You are here

ທີ່ ນະຄອນຫຼວງວຽງຈັນ, ວັນທີ 6 ສິງຫາ 2021 - ກອງປະຊຸມປຶກສາຫາລືຫຼາຍຫຼາຍຝ່າຍຄັ້ງທຳອິດ ທີ່ກ່ຽວກັບຄວາມຮຸນແຮງບົນພື້ນຖານທາງເພດໄດ້ຖືກຈັດຂຶ້ນໃນວັນສຸກ ທີ 6 ສິງຫາ ທີ່ຜ່ານມາ ໂດຍກະຊວງສາທາລະນະສຸກພາຍໃຕ້ການສະໜັບສະໜູນຈາກອົງການ ສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA). ໃນກອງປະຊຸມຄັ້ງນີ້, ມີຫຼາຍພາກສ່ວນທີ່ເຮັດວຽກກ່ຽວກັບການຕ້ານຄວາມຮຸນແຮງບົນພື້ນຖານທາງເພດໄດ້ເຂົ້າຮ່ວມ ຄື ກະຊວງສາທາລະນະສຸກ, ສະຫະພັນແມ່ຍິງລາວ, ຕຳຫຼວດ, ສານປະຊາຊົນ, ແລະ ພະແນກສັງຄົມສົງເຄາະອື່ນໆ. ກອງປະຊຸມໃນຄັ້ງນີ້ ມີຈຸດປະສົງເພື່ອປຶກສາຫາລື ແລະ ຂຶ້ນແຜນຂໍ້ຕົກລົງກ່ຽວກັບ ກົນໄກການປະສານງານ, ລະບົບການອ້າງອີງຂໍ້ມູນ, ແລະ ຂອບເຂດແຜນງານການຕິດຕາມ ໃນດ້ານການຕອບໂຕ້ຄວາມຮຸນແຮງ ບົນພື້ນຖານທາງເພດ ໃຫ້ມີຄວາມເປັນເອກະພາບ.

ການຕອບສະໜອງຂອງຂະແໜງສາທາລະນະສຸກຕໍ່ຄວາມຮຸນແຮງບົນພື້ນຖານທາງເພດ ຖືວ່າເປັນເລື່ອງທີ່ສຳຄັນເພາະທາງພາກສ່ວນສາທາລະນະສຸກແມ່ນເປັນຈຸດໃຫ້ການຊ່ວຍເຫຼືອດ່ານທຳອິດ ສຳລັບແມ່ຍິງທີ່ເປັນຜູ້ເຄາະຮ້າຍຈາກການນຳໃຊ້ຄວາມຮຸນແຮງ ທີ່ພວມຊອກຫາການຊ່ວຍເຫຼືອ ແລະ ປິ່ນປົວ. ການຕອບສະໜອງການໃຫ້ບໍລິການດ້ານສຸຂະພາບທີ່ມີຄຸນນະພາບນັ້ນ ຖືເປັນສິ່ງທີ່ສຳຄັນຫຼາຍໃນການເພີ່ມຄວາມໝັ້ນໃຈວ່າທາງຜູ້ໄດ້ຮັບຜົນກະທົບຈະສາມາດເຂົ້າເຖິງມາດຕະຖານສຸຂະພາບສູງທີ່ສຸດ, ແລະ ພະນັກງານສາທາລະນະສຸກ (ແພດ, ຜະດຸງຄັນ, ໝໍ ແລະ ຜູ້ອື່ນໆ) ແມ່ນ ຜູ້ທຳອິດທີ່ທາງຜູ້ໄດ້ຮັບຜົນກະທົບໄດ້ຕິດຕໍ່ເຂົ້າເຖິງ, ແລະ ບົດບາດຂອງພາກສ່ວນສາທາລະນະສຸກຍັງມີຄວາມສຳຄັນໃນການຮັບປະກັນວ່າທາງຜູ້ໄດ້ຮັບຜົນກະທົບສາມາດເຂົ້າເຖິງລະບົບການຊ່ວຍເຫຼືອແບບຄົບວົງຈອນ.

ກົນໄກການຕອບໂຕ້ຕໍ່ຄວາມຮຸນແຮງບົນພື້ນຖານທາງເພດແບບຫຼາຍຂະແໜງການນີ້ ແມ່ນສ່ວນໜຶ່ງຂອງ ບໍລິການທີ່ຈຳເປັນ ແລະ ເລັ່ງດ່ວນ Essential Services Package (ESP) ເພື່ອເປັນການປ້ອງກັນ ແລະ ຕອບສະໜອງຕໍ່ຄວາມຮຸນແຮງຕໍ່ກັບແມ່ຍິງແລະເດັກຍິງ. ESP ແມ່ນອຸປະກອນທີ່ຊ່ວຍຄົ້ນຫາການບໍລິການທີ່ສຳຄັນໃຫ້ແມ່ຍິງແລະເດັກຍິງທຸກຄົນ ຜູ້ທີ່ໄດ້ຜະເຊີນກັບຄວາມຮຸນແຮງບົນພື້ນຖານທາງເພດ, ລວມເຖິງການບໍລິການທີ່ສະໜອງໂດຍໜ່ວຍງານສາທາລະນະສຸກ, ພະແນກປະກັນສັງຄົມ, ຂະແໜງປ້ອງກັນຄວາມສະຫງົບ ແລະ ຂະແໜງຍຸຕິທຳ. ການປະຕິບັດ ESP ໄດ້ນັ້ນ ຕ້ອງມີການເຂົ້າຮ່ວມປະສານງານຈາກຫຼາຍຂະແໜງການໃນການຕອບໂຕ້ຄວາມຮຸນແຮງບົນພື້ນຖານທາງເພດ.

ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ໄດ້ກ່າວວ່າ: ຂ້າພະເຈົ້າ ຢາກຂໍຂອບໃຈ ແລະ ຂໍສະແດງຄວາມຍິນດີກັບທາງລັດຖະບານ ໃນການສືບຕໍ່ເຮັດຕາມຄຳໝັ້ນສັນຍາໃນການຢຸດຢັ້ງຄວາມຮຸນແຮງຕໍ່ແມ່ຍິງ, ເຊິ່ງຄຳສັນຍາດັ່ງກ່າວໄດ້ຮັບຜົນສຳເລັດໂດຍຜ່ານການຮ່ວມມືຈາກຄູ່ຮ່ວມມືຫຼາກຫຼາຍພາກສ່ວນ, ການປັບປຸງນະໂຍບາຍດ້ານກົດໝາຍ, ແລະ ເສີມສ້າງຄວາມສາມາດຂອງບຸກຄະລາກອນທີ່ກ່ຽວຂ້ອງ. ຂ້າພະເຈົ້າ ຂໍຊື່ນຊົມຜົນງານຂອງການນຳໃນການແກ້ໄຂບັນຫາຄວາມຮຸນແຮງຕໍ່ແມ່ຍິງແລະເດັກຍິງ ເຊິ່ງເປັນບັນຫາລະດັບໂລກແລະລະດັບຊາດອີກດ້ວຍ

ອົງການ UNFPA ໄດ້ຮ່ວມມືນຳລັດຖະບານລາວ ໃນການຈັດຕັ້ງກົນໄກປະສານງານລະດັບຊາດ ແລະ ການສົ່ງຕໍ່ຂໍ້ມູນກ່ຽວກັບການນຳໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ, ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານສາທາະລະນະສຸກ. ການມີສ່ວນຮ່ວມໃນແຕ່ລະຢ່າງແມ່ນກົງກັບຂໍ້ຕົກລົງການຮ່ວມມືສາກົນທີ່ ສປປ ລາວ ໄດ້ຕົກລົງໄວ້, ລວມເຖິງຄຳໝາຍໝັ້ນຕໍ່ກັບສົນທິສັນຍາ CEDAW ແລະ ICPD25, ແລະ ລວມກັບການເຂົ້າເຖິງໃນແບບຂັ້ນເທິງລົງລຸ່ມ ແລະ ລຸ່ມຂຶ້ນເທິງ ການສ້າງຄວາມສາມາດໃຫ້ແກ່ພະນັກງານຜູ້ຮັບຜິດຊອບໃນວຽກງານດ້ານນີ້ ໃນການສືບຫາແລະປ້ອງກັນຄວາມຮຸນແຮງບົນພື້ນຖານທາງເພດ, ພ້ອມກັນນັ້ນສ້າງຄວາມຮັບຮູ້ດ້ານສິດທິໃຫ້ແກ່ຜູ້ທີ່ຖືສິດທິ ໃຫ້ເຂົາຮູ້ຈັກວິທີການໃນການນຳໃຊ້ສິດທິຖືກຕ້ອງຂອງຕົນ.

ເພື່ອສອບຖາມຂໍ້ມູນເພີ່ມຕື່ມ:

ທ່ານ ນາງ ອຸໄລວັນ ໄຊຍະລາດ

ຜູ້ຮັບຜິດຊອບແຜນງານ, ອົງການ UNFPA ລາວ National Program Analyst, UNFPA Laos

sayarath@unfpa.org

ທ່ານ ນາງ ວັນລີ ລໍກວາງມິງ

ນັກວິເຄາະດ້ານການສື່ສານ ແລະ ການເປັນຄູ່ຮ່ວມມື, ອົງການ UNFPA ປະຈຳລາວ

lorkuangming@unfpa.org