You are here

ວັນທີ 11 ສິງຫາ 2023, ນະຄອນຫຼວງວຽງຈັນສປປ ລາວ - ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (LYU), ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA) ແລະ ສະຫະພາບເອີຣົບ ປະຈໍາ ສປປ ລາວ ຮ່ວມກັນຈັດງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ ທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ. ງານສະເຫຼີມສະຫຼອງຄັ້ງນີ້ ເຂົ້າຮ່ວມໂດຍໄວໜຸ່ມທັງຍິງ ແລະ ຊາຍ ຈໍານວນຫຼາຍກວ່າ 500 ຄົນ ທ່າມກາງບັນຍາກາດແຫ່ງແນວຄິດສ້າງສັນ, ການ​ສະ​ແດງ​ສິລະ​ປະ, ການ​ນຳພາ​ຂອງ​ໄວໜຸ່ມ​ເພື່ອ​ຍົກລະດັບ​ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ ແລະ  ການຖືເອົາໄວ​ໜຸ່ມ​ເປັນ​ໃຈກາງ​ຂອງ​ນະ​ໂຍບາຍ ​ແລະ ການປະຕິບັດດ້ານການພັດທະນາ.

ການສະເຫຼີມສະຫຼອງວັນໄວໜຸ່ມສາກົນໃນປີນີ້ ໄດ້ມີການດໍາເນີນກິດຈະກໍາຕ່າງໆທີ່ນຳພາໂດຍໄວໜຸ່ມ ເຊິ່ງເລີ່ມຕົ້ນຕັ້ງແຕ່ວັນທີ 11 ກໍລະກົດ ແລະ ສືບຕໍ່ຕະຫຼອດເດືອນກໍລະກົດ. ຈຸດປະສົງແມ່ນເພື່ອສ້າງພື້ນທີ່ໃຫ້ໄວໜຸ່ມ ໄດ້ຈັດກິດຈະກຳທີ່ມີແນວຄິດສ້າງສັນ ພ້ອມທັງຊຸກຍູ້ໃຫ້ໄວໜຸ່ມໄດ້ພັດທະນາຂີດຄວາມສາມາດພອນສະຫວັນ ແລະ ທັກສະຂອງຕົນ.

 

ຫົວ​ຂໍ້​ຂອງ​ປີ​ນີ້: ທັກສະສີ​ຂຽວ​ສຳ​ລັບ​ຊາວ​ໜຸ່ມ​ເພື່ອ​ຄວາມ​ຍືນ​ຍົງ​ຂອງ​ໂລກ” ແມ່ນ​ມີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ​ ເພາະມັນ​ເຊື່ອມ​ໂຍງການ​ເຄື່ອນ​ໄຫວດ້ານ​ສິ່ງ​ແວດ​ລ້ອມ ​ເຂົ້າ​ໃນ​ວາ​ລະການ​ພັດ​ທະ​ນາ​ຂອງ​ໂລກ. ພາຍໃນງານມີການຈັດກິດຈະກໍາຕ່າງໆຮ່ວມກັນ ໂດຍບັນດາຄູ່ຮ່ວມງານ ພາຍໃຕ້ແຄມເປນໂຄສະນາໃນທົ່ວໂລກຂອງ UNFPA ກໍຄື: "ຂ້ອຍຮ່າງກາຍຂອງຂ້ອຍໂລກຂອງຂ້ອຍ,ອະນາຄົດຂອງຂ້ອຍ" ເພື່ອສົ່ງເສີມວິທີການເຮັດວຽກໂດຍຫຼາຍພາກສ່ວນທີ່ເຊື່ອມໂຍງກັນ ເພື່ອປັບປຸງສະຫວັດດີການຂອງໄວຫນຸ່ມ ໂດຍຄໍານຶງເຖິງຄວາມຕ້ອງການດ້ານສຸຂະພາບຈະເລີນພັນ ແລະ ສິດທິທາງເພດຂອງເຂົາເຈົ້າ ພ້ອມທັງຄໍານຶງເຖິງບັນຫາດ້ານສິ່ງແວດລ້ອມ; ໂດຍສະເພາະແມ່ນບັນຫາສໍາຄັນທີ່ຖ້າບໍ່ໄດ້ຮັບການແກ້ໄຂ ຈະ​ສົ່ງ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຕໍ່​ຄຸນ​ນະພາ​ບຊີວິດ​ຂອງ​ປະຊາກອນ.

ການຫັນປ່ຽນໄປສູ່ໂລກສີຂຽວທີ່ສຳເລັດຜົນ ຂຶ້ນກັບການພັດທະນາທັກສະສີຂຽວຂອງໄວໜຸ່ມລວມທັງຄວາມຮູ້ດ້ານວິຊາການ  ເພື່ອໃຫ້ເຂົາເຈົ້າໄດ້ນຳໃຊ້ເຕັກໂນໂລຊີສີຂຽວ ແລະ ການປະຕິບັດທີ່ເປັນມິດຕໍ່ສິ່ງແວດລ້ອມພ້ອມທັງຍຶດຖືຄຸນຄ່າ ແລະ ທັດສະນະຄະຕິຕ່າງໆ ເພື່ອຊ່ວຍເຂົາເຈົ້າໃນການຕັດສິນໃຈບັນຫາໃນການດໍາລົງຊີວິດ ທີ່ສົ່ງຜົນຕໍ່ຄວາມຍືນຍົງດ້ານສິ່ງແວດລ້ອມ.

ທ່ານ ນວນທອງ ສຸວັນວິໄຊ ກ່າວວ່າ: “ການສະເຫລີມສະຫລອງວັນໄວໜຸ່ມສາກົນ ປັດຈຸບັນໄດ້ກາຍເປັນປະເພນີປະຕິບັດ ທີ່ສ້າງໂອກາດໃຫ້ໄວໜຸ່ມໄດ້ສະແດງຄວາມສາມາດທາງດ້ານສະຕິປັນຍາ ແລະ ຮ່າງກາຍຂອງເຂົາເຈົ້າ ໂດຍຜ່ານກິດຈະກຳຕ່າງໆທີ່ເຂົາເຈົ້າອອກແບບ ແລະ ນໍາພາຈັດຕັ້ງປະຕິບັດໂດຍໄວໜຸ່ມເອງ. ການສະເຫຼີມສະຫຼອງວັນໄວໜຸ່ມສາກົນ ເປັນພື້ນທີ່ສໍາລັບຜູ້ໃຫຍ່ ແລະ ໄວຫນຸ່ມໄດ້ພົບກັນ ແລະ ສົນທະນາແລກປ່ຽນຄວາມຄິດ ແລະ ປະສົບການ ຂອງພວກເຂົາ ເພື່ອໃຫ້ມີສຽງ ແລະ ການປະກອບສ່ວນຂອງໄວຫນຸ່ມຈາກທຸກໆກຸ່ມທີ່ຫຼາກຫຼາຍ ເຂົ້າໃນໃນການພັດທະນາຂອງລາວ. ພວກເຮົາຈະບໍ່ສາມາດມີຄວາມຈະເລີນຮຸ່ງເຮືອງ ແລະ ຂະຫຍາຍຕົວໄດ້ ຖ້າບໍ່ມີການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ທີ່ຄໍານຶງເຖິງບົດບາດຂອງສະມາຊິກທຸກພາກສ່ວນໃນສັງຄົມໂດຍສະເພາະແມ່ນໄວໜຸ່ມທີ່ເປັນຕົວແທນເຄິ່ງໜຶ່ງຂອງປະຊາກອນໃນລາວ”.

ການສົ່ງເສີມພາວະຄວາມເປັນຜູ້ນໍາຂອງໄວໜຸ່ມ ໂດຍການສ້າງເວທີການຮຽນຮູ້ການສະແດງຄວາມສາມາດ ແລະ ການມີສ່ວນຮ່ວມໃນສັງຄົມ ເປັນສ່ວນຫນຶ່ງຂອງແຜນພັດທະນາຊາວໜຸ່ມ ແລະ ເຍົາວະຊົນ ແລະ ຍຸດທະສາດການພັດທະນາຊາວໜຸ່ມ ແລະ ເຍົາວະຊົນ ແຫ່ງຊາດ 2021-2030  ພ້ອມທັງສະແດງເຖິງຄໍາໝາຍໝັ້ນຂອງລັດຖະບານລາວ ຕໍ່ກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD25).

ກິດຈະກໍາໃນວັນງານສະ​ເຫຼີ​ມສະຫຼອງວັນໄວໜຸ່ມສາກົນລວມມີ​ ການ​ແຂ່ງຂັນ​ແຕ້ມ​ຮູບ ​ແລະ ສະແດງ​ລະຄອນເວທີການ​ໂຕ້​ວາທີ ​ແລະ ເວທີ​ສົນທະນາການ​ໂຄສະນາປູກຈິດສໍານຶກຜ່ານ​​ສື່​ສັງຄົມອອນລາຍ ​ແລະ ອື່ນໆ. ງານສະເຫຼີມສະຫຼອງຄັ້ງນີ້ ຍັງ​ໄດ້ເຕົ້າໂຮມ​​ຜູ້ຕາງໜ້າ​ຈາກ​ບັນດາ​ກະຊວງອົງການ​ສະຫະ​ປະຊາ​ຊາດຜູ້​ໃຫ້​ທຶນສື່​ມວນ​ຊົນ, INGOs ​ແລະ ອົງການຈັດຕັ້ງທາງສັງຄົມໃນທ້ອງຖິ່ນ ແລະ ພາກເອກະຊົນ ມາເຂົ້າຮ່ວມ​ ເພື່ອ​ຊຸກຍູ້ການ​ສົນທະນາ ກ່ຽວກັບຂໍ້ລິເລີ່ມຮ່ວມກັນ ແລະ ສົ່ງເສີມບົດບາດຂອງ      ໄວໜຸ່ມໃນຖານະເປັນ ຜູ້ຂັບເຄື່ອນການປ່ຽນແປງຜູ້ຊ່ຽວຊານດ້ານນະວັດຕະກໍາ ແລະ ຜູ້ນໍາຂອງສປປ ລາວ ເພື່ອຍາດແຍ່ງຜົນປະໂຫຍດດ້ານປະຊາກອນ.

 

ທ່ານ ເວັງຊອງ ເວຍ, ຮັກສາການ ອຸປະທູດ, ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປລາວ ​ເນັ້ນ​ຢໍ້າ​ວ່າ: ຫົວ​ຂໍ້​ຂອງ​ປີ​ນີ້​ແມ່ນສອດຄ່ອງ​ກັບ​ຈຸດປະສົງ​ບຸລິມະສິດ​ຂອງສະຫະພາບເອີຣົບ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ ກໍຄື​ການ​ສ້າງ​ຄວາມເຂັ້ມແຂງ​ໃຫ້​ໄວໜຸ່ມ​ໃນ​ທົ່ວ​ໂລກ ໃຫ້​ມີ​ບົດບາດ​ເປັນຜູ້ນໍາໃນ​ການ​ຫັນປ່ຽນ​ສີຂຽວ​ທີ່​ຈຳ​ເປັນ​ ເພື່ອ​ປົກ​ປັກ​ຮັກສາຜືນແຜ່ນດິນຂອງພວກເຮົາ. ​ເພື່ອ​ບັນລຸ​ຈຸດປະສົງ​ດັ່ງກ່າວ,​ ສະຫະພາບເອີຣົບໄດ້​ເພີ່ມ​ທະວີ​ການ​ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ຂອງ​ໄວໜຸ່ມ​ໃນ ສປປ ລາວ ​ຕະຫຼອດໄລຍະ  2 ປີທີ່ຜ່ານມາ.

ສະແດງຄວາມຊົມເຊີຍຕໍ່ທ່າແຮງຂອງໄວໜຸ່ມໃນລາວ ແລະ ຕີລາຄາສູງຄວາມໝາຍໝັ້ນໃນລະດັບຊາດ ໃນການສະໜັບສະໜູນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມໂດຍສະເພາະແມ່ນການປົກປ້ອງ ແລະ ສົ່ງເສີມສິດທິ ແລະ ທາງເລືອກຂອງໄວໜຸ່ມ ເຊິ່ງແມ່ນພື້ນຖານຂອງການພັດທະນາ. ທ່ານ ​ບາກທິຢໍ ຄາດິເຣິບ ກ່າວ​ວ່າ: ການ​ລົງ​ທຶນ​ໃນແຜນງານ​ເພດ​ສຶກສາຮອບດ້ານ ແລະ ​ການສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ໄວໜຸ່ມ ແມ່ນ​ກຸນແຈ​ສຳ​ຄັນ​ໃນ​ການ​ສ້າງ​ທັກ​ສະ​ໃຫ້​ຜູ້​ນຳ​ໄວ​ໜຸ່ມ. ທັກສະສີຂຽວແມ່ນອົງປະກອບທີ່ສໍາຄັນຂອງທັກສະທາງສັງຄົມ (soft skills) ທີ່  UNFPA ໄດ້ສະຫນອງໃຫ້ແກ່ໄວຫນຸ່ມເພື່ອຊ່ວຍໃຫ້ພວກເຂົາກຽມຄວາມພ້ອມໄດ້ດີຂຶ້ນ ແລະ ຮັບຮູ້ເຖິງລະບົບນິເວດທັງຫມົດ ທີ່ຕ້ອງການຄວາມເອົາໃຈໃສ່ຈາກໄວໜຸ່ມໃນການຕັດສິນໃຈ ແລະ ການປະຕິບັດເພື່ອການພັດທະນາ. ທາງເລືອກທີ່ເລືອກໃນ​ມື້​ນີ້ ​ຈະ​ປູເສັ້ນທາງໃນອະນາຄົດ​ຂ້າງໜ້າ ​ ເພາະ​ສະ​ນັ້ນ ໄວໜຸ່ມ​ຕ້ອງ​ສາມາດ​ຕັດສິນ​ໃຈ​ໄດ້ຢ່າງມີທາງເລືອກ ແລະ ຊາບຂໍ້ມູນ ​ໂດຍ​ອີງ​ໃສ່​ສິດທິບຸລິມະສິດ ​ແລະ ຂໍ້​ມູນ​ຂ່າວສານ​ທີ່​ມີ​ຄຸນ​ນະພາ​ບ​ທ່ານ ດຣ ບາກທິຢໍ ຄາດິເຣິບຜູ້ຕາງໜ້າອົງການ UNFPA

 

ຕະຫຼອດປີນີ້, ອົງການ UNFPA ຈະສືບຕໍ່ສະໜັບສະໜູນບັນດາການເຄື່ອນໄຫວທີ່ນຳພາໂດຍໄວໜຸ່ມພາຍໃຕ້ແຄມເປນ: ຂ້ອຍຮ່າງກາຍຂອງຂ້ອຍໂລກຂອງຂ້ອຍອະນາຄົດຂອງຂ້ອຍ” ໂດຍຜ່ານການຈັດກອງປະຊຸມການແຂ່ງຂັນກິດຈະກໍາແກ້ໄຂບັນຫາທີ່ທ້າທາຍການສະໜັບສະໜູນນະວັດຕະກຳ ແລະ ການເຕົ້າໂຮມບັນດາຄູ່ຮ່ວມງານທີ່ບໍ່ແມ່ນແບບດັ້ງເດີມເຂົ້າມາມີສ່ວນຮ່ວມເຊັ່ນ: ສື່ມວນຊົນ ແລະ ພາກເອກະຊົນ.

***

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ.

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org