ທີ່ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ – “ພວກເຮົາໂຊກດີ ທີ່ໄດ້ພົບກັນ ແລະ ເປັນຄູ່ຮັກກັນ,” ນາງວຽງສະໄໝ ກ່າວເຖິງສາມີໃໝ່ຂອງນາງ ທ້າວ ນຸກເກີ. ເລື່ອງລາວຄວາມຮັກຂອງພວກເຂົາທັງສອງ ຈະບໍ່ສວຍງາມດັ່ງໃນນິຍາຍເຊັ່ນນີ້ ຖ້າພວກເຂົາບໍ່ໄດ້ຮັບຂໍ້ມູນທີ່ຖືກຕ້ອງ ເພື່ອວາງແຜນຊີວິດຕາມທີ່ພວກເຂົາຕ້ອງການ.
ຕ້ອງຂອບໃຈການບໍລິການຈາກ ໂຮງໝໍແກ້ວອຸດົມ ແຂວງວຽງຈັນ, ນາງ ວຽງສະໄໝ ກ່າວວ່າ: “ພວກເຮົາໂຊກດີ ທີ່ພວກເຮົາສາມາດວາງແຜນອະນາຄົດຂອງພວກເຮົາໄດ້ຢ່າງປອດໄພ ແລະ ມີໂອກາດໄດ້ຮັບຮູ້ຂໍ້ມູນທີ່ຖືກຕ້ອງກ່ຽວກັບການຄຸມກຳເນີດ ແລະ ສະຫວັດດີການຂອງພວກເຮົາ.”
ຄູ່ຮັກຄູ່ນີ້ ໄດ້ຮັບຜົນປະໂຫຍດຈາກໂຄງການທີ່ສະຫນັບສະຫນູນໂດຍ UNFPA, ເຊິ່ງເປັນອົງການສະຫະປະຊາຊາດ ທີ່ສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເປັນອົງກອນທີ່ຮັບປະກັນໃຫ້ມີເສັ້ນທາງການສົ່ງຕໍ່ສໍາລັບຄູ່ຮັກ ເພື່ອໃຫ້ເຂົາເຈົ້າໄດ້ຮັບຄໍາແນະນໍາກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ, ການຄຸມກໍາເນີດ ແລະ ການຈົດທະບຽນພົນລະເມືອງ. ໂຄງການດັ່ງກ່າວໄດ້ຮັບທຶນສະໜັບສະໜູນຈາກລັດຖະບານ ລຸກຊໍາບວກ ແລະ ໄດ້ສ້າງຂຶ້ນຮ່ວມກັນ ໂດຍກະຊວງພາຍໃນ ແລະ ກະຊວງສາທາລະນະສຸກຂອງ ສປປ ລາວ.
ນັບແຕ່ຕົ້ນປີ 2023 ເປັນຕົ້ນມາ, ມີຄູ່ຮັກຫຼາຍກວ່າ 500 ຄູ່ ເຊັ່ນດຽວກັນກັບ ວຽງສະໄໝ ແລະ ນຸກເກີ ທີ່ໄດ້ຮັບຜົນປະໂຫຍດຈາກການໃຫ້ຄໍາປຶກສາແບບບໍ່ມີການຈໍາແນກ ອີກທັງຮັກສາຂໍ້ມູນເປັນຄວາມລັບ. ໂຄງການດັ່ງກ່າວໄດ້ດໍາເນີນການທົດລອງຢູ່ແຂວງວຽງຈັນ ແລະ ປັດຈຸບັນໄດ້ຂະຫຍາຍໄປອີກ 14 ແຂວງ, ໂດຍໄດ້ນຳໃຊ້ແຫຼ່ງທຶນເພີ່ມເຕີມພາຍໃຕ້ການສະໜັບສະໜູນຈາກບັນດາຄູ່ຮ່ວມງານ ກໍຄື ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ແລະ ອົງການ KOFIH.

ໃນອາທິດທີ່ຜ່ານມາ ຄະນະຜູ້ແທນຈາກ ລຸກຊໍາບວກ ໄດ້ໄປຢ້ຽມຢາມໂຮງໝໍເພື່ອໄປພົບເຫັນເປັນພະຍານຢ່າງປະຈັກຕາ ເຖິງຜົນກະທົບອັນດີຈາກການບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ການວາງແຜນຄອບຄົວ ຕໍ່ກັບປະຊາຊົນໃນລາວ. ທ້າວ ນຸກເກີ ໄດ້ກ່າວຕໍ່ໜ້າ ພະນະທ່ານ Xavier Bettel, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຄະນະຜູ້ແທນສະມາຊິກລັດຖະສະພາ ຂອງ ລຸກຊໍາບວກວ່າ " ຍິ່ງພວກເຮົາໄດ້ຮຽນຮູ້ຫຼາຍຢ່າງຜ່ານການໃຫ້ຄໍາປຶກສາສໍາລັບຄູ່ຮັກ, ພວກເຮົາຍິ່ງມີຄວາມເຂັ້ມແຂງ ແລະ ຫມັ້ນໃຈຫຼາຍຂຶ້ນເທົ່ານັ້ນ". “ໃນລະຫວ່າງການໄປໂຮງໝໍມື້ນີ້, ຂ້າພະເຈົ້າໄດ້ຮຽນຮູ້ກ່ຽວກັບວິທີການຄຸມກໍາເນີດທີ່ມີປະສິດທິຜົນໄລຍະຍາວ, ເຊິ່ງພັນລະຍາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າ ຈະພິຈາລະນານໍາໃຊ້ ຫຼັງຈາກພວກເຮົາໄດ້ລູກຄົນທໍາອິດ. ນອກນັ້ນ, ພວກເຮົາຍັງໄດ້ຮຽນຮູ້ກ່ຽວກັບໂພຊະນາການ ແລະ ການດູແລສຸຂະພາບທີ່ຈຳເປັນໃນເວລາຖືພາ.”
ທ່ານ Bettel ກ່າວຕື່ມວ່າ "ການລົງທຶນທີ່ດີທີ່ສຸດ ທີ່ປະເທດໃດໜຶ່ງສາມາດເຮັດໄດ້ແມ່ນການລົງທຶນໃນຄົນ ກໍຄືື ໃນດ້ານສະຫວັດດີການ, ສຸຂະພາບ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງ." “ການຮັບປະກັນການເຂົ້າເຖິງການບໍລິການສຸຂະພາບຈະເລີນພັນ ແລະ ສິດທິທາງເພດຂອງໄວໜຸ່ມ ແມ່ນພື້ນຖານສໍາຄັນເພື່ອບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍ ພ້ອມທັງເປັນການວາງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ. ແລະ ນີ້ ກໍຄືເຫດຜົນທີ່ລຸກຊໍາບວກໄດ້ເປັນຜູ້ສະໜັບສະໜຸນມາດົນນານ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກຂອງລາວຮ່ວມກັບ UNFPA.”
ຄູ່ຮັກຄູ່ນີ້ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ປະເທດລຸກຊໍາບວກທີ່ໃຫ້ການສະໜັບສະໜູນໂຄງການດັ່ງກ່າວ ແລະ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວິທີການທີ່ມີຫົວຄິດປະດິດສ້າງ ເຊັ່ນ: ການໃຫ້ບໍລິການທາງໂທລະສັບ ແລະ ການລົງໃຫ້ບໍລິການຊຸມຊົນແບບເຄື່ອນທີ່ ເພື່ອຮັບປະກັນໃຫ້ຄູ່ຮັກ ຄູ່ຜົວເມຍ ແລະ ໄວໜຸ່ມໄດ້ຮັບຂໍ້ມູນການວາງແຜນຄອບຄົວ ແລະ ຂໍ້ມູນດ້ານສຸຂະພາບທາງເພດ ແລະ ສຸຂະຈະເລີນພັນ ລວມໄປເຖິງ ການສະໜັບສະໜູນທີ່ເຂົາເຈົ້າຕ້ອງການ.
“ໄວໜຸ່ມຫຼາຍຄົນບໍ່ສາມາດໄປສຸກສາລາໄດ້, ສະນັ້ນ ການບໍລິການຕ້ອງໄປຫາເຂົາເຈົ້າໃຫ້ເຖິງທີ່. ຄູ່ຮັກຫຼາຍຄູ່ທີ່ຢູ່ກິນຮ່ວມກັນ ຍັງບໍ່ມີຄວາມຮູ້ກ່ຽວກັບການຄຸມກໍາເນີດ ຫຼື ກ່ຽວກັບຮ່າງກາຍ ແລະ ຈິດໃຈຂອງເຂົາເຈົ້າເອງ. ພວກເຂົາເຫຼົ່ານີ້ຄວນຈະໄດ້ຮັບຜົນປະໂຫຍດດັ່ງທີ່ພວກເຮົາເຄີຍໄດ້ຮັບຜ່ານມາ,” ນຸກເກີ ກ່າວ.
ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ທ່ານ ດຣ. ບາກທິຢໍ ຄາດິເຣິບ ກ່າວວ່າ: "ການໃຫ້ຄໍາປຶກສາຄູ່ຮັກບໍ່ພຽງແຕ່ເຮັດໃຫ້ເຂົາເຈົ້າສາມາດເລືອກ ແລະ ຕັດສິນໃຈໄດ້ຢ່າງເສລີ ແລະ ມີຄວາມຮັບຜິດຊອບໃນຈໍານວນລູກ, ໄລຍະຫ່າງການມີລູກ ແລະ ເວລາໃນການມີລູກເທົ່ານັ້ນ, ແຕ່ຍັງສຸມໃສ່ເສີມສ້າງທັກສະດ້ານການສື່ສານ, ການແກ້ໄຂບັນຫາ ແລະ ຄວາມຂັດແຍ່ງພາຍໃນຄອບຄົວຂອງພວກເຂົາ ພ້ອມທັງເສີມສ້າງຄຸນຄ່າສ່ວນບຸກຄົນ ເຊັ່ນ ການສະຫນັບສະຫນູນ ແລະ ການເຄົາລົບເຊິ່ງກັນ ແລະ ກັນ ແລະ ການບໍ່ຍອມຮັບຄວາມຮຸນແຮງ.”

ໃນທົດສະວັດທີ່ຜ່ານມາ, ຍ້ອນຄວາມໝາຍໝັ້ນຂອງລັດຖະບານລາວ ແລະ ການສະໜັບສະໜູນຈາກອົງການ UNFPA ແລະ ບັນດາຜູ້ໃຫ້ທຶນສຳຄັນເຊັ່ນ ປະເທດລຸກຊໍາບວກ, ເຊິ່ງເຮັດໃຫ້ສຸຂະພາບທາງເພດ, ສຸຂະພາບຈະເລີນພັນ ແລະ ສຸຂະພາບແມ່ກໍໄດ້ຮັບການປັບປຸງ, ການບໍລິການດ້ານສາທາລະນະສຸກມີຄວາມເຂັ້ມແຂງ, ຜະລິດຕະພັນຄຸມກໍາເນີດກໍມີຫຼາຍຂຶ້ນ, ການລົງທຶນໃນການສ້າງຄວາມສາມາດ ສໍາລັບຜູ້ໃຫ້ບໍລິການດ້ານສຸຂະພາບ ແລະ ຜະດຸງຄັນ ກໍໄດ້ຊ່ວຍປ່ຽນທັດສະນະຄະຕິຕໍ່ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ດັ່ງນັ້ນ, ອັດຕາສ່ວນຂອງປະຊາຊົນທີ່ພຶງພໍໃຈກັບການຄຸມກໍາເນີດທີ່ທັນສະໄຫມເພີ່ມຂຶ້ນຈາກພຽງແຕ່ຫຼາຍກວ່າ 60 ສ່ວນຮ້ອຍໃນປີ 2011 ເປັນເກືອບ 75 ສ່ວນຮ້ອຍໃນປີ 2023, ໃນຂະນະທີ່ຈໍານວນແມ່ຍິງຖືພາທີ່ມາຝາກທ້ອງຢ່າງຫນ້ອຍສີ່ຄັ້ງ ເພີ່ມຂຶ້ນເກືອບສອງເທົ່າຈາກ 37 ສ່ວນຮ້ອຍໃນປີ 2011 ເປັນ ຫຼາຍກວ່າ 71 ສ່ວນຮ້ອຍ ໃນປີ 2023.
ນາງ ວຽງສະໄໝ ກ່າວຕື່ມວ່າ: “ພວກເຮົາແມ່ນຮຸ່ນຄົນທີ່ແຕກຕ່າງຈາກຮຸ່ນພໍ່ແມ່ຂອງພວກເຮົາ, ດຽວນີ້ພວກເຮົາຮູ້ວ່າມີທາງເລືອກການຄຸມກຳເນີດ ແລະ ພວກເຮົາຄາດຫວັງໃຫ້ມີການບໍລິການເຫຼົ່ານີ້. ໃນອະດີດ, ພໍ່ແມ່ຂອງພວກເຮົາມີລູກເຖິງ 8 ຄົນ ແລະ ມັນຍາກຫຼາຍທີ່ຈະໃຫ້ຊີວິດທີ່ມີຄຸນນະພາບດີ, ໃຫ້ການສຶກສາ, ໂພຊະນາການ, ສະຫວັດດີການ ແລະ ອະນາຄົດທີ່ດີ ໃຫ້ແກ່ລູກໆທັງໝົດໄດ້.” ລັດຖະບານປະເທດລຸກຊໍາບວກໝາຍໝັ້ນທີ່ຈະສືບຕໍ່ເປັນຜູ້ສະໜັບສະໜຸນທີ່ດີ ຕໍ່ວຽກງານທີ່ສ້າງຜົນກະທົບຂອງ UNFPA ໃນ ສປປ ລາວ ກໍ່ຄືໃນທົ່ວໂລກ ແລະ ສືບຕໍ່ລົງທຶນໃນດ້ານຊັບພະຍາກອນໂດຍສຸມໃສ່ພື້ນທີ່ ທີ່ມີຄວາມຕ້ອງການຫຼາຍທີ່ສຸດ.
***************
ເຜີຍແຜ່ຊໍ້າຄືນຈາກ: UNFPA HQ website