ທີ່ນະຄອນຫຼວງວຽງຈັນ, ວັນທີ 16 ເດືອນສິງຫາ 2021- ອາສາສະໝັກໄວໜຸ່ມຈາກຫຼາກຫຼາຍຊົນເຜົ່າ, ຜູ້ປະກອບການທີ່ເປັນໄວໜຸ່ມ, ໄວໜຸ່ມຈາກກຸ່ມຄວາມຫຼາກຫຼາຍທາງເພດ ແລະ ໄວໜຸ່ມຍິງຈາກສູນພັດທະນາແມ່ຍິງພິການ ໄດ້ຮ່ວມກັນສະແດງຄວາມຄິດເຫັນຜ່ານສື່ອອນລາຍໃນເລື່ອງຄວາມກັງວົນ, ມູມມອງ, ແລະ ຄວາມຕ້ອງການຕ່າງໆ ໃນໄລຍະການລະບາດຂອງພະຍາດໂຄວິດ-19. ງານເຝິກອົບຮົມອອນລາຍທີ່ນຳພາໂດຍໄວໜຸ່ມ ແມ່ນໄດ້ຈັດຂຶ້ນໂດຍສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ(UNFPA), ທະນາຄານລາວ-ຝຣັ່ງ(BFL), ແລະ ກຸ່ມພູມໃຈທີ່ເປັນເຮົາ Proud to Be Us Laos.
ໄວໜຸ່ມຍິງພິການແມ່ນກຸ່ມທີ່ໄດ້ຮັບຄວາມສ່ຽງສູງສຸດໃນທຸກໆດ້ານໃນໄລຍະການດຳລົງຊີວິດຂອງເຂົາ, ນາງ ຈອມໃຈ ເພຍນາມ ຈາກສູນພັດທະນາແມ່ຍິງພິການ ໄດ້ກ່າວເອົາໄວ້. ເພິ່ນໄດ້ແບ່ງປັນຕື່ມອີກວ່າ: “ຄົນສ່ວນຫຼາຍຍັງສະແດງພຶດທິກຳດ້ານລົບຕໍ່ຄົນພິການ, ສິ່ງແວດລ້ອມໂດຍທົ່ວໄປແມ່ນມີຄວາມບໍ່ເປັນມິດຕໍ່ຄົນພິການເລີຍ. ພວກເຂົາຍັງໄດ້ປະເຊີນກັບບັນຫາດ້ານການສື່ສານເພາະຜະລິດຕະພັນທີ່ສະໜອງການສື່ສານໂດຍໃຊ້ພາສາມືແມ່ນບໍ່ມີໃຫ້ນຳໃຊ້ເລີຍ”
ອາສາສະໝັກໄວໜຸ່ມ, ຈາກແຂວງຫຼວງນ້ຳທາ; ນາງ ມຸກດາວັນ ເຈືອຫຼວງເທບ, ໄດ້ແບ່ງປັນປະສົບການຂອງລາວ. ລາວພວມກະກຽມເສັງເຂົ້າມະຫາວິທະຍາໄລແຫ່ງຊາດ ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19, ໄດ້ເຮັດໃຫ້ລາວບໍ່ສາມາດເດີນທາງໄປນະຄອນຫຼວງວຽງຈັນເພື່ອດຳເນີນການສອບເສັງ, “ຂ້ອຍໄດ້ສຶກສາບົດຮຽນທາງອອນລາຍໃນໄລຍະປິດເມືອງ. ຂ້ອຍຫາກໍ່ຮຽນຈົບມັດທະຍົມໃນປີນີ້. ຖ້າຫາກບໍ່ມີມາດຕະການປ້ອງກັນພະຍາດໂຄວິດ-19, ຕອນນີ້ຂ້ອຍໜ້າຈະໄດ້ເລີ່ມສອບເສັງເຂົ້າມະຫາວິທະຍາໄລທີ່ນະຄອນຫຼວງວຽງຈັນແລ້ວ”
ສຸພະດີ ສີບຸນຄູນ, ອາສາສະໝັກໄວໜຸ່ມຈາກກຸ່ມພູມໃຈທີ່ເປັນເຮົາ, ໄດ້ແບ່ງປັນປະສົບການໃນການເປັນໜຶ່ງໃນກຸ່ມຄົນຫຼາກຫຼາຍທາງເພດ ທີ່ມີປະສົບການຖືກຢຽດເພດໃນຫ້ອງຮຽນແລະໃນຊຸມຊົນ. ລາວເວົ້າວ່າ: “ການຖືກຈຳກັດໃນການເຄື່ອນໄຫວຈາກມາດຕະການທີ່ໄດ້ວາງໄວ້ ໄດ້ສ້າງຄວາມຄຽດແລະຄວາມກັງວົນໃຫ້ແກ່ຂ້ອຍເພີ່ມຂຶ້ນ ເພາະຂ້ອຍບໍ່ສາມາດອອກໄປໃຊ້ຊີວິດໄດ້ແບບປົກກະຕີຄືແຕ່ກ່ອນ”. ລາວຫວັງວ່າມື້ໜຶ່ງທາງໝູ່ເພື່ອນໃນຫ້ອງຮຽນແລະຄົນໃນຊຸມຊົນ ຈະສາມາດຍອມຮັບແລະເຂົ້າໃຈໃນຕົວຕົນຂອງລາວ, ແລະໃນເວລາດຽວກັນກໍຫວັງວ່າການລະບາດຂອງພະຍາດໂຄວິດ-19 ຈະຢຸດຕິໂດຍໄວ.
ຜູ້ປະກອບການໄວໜຸ່ມ, ນາງ ແສງສະຫວັນ ຈັນທະວົງສາ, ເຈົ້າຂອງທຸລະກິດຂະໜາດນ້ອຍທີ່ມີຊື່ວ່າ ຜະລິດຕະພັນທຽນຫອມ ພັນລະນາ, ໄດ້ແບ່ງປັນເຖິງຄວາມທ້າທາຍໃນການດຳເນີນທຸລະກິດໄປທາງໜ້າ. “ຂ້ອຍຈຳເປັນຕ້ອງໄດ້ປິດຮ້ານ, ແລະຂ້ອຍກໍບໍ່ສາມາດອອກໄປສົ່ງຜະລິດຕະພັນຂອງຂ້ອຍໃຫ້ແກ່ລູກຄ້າໄດ້, ສະນັ້ນເຫດການນີ້ໄດ້ສ້າງຜົນກະທົບຕໍ່ລາຍຮັບຂອງຂ້ອຍ. ຂ້ອຍຄິດວ່າຜູ້ປະກອບການຫຼາຍໆຄົນກໍປະສົບບັນຫານີ້ເຊັ່ນດຽວກັນ, ໂດຍສະເພາະແມ່ນບັນດາທຸລະກິດຂະໜາດນ້ອຍ”
ທ່ານ ສົມກຽວ ກິ່ງສະດາ, ຫົວໜ້າກົມພົວພັນສາກົນ, ປະຈຳສູນກາງຊາວໜຸ່ມລາວ ໄດ້ກ່າວໄວ້ວ່າ: “ພວກເຮົາຮູ້ວ່າການລະບາດຂອງພະຍາດໂຄວິດ-19 ໄດ້ປ່ຽນແປງວິທີການດຳລົງຊີວິດຂອງພວກເຮົາ ແລະ ສ້າງຄວາມທ້າທ້າຍຫຼາຍຢ່າງໃຫ້ແກ່ໄວໜຸ່ມ. ງານສະເຫຼີມສະຫຼອງໃນຄັ້ງນີ້ ແມ່ນຈະໄດ້ຖືກນຳໃຊ້ເປັນພື້ນທີ່ກາງ ໃຫ້ແກ່ໄວໜຸ່ມທີ່ມີພື້ນຫຼັງທີ່ຫຼາກຫຼາຍ ໄດ້ມາແບ່ງປັນປະສົບການແລະຄວາມກັງວົນຕ່າງໆໃນຊີວິດຈິງຂອງເຂົາ. ສຽງຂອງໄວໜຸ່ມແມ່ນມີຄວາມສຳຄັນຫຼາຍໃນການເອົາໄປປະກອບເຂົ້າໃນແຜນການຈັດຕັ້ງປະຕິບັດແຜນຍຸດທະສາດທີ່ໄດ້ຖືກຮອງຮັບຫຼ້າສຸດ ນັ້ນກໍຄືແຜນຍຸດທະສາດແຫ່ງຊາດຕໍ່ເດັກແລະໄວໜຸ່ມ”
“ໄວໜຸ່ມແມ່ນກະແຈສຳຄັນໃນການຂັບເຄື່ອນການຈັດຕັ້ງປະຕິບັດຂໍ້ຕົກລົງການປະຕິບັດແລະການບັນລຸເປົ້າໝາຍການພັດທະນາແບບຍື່ນຍົງຂອງ ICPD. ຢູ່ອົງການ UNFPA, ໄດ້ສົ່ງເສີມການອອກສຽງ, ການມີສ່ວນຮ່ວມ ແລະ ບົດບາດຂອງໄວໜຸ່ມ ໃນບົດບາດຂອງຄູ່ຮ່ວມພັດທະນາ. ໂຄງການລົນນະລົງທີ່ມີຊື່ວ່າ ຂ້ອຍ, ຮ່າງກາຍຂອງຂ້ອຍ, ອານາຄົດຂອງຂ້ອຍ, ໂລກຂອງຂ້ອຍ, ໄດ້ສ້າງພື້ນທີ່ກາງໃຫ້ໄວໜຸ່ມໄດ້ສາມາດອອກສຽງອອກຄຳເຫັນ ແລະ ລົງມືປະຕິບັດແກ້ໄຂບັນຫາຕ່າງໆທີ່ມີຜົນກະທົບຕໍ່ສຸຂະພາບຂອງເຂົາ, ລວມເຖິງສຸຂະພາບທາງຈິດ, ແລະ ພາກສ່ວນອື່ນໆທີ່ສ້າງກັງວົນແກ່ການເປັນຢູ່ຂອງເຂົາ” ທ່ານ ເທັຈ ຣາມ ຈັທ, ຜູ້ຊ່ຽວຊານແຜນ ສຸຂະພາບທາງເພດແລະການຈະເລີນພັນຂອງເດັກ ປະຈຳອົງການ UNFPA ໄດ້ກ່າວໄວ້.
ໃນງານໄດ້ມີການສະຫຼຸບປະເດັນໂດຍທາງໄວໜຸ່ມທີ່ໄດ້ເຂົ້າຮ່ວມໄດ້ໃຫ້ຂໍ້ສະເໜີຕ່າງໆເພື່ອໄປພິຈະລະນາແລະເລັ່ງແກ້ໄຂຢ່າງຮີບດ່ວນດັ່ງນີ້:
- ສ້າງການຍອມຮັບຂອງສັງຄົມຕໍ່ກຸ່ມຄົນທີ່ເພດຫຼາກຫຼາຍແລະຄົນພິການ ໂດຍການຈັດຕັ້ງໂຄງການລົນນະລົງແລະສົ່ງເສີມຄວາມເຂົ້າໃຈໃນພື້ນທີ່ສະທາລະນະຫຼາຍຂຶ້ນ.
- ໃຫ້ໝັ້ນໃຈວ່າການບໍລິການແລະຂໍ້ມູນດ້ານສຸຂະພາບແມ່ນສາມາດເຂົ້າເຖິງໂດຍໄວໜຸ່ມທຸກຄົນ, ເນັ້ນໜັກແມ່ນໃຫ້ທາງກຸ່ມຄົນເພດຫຼາກຫຼາຍ, ໄວໜຸ່ມພິການ ແລະ ໄວໜຸ່ມຊົນເຜົ່າ ສາມາດເຂົ້າເຖິງຂໍ້ມູນແລະການບໍລິການດັ່ງກ່າວ.
- ໃຫ້ຜະລິດອຸປະກອນສະໜອງການໃຫ້ຂໍ້ມູນ, ການສຶກສາ ແລະ ການສື່ສານ(IEC) ໃຫ້ມີຄວາມຫຼາກຫຼາຍຂຶ້ນແລະໃຫ້ສຸມໃສ່ກຸ່ມເພດຫຼາກຫຼາຍ, ກຸ່ມຄົນພິການ, ແລະ ຊຸມຊົນຊົນເຜົ່າຕ່າງໆ.
- ໃຫ້ຊຸກຍູ້ການແກ້ໄຂບັນຫາໂດຍໃຊ້ແນວຄິດແບບປະຍຸກໃໝ່ ເພື່ອໃຫ້ເຂົ້າເຖິງເດັກນ້ອຍແລະໄວໜຸ່ມໃນເຂດຊົນນະບົດ ໂດຍມີເປົ້າໝາຍໃນການຫຼຸດຜ່ອນຄວາມເລື່ອນລ້ຳລະຫວ່າງບຸກຄົນທີ່ສາມາດເຂົ້າເຖິງຂໍ້ມູນແລະອິນເຕີເນັດແລະບຸກຄົນທີ່ບໍ່ສາມາດເຂົ້າເຖິງ.
ງານດັ່ງກ່າວແມ່ນມີຈຸດປະສົງຊຸກຍູ້ໃຫ້ໄວໜຸ່ມກ້າອອກສຽງອອກຄຳຄິດເຫັນເຖິງບັນຫາທີ່ເຂົາເຫັນວ່າມີຄວາມສຳຄັນຕໍ່ຊີວິດຂອງເຂົາ. ຜູ້ເຂົ້າຮ່ວມໄດ້ຮຽກຮ້ອງໃຫ້ມີພື້ນທີ່ແລະໂອກາດແບບນີ້ຫຼາຍຂຶ້ນໃນອານາຄົດ ເພື່ອໃຫ້ຫຼາຍໆຄົນໄດ້ມາແບ່ງປັນປະສົບການ ແລະ ໃຫ້ສຽງຂອງເຂົາໄດ້ເປັນທີ່ຮັບຮູ້.
ປະຊາກອນຂອງ ສ.ປ.ປ.ລາວ ຈຳນວນຫຼາຍກວ່າເຄິ່ງແມ່ນມີອາຍຸຕ່ຳກວ່າ 25ປີ; ຈຶ່ງເປັນສາເຫດສຳຄັນໃນການທີ່ຈະຕ້ອງສ້າງພື້ນທີ່ໃນການດຶງເອົາເຂົາເຂົ້າມາປຶກສາແລະເຂົ້າໃນຂະບວນການຂອງການຕັດສິນໃຈ ທີ່ຈະສົ່ງຜົນທົບອັນພົ້ນເດັ່ນຕໍ່ຊີວິດແລະອານາຄົດຂອງເຂົາ. ອົງການ UNFPA ໄດ້ຮ່ວມມືນຳລັດຖະບານຂອງ ສ.ປ.ປ.ລາວ ໄດ້ການສ້າງຄວາມເຂັ້້ມແຂງໃຫ້ແກ່ເດັກນ້ອຍແລະໄວໜຸ່ມ ໂດຍນຳໃຊ້ “ແຜນງານນາງນ້ອຍ” ແລະ “ລະບົບນິເວດນາງນ້ອຍ”, ເຊິ່ງເປັນແຜນການພັດທະນາແບບ ໃໝ່ທີ່ເອົາໄວໜຸ່ມເປັນສູນກາງແບບໂດຍລວມ ໃນການຕັດສິນໃຈໂດຍນຳໃຊ້ຂໍ້ມູນ ແລະ ນຳໄປສູ່ສຸຂະພາບແລະຊີວິດທີ່ດີຂອງໄວໜຸ່ມ.
ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
ທ່ານ ສີວົງໄຊ ຈັງປິຕິກຸນ, ນັກວິເຄາະແຜນ ສຸຂະພາບທາງເພດແລະການຈະເລີນພັນ
ອົງການ UNFPA ປະຈຳ ສປປ.ລາວ
ທ່ານ ນາງ ວັນລີ ລຳກວາງມິງ, ນັກວິເຄາະດ້ານການສື່ສານ ແລະ ການເປັນຄູ່ຮ່ວມມື
ອົງການ UNFPA ປະຈຳ ສປປ.ລາວ