You are here

ວັນທີ 27 ພະຈິກ 2023, ນະຄອນຫຼວງວຽງຈັນ - ລັດຖະບານ ແຫ່ງ ສປປ ລາວ ໄດ້ເປີດຕົວບົດລາຍງານໄລຍະທີ 10 ຢ່າງເປັນທາງການ ເຊິ່ງເປັນສ່ວນໜຶ່ງຂອງການຈັດຕັ້ງປະຕິບັດ ສົນທິສັນຍາວ່າດ້ວຍ ການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (ຊີດໍ). ການພັດທະນາບົດລາຍງານແມ່ນນໍາພາໂດຍ ຄະນະກໍາມະການແຫ່ງຊາດ ເພື່ອຄວາມກ້າວຫນ້າຂອງແມ່ຍິງແມ່ ແລະເດັກໂດຍໄດ້ຮັບການສະຫນັບສະຫນູນດ້ານວິຊາການ ຈາກອົງການ UNFPA ແລະການສະຫນັບສະຫນູນທາງດ້ານການເງິນຈາກ ອົງການກອຍກາ ປະຈຳ ສປປ ລາວ (KOICA)ການ​ເປີດ​ຕົວ​ຄັ້ງ​ນີ້​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ ​ຜູ້​ແທນ​ຂັ້ນ​ສູງ​ຈາກ​ບັນ​ດາ​ກະ​ຊວງ​ທີ່​ກ່ຽວ​ຂ້ອງ ແລະຄູ່​ຮ່ວມ​ມື​ພັດ​ທະ​ນາ.

 

ບົດລາຍງານສົນທິສັນຍາຊີດໍ ຄັ້ງທີ 10 ໄດ້ຮັບຮູ້ເຖິງຜົນກະທົບທາງບວກ ແລະຄວາມຄືບໜ້າ ຂອງການປະຕິຮູບກົດໝາຍ ແລະນະໂຍບາຍຂອງລັດຖະບານ ທີ່ສົ່ງເສີມສິດທິຂອງແມ່ຍິງລວມທັງການນຳເຊື່ອມສານຫຼັກການຂອງ ສົນທິສັນຍາຊີດໍ ເຂົ້າໃນຂອບວຽກນະໂຍບາຍຕ່າງໆເຊັ່ນ: ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແລະ ຍຸດທະສາດ ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະໄວໜຸ່ມ (RMNCAH) ເປັນຕົ້ນ. ເຊື່ອມສານສົນທິສັນຍາຊີດໍ ເຂົ້າໃນກົດໝາຍ ແລະນະໂຍບາຍເປົ້າໝາຍເຊັ່ນ: ແຜນປະຕິບັດງານແຫ່ງຊາດ ວ່າດ້ວຍ ຄວາມສະເໝີພາບລະຫວ່າງຍິງ-ຊາຍ. ນອກນັ້ນຍັງຕິດຕາມຄວາມຄືບໜ້າຂອງ ສປປ ລາວ ໃນການໃຫ້ສິດທິແກ່ແມ່ຍິງ ແລະເດັກຍິງ ໃນທຸກຄວາມຫຼາກຫຼາຍແກ້ໄຂບັນຫາການຈຳແນກທີ່ເໝົາລວມ ແລະບົດບາດຂອງຍິງ-ຊາຍຕ້ານການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ ແລະການຄ້າມະນຸດສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງ ໃນດ້ານການເມືອງ ແລະຊີວິດການເປັນຢູ່ຂອງປະຊາຊົນ ລວມທັງການເຂົ້າເຖິງທີ່ເທົ່າທຽມກັນໃນດ້ານ ການ​ສຶກ​ສາການ​ປິ່ນປົວສຸຂະພາບການ​ຈ້າງ​ງານຜົນ​ປະ​ໂຫຍດ​ທາງ​ສັງ​ຄົມ​-​ເສດ​ຖະ​ກິດແລະ​ຊີ​ວິດ​ຄອບ​ຄົວ​ຂອງ​ແມ່​ຍິງ ​ແລະ​ເດັກ​ຍິງ.

 

ໃນ​ໂອກາດ​ເປີດ​ງານທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະເດັກ ໄດ້ກ່າວວ່າ: ລັດຖະບານ ສປປ ລາວ ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນ ໃນການປົກປ້ອງ ແລະ ສົ່ງເສີມສິດທິມະນຸດ ດ້ວຍການເຂົ້າເປັນພາຄີຂອງ ສົນທິສັນຍາສາກົນ ທີ່ຕິດພັນກັບສິດທິມະນຸດ ສະບັບ, ໃນການຈັດຕັ້ງປະຕິບັດສົນທິສັນຍາ ຊີດໍ ນັ້ນ ໄດ້ລວມເຂົ້າໃນການ ຈັດ​ຕັ້ງ​ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ​ 5 ປີ ແຕ່ລະໄລຍະ ໂດຍສອດຄ່ອງກັບການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ເປັນໄປຕາມທິດນຳພາປະເທດຊາດ ໃຫ້ຫຼຸດພົ້ນຈາກການເປັນປະເທດດ້ອຍພັດທະນາ, ເຮັດໃຫ້ແມ່ຍິງ ໄດ້ເຂົ້າເຖິງຂໍ້ມູນຂ່າວສານ, ເຂົ້າເຖິງກົດໝາຍ, ຮັບຮູ້ສິດທິຂອງຕົນເອງ ແລະໄດ້ຮັບການສົ່ງເສີມ ແລະພັດທະນາຄວາມອາດສາມາດ, ຝຶກອົບຮົມວິຊາຊີບຂັ້ນພື້ນຖານ ເພື່ອສ້າງລາຍຮັບ ປັບປຸງມາດຖານຊີວິດການເປັນຢູ່ ແລະຄຸນນະພາບຊີວິດຄອບຄົວໃຫ້ດີຂຶ້ນ

 

ຕະຫຼອດໄລຍະ 1 ປີໄດ້ມີກອງປະຊຸມປຶກສາຫາລືກັບບັນດາພະແນກການຂອງລັດຖະບານອົງການຈັດຕັ້ງສັງຄົມ ແລະ ຄູ່ຮ່ວມພັດທະນານໍາໂດຍບັນດາຄະນະວິຊາການ ຈາກບັນດາກະຊວງເປັນຕົ້ນແມ່ນ ກະຊວງຍຸດຕິທຳ, ກະຊວງການຕ່າງປະເທດ, ກະຊວງແຮງງານ ແລະສະຫວັດດີການສັງຄົມ, ກະຊວງສຶກສາທິການ ແລະກິລາ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ, ກະຊວງກະສິກຳ ແລະປ່າໄມ້, ກະຊວງເຕັກໂນໂລຊີ ແລະການສື່ສານ,  ກະຊວງພາຍໃນ, ກະຊວງແຜນການ ແລະການລົງທຶນ (ສູນສະຖິຕິແຫ່ງຊາດ)ທະນາຄານແຫ່ງ ສປປ ລາວສານປະຊາຊົນສູງສຸດອົງການໄອຍະການປະຊາຊົນສູງສຸດ, ສະຫະພັນແມ່ຍິງລາວແລະແນວລາວສ້າງຊາດ. ບົດ​ລາຍ​ງານ​ດັ່ງກ່າວ ໄດ້​ຖືກ​ສົ່ງ​ໃຫ້​ຄະ​ນະ​ກຳ​ມະ​ການຊີດໍ ໃນ​ເດືອນ​ມີ​ນາ 2023.

 

ທ່ານ ດຣ. ບາກທິອໍ ກາດີຣອບຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ໄດ້ກ່າວຊົມເຊີຍການນຳພາຂອງລັດຖະບານລາວ ໃນການສົ່ງເສີມສິດທິຂອງແມ່ຍິງ ກໍ່ຄືຄວາມຄືບໜ້າໃນຊຸມປີຜ່ານມາ ນັບແຕ່ບົດລາຍງານສະບັບທີ 8 ແລະ 9 ໃນປີ 2018 ເປັນຕົ້ນມາເຖິງວ່າຈະມີສະພາບການທີ່ທ້າທາຍຂອງ ການແຜ່ລະບາດຂອງພະຍາດໂຄວິດ-19 ແລະເຮັດໃຫ້ເສດຖະກິດຝືດຕາມມາ: ອົງການ UNFPA ມີຄວາມພູມໃຈໃນການສະໜັບສະໜູນ ຄກຊມດ ແລະ ລັດຖະບານລາວ ໃນການກະກຽມບົດລາຍງານຊີດໍ ໄລຍະທີ 10 ໂດຍເນື້ອແທ້ແລ້ວ ສົນທິສັນຍາຊີດໍກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະການພັດທະນາ (ICPD) ແລະຫຼາຍໆເປົ້າໝາຍການພັດທະນາແບບຍືນຍົງ (SDGs)ແມ່ນແນໃສ່ສົ່ງເສີມຫນ້າທີ່ ແລະຄວາມຮັບຜິດຊອບຂອງປະເທດຕ່າງໆ ເພື່ອໃຫ້ບັນລຸຄວາມສະເຫມີພາບລະຫວ່າງຍິງຊາຍ ແລະການສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ຍິງ ແລະເດັກຍິງ. ຂະບວນການລາຍງານນີ້ ຊ່ວຍໃຫ້ພວກເຮົາສາມາດຈັດຕາຕະລາງ ເພື່ອກ້າວໄປສູ່ການປ່ຽນແປງທີ່ສົມບູນແບບ ແລະຍືນຍົງໄດ້.

 

ບັນດາບັນຫາຕ່າງໆ ທີ່ໄດ້ຖືກເຜີຍແຜ່ໂດຍຄະນະກໍາມະການຊີດໍ ເມື່ອບໍ່ດົນມານີ້ເຊິ່ງ ສປປ ລາວ ມີກໍານົດຈະຕອບສະຫນອງໃນເດືອນກັນຍາ-ເດືອນຕຸລາ 2024. ບັນດາບັນຫາດັ່ງກ່າວ ແມ່ນຄຳນຶງເຖິງສິ່ງທ້າທາຍທີ່ຍັງເຫຼືອ ທີ່ຈະຕ້ອງໄດ້ຮັບການແກ້ໄຂລວມທັງຂໍ້ມູນກ່ຽວກັບມາດຕະການຕ່າງໆ ເພື່ອເພີ່ມທະວີຄວາມຍຸຕິທໍາ ແລະແກ້ໄຂຄວາມຮຸນແຮງບົນພື້ນຖານທາງເພດ (GBV)ການເຂົ້າເຖິງສຸຂະພາບທາງເພດ ແລະສຸຂະພາບຈະເລີນພັນຕ້ານການແຕ່ງງານກ່ອນໄວອັນຄວນຄວາມຮຸນແຮງບົນພື້ນຖານທາງເພດ ແລະການຄ້າມະນຸດພ້ອມທັງຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນການຈ້າງງານການສຶກສາແລະຕໍາແໜ່ງໃນການຕັດສິນໃຈ.

***************

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ.

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org