EN LO
Go Back Go Back
Go Back Go Back

Who We Are

Share

UNFPA ທົ່ວໂລກ

ອົງການ UNFPA ແມ່ນອົງການສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດຂອງອົງການສະຫະປະຊາຊາດ. ພາລະກິດຂອງພວກເຮົາແມ່ນເພື່ອສົ່ງເສີມໃຫ້ທົ່ວໂລກ ມີການຖືພາແບບຕັ້ງໃຈ, ການເກີດລູກທຸກຄັ້ງມີຄວາມປອດໄພ ແລະ ທ່າແຮງບົ່ມຊ້ອນຂອງໄວໝຸ່ມໄດ້ຮັບການພັດທະນາ.

ພວກເຮົາສົ່ງເສີມຄວາມສະເໝີພາບທາງເພດ ແລະ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ເພື່ອເຮັດໃຫ້ເຂົາເຈົ້າສາມາດຕັດສິນໃຈກຽ່ວກັບຮ່າງກາຍ ແລະ ອະນາຄົດຂອງຕົນເອງ. ພວກເຮົາເຮັດວຽກກັບຄູ່ຮ່ວມງານ ຫຼາຍກວ່າ 150 ປະເທດ ຊຸກຍູ້ການເຂົ້າເຖິງການບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ຫຼາກຫຼາຍ. ເປົ້າໝາຍຂອງພວກເຮົາແມ່ນ ຫຼຸດຜ່ອນໃຫ້ເປັນສູນ ການສະໜອງຄວາມຕ້ອງການວາງແຜນຄອບຄົວທີ່ບໍ່ທັນໄດ້ຮັບການສະໜອງ, ການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນສູນ, ຄວາມຮຸນແຮງບົນພື້ນການທາງເພດ ແລະ ການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ: ການແຕ່ງງານຂອງເດັກ ແລະ ການຖືພາຂອງເຍົາວະຊົນໃຫ້ເປັນສູນ ໃນປີ 2030. 

ຄຳຂວັນຂອງພວກເຮົາແມ່ນ "ຮັບປະກັນສິດທິ ແລະ ທາງເລືອກສຳລັບທຸກຄົນ".

Read more about UNFPA

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

UNFPA ເຮັດວຽກໃນຫຼາຍກວ່າ 150 ປະເທດ ແລະ ເຂດປົກຄອງທີ່ເປັນບ້ານຂອງປະຊາຊົນສ່ວນໃຫຍ່ໃນໂລກ. ພາລະກິດຂອງພວກເຮົາແມ່ນເພື່ອສົ່ງເສີມການຖືພາແບບຕັ້ງໃຈ, ການເກີດລູກທຸກຄັ້ງມີຄວາມປອດໄພ ແລະ ທ່າແຮງບົ່ມຊ້ອນຂອງໄວໝຸ່ມໄດ້ຮັບການພັດທະນາ.

ອ່ານເພີ່ມເຕີມ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

4 ເປົ້າໝາຍຂອງພວກເຮົາ

ໃນຖານະທີ່ເປັນອົງການສະຫະປະຊາຊາດ ເພື່ອສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເປົ້າໝາຍຂອງພວກເຮົາແນ່ໃສ່:

ສົ່ງເສີມໃຫ້ປະຊາຊົນມີທາງເລືອກໄດ້ຢ່າງອິດສະຫຼະ ແລະ ມີຄວາມຮັບຜິດຊອບ ວ່າຈະມີລູກ ຫຼື ບໍ່ມີ ແລະ ຈະມີລູກຕອນໃດ

ສົ່ງເສີມໃຫ້ປະຊາຊົນມີທາງເລືອກໄດ້ຢ່າງອິດສະຫຼະ ແລະ ມີຄວາມຮັບຜິດຊອບ ວ່າຈະມີລູກ ຫຼື ບໍ່ມີ ແລະ ຈະມີລູກຕອນໃດ

ພວກເຮົາແມ່ນຜູ້ສະໜອງຜະລິດຕະພັນຄຸມກຳເນີດທີ່ບໍລິຈາກ ລາຍໃຫຍ່ທີ່ສຸດໃນໂລກ ໃຫ້ແກ່ບັນດາປະເທດກຳລັງພັດທະນາ , ແລະ ແຜນງານຂອງພວກເຮົາຍົກສູງຄວາມສາມາດໃນການເຂົ້າເຖິງອຸປະກອນຄຸມກຳເນີດ ພ້ອມທັງທັບມ້າງບັນດາອຸປະສັກທີ່ກີດຂວາງການເຂົ້າເຖິງການບໍລິການ.

ປົກປ້ອງແມ່ຍິງຈາກການເສຍຊີວິດທີ່ກ່ຽວຂ້ອງກັບການເກີດລູກທີ່ສາມາດປ້ອງກັນໄດ້

ປົກປ້ອງແມ່ຍິງຈາກການເສຍຊີວິດທີ່ກ່ຽວຂ້ອງກັບການເກີດລູກທີ່ສາມາດປ້ອງກັນໄດ້

ພວກເຮົາຊ່ວຍສ້າງຄວາມເຂັ້ມແຂງໃຫ້ກັບລະບົບສາທາລະນະສຸກ, ຝຶກອົບຮົມ ແລະ ໃຫ້ຄວາມຮູ້ແກ່ບຸກຄະລາກອນທາງການແພດ ແລະ ຜະດຸງຄັນ, ພ້ອມທັງປັບປຸງການເຂົ້າເຖິງການບໍລິການດ້ານສຸຂະພາບຈະເລີນພັນແບບຄົບຖ້ວນ. ການຊ່ວຍເຫຼືອຂອງພວກເຮົາໃນວຽກງານສຸຂະພາບຂອງແມ່ຍິງແມ່ນມີຄວາມສຳຄັນຫຼາຍ ໂດຍສະເພາະໃນ 32 ປະເທດທີ່ມີອັດຕາການຕາຍ ແລະ ການເຈັບປ່ວຍຂອງແມ່ສູງທີ່ສຸດ.

ລົບລ້າງການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ ແລະ ການກະທຳທີ່ເປັນອັນຕະລາຍ

ລົບລ້າງການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ ແລະ ການກະທຳທີ່ເປັນອັນຕະລາຍ

ພວກເຮົາເຮັດວຽກຮ່ວມກັບຜູ້ກຳນົດນະໂຍບາຍ, ລະບົບຍຸຕິທຳ ແລະ ລະບົບສາທາລະນະສຸກ, ພ້ອມທັງສົ່ງເສີມໃຫ້ເພດຊາຍ ແລະ ເດັກຊາຍ ມີສ່ວນຮ່ວມເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ. ພວກເຮົາປົກປ້ອງຜູ້ລອດຊີວິດຈາກຄວາມຮຸນແຮງບົນພື້ນຖານທາງເພດ ໂດຍສະໜອງການບໍລິການທີ່ຈຳເປັນແບບຄົວຖ້ວນ, ລວມທັງໃນໄລຍະມີສະພາບວິກິດການທາງດ້ານມະນຸດສະທຳ.

ສົ່ງເສີມໃຫ້ລັດຖະບານກຳນົດແຜນງານເພື່ອສະໜອງຄວາມຕ້ອງການຕໍ່ປະຊາກອນທີ່ກຳລັງປ່ຽນແປງ

ສົ່ງເສີມໃຫ້ລັດຖະບານກຳນົດແຜນງານເພື່ອສະໜອງຄວາມຕ້ອງການຕໍ່ປະຊາກອນທີ່ກຳລັງປ່ຽນແປງ

ພວກເຮົາເຮັດວຽກຮ່ວມກັບລັດຖະບານເພື່ອວາງແຜນຮັບມືກັບຄວາມຕ້ອງການຂອງປະຊາກອນທີ່ກຳລັງປ່ຽນແປງ, ເພື່ອໃຫ້ປະຊາຊົນສາມາດຈະເລີນເຕີບໂຕໄດ້ໃນປະຈຸບັນ ແລະ ໃນອະນາຄົດ ໂດຍບໍ່ຂຶ້ນກັບທ່າອ່ຽງຂອງອັດຕາການເກີດ. ສິ່ງເຫຼົ່ານີ້ສະແດງໃຫ້ເຫັນເຖິງຄວາມຈຳເປັນຂອງ ນະໂຍບາຍທີ່ຕອບສະໜອງຕໍ່ຄວາມຕ້ອງການຂອງປະຊາກອນ ເພື່ອໃຫ້ຄົນຮຸ່ນຫຼັງສາມາດດຳລົງຊີວິດ ໄດ້ຢ່າງມີຄຸນນະພາບ ແລະ ວາງແຜນຊີວິດຂອງເຂົາເຈົ້າດ້ວຍຄວາມໝັ້ນໃຈ.

Leadership

ຜູ້ຕາງໜ້າອົງການປະຈຳປະເທດ

ຜູ້ຕາງໜ້າອົງການປະຈຳປະເທດ

ທ່ານ ປອ ບັກທີຢໍ ຄາດິໂຣຟ

Linkedin

ທ່ານ ບັກທີຢໍ ຄາດິໂຣຟ ເປັນຜູ້ຊ່ຽວຊານດ້ານການພັດທະນາ ແລະ ຊ່ວຍເຫຼືອດ້ານມະນຸດສະທຳ ໂດຍມີປະສົບການເຮັດວຽກພາກສະໜາມເປັນເວລາ 21 ປີ ດ້ວຍຄວາມສາມາດທີ່ຫຼາກຫຼາຍ ລວມເຖິງ ການເປັນຜູ້ນຳ ແລະ ຮັບຜິດຊອບໃນການຄຸ້ມຄອງແຜນງານຂອງ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ໃນປະເທດປາກີສະຖານ, ໂຊມາເລຍ, ຊີເຣຍ, ຊູດານ ແລະ ທາຈິກິສະຖານ.
ອ່ານເພີ່ມເຕີມ