You are here

ນະຄອນຫຼວງວຽງຈັນ, ວັນທີ 13 ພຶດສະພາ 2021, ເພື່ອເປັນການສະໜັບສະໜູນການຮ່ວມມືກັນລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ UNFPA ໃນການຕອບໂຕ້ພະຍາດໂຄວິດ 19, ອົງການ UNFPA ພ້ອມດ້ວຍ ຄູ່ຮ່ວມ ພັດທະນາຄື ໂຮງແຮມ ຄຣາວ ພລາຊາ ແລະ ອົງການຮ່ວມມື ເພື່ອການພັດທະນາສະວິດ(SDC) ໄດ້ສະໜອງອຸປະກອນທີ່ຈໍາເປັນໃຫ້ແກ່ສູນໃຫ້ ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຂອງສູນກາງສະຫະພັນແມ່ຍິງລາວ ເພື່ອນໍາໄປແຈກຢາຍໃຫ້ແກ່ແມ່ຍິງ ແລະ ເດັກ ທີ່ພັກເຊົາຢູ່ສູນຈໍາກັດບໍລິເວນເພື່ອກວດຫາເຊື້ອພະຍາໂຄວິດ-19, ທີ່ສະຖານທີ່ແຍກປ່ຽວ ແລະ ສະຖານທີ່ເປັນມິດສຳລັບແມ່ຍິງ (WFS) ທີ່ ນະຄອນ ຫຼວງວຽງຈັນ, ແຂວງສະຫວັນນະເຂດ ແລະ ແຂວງອັດຕະປື. ຊຶ່ງອຸປະກອນປ້ອງກັນພະຍາດໂຄວິດ-19 ທີ່ນໍາໄປມອບໃນຄັ້ງນີ້ປະກອບມີ ຜ້າອັດປາກ 6,000 ອັນ ແລະ ຜ້າອະນາໄມ 8,825ແຜ່ນ, ສະບູ1,000 ກ້ອນ, ເຄື່ອງວັດແທກອຸນນະພູມຮ່າງກາຍລະບົບດິຈິຕັອນ ພ້ອມດ້ວຍນໍ້າຢາຂ້າເຊື້ອ ເພື່ອເຮັດໃຫ້ ສຸຂະອະນາໄມດີຂຶ້ນ ແລະ ປ້ອງກັນການຕິດພະຍາດໂຄວິດ 19 . ໃນຊ່ວງເວລານີ້ ເປັນຊ່ວງເວລາທີ່ສຳຄັນ ໃນການ ໃຫ້ບໍລິການທີ່ຄວາມຈໍາເປັນມີຄວາມຕໍ່ເນື່ອງແກ່ແມ່ຍິງ ແລະ ເດັກນ້ອຍ ລວມທັງການບໍລິການການປຶກສາດ້ານສຸຂະພາບ ຈິດ, ເພດ, ສຸຂະພາບໄວຈະເລີນພັນ ແລະ ການປ້ອງການຕ່າງໆ ສຳຫຼັບແມ່ຍິງ ແລະ ເດັກນ້ອຍ.

 

 ໃຫ້ກຽດເຂົ້າຮ່ວມຮັບອຸປະກອນໃນຄັ້ງນີ້ ໂດຍທ່ານ ນາງ ບັນດິດ ປະທຸມວັນ, ຮອງປະທານສູນກາງສະຫະພັນແມ່ຍິງລາວ ຊຶ່ງທ່ານໄດ້ກ່າວວ່າ: ໃນນາມຕາງໜ້າສູນກາງສະຫະພັນແມ່ ຍິງລາວ, ຂ້າພະເຈົ້າຂໍຂອບໃຈມາຍັງອົງການ UNFPA, Crowne Plaza, SDC ແລະ ຄູ່ຮ່ວມງານຈາກພາກເອກະຊົນ ທີ່ໃຫ້ ການສະໜັບສະໜູນສະ ໜອງອຸປະກອນປ້ອງກັນຕ່າງໆສຳຫຼັບແມ່ຍິງ ແລະ ເດັກນ້ອຍ. ອຸປະກອນເຫຼົ່ານີ້ ຈະຊ່ວຍປັບປຸງຊີວິດປະຈໍາວັນ ແລະ ຊ່ວຍໃຫ້ພວກ ເຂົາດຳລົງຊີວິດຢ່າງປອດໄພ ແລະ ມີສຸຂະພາບແຂງແຮງ.

 

ໃນໄລຍະທີ່ຮັບປະກັນຄວາມປອດໄພ, ມາດຕະການຢູ່ບ້ານເພື່ອຫຼຸດຜ່ອນການຕິດພະຍາດໂຄວິດ 19 ທີ່ຍັງດຳນີນໃນປະຈຸບັນ ເຮັດໃຫ້ແມ່ຍິງທີ່ມີຄວາມສ່ຽງຕໍ່ຄວາມຮຸນແຮງທາງເພດເພີ່ມຂຶ້ນ, ການຂູດຮີດທາງເພດ ແລະ ການທໍາຮ້າຍ ຮ່າງກາຍອື່ນໆ ເຊັ່ນ: ການແຕ່ງງານກ່ອນໄວອັນຄວນ. ອີງຕາມຂໍ້ມູນຈາກສູນໃຫ້ຄໍາປຶກສາແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຂອງສູນກາງສະຫະພັນແມ່ຍິງລາວ ສະແດງໃຫ້ເຫັນເຖິງກຸ່ມຄົນທີ່ໄດ້ຮັບຜົນກະທົບຈາກ ການກະທໍາ ຄວາມຮຸນແຮງຈາກຄູ່ສົມລົດ, ການທາລຸນທາງເພດ ແລະ ການມາຂໍຄໍາປຶກສາແມ່ນເພີ່ມຂຶ້ນ ໃນໄລຍະທີ່ມີການປິດເມືອງ.

 

ອົງການ UNFPA ປະຈໍາ ສປປ ລາວ ໄດ້ເຮັດວຽກຮ່ວມກັບລັດຖະບານ ແລະ ຄູ່ຮ່ວມພັດທະນາຢ່າງໃກ້ຊິດ ເພື່ອຮັບປະກັນການ ເອົາໃຈໃສ່ທີ່ເພີ່ມຂຶ້ນ ແລະ ມາດຕະການຕອບໂຕ້ທາງດ້ານບົດບາດຍິງ - ຊາຍ ໄດ້ຖືກຈັດຕັ້ງປະຕິບັດໃນໄລຍະທີ່ມີການແພ່ລະບາດ ຂອງພະຍາດໂຄວິດ 19. ອົງການ UNFPA ຮ່ວມກັບສູນກາງສະຫະພັນແມ່ຍິງລາວ ໄດ້ໃຫ້ບໍລິການ ໂທລະສັບສາຍດ່ວນເພື່ອໃຫ້ຄໍາ ປຶກສາກ່ຽວກັບສຸຂະພາບຈິດ ແລະ ສະພາບຈິດໃຈ ແກ່ຜູ້ທີ່ໄດ້ຮັບຄວາມຮຸນແຮງທາງ ເພດ ໂດຍມີຫຼາຍກວ່າ 590 ກໍລະນີ ໃນລະ ຫວ່າງຫົກເດືອນທ້າຍປີ 2020 ທີ່ຜ່ານມາ.

 

ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າຂອງອົງການ UNFPA ປະຈຳ ສປປ ລາວ ໄດ້ກ່າວວ່າ:ໃນໄລຍະທີ່ເກີດມີວິກິດການເຊັ່ນນີ້, ຄວາມສຳຄັນໃນການຮັກສາ ມາດຕະການການຕອບໂຕ້ບົດບາດຍິງ - ຊາຍ ເພື່ອປ້ອງກັນຄວາມຮຸນແຮງ, ການຮັກສາສຸຂະພາບທາງເພດແລະສຸຂະພາບຈະເລີນພັນ ການສ້າງໃຫ້ມີສຸຂະພາບຈິດ ແລະ ສະພາບຈິດໃຈທີ່ດີ ແມ່ນສິ່ງທີ່ແມ່ຍິງ ແລະ ເດັກນ້ອຍ ທຸກຄົນທົ່ວປະເທດຄວນໄດ້ຮັບ. ການປົກປ້ອງ ແລະ ສົ່ງເສີມສິດທິຂອງແມ່ຍິງ ແລະ ເດັກນ້ອຍ ເປັນຮາກຖານສໍາຄັນຂອງໂຄງການຂອງພວກເຮົາ ແລະ ພວກເຮົາກໍ່ປິຕິຍິນດີທີ່ໄດ້ຈັດຕັ້ງປະຕິບັດຮ່ວມກັນກັບຄູ່ຮ່ວມພັດທະນາຕ່າງໆ ພ້ອມດ້ວຍພາກເອກະຊົນ.

 

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.

 

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ ນາງ ສີສຸວັນ ວໍລະບຸດ 

ຜູ້ຮັບຜິດຊອບແຜນງານ ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ

ອີເມວ:vorabouth@unfpa.org

 

ທ່ານ ນາງ  ວັນລີ ລໍກ່ວາງມິງ

ຜູ້ຮັບຜິດຊອບວຽກງານສື່ສານ ແລະ ການຮ່ວມມື

ອີເມວ: lorkuangming@unfpa.org

 

ທ່ານ ນາງ ເພັດມະນີ ວິຍາເດດ,

ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org