຫ້ເຮົາໄດ້ລົງແຜນງານທີ່ກ່ຽວພັນກັບຄວາມເທົ່າທຽມດ້ານເພດ ແລະ ຕໍ່ສູ້ກັບຄວາມຮຸນແຮງບົນພື້ນຖານທາງເພດ.

ເຮົາໄດ້ລົງແຜນງານໂດຍການ:

• ສະໜັບສະໜູນ ແລະ ລົງຈັດຕັ້ງແຜນປະຕິບັດຕ່າງໆທີ່ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຄວາມຮຸນແຮງບົນພື້ນຖານທາງເພດ;

• ສະໜັບສະໜູນກົດໝາຍ ແລະ ແຜນງານທີ່ກ່ຽວກພັນກັນ ແລະ ໃຫ້ກົງກັບສັນຍາແລະຄຸນນະພາບລະດັບສາກົນ;

• ເສີມສ້າງບຸກຄາລະກອນໃນພາກລັດ ແລະ ອົງກອນຊ່ວຍເຫຼືອສັງຄົມ ໂດຍສະເພາະແມ່ນຜູ້ຕັດສິນໃຈແລະຜູ້ໃຫ້ບໍລິການໃນລະດັບຊາດ ແລະ ລະດັບຮອງລົງມາ ເພື່ອໃຫ້ໝັ້ນໃຈວ່າການບໍລິການດ້ານການຕອບສະໜອງຕໍ່ຄວາມຮຸນແຮງບົນພື້ນຖານທາງເພດ ແມ່ນກົງຈຸດທີ່ຕ້ອງການ, ໄປຕາມແຜນການບໍລິຫານ ແລະ ຜ່ານຫຼາກຫຼາຍ ຂະແໜງການ ໃນລະດັບການພັດທະນາແລະມະນຸດສະທຳ;

• ເສີມຂະຫຍາຍຄວາມສະເໝີພາບລະຫວ່າງຍິງ-ຊາຍ ເຖິງວ່າວັດທະນະທຳທີ່ເອົາປຽບດ້ານເພດ, ເຊິ່ງລວມມີ ຄວາມຮຸນແຮງບົນພື້ນຖານທາງເພດ ແລະ ການແຕ່ງງານໃນໄວເດັກ, ແກ້ໄຂຄວາມເປັນຊາຍທີ່ມີຄວາມອັນຕະລາຍ ແລະ ສົ່ງເສີມສິດທິແລະສຸຂະພາບຈະເລີນພັນ;

• ພັດທະນາການບໍລິຫານ ແລະ ຂະຫຍາຍພັນທະມິດ ລວມເຖິງບັນດາອົງກອນຈັດຕັ້ງເພື່ອສັງຄົມ ເພື່ອສະໜັບສະໜູນກົດໝາຍແລະເຂົ້າໄປມີສ່ວນຮ່ວມແບບຮ່ວມມືກັນ ຕໍ່ການເສີມຂະຫຍາຍຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ແກ້ໄຂບັນຫາຄວາມຮຸນແຮງບົນພື້ນຖານທາງເພດ ແລະ ການກະທຳທີ່ຮຸນແຮງອື່ນໆ.