ບົດຄໍາຄິດຄໍາເຫັນ ໂດຍ ຜູ້ອຳນວຍການ UNFPA ປະຈໍາພາກພື້ນອາຊີ-ປາຊີຟິກ
ທ່ານ Bjorn Andersson
ເນື່ອງໃນໂອກາດວັນປະຊາກອນໂລກ, ທ່ານ Bjorn Andersson, ຜູ້ອຳນວຍການ UNFPA ປະຈໍາພາກພື້ນອາຊີ-ປາຊີຟິກ ເນັ້ນຢໍ້າເຖິງເຫດຜົນທີ່ວ່າ ເປັນຫຍັງຈຶ່ງເປັນສິ່ງສຳຄັນ ທີ່ລັດຖະບານຮັບປະກັນວ່າ ນະໂຍບາຍດ້ານປະຊາກອນ ແລະ ການພັດທະນາ ຖືເອົາຄວາມສະເໝີພາບທາງເພດ ແລະ ສິດທິມະນຸດເປັນໃຈກາງ, ກໍຍ້ອນເພື່ອສ້າງຄວາມເຂັ້ມແຂງໃຫ້ແມ່ຍິງສາມາດຕັດສິນໃຈໄດ້ຢ່າງເປັນເອກະລາດ ກ່ຽວກັບສຸຂະພາບຈະເລີນພັນຂອງເຂົາເຈົ້າ.
ໂລກນີ້ມີຄົນຫຼາຍເກີນໄປ ຫຼື ໜ້ອຍເກີນໄປ? ຄໍາຕອບແມ່ນວ່າ ມັນບໍ່ມີຕົວເລກຈໍານວນປະຊາກອນທີ່ສົມບູນແບບ, ແລະ ຜ່ານມານະໂຍບາຍທີ່ສຸມໃສ່ອັດຕາການຈະເລີນພັນ ໄດ້ທໍາລາຍສິດທິ ແລະ ທາງເລືອກດ້ານການຈະເລີນພັນຂອງແມ່ຍິງ ແລະ ເດັກຍິງ. ຂໍ້ຄວາມນີ້ໄດ້ຖືກເນັ້ນຢໍ້າຢູ່ໃນບົດລາຍງານສະພາບປະຊາກອນໂລກຂອງ UNFPA (State of World Population Report) ທີ່ຈັດພິມເມື່ອບໍ່ດົນມານີ້, ເຊິ່ງໄດ້ສ່ອງແສງເຖິງທັດສະນະຫຼາກຫຼາຍດ້ານໃນທົ່ວໂລກ ກ່ຽວກັບນະໂຍບາຍດ້ານປະຊາກອນ ແລະ ຜົນກະທົບທີ່ນະໂຍບາຍດັ່ງກ່າວອາດມີຕໍ່ສັງຄົມ.
ເນື່ອງຈາກວ່າ ຫຼາຍກວ່າເຄິ່ງໜຶ່ງຂອງປະຊາກອນໂລກທັງໝົດ 8 ຕື້ຄົນ ແມ່ນອາໄສຢູ່ໃນເຂດອາຊີ ແລະ ປາຊີຟິກ, ເຊິ່ງຫຼາຍກວ່າ 50 ສ່ວນຮ້ອຍ ແມ່ນແມ່ຍິງ ແລະ ເດັກຍິງ, ສະນັ້ນ ການສົນທະນາກ່ຽວກັບນະໂຍບາຍດ້ານປະຊາກອນ ຖືເປັນໂອກາດທີ່ສໍາຄັນ ທີ່ຈະປ່ຽນແປງວິທີການຄິດ ແລະ ການສົນທະນາ ຂອງລັດຖະບານ ແລະ ສັງຄົມ ກ່ຽວກັບທ່າອ່ຽງທາງດ້ານປະຊາກອນ, ລວມໄປເຖິງອັດຕາການຈະເລີນພັນ.
ໃນໄລຍະທີ່ຜ່ານມາ, ຫຼາຍປະເທດໄດ້ພະຍາຍາມບັນລຸສິ່ງທີ່ພວກເຂົາຄິດວ່າເປັນ ‘ຈໍານວນປະຊາກອນທີ່ສົມບູນແບບ.’ ແຕ່ຜ່ານປະສົບການຂອງບັນດາປະເທດເຫຼົ່ານີ້, ເຂົາເຈົ້າໄດ້ຮຽນຮູ້ວ່າ ວ່າການກໍານົດເປົ້າໝາຍປະຊາກອນບໍ່ໄດ້ສະໜອງທາງແກ້ໄຂຕໍ່ບັນຫາຕ່າງໆເຊັ່ນ: ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ວິກິດການດ້ານດິນຟ້າອາກາດ. ໃນຄວາມເປັນຈິງແລ້ວ ການກໍານົດເປົ້າໝາຍຕົວເລກປະຊາກອນ ຊໍ້າພັດກໍ່ໃຫ້ເກີດການລະເມີດສິດທິມະນຸດ ແລະ ອິດສະຫຼະພາບຂອງບຸກຄົນ, ໂດຍສະເພາະ ເມື່ອແມ່ຍິງຖືກກົດດັນໃຫ້ມີລູກ ຫຼື ຖືກຈໍາກັດບໍ່ໃຫ້ມີລູກ. ເມື່ອການຂະຫຍາຍຕົວຂອງປະຊາກອນຫາກຊ້າລົງ ອາດນໍາໄປສູ່ການປະຕິບັດມາດຕະການທີ່ຮຸນແຮງ ກ່ຽວກັບການຄຸມກໍາເນີດ. ເຊັ່ນດຽວກັນ, ປະເທດທີ່ພວມແກ້ໄຂອັດຕາການເກີດທີ່ເພີ່ມຂຶ້ນ ກໍໄດ້ປະຕິບັດນະໂຍບາຍຈໍາກັດຈໍານວນລູກ ແລະ ຍິ່ງໄປກວ່ານັ້ນ, ຖ້າສະຖານະການຫາກບໍ່ດີຂຶ້ນ, ກໍອາດມີການປະຕິບັດມາດຕະການຮຸນແຮງ ເຊັ່ນ: ການເຮັດໝັນຖາວອນແບບບໍ່ສະໝັກໃຈ.
ໃນປີ 1994, ກອງປະຊຸມສາກົນຄັ້ງປະຫວັດສາດກ່ຽວກັບປະຊາກອນ ແລະ ການພັດທະນາ ໄດ້ເຕົ້າໂຮມບັນດາປະເທດ ເຂົ້າຮ່ວມໃນຂໍ້ຕົກລົງ ທີ່ຖືເອົາ ສິດທິ ແລະ ທາງເລືອກຂອງແມ່ຍິງ ແລະ ເດັກຍິງໃນການຈະເລີນພັນ ເປັນໃຈກາງຂອງນະໂຍບາຍປະຊາກອນ ແລະ ການພັດທະນາ. ຜ່ານມາເກືອບ 30 ປີ ເຖິງວ່າຈະມີຄວາມຄືບໜ້າຫຼາຍດ້ານ, ແຕ່ການເຂົ້າເຖິງ ການບໍລິການ ແລະ ຂໍ້ມູນດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ມີຄຸນນະພາບ ຂອງແມ່ຍິງ ແລະ ເດັກຍິງຈໍານວນຫຼາຍໃນທົ່ວອາຊີ ແລະ ປາຊີຟິກ ຍັງມີຈຳກັດ ຫຼື ບໍ່ມີເລີຍ. ຜູ້ທີ່ມາຈາກຊຸມຊົນທີ່ດ້ອຍໂອກາດຍັງສືບຕໍ່ດໍາລົງຊີວິດຢູ່ໃນຄວາມທຸກຍາກ, ແລະ ບໍ່ມີສ່ວນຮ່ວມໃນໂອກາດດ້ານການສຶກສາ ແລະ ການຈ້າງງານ.
ເປັນຫຍັງແມ່ຍິງຈຶ່ງບໍ່ສາມາດຕັດສິນໃຈໄດ້ຢ່າງເປັນເອກະລາດ ກ່ຽວກັບບັນຫາທີ່ຕິດພັນກັບ ການສ້າງຊີວິດ, ອາຊີບ, ແລະ ຄອບຄົວ ທີ່ເຂົາເຈົ້າປາຖະໜາ? ຄໍາຕອບກໍຄື: ຄວາມບໍ່ສະເໝີພາບທາງເພດ ແມ່ນສາເຫດຮາກເຫງົ້າຂອງບັນຫານີ້. ຕົວຢ່າງ: ແມ່ຍິງອາດຈະຕ້ອງໄດ້ເລືອກ ລະຫວ່າງ ການມີລູກ ຫຼື ອາຊີບຂອງຕົນ, ຍ້ອນວ່າຢູ່ເຮືອນຂອງນາງບໍ່ມີການແບ່ງໜ້າທີ່ຮັບຜິດຊອບວຽກເຮືອນ ຫຼື ຢູ່ສະຖານທີ່ເຮັດວຽກບໍ່ນີນະໂຍບາຍການເຮັດວຽກແບບໂຍ່ນຍານດ້ານເວລາເຮັດວຽກ. ເດັກຍິງອາດຈະເຕີບໃຫຍ່ຂຶ້ນມາ ໂດຍບໍ່ຮູ້ເຖິງທາງເລືອກດ້ານການຈະເລີນພັນຂອງຕົນ ຫຼື ຄວາມສາມາດທີ່ຕົນມີໃນການສ້າງອະນາຄົດຂອງຕົນເອງ. ເຖິງແມ່ນວ່ານາງຮູ້, ນາງອາດຈະບໍ່ສາມາດເຂົ້າເຖິງການຄຸມກໍາເນີດໄດ້ ເນື່ອງຈາກນະໂຍບາຍໃນທ້ອງຖິ່ນທີ່ນາງຢູ່ບໍ່ສົ່ງເສີມການວາງແຜນຄອບຄົວ ຫຼື ບໍ່ມີການບໍລິການທີ່ບໍ່ມີຄຸນນະພາບ.
ຄວາມບໍ່ຍຸຕິທຳ ແລະ ຄວາມບໍ່ສະເໝີພາບທີ່ແຜ່ລາມໃນວົງກວ້າງ ເປັນສິ່ງກີດຂວາງການເຂົ້າເຖິງຂອງແມ່ຍິງ ແລະ ເດັກຍິງໃນດ້ານການສຶກສາ, ການດູແລສຸຂະພາບ, ໂອກາດໃນການຈ້າງງານ, ແລະ ບົດບາດການເປັນຜູ້ນໍາ. ຄວາມບໍ່ຍຸຕິທຳ ແລະ ຄວາມບໍ່ສະເໝີພາບດັ່ງກ່າວ ກີດຂວາງຄວາມເປັນເອກະລາດ ແລະ ຄວາມສາມາດຂອງເຂົາເຈົ້າ ໃນການເລືອກທາງເລືອກຢ່າງຊາບຂໍ້ມູນກ່ຽວກັບເລື່ອງທາງເພດ ແລະ ສຸຂະພາບຈະເລີນພັນຂອງຕົນເອງ, ນອກນັ້ນຍັງເພີ່ມຄວາມສ່ຽງຕໍ່ການຕາຍຂອງແມ່, ຄວາມຮຸນແຮງບົນພື້ນຖານທາງເພດ, ແລະ ສືບຕໍ່ບັນທັດຖານທາງສັງຄົມທີ່ເປັນອັນຕະລາຍ ທີ່ສາມາດຫຼີກລ່ຽງໄດ້.
ເມື່ອແມ່ຍິງໄດ້ຮັບການສ້າງຄວາມເຂັ້ມແຂງ, ເຂົາເຈົ້າສາມາດປະກອບສ່ວນໃນການສ້າງສັງຄົມ ແລະ ປະເທດ ໃນລະດັບກວ້າງໄດ້.
ຕົວຢ່າງ ຊີວິດຂອງນາງ ຣາຊິນີ. ນາງ ມີ ອາຍຸ 35 ປີ, ເປັນແມ່ຂອງເດັກແຮກເກີດ ມີຕໍາແໜ່ງວຽກງານເປັນຜູ້ຈັດການອາວຸໂສຂອງບໍລິສັດໂທລະຄົມມະນາຄົມຊັ້ນນໍາ. ເມື່ອຕອນນາງເປັນໄວໜຸ່ມ, ຣາຊິນີໄດ້ຮຽນຮູ້ກ່ຽວກັບເພດສຶກສາ, ຈົບການສຶກສາລະດັບປະລິນຍາ ແລະ ສືບຕໍ່ເຮັດວຽກໃນສາຍອາຊີບທີ່ເປັນທີ່ຕ້ອງການ. ຣາຊິນີ ເປັນຜູ້ຕັດສິນໃຈເອງວ່າ ເມື່ອໃດທີ່ນາງພ້ອມສ້າງຄອບຄົວຂອງຕົນເອງ.
ຣາຊິນີ ມີສະພາບແວດລ້ອມພາຍໃນເຮືອນທີ່ເອື້ອຍອໍານວຍໃຫ້ການເຕີບໃຫຍ່ຂອງນາງ, ມີພໍ່ແມ່ ແລະ ສາມີເປັນຜູ້ສະໜັບສະໜູນການຕັດສິນໃຈຂອງນາງ. ນາງຍັງໄດ້ເຂົ້າເຖິງລະບົບ ແລະ ການບໍລິການທີ່ເອື້ອອໍານວຍ. ການມີນະໂຍບາຍທີ່ເປັນມິດກັບຄອບຄົວ, ແຜນປະກັນສັງຄົມ ແລະ ການປະຕິບັດໃນສະຖານທີ່ເຮັດວຽກ ທີ່ສົ່ງເສີມຄວາມສົມດູນລະຫວ່າງຊີວິດເຮັດວຽກ ແລະ ຊີວິດສ່ວນຕົວ ແລະ ການຫຼຸດຜ່ອນພາລະດູແລຄອບຄົວ ແມ່ນສໍາຄັນຫຼາຍຕໍ່ການເຮັດໃຫ້ແມ່ຍິງມີເອກະລາດໃນການຕັດສິນໃຈຢ່າງຊາບຂໍ້ມູນກ່ຽວກັບທາງເລືອກດ້ານການຈະເລີນພັນຂອງເຂົາເຈົ້າ. ນະໂຍບາຍທີ່ສະໜັບສະໜູນແມ່ຍິງ ໃຫ້ສາມາດເລືອກທີ່ຈະເລື່ອນເວລາມີລູກ ຫຼື ເລືອກບໍ່ມີລູກ ແມ່ນມີຄວາມສໍາຄັນເທົ່າທຽມກັນ, ເຊິ່ງນະໂຍບາຍດັ່ງກ່າວສາມາດເພີ່ມການເຂົ້າເຖິງການບໍລິການວາງແຜນຄອບຄົວ, ລວມທັງການຄຸມກໍາເນີດ ແລະ ເຮັດໃຫ້ການຖືພາສາມາດວາງແຜນໄດ້. ນະໂຍບາຍດັ່ງກ່າວທີ່ຕັ້ງຢູ່ບົນພື້ນຖານຄວາມສະເໝີພາບທາງເພດ ເຮັດໃຫ້ແມ່ຍິງສາມາດປະຕິບັດສິດທິການຈະເລີນພັນຂອງເຂົາເຈົ້າ, ແລະ ພ້ອມກັນນັ້ນກໍ່ຊ່ວຍສ້າງບຸກຄົນ, ຄອບຄົວ, ຊຸມຊົນ ແລະ ປະເທດຊາດທີ່ອີງໃສ່ຫຼັກການດ້ານສິດທິມະນຸດ.
ເລື່ອງລາວຊີວິດຂອງ ນາງ ຣາຊິນີ ເປັນຕົວຢ່າງທີ່ສົມບູນແບບ, ແຕ່ໜ້າເສຍດາຍທີ່ມັນບໍ່ແມ່ນເລື່ອງທີ່ເຮົາເຫັນເປັນປົກກະຕິປະຈໍາວັນ.
ໂດຍລວມແລ້ວ, ເຖິງວ່າອັດຕາການຈະເລີນພັນເພີ່ມຂຶ້ນ ຫຼື ຫຼຸດລົງ, ແມ່ຍິງບໍ່ຄວນຖືກກົດດັນຈາກລັດຖະບານ ຫຼື ສັງຄົມ ໃຫ້ມີລູກ ຫຼື ບໍ່ມີລູກ. ການຮັບປະກັນຄວາມສະເໝີພາບທາງເພດ ໝາຍເຖິງການລົງທຶນໃນທຸກຂັ້ນຕອນຂອງຊີວິດຂອງແມ່ຍິງ - ຕັ້ງແຕ່ເກີດ, ຈົນເຖິງຕອນເປັນໄວໜຸ່ມ ແລະ ເປັນຜູ້ໃຫຍ່. ເດັກຍິງທຸກຄົນຄວນເຂົ້າເຖິງເພດສຶກສາຮອບດ້ານ, ເພື່ອໃຫ້ນາງສາມາດຄວບຄວມຊີວິດຊ່ວງໄວໜຸ່ມຂອງຕົນເອງ ແລະ ເລືອກທາງເລືອກຢ່າງມີຄວາມເຂົ້າໃຈກ່ຽວກັບບັນຫາທີ່ປ່ຽນແປງຊີວິດ. ແມ່ຍິງທຸກຄົນຄວນເຂົ້າເຖິງການບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ມີຄຸນະພາບ, ການດູແລສຸຂະພາບຂອງແມ່ເພື່ອການເກີດລູກທີ່ປອດໄພ ແລະ ການຄຸມກໍາເນີດຖ້າຍັງບໍ່ຕ້ອງການຖືພາ. ແມ່ຍິງທຸກຄົນຄວນຈະສາມາດເລືອກອາຊີບ ແລະ ຊີວິດຂອງຕົນເອງ, ພ້ອມທັງສາມາດວາງແຜນອະນາຄົດ ແລະ ໃຊ້ຊີວິດຢ່າງມີກຽດສັກສີ.
ບໍ່ວ່າອັດຕາການເຕີບໂຕຂອງປະຊາກອນໃນປະເທດຈະເປັນແບບໃດກໍຕາມ, ການນໍາໃຊ້ວິທີການ ທີ່ຍຶດຖືສິດທິມະນຸດ ແລະ ສຸມໃສ່ທຸກບາດກ້າວຂອງຊີວິດແມ່ຍິງ ຈະເຮັດໃຫ້ສັງຄົມ, ຊຸມຊົນ ແລະ ປະເທດມີຄວາມຍືດຍຸ່ນ ແລະ ສາມາດຈະເລີນເຕີບໂຕໄດ້. ພວກເຮົາຈະສາມາດສ້າງຄວາມເປັນໄປໄດ້ທີ່ບໍ່ມີຂອບເຂດສໍາລັບທຸກຄົນ ກໍຕໍ່ເມື່ອນະໂຍບາຍດ້ານປະຊາກອນ ແລະ ການພັດທະນາຂອງປະເທດ ຖືເອົາສິດທິຂອງບຸກຄົນເປັນໃຈກາງ.