You are here

ນະຄອນຫຼວງວຽງຈັນ, ວັນທີ 4 ເມສາ 2024 – ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ອົງການ UNFPA ແລະ ອົງການ UNICEF, ໃນມື້ນີ້ ໄດ້ເຜີຍແຜ່ບົດລາຍງານຢ່າງເປັນທາງການໃນຫົວຂໍ້ “ບົດລາຍງານຄວາມເຂົ້າໃຈຂອງເສັ້ນທາງການຖືພາໃນໄວໜຸ່ມໃນອາຊີຕາເວັນອອກສ່ຽງໃຕ້: ກໍລະນີສຶກສາໃນ ສປປ ລາວ”. ຄວາມ​ພະຍາຍາມ​ຮ່ວມ​ກັນ​ນີ້​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ແກ້​ໄຂ​ບັນຫາ​ອັນ​ຮີບ​ດ່ວນ​ຂອງ​ການ​ຖືພາ​ໃນ​ໄວໜຸ່ມ ຜ່ານ​ການ​ຄົ້ນຄວ້າວິໄຈ ​ແລະ ​ວິ​ເຄາະ​ຢ່າງ​ຮອບດ້ານ.

ສປປ ລາວ ເປັນປະເທດທີ່ມີອັດຕາການຖືພາ-ແຕ່ງງານໃນໄວໜຸ່ມສູງທີ່ສຸດໃນພາກພື້ນ ໂດຍມີແມ່ຍິງ 30,5 ສ່ວນຮ້ອຍ ໄດ້ແຕ່ງງານເປັນຄັ້ງທຳອິດກ່ອນອາຍຸ 18 ປີ ແລະ 17,4 ສ່ວນຮ້ອຍ ແມ່ນມີລູກຄົນທຳອິດກ່ອນອາຍຸ 18 ປີ, ເຊິ່ງອີງຕາມຂໍ້ມູນຫຼ້າສຸດຈາກການຫຼວດດັດຊະນີໝາຍສັງຄົມລາວຄັ້ງທີ 3 (LSIS III). ໃນຂະນະດຽວກັນ, ຂໍ້ມູນ LSIS III ຍັງສະແດງໃຫ້ເຫັນວ່າອັດຕາການຈະເລີນພັນຂອງເດັກຍິງໄວໜຸ່ມ ແລະ ອັດຕາເດັກຍິງອາຍຸ 15-19 ປີ ທີ່ແຕ່ງງານແລ້ວໃນປັດຈຸບັນແມ່ນເພີ່ມຂຶ້ນ. ດັ່ງນັ້ນ, ການສຶກສາໃໝ່ນີ້ ຈະສະໜອງຄວາມເຂົ້າໃຈອັນລ້ຳຄ່າກ່ຽວກັບປັດໄຈທີ່ພາໃຫ້ໄວໜຸ່ມຖືພາທັງພາຍໃນ ແລະ ນອກການແຕ່ງງານ ແລະ ເປັນການເປີດທາງໄປສູ່ອະນາຄົດທີ່ດີຂຶ້ນຂອງໄວໜຸ່ມໃນ ສປປ ລາວ.

"ລັດຖະບານແຫ່ງ ສປປ ລາວ ມີຄວາມມຸ່ງໝັ້ນຢ່າງຕັ້ງໜ້າໃນການແກ້ໄຂການຖືພາໃນໄວໜຸ່ມ ແລະ ການແຕ່ງງານຂອງເດັກ ໂດຍຜ່ານຍຸດທະສາດການຮ່ວມມື ແລະ ອີງໃສ່ຫຼັກຖານໃນການຈັດການ. ຄວາມເຂົ້າໃຈຈາກບົດລາຍງານນີ້ແມ່ນກຸນແຈສໍາຄັນໃນການຊີ້ນໍາຄວາມພະຍາຍາມຂອງພວກເຮົາໃນການຮັບປະກັນສຸຂະພາບ ແລະ ອະນາຄົດອັນສົດໃສສໍາລັບປະຊາກອນຫນຸ່ມຂອງພວກເຮົາ" ກ່າວໂດຍ ທ່ານ ປອ. ສິດທິຣົດ ລາຊະພົນ, ຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ (DRI), ກະຊວງແຜນການ ແລະ ການລົງທຶນ.

ບົດລາຍງານດັ່ງກ່າວ, ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ  ໄດ້ເຜີຍແຜ່ໃນລະດັບຊາດ ທີ່ມີການເຂົ້າຮ່ວມຂອງເຈົ້າໜ້າທີ່ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງ ທີ່ໄດ້ກ່າວເຖິງປັດໄຈຫຼາຍດ້ານປະກອບສ່ວນເຂົ້າໃນການຖືພາຂອງໄວໜຸ່ມໃນ ສປປ ລາວ. ປັດໄຈທໍາອິດແມ່ນການຮັບເອົາການແຕ່ງງານຂອງເດັກນ້ອຍ, ເຊິ່ງເປັນການລະເມີດສິດທິເດັກທີ່ລັກເອົາຄວາມເປັນເດັກ ແລະ ຂົ່ມຂູ່ທີ່ເປັນໄພຕໍ່ຊີວິດການເປັນຢູ່ຂອງພວກເຂົາ. ຫຼັກຖານຍັງສະແດງໃຫ້ເຫັນວ່າເດັກຍິງທີ່ແຕ່ງງານກ່ອນອາຍຸ 18 ປີ ມີແນວໂນ້ມທີ່ຈະອອກຈາກໂຮງຮຽນ, ມີຜົນທາງດ້ານເສດຖະກິດ ແລະ ສຸຂະພາບທີ່ຮ້າຍແຮງ ເມື່ອທຽບໃສ່ເພື່ອນທີ່ບໍ່ໄດ້ແຕ່ງງານ. ຍິ່ງໄປກວ່ານັ້ນ, ເດັກຍິງຍັງມີຄວາມສ່ຽງສູງຕໍ່ກັບອາການສົນໃນລະຫວ່າງການຖືພາ ແລະ ການເກີດລູກຫຼາຍກວ່າແມ່ຍິງຜູ້ໃຫຍ່.

  

ສຳລັບປັດໄຈອື່ນໆທີ່ນໍາໄປສູ່ການຖືພາໃນໄວໜຸ່ມທີ່ສະທ້ອນໃນບົດລາຍງານ ແມ່ນອຸປະສັກຕໍ່ການເຂົ້າເຖິງຂໍ້ມູນຂ່າວສານບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການຄວບຄຸມຂອງຜູ້ຊາຍກ່ຽວກັບການຕັດສິນໃຈຕໍ່ສຸຂະພາບຈະເລີນພັນ, ການດື່ມເຫຼົ້າບັນເທົາຄວາມກົດດັນ ຫຼື ການບັງຄັບໃຫ້ມີເພດສຳພັນ, ພຶດຕິກຳການຈຳແນກທາງເພດ ແລະ ບັນທັດຖານທາງສັງຄົມກໍເປັນອີກປັດໄຈເຊັ່ນດຽວກັນ. ວ່າດ້ວຍການອອກໂຮງຮຽນ ແລະ ຄວາມທຸກຍາກຍັງເປັນບັນຫາທີ່ເກີດຂຶ້ນຊ້ຳອີກໃນເສັ້ນທາງຂອງເດັກຍິງນຳໄປສູ່ການຖືພາໃນໄວໜຸ່ມ.

ຂໍ້ລິເລີ່ມນີ້ແມ່ນເປັນສ່ວນໜຶ່ງຂອງຄວາມພະຍາຍາມ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງໄວໜຸ່ມ ແລະ ປ້ອງກັນການຖືພາກ່ອນໄວອັນຄວນ  ແລະ ຍັງສອດຄ່ອງກັບແຜນງານນາງນ້ອຍຂອງລັດຖະບານລາວ, ຍຸດທະສາດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ຄໍາໝາຍໝັ້ນ ຂອງ ສປປ ລາວ ຕໍ່ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ. ທັງນີ້ເພື່ອແນໃສ່ຍຸຕິການກະທຳທີ່ເປັນອັນຕະລາຍທັງໝົດທີ່ເດັກຍິງໄວໜຸ່ມຈະປະເຊີນ.

ທ່ານ ບາກທິຢໍ ຄາດິເຣິບ, ຜູ້ຕາງຫນ້າອົງການ UNFPA ປະຈໍາ ສປປ ລາວ ກ່າວວ່າ: “ບົດລາຍງານນີ້ແມ່ນຫຼັກຖານສະແດງເຖິງເຈດຈຳນົງລວມຂອງພວກເຮົາເພື່ອເຂົ້າໃຈ ແລະ ແກ້ໄຂຕົວກະຕຸ້ນຂອງການຖືພາໃນໄວໜຸ່ມໃນ ສປປ ລາວ. ການຖືພາ, ຫຼຸດຜ່ອນການແຕ່ງງານຂອງເດັກນ້ອຍ, ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມທຸກຄົນໃຫ້ມີໂອກາດບັນລຸເປົ້າໝາຍຕາມຄວາມສາມາດຂອງພວກເຂົາ.”

ນັບແຕ່ປີ 2016 ເປັນຕົ້ນມາ, ລັດຖະບານ ສປປ ລາວ ໄດ້ຮັບຮອງເອົາກອບແຜນງານນາງນ້ອຍ ເຊິ່ງເປັນຍຸດທະສາດລວມທີ່ແນໃສ່ປົກປ້ອງເດັກຍິງໄວໜຸ່ມຈາກການຖືພາກ່ອນໄວອັນຄວນ ແລະ ເຊື່ອມໂຍງຄວາມຕ້ອງການຂອງເຂົາເຈົ້າເຂົ້າໃນແຜນການຈັດຕັ້ງປະຕິບັດ SDGs ແຫ່ງຊາດ. ວິທີການນີ້ຊີ້ໃຫ້ເຫັນຄວາມສໍາຄັນຂອງການຕອບສະຫນອງຫຼາຍມິຕິຫຼາຍລະດັບຕໍ່ການຖືພາໃນໄວໜຸ່ມ, ເນັ້ນຫນັກໃສ່ການປ້ອງກັນ, ການສຶກສາ ແລະ ການສະໜອງການບໍລິການ. ຄໍາໝາຍໝັ້ນເຫຼົ່ານີ້ໄດ້ຖືກກ່າວຢ້ຳຄືນໂດຍລັດຖະບານ ແຫ່ງ ສປປ ລາວ ໃນກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ໃນທ້າຍປີ 2023.

ທ່ານ ນາງ ເປຍ ເຣເບວໂລ ບຣິດໂຕ, ຜູ້ຕາງຫນ້າອົງການ UNICEF ກ່າວວ່າ: “ດ້ວຍແຮງຈູງໃຈຈາກຄວາມມຸ່ງຫວັງເພື່ອອະນາຄົດທີ່ສົດໃສຂອງເດັກຍິງທຸກຄົນໃນ ສປປ ລາວ, ພວກເຮົາກຳລັງສົມທົບກັບລັດຖະບານລາວ ແລະ ບັນດາຄູ່ຮ່ວມງານຂອງພວກເຮົາ ເພື່ອແກ້ໄຂບັນຫາຢ່າງກົງໄປກົງມາຕໍ່ກັບການແຕ່ງງານໃນໄວເດັກ ແລະ ການຖືພາໃນໄວໜຸ່ມ” ແລະ ທ່ານ ນາງ ເປຍ ຍັງກ່າວຕື່ມວ່າ: “ພວກເຮົາກຳລັງເລັ່ງປະຕິບັດການໃຊ້ຂໍ້ມູນທີ່ມີຢູ່ແລ້ວສ້າງຄວາມເຂັ້ມແຂງ ແລະ ທັກສະໃຫ້ແກ່ເດັກຍິງໄວໜຸ່ມ, ສົ່ງເສີມສະພາບແວດລ້ອມຂອງການລ້ຽງດູທີ່ດີ ແລະ ຄຽງຄູ່ໄປກັບການສ້າງຄວາມເຂັ້ມແຂງໃຫ້ລະບົບການສຶກສາເພື່ອຮັບມືປ້ອງກັນບໍ່ໃຫ້ມີການແຕ່ງງານໃນໄວເດັກ. ເວົ້າອີກຢ່າງໜຶ່ງວ່າພວກເຮົາກຳລັງຫັນສິ່ງທ້າທາຍໃຫ້ເປັນໂອກາດສໍາລັບການປ່ຽນແປງ.”

ການສຶກສາໄດ້ກໍານົດເສັ້ນທາງອັນສຳຄັນຕໍ່ການຖືພາໃນໄວໜຸ່ມ, ເປັນການສະເໜີນະໂຍບາຍທີ່ເຫມາະສົມ ແລະ ຄໍາແນະນໍາການຂຽນແຜນໂຄງການເພື່ອແກ້ໄຂບັນຫາທີ່ສັບຊ້ອນນີ້ຢ່າງມີປະສິດທິພາບ. ມັນເນັ້ນຫນັກເຖິງຄວາມຕ້ອງການສໍາລັບຂໍ້ມູນ ແລະ ການບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ສາມາດເຂົ້າເຖິງໄດ້, ມີຄຸນນະພາບສູງ, ພ້ອມກັບການຈັດການຮັບມືກັບສິ່ງທ້າທາຍທີ່ເປັນບັນທັດຖານທາງສັງຄົມຕໍ່ກັບການສະຫນັບສະຫນູນການແຕ່ງງານໃນໄວເດັກ ແລະ ການຂັດຂວາງການເລືອກໃຊ້ການຄຸມກໍາເນີດໃນກຸ່ມໄວໜຸ່ມຍິງ-ຊາຍ ແລະ ຄອບຄົວຂອງເຂົາເຈົ້າ. ຍຸດທະສາດການຈັດໂຄງການຍັງຄວນແກ້ໄຂຕົວຂັບເຄື່ອນທາງດ້ານວັດທະນະທໍາ-ສັງຄົມ ແລະ ການເງິນອື່ນໆ ທີ່ມີຄວາມສໍາຄັນໃນເສັ້ນທາງຂອງເດັກຍິງໄປສູ່ການຖືພາໃນໄວໜຸ່ມ, ລວມທັງການອອກໂຮງຮຽນ ແລະ ຄວາມທຸກຍາກ.

____

ອົງການ UNFPA ແມ່ນ ອົງການສະຫະປະຊາຊາດກອງທຶນ ສໍາລັບ ປະຊາກອນ ທີ່ເຮັດວຽກຢູ່ໃນຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ, ເພື່ອບັນລຸເປົ້າຫມາຍເຮັດໃຫ້ການເສຍຊີວິດ ຂອງແມ່ເປັນສູນ, ການບໍ່ຕອບສະຫນອງຕໍ່ຄວາມຕ້ອງການ ສໍາລັບການວາງແຜນຄອບຄົວ ເປັນສູນ ແລະ ເຮັດໃຫ້ຄວາມ ຮຸນແຮງບົນພື້ນຖານທາງເພດເປັນສູນ.

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:
laos.office@unfpa.org