You are here

ກອງປະຊຸມລະດັບຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາ 24 ເດືອນ ຕຸລາ 2023

ບົດຖະແຫຼງການ ໂດຍ ທ່ານ ສຈ.ປອ. ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ບົດຖະແຫຼງການແຫ່ງຊາດ ແລະ ຂໍ້ຮຽກຮ້ອງສຳລັບການຈັດຕັ້ງປະຕິດ

ບັນດາທ່ານຄະນະປະທານຮ່ວມ ທີ່ນັບຖື!

ບັນດາທ່ານ ການນໍາຂັ້ນສູງ ຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ນັບຖື.

ບັນດາທ່ານ ເອກອັກຄະລັດຖະທູດ, ຫົວໜ້າ/ ຮອງຫົວໜ້າອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນແລະ ພາກເອກະຊົນທີ່ນັບຖື.

ບັນດາທ່ານຕາງໜ້າອົງການສື່ມວນຊົນທີ່ຮັກແພງ.

ບັນດາທ່ານ ແຂກຜູ້ມີກຽດ, ທ່ານຍິງ ແລະ ທ່ານຊາຍ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ທີ່ນັບຖື ແລະ ຮັກແພງທັງຫລາຍ.

ກອງປະຊຸມລະດັບຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາທີ່ຈັດຂຶ້ນຄັ້ງທໍາອິດ ຢູ່ ສປປ ລາວ ມາຮອດນີ້ ແມ່ນໃກ້ຈະສໍາເລັດລົງແລ້ວ.ກອງປະຊຸມພວກເຮົາໄດ້ດຳເນີນດ້ວຍບັນຍາກາດຟົດຟື້ນເອົາການເອົາງານ ແລະ ຄວາມຮັບຜິດຊອບສູງເຫັນໄດ້ຈາກບັນດາທ່ານຜູ້ເຂົ້າຮ່ວມ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ເຮັດໃຫ້ພວກເຮົາສາມາດເຫັນໄດ້ສະພາບຄວາມເປັນຈິງໃນແຕ່ລະໄລຍະ, ກວມລວມຮອບດ້ານ ແລະ ເລິກເຊິ່ງກວ່າເກົ່າ,ພ້ອມດຽວກັນນີ້ ຍັງໄດ້ປຶກສາຫາລືກ່ຽວກັບວິທີການ, ມາດຕະການແກ້ໄຂບັນຫາຕ່າງໆລວມທັງບົດຮຽນທີ່ຖອດຖອນໄດ້ ເພື່ອສືບຕໍ່ຮ່ວມມືດ້ານວຽກງານປະຊາກອນແລະ ການພັດທະນາໃນຕໍ່ໜ້າ.

ຂ້າພະເຈົ້າຕີລາຄາສູງ ແລະ ສະຫຼຸບໄດ້ວ່າກອງປະຊຸມລະດັບຊາດຄັ້ງທຳອິດຂອງພວກເຮົາ ບັນລຸໄດ້ຈຸດປະສົງຄາດໝາຍທີ່ວາງໄວ້ທຸກປະການ. ຂ້າພະເຈົ້າ ຊົມເຊີຍໝາກຜົນດັ່ງກ່າວນີ້ຢ່າງສຸດໃຈ.

ບັນດາທ່ານ ທີ່ນັບຖື ແລະ ຮັກແພງ!

ໃນນາມລັດຖະບານ ແຫ່ງ ສປປ ລາວຂ້າພະເຈົ້າຂໍໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຊຸກຍູ້ຢ່າງແຂງແຮງການຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ແຜນດຳເນີນງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ ໂດຍຈະຊຸກຍູ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຍຸດທະສາດ ແລະ ນະໂຍບາຍຂອງຂະແໜງການ,ນະໂຍບາຍແຫ່ງຊາດວ່າດ້ວຍປະຊາກອນແລະການພັດທະນາໂດຍການຮ່ວມມືຢ່າງສະໜິດແໜ້ນແລະການສະຫນັບສະຫນູນຢ່າງທັນການຈາກຄູ່ຮ່ວມພັດທະນາທັງໝົດເພື່ອບັນລຸຄາດໝາຍການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນສູນ, ຄວາມຕ້ອງການໃນການວາງແຜນຄອບຄົວທີ່ບໍ່ຖືກຕອບສະໜອງໃຫ້ເປັນສູນ, ຄວາມຮຸນແຮງບົນພື້ນຖານທາງເພດໃຫ້ເປັນສູນ ແລະ

ການປະພຶດທີ່ເປັນອັນຕະລາຍລວມທັງການແຕ່ງງານຂອງເດັກນ້ອຍ. ຂ້າພະເຈົ້າ ຂໍສະເໜີຮ່າງຖະແຫລງການແຫ່ງຊາດກ່ຽວກັບຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢ່າງຕັ້ງໜ້າດ້ວຍການນຳໃຊ້ຜົນປະໂຫຍດ ແລະ ເພີ່ມຄວາມສາມາດຂອງປະຊາກອນໂດຍການກໍານົດແນວທາງການຈັດຕັ້ງປະຕິບັດທີ່ເປັນຍຸດທະສາດແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ດັ່ງນີ້:

I. ຄຸ້ມຄອງ ນໍາໃຊ້ຜົນປະໂຫຍດທາງດ້ານປະຊາກອນໂດຍ:

1) ສ້າງຕັ້ງຄະນະກໍາມະການປະສານງານລະດັບຊາດດ້ານວຽກງານປະຊາກອນແລະ ການພັດທະນາແລະ ແຜນຈັດຕັ້ງປະຕິບັດຂອງຫຼາຍຂະແໜງການເພື່ອເລັ່ງລັດການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາໂດຍການສືບຕໍ່ເຊື່ອມສານເຂົ້າແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາຂອງຂະແໜງການ ແລະ ທ້ອງຖິ່ນ.

2) ໂດຍການຮ່ວມມືກັບຄູ່ຮ່ວມພັດທະນາໃນລະດັບພາກພື້ນ ແລະ ຈັດຕັ້ງສາກົນຜັນຂະຫຍາຍ“ແຜນງານນາງນ້ອຍ” ແລະ ຂະຫຍາຍວຽກງານເພດສຶກສາໃຫ້ທົ່ວເຖິງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງ ແລະ ເດັກຊາຍ.

3) ຈັດບຸລິມະສິດ ແລະ ເຊື່ອມສານ ລະຫວ່າງການປ່ຽນແປງດ້ານປະຊາກອນ ແລະ ທ່າອ່ຽງການປ່ຽນແປງຂອງໂລກ ເຊັ່ນ: ການປ່ຽນແປງດິນຟ້າອາກາດ, ການຂ້າມຜ່ານດ້ານປະຊາກອນ,ຄວາມແຕກໂຕນຂອງປະຊາກອນ ແລະ ການຫັນເປັນລະບົບດີຈີຕອນ ເຂົ້າໃນການທົບທວນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030).

II. ພວກເຮົາຈະສືບຕໍ່ຄົ້ນຄວ້າ, ກະກຽມສ້າງແຜນຄວາມພ້ອມໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ມີຜົນກະທົບຕໍ່ວຽກງານສາທາລະນະສຸກ, ການປົກປ້ອງສັງຄົມແລະ ແກ້ໄຂບັນຫາຮ່ວມກັນໂດຍ:

4) ເພີ່ມການລົງທຶນໃສ່ການສ້າງລະບົບສາທາລະນະສຸກໃຫ້ມີຄຸນນະພາບ ແລະ ມີຄວາມເຂັ້ມແຂງ, ລວມທັງການບໍລິການສຸຂະພາບທາງເພດ,ສຸຂະພາບຈະເລີນພັນແລະ ການຕໍ່ຕ້ານການໃຊ້ຄວາມຮຸນແຮງທາງເພດ; ການສະໜອງການບໍລິການຜ່ານຍຸດທະສາດແຫ່ງຊາດ ກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ການປັບຕົວດ້ານສຸຂະພາບ

5) ສ້າງຫຼັກຖານ ແລະ ຂໍ້ມູນ ສະເພາະຂອງປະເທດໃຫ້ເປັນລະບົບເຂັ້ມແຂງ ໂດຍເລັ່ງໃສ່ບັນຫາທາງສັງຄົມ ແລະ ບົດບາດຍິງ-ຊາຍທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ,ລວມທັງສຸຂະພາບທາງເພດ,ສຸຂະພາບຈະເລີນພັນ ແລະ ເປັນຂໍ້ມູນຮັບໃຊ້ການສ້າງຍຸດທະຊາດລະດັບຊາດ ແລະ ແຜນດຳເນີນງານຕ່າງໆ.

6) ສືບຕໍ່ປັບປຸງ ແລະ ສ້າງຕັ້ງເຄືອຂ່າຍໜ່ວຍງານທີ່ຮັບຜິດຊອບວຽກງານການປ່ຽນແປງດິນຟ້າອາກາດ ແລະສິດທິຂອງແມ່ຍິງ ແລະ ເດັກຍິງເຊິ່ງປະກອບດ້ວຍສະຖາບັນຂອງລັດຖະບານ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ.

III. ພວກເຮົາຈະຊຸກຍູ້ສົ່ງເສີມສຸຂະພາບແລະຊີວິດການເປັນຢູ່ຂອງປະຊາຊົນລວມທັງສິດທິທາງດ້ານສຸຂະພາບທາງເພດແລະສຸຂະພາບຈະເລີນພັນ ໂດຍ:

7) ລະດົມຂົນຂວາຍການຮ່ວມມື ແລະ ເພີ່ມທະວີການລົງທຶນໃສ່ການວາງແຜນຄອບຄົວ ດ້ວຍການສ້າງຍຸດທະສາດການວາງແຜນຄອບຄົວ ແລະ ຄາດຄະເນງົບປະມານໃຊ້ເຂົ້າໃນການຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບສະພາບການປ່ຽນແປງໃໝ່.

8) ສ້າງຍຸດທະສາດແພດຜະດຸງຄັນ ພ້ອມທັງຄາດຄະເນງົບປະມານໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ເພື່ອຮັບປະກັນວ່າແພດຜະດຸງຄັນທັງໝົດໄດ້ຮັບການຝຶກອົບຮົມເປັນຢ່າງດີ ແລະ ນຳເອົາບົດຮຽນໄປໜູນໃຊ້ຢູ່ໃນສະຖານທີ່ຮັກສາສຸຂະພາບໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ.

9) ການລົງທຶນໃສ່ການບໍລິການສຸຂະພາບທີ່ເປັນມິດກັບໄວໜຸ່ມ ລວມທັງກຸ່ມທີ່ມີຄວາມສ່ຽງ.

IV.        ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຄຸ້ມຄອງຂໍ້ມູນປະຊາກອນ ແລະ ຂອບການຕິດຕາມກວດກາລະດັບຊາດເພື່ອການພັດທະນາເສດຖະກິດ-ສັງຄົມໂດຍ:

10)ໃຫ້ບຸລິມະສິດ ແລະ ຮັບປະກັນການນຳໃຊ້ຜົນຂອງການສຳຫຼວດພົນລະເມືອງ 2025 ແລະ ການສຳຫຼວດດັດສະນີໝາຍສັງຄົມລາວຄັ້ງທີIII ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ10 ປີ(2026-2030).

11) ລົງທຶນໃສ່ການສ້າງຫຼັກຖານກ່ຽວກັບທ່າອ່ຽງການປ່ຽນແປງ ທີ່ອາດເກີດຂຶ້ນເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ,ການຂ້າມຜ່ານທາງດ້ານປະຊາກອນ,ຄວາມແຕກໂຕນຂອງປະຊາກອນແລະ ການຫັນເປັນລະບົບດິຈິຕອນເພື່ອການວາງນະໂຍບາຍແລະ ແຜນງານທີ່ເປັນຍຸດທະສາດ.

12) ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຄຸ້ມຄອງຂໍ້ມູນບໍລິຫານແຫ່ງຊາດ, ລວມທັງການຈົດທະບຽນພົນລະເມືອງແລະ ສະຖິຕິພົນລະເມືອງ ເປັນຕົ້ນ:ຂໍ້ມູນແຍກເພດ, ຊົນເຜົ່າ, ການສຶກສາ, ສາທາລະນະສຸກ ແລະ ຄົນພິການ;ລະບົບການຄຸ້ມຄອງຂໍ້ມູນຂອງຂະແໜງການແລະອື່ນໆ... ເພື່ອຮັບປະກັນໃຫ້ມີຂໍ້ມູນທັນເວລາໃນການຕັດສິນບັນຫາ ແລະ ວາງແຜນ.

V.         ພວກເຮົາຈະມີສ່ວນຮ່ວມແລະຮັບປະກັນສາມາດນໍາໃຊ້ທ່າແຮງຊັບພະຍາກອນແລະ ບຸກຄະລາກອນທັງຫມົດຢູ່ພາຍໃນລວມທັງພາກເອກະຊົນແລະອົງການຈັດຕັ້ງທາງສັງຄົມ ເພື່ອ ສະໜັບການໜູນແຜນດໍາເນີນງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາໂດຍ:

13) ການນຳມາໃຊ້ເຕັກໂນໂລຊີ, ນະວັດຕະກໍາ ແລະ ຜົນປະໂຫຍດຈາກຄວາມກ້າວໜ້າທາງວິທະຍາສາດ

14) ສົ່ງເສີມການເປັນຜູ້ປະກອບການ ແລະ ການສ້າງວຽກເຮັດງານທຳໃຫ້ໝົດທຸກຄົນເພື່ອພ້ອມກັນກ້າວໄປຂ້າງໜ້າ.

 ລັດຖະບານແຫ່ງ ສປປ ລາວ ຢືນຢັນຄໍາໝັ້ນສັນຍາທີ່ໃຫ້ໄວ້ກັບປະເທດຕ່າງໆທີ່ຈະຈັດຕັ້ງປະຕິບັດແຜນການ, ນະໂຍບາຍ ແລະ ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ ໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ແຜນດຳເນີງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ.

ສະນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ, ອົງການ ສປຊ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ຈົ່ງເອົາປະຊາກອນທີ່ລັດຖະບານເຮົາຖືເຂົ້າເປັນຈຸດໝາຍ ແລະ ກຳລັງພັດທະນານັ້ນ ເປັນໃຈກາງຂອງແຜນພັດທະນາລະດັບຊາດ ແລະ ລະດັບທ້ອງຖິ່ນເພື່ອໃຫ້ໃຫ້ສອດຄ່ອງກັບ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ແຜນດຳເນີງານຂອງກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ.

 

( ຈົບ)