You are here
ອອກໃໝ່

ການລົບລ້າງມະເຮັງປາກມົດລູກ
ມະເຮັງປາກມົດລູກ ເປັນມະເຮັງຊະນິດໜຶ່ງທີ່ສາມາດປ້ອງກັນໄດ້. ເຖິງຢ່າງໃດກໍຕາມ, ໃນປີ 2020 ມີແມ່ຍິງປະມານ 341.800 ຄົນ ເສຍຊີວິດຍ້ອນມະເຮັງປາກມົດລູກໃນທົ່ວໂລກ.1 ຄາດວ່າຈໍານວນກໍລະນີໃຫມ່ຂອງພະຍາດດັ່ງກ່າວຈະເພີ່ມຂຶ້ນຈາກ 570.000 ເປັນ 700.000 ໃນລະຫວ່າງປີ 2018 ແລະ 2030 ແລະ ຈໍານວນຜູ້ເສຍຊີວິດປະຈໍາປີ ກໍ່ຄາດວ່າຈະເພີ່ມຂຶ້ນຈາກ 311.000 ເປັນ 400.000 ຄົນ.2 ກໍລະນີເສຍຊີວິດສ່ວນໃຫຍ່ເກີດຂຶ້ນໃນປະເທດທີ່ມີລາຍຮັບຕໍ່າ ແລະ ປານກາງ ຫາ ຕໍ່າ ເນື່ອງຈາກການເຂົ້າເຖິງການປ້ອງກັນ, ການກວດຫາເຊື້ອ ແລະ ການປິ່ນປົວມະເຮັງປາກມົດລູກໃນປະເທດດັ່ງກ່າວຍັງມີບໍ່ພຽງພໍ.

ສຸຂະພາບທາງເພດ-ສຸຂະພາບຈະເລີນພັນ ແລະ ສິດທິຂອງແມ່ຍິງ-ໄວໜຸ່ມຍິງ
ການວາງແຜນຄອບຄົວແບບທັນສະໄຫມມີທ່າອ່ຽງເພີ່ມຂຶ້ນ ກ່ອນຈະມີຄື້ນການແຜ່ລະບາດຂອງພະຍາດໂຄວິດ-19.
ມາດຕະການປິດເມືອງ (lockdown) ຈຳກັດການເດີນທາງເພື່ອເຂົ້າເຖິງການບໍລິການ. ການບໍລິການທາງໂທລະສັບ ແລະ ການປຸກລະດົມໂຄສະນາ ຊ່ວຍເພີ່ມການເຂົ້າເຖິງການບໍລິການວາງແຜນຄອບຄົວໃນປີ 2021. ການວາງແຜນຄອບຄົວຫຼຸດລົງ, ເຊິ່ງສອດຄ່ອງກັບການເພີ່ມຂຶ້ນຂອງຈໍານວນການເກີດ.
ໃນປີ 2020 ແລະ ປີ 2021, ການໃຊ້ຢາຄຸມກຳເນີດຫຼຸດລົງ. ສິ່ງນີ້ສົ່ງຜົນໃຫ້ອັດຕາການລຸລູກທີ່ບໍ່ປອດໄພເພີ່ມຂຶ້ນຢ່າງຫຼວງຫຼາຍ. ເນື່ອງຈາກການເຂົ້າເຖິງຢາຄຸມກໍາເນີດມີຈໍາກັດ, ເຮັດໃຫ້ການຖືພາໂດຍບໍ່ໄດ້ຕັ້ງໃຈເພີ່ມຂຶ້ນ.
ເຫັນໄດ້ວ່າເຫດການດັ່ງກ່າວມີສາຍພົວພັນລະຫວ່າງການຄຸມກຳເນີດ ແລະ ຈໍານວນການລຸລູກທີ່ບໍ່ປອດໄພ.
ຫຼັງຈາກມີການເສີມສ້າງຜະດຸງຄັນທີ່ມີຄວາມຊໍານານງານຫຼາຍຂຶ້ນ, ການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໃນຊຸມຊົນກໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ. ຜະດຸງຄັນສາມາດໃຫ້ບໍລິການດ້ານການວາງແຜນຄອບຄົວ, ການຝາກທ້ອງ, ການດູແລລະຫວ່າງການເກີດ ແລະ ຫຼັງເກີດຢ່າງປອດໄພ. ສິ່ງເຫຼົ່ານີ້ແມ່ນການບໍລິການທັງໝົດທີ່ພວກເຮົາຮູ້ມາແຕ່ດົນນານແລ້ວວ່າ ສາມາດຫຼຸດຜ່ອນການເສຍຊີວິດຂອງແມ່ໄດ້.
ການບໍລິການທາງໂທລະສັບ ໄດ້ຖືກທົດລອງໃຊ້ຢູ່ແຂວງຫຼວງພະບາງ ເພື່ອປ້ອງກັນບໍ່ໃຫ້ການບໍລິການສຸຂະພາບທີ່ຈໍາເປັນຕ້ອງຢຸດຊະງັກ ເຊັ່ນ: ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ສຸຂະພາບແມ່ ແລະ ເດັກຫຼັງເກີດ, ເດັກ ແລະ ເຍົາວະຊົນ (SRMNCAH). ການຕິດຕາມແມ່ຍິງຖືພາຢ່າງເປັນປົກກະຕິ ແລະ ທັນເວລາໂດຍບຸກຄະລາກອນການແພດ ໄດ້ປະກອບສ່ວນຫຼຸດຜ່ອນການຕາຍຂອງແມ່ໃນແຂວງຫຼວງພະບາງ.
ການຂໍຄໍາປຶກສາແບບໜ້າຕໍ່ໜ້າ ແມ່ນມີອັດຕາຄົງທີ່ທຽບໃສ່ປີຜ່ານມາ.
ທີ່ເມືອງຫຼວງພະບາງ, ການບໍລິການທາງໂທລະສັບ ເຮັດໃຫ້ອັດຕາການຂໍຄໍາປຶກສາ ເພີ່ມຂຶ້ນ 72% ໃນປີ 2021.

ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 05 ປີ ຄັ້ງທີ IV (2021-2025)
ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂຽນເປັນອັກສອນຫຍໍ້ວ່າ (ຄຊກມດ) ແມ່ນການຈັດຕັ້ງໜຶ່ງຂອງລັດຖະບານທີ່ບໍ່ປະຈຳການ, ມີພາລະບົດບາດ ເປັນເສນາທິການຊ່ວຍວຽກລັດຖະບານ ໃນການສຶກສາ, ຄົ້ນຄ້ວາກຳນົດນະໂຍບາຍ, ຍຸດທະສາດ, ນິຕິກຳ, ແຜນດຳເນີນງານ, ແຜນງານ ແລະ ຈັດຕັ້ງປະຕິບັດບັນດາສົນທິສັນຍາ, ສັນຍາ ແລະ ຖະແຫຼງກາ ຂອງພາກພື້ນ ແລະ ສາກົນ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ສິດທິເດັກ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນຄວາມສະເໝີພາບຍິງ-ຊາຍ ແລະ ການມີຮ່ວມຂອງແມ່ຍິງໃນທຸກດ້ານ, ສົ່ງເສີມ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ຕິດພັນກັບການສຶກສາອົບຮົມ ແລະ ພັດທະນາເດັກຢ່າງຮອບດ້ານ ເພື່ອປະກອບສ່ວນ ເຂົ້າໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

COVID-19 Vaccine, Pregnancy and Breastfeeding
Pregnant women and lactating women should consult with a doctor to get vaccinated against COVID-19.

ແຜນງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ (SRH)
ການເຂົ້າເຖິງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ (SRH) – ລວມທັງການວາງແຜນຄອບຄົວແບບສະໝັກໃຈ ແລະ ສຸຂະພາບແມ່ – ສໍາລັບແມ່ຍິງ ແລະ ໄວໜຸ່ມທຸກຄົນ ແມ່ນສິດທິມະນຸດ ແລະ ເປັນສິ່ງທີ່ສຳຄັນໃນການຊ່ວຍຊີວິດ, ການສົ່ງເສີມການພັດທະນາ ແລະ ຄວາມສະເໝີພາບຍິງ-ຊາຍ. ວຽກງານນີ້ແມ່ນແກນຫຼັກ ຂອງການພັດທະນາແບບຍືນຍົງ. ລັດຖະບານລາວ ໄດ້ເຊື່ອມເອົາວຽກງານນີ້ເຂົ້າໃນກອບແຜນພັດທະນາແຫ່ງຊາດ ແລະ ເຊື່ອມເຂົ້າໃນຕົວຊີ້ວັດ ການພັດທະນາແບບຍືນຍົງ SDG 5.6.2 ເຊິ່ງວັດແທກເຖີງຄວາມພະຍາຍາມຂອງບັນດາປະເທດຕ່າງໆໃນການສ້າງບັນດາກົດໝາຍ ແລະ ລະບຽບການແຫ່ງຊາດ ເພື່ອຮັບປະກັນການເຂົ້າເຖິງການດູແລສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ຂໍ້ມູນຂ່າວສານ ແລະ ການສຶກສາຂອງແມ່ຍິງ ແລະ ຜູ້ຊາຍ ອາຍຸ 15 ປີຂຶ້ນໄປຢ່າງຄົບຖ້ວນ ແລະ ເທົ່າທຽມກັນ, ໃນນີ້ ສປປ ລາວ ໄດ້ຄະແນນ 96 ໃນ 100.
ແຜນງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ (SRH) ຂອງ ອົງການ UNFPA ຊ່ວຍເຫຼືອລັດຖະບານ ໃນການປັບປຸງຄຸນນະພາບ ແລະ ການນໍາໃຊ້ການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນແບບເຊື່ອມສານ, ໂດຍສະເພາະໃນບັນດາກຸ່ມທີ່ມີຄວາມສ່ຽງທີ່ສຸດ, ລວມທັງບັນດາກຸ່ມຊົນເຜົ່າ ແລະ ໄວໜຸ່ມ. ພວກເຮົາສະໜັບສະໜູນການຈັດຕັ້ງປະຕິບັດແຜນປະຕິບັດວຽກງານວາງແຜນຄອບຄົວແຫ່ງຊາດ ແລະ ແຜນຍຸດທະສາດສຸຂະພາບຈະເລີນພັນ, ສຸຂະພາບຂອງແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ເພື່ອແກ້ໄຂຄວາມແຕກໂຕນກັນໃນການເຂົ້າເຖິງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ການວາງແຜນຄອບຄົວ. ພວກເຮົາສະໜັບສະໜູນປະເທດໃນການສ້າງແຜນງານຜະດຸງຄັນທີ່ມີປະສິດທິພາບ ເພື່ອສົ່ງເສີມການກ້າວສູ່ການເປັນແມ່ ແລະ ການເກີດລູກທີ່ປອດໄພ. ວຽກງານຂອງພວກເຮົາແມ່ນເລັ່ງໃສ່ການປ້ອງກັນ ແລະ ຜົນຕອບແທນຈາກການລົງທຶນນັ້ນແມ່ນໄດ້ຮັບໝາກຜົນສູງສຸດໃນຄ່າໃຊ້ຈ່າຍຕ່ຳ.

ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນລາວ 2021-2030
ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນລາວ ໄດ້ຮັບການຮ່າງຂຶ້ນເປັນຄັ້ງທໍາອິດໃນປະຫວັດ ສາດ ສປປ ລາວ ແລະ ເປັນຍຸດທະສາດທີ່ສໍາຄັນຫຼາຍ ເພາະວ່າປະເທດລາວມີຈໍານວນປະຊາກອນໜຸ່ມກວມເອົາອັດຕາສ່ວນຫຼາຍຂອງພົນລະເມືອງ ແລະ ເປັນກໍາລັງແຮງງານຕົ້ນຕໍໃນທຸກຂົງເຂດວຽກງານໃນສັງຄົມ. ຍຸດທະສາດສະບັບນີ້ ແມ່ນໄດ້ອີງໃສ່ກົດໝາຍວ່າດ້ວຍຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສະບັບປັບປຸງປີ 2019, ຜົນຂອງການວິເຄາະສະພາບຊາວໜຸ່ມ-ເຍົາວະຊົນ ໃນປີ 2014 ແລະ ອີງໃສ່ແຜນຍຸດທະສາດ 5 ປີ ຂອງສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ໄດ້ລິເລີ່ມການສົນທະນາເພື່ອສ້າງຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນ ໃນປີ 2016. ບົດລາຍງານດ້ານວິຊາການ, ເອກະສານ ແລະ ຂໍ້ມູນຈາກແຫຼ່ງຕ່າງໆທີ່ມີຢູ່ແລ້ວ ໄດ້ຖືກນໍາມາທົບທວນ, ໄດ້ເກັບກໍາຂໍ້ມູນເພື່ອກໍານົດບັນຫາ, ຄວາມຕ້ອງການຂອງຊາວໜຸ່ມ-ເຍົາວະຊົນ ໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ໄດ້ນໍາພາຂະບວນການສ້າງຍຸດທະສາດການຍຸດທະສາດການພັດທະນາ ຊາວໜຸ່ມ, ເຍົາວະຊົນລາວ ປີ (2021-2030) ພັດທະນາຊາວໜຸ່ມ, ເຍົາວະຊົນລາວ (2021-2030) ໂດຍຜ່ານກອງປະຊຸມປຶກສາຫາລືລະດັບວິຊາການ ແລະ ລະດັບຊາດຫຼາຍຄັ້ງ.

ແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ 05 ປີ ຄັ້ງທີ IV (2021-2025)
ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂຽນເປັນອັກສອນຫຍໍ້ວ່າ (ຄຊກມດ) ແມ່ນການຈັດຕັ້ງໜຶ່ງຂອງລັດຖະບານທີ່ບໍ່ປະຈຳການ, ມີພາລະບົດບາດ ເປັນເສນາທິການຊ່ວຍວຽກລັດຖະບານ ໃນການ ສຶກສາ, ຄົ້ນຄ້ວານົດນະໂຍບາຍ, ຍຸດທະສາດ, ນິຕິກຳ, ແຜນດຳເນີນເນີນງານ, ແຜນງານ ແລະ ຈັດຕັ້ງປະຕິບັດບັນດາສົນທິ ສັນຍາ, ສັນຍາ ແລະ ຖະແຫຼງການຂອງພາກພື້ນ ແລະ ສາກົນ ເພື່ອສົ່ງເສີມຄວາມກ່າວໜ້າຂອງແມ່ຍິງ, ສິດທິເດັກ, ການ ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນຄວາມສະເໝີພາບ ຍິງ-ຊາຍ ແລະ ການມີຮ່ວມຂອງແມ່ຍິງໃນທຸກດ້ານ, ສົ່ງເສີມ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ຕິດພັນກັບການສຶກສາອົບຮົມ ແລະ ພັດທະນາເດັກຢ່າງຮອບດ້ານ ເພື່ອປະກອບສ່ວນເຂົ້າໃນຂະບວນການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 05 ປີ ຄັ້ງທີ II (2021-2025)
ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 05 ປີ ຄັ້ງທີ II (2021-2025)
ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂຽນເປັນອັກສອນຫຍໍ້ວ່າ (ຄຊກມດ) ແມ່ນການຈັດຕັ້ງໜຶ່ງຂອງລັດຖະບານທີ່ບໍ່ປະຈຳການ, ມີພາລະບົດບາດ ເປັນເສນາທິການຊ່ວຍວຽກລັດຖະບານ ໃນການສຶກສາ, ຄົ້ນຄ້ວາກຳນົດນະໂຍບາຍ, ຍຸດທະສາດ, ນິຕິກຳ, ແຜນດຳເນີນງານ, ແຜນງານ ແລະ ຈັດຕັ້ງປະຕິບັດບັນດາສົນທິສັນຍາ, ສັນຍາ ແລະ ຖະແຫຼງກາ ຂອງພາກພື້ນ ແລະ ສາກົນ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ສິດທິເດັກ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນຄວາມສະເໝີພາບຍິງ-ຊາຍ ແລະ ການມີຮ່ວມຂອງແມ່ຍິງໃນທຸກດ້ານ, ສົ່ງເສີມ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ຕິດພັນກັບການສຶກສາອົບຮົມ ແລະ ພັດທະນາເດັກຢ່າງຮອບດ້ານ ເພື່ອປະກອບສ່ວນ ເຂົ້າໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.


ການເຊື່ອມໂຍງການຈົດທະບຽນພົນລະເມືອງ ແລະ ຄວາມສະເໝີພາບຍິງ-ຊາຍ ຢູ່ສປປລາວ
ການເຊື່ອມໂຍງການຈົດທະບຽນພົນລະເມືອງ ແລະ ຄວາມສະເໝີພາບຍິງ-ຊາຍ ຢູ່ສປປລາວ