You are here

ວັນທີ 17 ຕຸລາ 2023, ນະຄອນຫຼວງວຽງຈັນ, ສປປ ລາວ – ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ (ສສກ) ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມປະຈຳປີ ຄັ້ງທີ 8 ວ່າດ້ວຍການຄົ້ນຄວ້າວິທະຍາສາດ ກ່ຽວກັບໄວໜຸ່ມ, ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ສະຖານະພາບປັດຈຸບັນ ກ່ຽວກັບສຸຂະພາບ ແລະ ການພັດທະນາໄວໜຸ່ມ.” ກອງປະຊຸມນີ້ໄດ້ຍົກໃຫ້ເຫັນຫຼັກຖານການຄົ້ນຄວ້າທີ່ຜ່ານມາກ່ຽວກັບສຸຂະພາບ ແລະ ການພັດທະນາຂອງໄວໜຸ່ມ ແລະ ໄດ້ສຸມໃສ່ຄວາມສໍາຄັນຂອງການວິເຄາະໃຫ້ທ່ວງທັນກັບເວລາ ເພື່ອຄວາມເຂົ້າໃຈທີ່ເລິກເຊິ່ງ ກ່ຽວກັບບັນຫາທີ່ໄວໜຸ່ມຍິງຕ້ອງປະເຊີນ.

 

ກອງປະຊຸມ ປະຈໍາປີ 2016 ໄດ້ລິເລີ່ມພາຍໃຕ້ “ແນວຄິດໂຄງການນາງນ້ອຍ” ໂດຍ ສສກ ແລະອົງການ UNFPA ເພື່ອຮຽກຮ້ອງໃຫ້ເພີ່ມທະວີຄວາມມຸ່ງໝັ້ນ ທີ່ຈະດໍາເນີນການປະເມີນສະຖານະການຂອງເດັກຍິງ ອາຍຸ 10-19 ປີ ທັງທາງດ້ານຄຸນນະພາບ ແລະ ດ້ານປະລິມານ ເພື່ອກໍານົດ ແລະ ແກ້ໄຂສິ່ງທ້າທາຍສໍາຄັນທີ່ເກີດຂຶ້ນ, ສະໜັບສະໜູນຄວາມກ້າວໜ້າ ແລະ ຄວາມເປັນຢູ່ທີ່ດີຂອງພວກເຂົາ.

ກອງປະຊຸມ ວ່າດ້ວຍການຄົ້ນຄວ້າວິທະຍາສາດ ກ່ຽວກັບໄວໜຸ່ມ ແມ່ນຈັດຂຶ້ນທຸກໆປີ ເພື່ອເປັນເວທີສໍາລັບນັກຄົ້ນຄວ້າ, ຜູ້ຈັດຕັ້ງປະຕິບັດ, ຜູ້ວາງນະໂຍບາຍ ແລະ ຄູ່ຮ່ວມພັດທະນາ ເພື່ອ ແລກປ່ຽນຂໍ້ມູນຫຼັກຖານການຄົ້ນຄວ້າທີ່ຜ່ານມາ. ເປົ້າໝາຍແມ່ນເພື່ອໃຫ້ຫຼັກຖານການຄົ້ນຄວ້າ ຖືກນຳໃຊ້ເຂົ້າໃນການໂຄສະນາສົ່ງເສີມ, ການວາງນະໂຍບາຍ, ການຈັດຕັ້ງປະຕິບັດ ແລະ ການສະໜັບສະໜູນອັນຄົບຖ້ວນ ເຊິ່ງມີຄວາມສຳຄັນຕໍ່ການບັນລຸຄວາມເປັນຢູ່ທີ່ດີຂອງໄວໜຸ່ມທັງໝົດ.

ທ່ານ ດຣ ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບນັກວິໄຈທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງຂໍ້ມູນ ແລະກ ານຄົ້ນຄວ້າ ເພື່ອເຂົ້າໃຈຄວາມຕ້ອງການຂອງໄວໜຸ່ມໃນລາວ, ໂດຍສະເພາະ ເພື່ອຮັບປະກັນວ່າ ບໍ່ປ່ອຍປະຜູ້ໃດໄວ້ຂ້າງຫລັງ, ມີການເຊື່ອມສານວຽກງານຂອງຂະແໜງຕ່າງໆ ຢ່າງມີຄຸນະພາບ ທ່ວງທັນກັບເວລາ ແລະ ມີຄວາມຍືນຍົງ.  ທ່ານ​ໄດ້ກ່າວ​ວ່າ, “​ເພື່ອ​ໃຫ້​ລາວ​ບັນລຸ​ໄດ້​ຄຳ​ໝັ້ນ​ສັນຍາ​ຂອງ​ກອງ​ປະຊຸມ​ສາກົນ​ວ່າດ້ວຍປະຊາກອນ ​ແລະ ການ​ພັດທະນາ (ICPD), ​ແມ່ນ​ຕ້ອງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ທຸກ​ບັນຫາ​ທີ່​ໄວ​ໜຸ່ມ ​ແລະ ເຍົາວະຊົນພວມປະ​ເຊີນ​ໜ້າ ​ແລະ ຕີ​ລາຄາ​ຄວາມ​ຄືບ​ໜ້າ​ຢ່າງ​ເປັນ​ປະຈຳ. ສິ່ງ​ນີ້​ຊ່ວຍ​ດຳ​ເນີນ​ບັນດາ​ມາດ​ຕະການ​ແກ້​ໄຂ ຫຼື ດັດ​ປັບ​ແບບ​ລວມໝູ່ ​ແລະ ຮັບປະກັນ​ບັນດາ​ນະ​ໂຍບາຍ ​ແລະ ​ໂຄງການ​ຖືກ​ສ້າງ​ຂຶ້ນ​ບົນ​ພື້ນຖານ​ຫຼັກ​ຖານ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ໄວ​ໜຸ່ມ ​ແລະ ລົງທຶນໃສ່ການພັດທະນາ​​​ແຫຼ່ງທຶນ​ມະນຸດ. ການຄົ້ນຄວ້າແມ່ນກຸນແຈສຳຄັນ ເພື່ອເລັ່ງລັດການຈັດຕັ້ງປະຕິບັດບັນດາບຸລິມະສິດແຫ່ງຊາດໃນດ້ານ ສາທາລະນະສຸກ, ການສຶກສາ, ການຈ້າງງານ, ການສ້າງຄວາມເຂັ້ມແຂງ, ສະຫວັດດີການ, ສິດທິ ແລະ ທາງເລືອກຕ່າງໆ ເພື່ອບັນລຸ ICPD25 ແລະ SDGs”

ຫົວ​ຂໍ້ຫຼັກໃນ​ປີ​ນີ້, “ສະ​ຖາ​ນະ​ພາບປັດຈຸບັນ ກ່ຽວກັບສຸ​ຂະ​ພາບ​ ​ແລະ ​ການ​ພັດ​ທະ​ນາໄວໜຸ່ມ”, ຈະ​ແບ່ງ​ປັນ​ວິ​ທີ​ການ​ຕໍ່​ຫນ້າ​ໃນ​ການ​ພັດທະນາ​ທາງ​ດ້ານ​ສິດທິ, ສຸ​ຂະ​ພາບ​ທາງ​ເພດ​ ແລະ​ ສຸຂະພາບຈະເລີນ​ພັນ​ຂອງ​ໄວໜຸ່ມ, ສຸ​ຂະ​ພາບ​ຈິດ ​ແລະ​ ການ​ຊ່ວຍເຫຼືອ​ທາງ​ຈິດສັງຄົມ, ໂພ​ຊະ​ນາ​ການ, ການ​ປົກ​ປ້ອງ​ຈາກ​ການ​ປະ​ຕິ​ບັດ​ທີ່ເປັນອັນ​ຕະ​ລາຍ ​ແລະ ​ການ​ແກ້​ໄຂ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ທ່ານ ດຣ ບາກທິຢໍ ຄາດິເຣິບ, ຜູ້ຕາງຫນ້າຂອງອົງການ UNFPA ກ່າວວ່າ: “ມີ 3 ຄວາມຈໍາເປັນ ສໍາລັບການລົງທຶນໃນໄວຫນຸ່ມໂດຍອີງໃສ່ຫຼັກຖານຈາກການຄົ້ນຄວ້າ: (1) ຄວາມຈໍາເປັນທໍາອິດທີ່ກ່ຽວຂ້ອງກັບສິດທິໄວໜຸ່ມ ແລະ ເຍົາວະຊົນ, ເຊິ່ງແມ່ນການສ້າງຄວາມສາມາດ ໃຫ້ພວກເຂົາຕັດສິນໃຈເລືອກຢ່າງຮອບຮູ້ກ່ຽວກັບຊີວິດ ແລະ ສຸຂະພາບຈະເລີນພັນ; (2) ຄວາມຈຳເປັນທີ 2 ແມ່ນຄວາມຈຳເປັນຂອງການພັດທະນາ ເຊິ່ງລວມເຖິງການເພີ່ມແຫຼ່ງທຶນມະນຸດທີ່ຈຳເປັນຕໍ່ການພັດທະນາແບບຍືນຍົງ; (3) ອັນທີສາມ ແມ່ນຄວາມຈຳເປັນທາງດ້ານປະຊາກອນ. ບັນດາ​ປະ​ເທດ​ທີ່​ມີ​ປະຊາກອນ​ໄວ​ໜຸ່ມ ​ແລະ ເຍົາວະຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ເຊັ່ນ​ລາວ ​ແມ່ນ​ມີ​ໂອກາດ​ເລັ່ງ​ການ​ພັດທະນາທາງດ້ານ​ເສດຖະກິດ, ຄວາມ​ສາມາດໃນການປັບຕົວ, ຄວາມ​ຍືນ​ຍົງ,​ ແລະ ການເພີ່ມຜົນຜະລິດໄດ້.”

ກອງປະຊຸມ ວ່າດ້ວຍການຄົ້ນຄວ້າວິທະຍາສາດ ກ່ຽວກັບໄວໜຸ່ມ ມີການນຳສະເໜີດ້ວຍຕົນເອງ ແລະ ທາງອອນລາຍ ທັງຈາກ ສປປ ລາວ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້. ຜູ້ເຂົ້າຮ່ວມໄດ້ນຳສະເໜີ ແລະ ປຶກສາຫາລືໃນຫົວຂໍ້ຕ່າງໆເຊັ່ນ: ຄວາມຮັບຮູ້ ແລະ ການປະຕິບັດ ກ່ຽວກັບສຸຂະພາບທາງເພດ ແລ ະສຸຂະພາບຈະເລີນພັນ (SRH) ໃນກຸ່ມຊົນເຜົ່າ ແລະ ພື້ນທີ່ຊົນນະບົດ, ການຖືພາໃນໄວໜຸ່ມ ແລະ ແອນ້ອຍເກີດໃໝ່ທີ່ມີນ້ຳໜັກຕໍ່າ, ການເລືອກອາຫານ ແລະ ພຶດຕິກໍາການກິນ, ການອອກໂຮງຮຽນ ແລະ ອື່ນໆ.

ທ່ານ ດຣ ຄຳແພງ ພົງລືຊາ, ຮອງຜູ້ອໍານວຍການ ສສກ ໄດ້ກ່າວວ່າ: “ພວກເຮົາດີໃຈທີ່ໄດ້ເຫັນຄວາມມຸ່ງໝັ້ນອັນແຮງກ້າ ຂອງບັນດານັກວິໄຈໃນພາກພື້ນ ແລະ ຈາກຕ່າງປະເທດທີ່ຈະມາຮ່ວມໃນແຕ່ລະປີ, ຕະຫຼອດໄລຍະ 8 ປີຜ່ານມາ, ໃນການສະໜອງຂໍ້ມູນທີ່ເຂັ້ມແຂງກ່ຽວກັບໄວໜຸ່ມຍິງ ໃນຂົງເຂດອາຊີ ແລະ ປາຊີຟິກ. ກອງປະຊຸມ ວ່າດ້ວຍການຄົ້ນຄວ້າວິທະຍາສາດ ກ່ຽວກັບໄວໜຸ່ມ ເປັນໂອກາດເພື່ອໃຫ້ທັງນັກຄົ້ນຄວ້າ ແລະ ຜູ້ວາງນະໂຍບາຍໄດ້ຮັບຟັງ ແລະ ແລກປ່ຽນກ່ຽວກັບອົງປະກອບຫຼັກໆ ທີ່ຊຸກຍູ້ການປັນຜົນທາງດ້ານປະຊາກອນ ແລະ ການພັດທະນາເສດຖະກິດສັງຄົມໃນປະເທດຂອງພວກເຮົາ. ໃນຊຸມປີມໍ່ໆມານີ້, ພວກເຮົາໄດ້ປະຕິບັດ ແລະພວກເຮົາຈະສືບຕໍ່ຢືນຢັນອີກຄັ້ງ ເຖິງຄວາມຈຳເປັນອັນສຳຄັນ ເພື່ອເພີ່ມທະວີຄວາມພະຍາຍາມ ໃນການປົກປ້ອງ ແລະສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສິດທິ, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການສຶກສາ ແລະ ການຈ້າງງານຂອງໄວໜຸ່ມ ເພື່ອນຳພາພວກເຮົາໄປສູ່ອະນາຄົດທີ່ຈະເລີນຮຸ່ງເຮືອງຂອງ ສປປ ລາວ ກໍຄື ຂົງເຂດອາຊີ ແລະ ປາຊີຟິກ."

***************

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ.

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org