You are here

ໃນ ວັນທີ 07 ສິງຫາ 2023,  ກະຊວງສາທາລະນະສຸກ ໄດ້ເປີດໜ່ວຍງານໃຫ້ຄໍາປຶກສາດ້ານການແພດແກ່ແມ່ຍິງ ແລະ ເດັກ ເພື່ອຊ່ວຍເຫຼືອຜູ້ລອດຊິດິວດຈາກຄວາມຮຸນແຮງ ທີ່ໂຮງໝໍມະໂຫສົດ ຢ່າງເປັນທາງການໂດຍການເປັນປະທານຮ່ວມຂອງ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ນ. ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານຜູ້ປະຈໍາການຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ເອກອັກຄະລັດຖະທູດດ້ານຄວາມສະເໝີພາບທາງເພດ ຂອງອົດສະຕຣາລີ, ທ່ານນາງ Stephanie Copus Campbell AM, ແລະ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ປະຈໍາສປປ ລາວ (UNFPA in Lao PDR), ທ່ານ ດຣ ບາກທິຢໍ ຄາດິເຣິບ.

ໜ່ວຍງານທີ່ໃຫ້ບໍລິການແຫ່ງນີ້ຈະສາມາດສະໜອງການບໍລິການທີ່ຈໍາເປັນແບບປະສົມປະສານໃຫ້ແກ່ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ. ຄວາມ​ຮຸນ​ແຮງ​ທາງ​ເພດ​ແມ່ນ​ໜຶ່ງ​ໃນ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ທີ່​ແຜ່​ຫຼາຍ​ທີ່​ສຸດ​ໃນ​ໂລກ​ອັນເປັນການທໍາ​ລາຍ​ສຸ​ຂະ​ພາບ, ຄວາມ​ປອດ​ໄພ ແລະ​ ກຽດ​ສັກ​ສີ​ຂອງ​ແມ່​ຍິງ. ອີງຕາມການສໍາຫຼວດຄັ້ງລ່າສຸດກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງໃນ ສປປ ລາວ (2014), ແມ່ຍິງຈໍານວນອັດຕາສ່ວນ 2 ໃນ 5 ຄົນໄດ້ປະສົບກັບຄວາມຮຸນແຮງຕໍ່ຮ່າງກາຍ ຫຼື ທາງເພດ ຕະຫຼອດຊ່ວງເວລາຊີວິດຂອງເຂົາເຈົ້າ. ຜົນສໍາຫຼວດຍັງສະແດງໃຫ້ເຫັນເຖິງຜົນກະທົບດ້ານສຸຂະພາບທີ່ສໍາຄັນສໍາລັບຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ, ມີຈໍານວນຫຼາຍກວ່າ 40 ສ່ວນຮ້ອຍ ຂອງແມ່ຍິງທີ່ຖືກກົດຂີ່ຂົ່ມເຫັງທາງດ້ານຮ່າງກາຍ ຫຼື ທາງເພດໂດຍ ສາມີ ຫຼື ຄູ່ສົມລົດຂອງເຂົາເຈົ້າຈົນໄດ້ຮັບບາດເຈັບ. ເຖິງຢ່າງໃດກໍຕາມ, ແມ່ຍິງຈໍານວນຫຼາຍ (ຈໍານວນ 43 ສ່ວນຮ້ອຍ) ທີ່ປະເຊີນກັບຄວາມຮຸນແຮງຈາກຄູ່ສົມລົດຂອງເຂົາເຈົ້າ ບໍ່ໄດ້ຖືກລາຍງານ ຍ້ອນເກີດມີຄວາມຢ້ານກົວຕໍ່ກັບຄວາມອັບອາຍທີ່ອາດຈະເກີດຂຶ້ນໃນສັງຄົມ ແລະ ຍັງມີແມ່ຍິງຈໍານວນໜ້ອຍຫຼາຍທີ່ຈະເຂົ້າຕິດຕໍ່ເຈົ້າໜ້າທີ່ເພື່ອຂໍການຊ່ວຍເຫຼືອ. ໂດຍການສະໜອງສະຖານທີ່ພັກເຊົາ ເຊັ່ນດຽວກັບການບໍລິການໃຫ້ຄໍາປຶກສາທີ່ຖືກອອກແບບມາເພື່ອຊ່ວຍເຫຼືອສະໜັບສະໜູນແມ່ຍິງທີ່ປະສົບກັບຄວາມຮຸນແຮງ ແມ່ນສິ່ງທີ່ຈໍາເປັນຢ່າງຍິ່ງ.


 

ຄວາມ​ຮຸນ​ແຮງ​ທາງ​ເພດ​ແມ່ນ​ໜຶ່ງ​ໃນ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ທີ່​ແຜ່​ຫຼາຍ​ທີ່​ສຸດ​ໃນ​ໂລກ​ອັນເປັນການທໍາ​ລາຍ​ສຸ​ຂະ​ພາບ, ຄວາມ​ປອດ​ໄພ ແລະ​ ກຽດ​ສັກ​ສີ​ຂອງ​ແມ່​ຍິງ. ອີງຕາມການສໍາຫຼວດຄັ້ງລ່າສຸດກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງໃນ ສປປ ລາວ (2014), ແມ່ຍິງຈໍານວນອັດຕາສ່ວນ 2 ໃນ 5 ຄົນໄດ້ປະສົບກັບຄວາມຮຸນແຮງຕໍ່ຮ່າງກາຍ ຫຼື ທາງເພດ ຕະຫຼອດຊ່ວງເວລາຊີວິດຂອງເຂົາເຈົ້າ. ຜົນສໍາຫຼວດຍັງສະແດງໃຫ້ເຫັນເຖິງຜົນກະທົບດ້ານສຸຂະພາບທີ່ສໍາຄັນສໍາລັບຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ, ມີຈໍານວນຫຼາຍກວ່າ 40 ສ່ວນຮ້ອຍ ຂອງແມ່ຍິງທີ່ຖືກກົດຂີ່ຂົ່ມເຫັງທາງດ້ານຮ່າງກາຍ ຫຼື ທາງເພດໂດຍ ສາມີ ຫຼື ຄູ່ສົມລົດຂອງເຂົາເຈົ້າຈົນໄດ້ຮັບບາດເຈັບ. ເຖິງຢ່າງໃດກໍຕາມ, ແມ່ຍິງຈໍານວນຫຼາຍ (ຈໍານວນ 43 ສ່ວນຮ້ອຍ) ທີ່ປະເຊີນກັບຄວາມຮຸນແຮງຈາກຄູ່ສົມລົດຂອງເຂົາເຈົ້າ ບໍ່ໄດ້ຖືກລາຍງານ ຍ້ອນເກີດມີຄວາມຢ້ານກົວຕໍ່ກັບຄວາມອັບອາຍທີ່ອາດຈະເກີດຂຶ້ນໃນສັງຄົມ ແລະ ຍັງມີແມ່ຍິງຈໍານວນໜ້ອຍຫຼາຍທີ່ຈະເຂົ້າຕິດຕໍ່ເຈົ້າໜ້າທີ່ເພື່ອຂໍການຊ່ວຍເຫຼືອ. ໂດຍການສະໜອງສະຖານທີ່ພັກເຊົາ ເຊັ່ນດຽວກັບການບໍລິການໃຫ້ຄໍາປຶກສາທີ່ຖືກອອກແບບມາເພື່ອຊ່ວຍເຫຼືອສະໜັບສະໜູນແມ່ຍິງທີ່ປະສົບກັບຄວາມຮຸນແຮງ ແມ່ນສິ່ງທີ່ຈໍາເປັນຢ່າງຍິ່ງ.

ເພື່ອແກ້ໄຂບັນຫາດັ່ງກ່າວ, ທາງດ້ານກະຊວງສາທາລະນະສຸກຈຶ່ງໄດ້ສ້າງໜ່ວຍງານໃຫ້ຄໍາປຶກສາດ້ານການແພດແກ່ແມ່ຍິງ ແລະ ເດັກ ໃຫ້ມີລັກສະນະຄ້າຍຄືກັນກັບສູນໃຫ້ການບໍລິການທີ່ປະເທດມົງໂກລີ ທີ່ຄະນະຜູ້ແທນລາວພ້ອມດ້ວຍອົງການ UNFPA ໄດ້ໄປຢ້ຽມຊົມທັດສະນະສຶກສາ ແລະ ຖອດຖອນບົດຮຽນໃນໄລຍະທີ່ຜ່ານມາ. ໜ່ວຍງານບໍລິການດ້ານການແພດເພື່ອຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຈະເປັນໜ່ວຍງານແຫ່ງທໍາອິດໃນ ສປປ ລາວ ພ້ອມທັງມີເບີໂທລະສັບສາຍດ່ວນຊ່ວຍເຫຼືອດ້ານສຸຂະພາບໃຫ້ແກ່ຜູ້ລອດຊີວິດ/ຜູ້ເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ມີສາຍດ່ວນ 24 ຊົ່ວໂມງ (ເບີໂທ 1527) ໃນຂະແໜງສາທາລະນະສຸກ.

ທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ: “ພວກເຮົາຂໍສະແດງຄວາມຂອບໃຈມາຍັງ ປະທານສູນກາງສະຫະພັນແມ່ຍິງລາວ, ເອກອັກຄະລັດຖະທູດຄວາມສະເໝີພາບທາງເພດຂອງ ອົດສະຕາລີ, ທ່ານ ຜູ້ຕາງໜ້າອົງການ UNFPA, ທີ່ໃຫ້ການຮ່ວມມື ແລະ ເຫັນໄດ້ຄວາມສຳຄັນໃນວຽກງານດັ່ງກ່າວ ແລະ ພິເສດແມ່ນ ຂໍຂອບໃຈມາຍັງອົງການ UNFPA ທີ່ໄດ້ເອົາໃຈໃສ່ໃນການຊອກແຫຼ່ງທຶນມາສະໜັບສະໜູນ ບໍ່ວ່າຈະເປັນທາງດ້ານ ວິຊາການ ແລະ ງົບປະມານ ເພື່ອຊ່ວຍໃນການ ຈັດຕັ້ງປະຕິບັດວຽກງານການຊ່ວຍເຫຼືອຜູ້ລອດຊີວິດຈາກຄວາມຮຸນແຮງໃນຂະແໜງສາທາລະນະສຸກພວກເຮົາ ໃຫ້ສຳເລັດຕາມຈຸດປະສົງທີ່ວາງໄວ້ເປັນຢ່າງດີ.

ເພື່ອເປັນການສືບຕໍ່ຜັນຂະຫຍາຍວຽກງານໃຫ້ປະກົດຜົນເປັນຈິງຂະແໜງສາທາລະນະສຸກ ໂດຍໄດ້ຮັບການຮ່ວມມື ແລະ ສະໜັບສະໜູນດ້ານງົບປະມານຈາກລັດຖະບານອົດສະຕາລີ ໂດຍຜ່ານອົງການ UNFPA ຈື່ງໄດ້ມີການຊຸກຍູ້ປັບປຸງໃຫ້ມີບ່ອນໃຫ້ບໍລິການດູແລດ້ານສຸຂະພາບ ແລະ ສາຍດ່ວນ ເພື່ອໃຫ້ຄໍາປຶກສາດ້ານການແພດແກ່ຜູ້ລອດຊີວິດໃນລະດັບໂຮງໝໍສູນກາງແຫ່ງທຳອິດ ແລະ ຫວັງວ່າ ຈະໄດ້ຮັບການສະໜັບສະໜູນ ຂະຫຍາຍໄປໂຮງໝໍອື່ນໆ ໃນຂັ້ນສູນກາງ ແລະ ໂຮງໝໍແຂວງຕໍ່ໆໄປ.”

ພາຍໃຕ້ການຄຸ້ມຄອງໂດຍກະຊວງສາທາລະນະສຸກ, ດ້ວຍການສະໜັບສະໜູນດ້ານວິຊາການຈາກ ອົງການ UNFPA ແລະ ການສະໜັບສະໜູນດ້ານການເງິນຈາກລັດຖະບານອົດສະຕຣາລີ, ແລະ ຮ່ວມມືກັບ ສະຫະພັນແມ່ຍິງລາວ ແລະ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ໜ່ວຍງານບໍລິການເພື່ອຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ ຈະສະໜອງການບໍລິການແບບຮອບດ້ານ ລວມມີການບໍລິການສຸຂະພາບ, ການໃຫ້ບໍລິການດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມ, ການເກັບກໍາຫຼັກຖານທາງດ້ານນິຕິວິທະຍາສາດ, ເຊັ່ນດຽວກັນກັບ ການຮ່ວມມືກັບຂະແໜງການອື່ນໆເພື່ອໃຫ້ບໍລິການແກ່ຜູ້ລອດຊີວິດໃນຂະນະທີ່ພວກເຂົາຢູ່ໃນໂຮງຫມໍ ເຊັ່ນ: ການໃຫ້ຄໍາປຶກສາທາງດ້ານກົດຫມາຍ, ການບໍລິການສັງຄົມ, ການ​ຊ່ວຍ​ເຫຼືອຈາກເຈົ້າໜ້າທີ່​ຕໍາ​ຫຼວດ​ແລະ ​ອື່ນໆ.

ທ່ານນາງ Stephanie Copus Campbell AM, ເອກອັກຄະລັດຖະທູດຄວາມສະເໝີພາບທາງເພດ ຂອງອົດສະຕຣາລີ ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເພື່ອເຂົ້າຮ່ວມຊ່ວຍເຫຼືອບັນດາບັນຫາທີ່ສຳຄັນ ວ່າດ້ວຍຄວາມຮຸນແຮງທາງເພດ ແລະ ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດຂອງແມ່ຍິງ ໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີ ຂໍສະແດງຄວາມຊົມເຊີຍຕໍ່ການຮ່ວມມືຢ່າງໃກ້ຊິດຮ່ວມກັບລັດຖະບານລາວ ແລະ ອົງການ UNFPA ກ່ຽວກັບບັນດາແນວຄິດຂໍ້ລິເລີ່ມ ໃນການປ້ອງກັນ ແລະ ຕອບໂຕ້ ເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ອົດສະຕາລີໄດ້ວາງເປົ້າໝາຍຂໍ້ລິເລີ່ມ ໃນການເສີມຂະຫຍາຍຄວາມສະເໝີພາບທາງເພດໂດຍການສ້າງລະບົບແລະ ການຮ່ວມມືໃນທຸກຂະແໜງການ.”

ເນື່ອງຈາກຜູ້ລອດຊີວິດຈາກຄວາມຮຸນແຮງຈະມີການຕິດພັນກັບລະບົບສາທາລະນະສຸກ, ບໍ່ວ່າຈະເປັນການປິ່ນປົວແບບປົກກະຕິ ຫຼື ການໄດ້ຮັບບາດເຈັບຈາກເຫດການທີ່ກ່ຽວຂ້ອງກັບຄວາມຮຸນແຮງ ເຊິ່ງນັ້ນກໍແມ່ນສິ່ງຈໍາເປັນທີ່ໂຮງໝໍ ແລະ ສິ່ງອໍານວຍຄວາມສະດວກທາງດ້ານສາທາລະນະສຸກ ທີ່ສາມາດສະໜອງການຊ່ວຍເຫຼືອທີ່ເຂົ້າເຖິງຜູ້ລອດຊີວິດໄດ້ຢ່າງມີປະສິດທິພາບ.

ດຣ. ບາກທິຢໍ ຄາດິເຣິບ, ຜູ້ຕາງໜ້າອົງການ UNFPA ໄດ້ກ່າວວ່າ: “ການເປີດນໍາໃຊ້ໜ່ວຍງານໃຫ້ຄໍາປຶກສາດ້ານການແພດແກ່ແມ່ຍິງ ແລະ ເດັກ ແລະ ເບີສາຍດ່ວນແຫ່ງຊາດ ເພື່ອຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງໃນຄັ້ງນີ້, ໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນສູງສົ່ງຂອງລັດຖະບານ ສປປ ລາວ ໃນການແກ້ໄຂ, ຕອບສະໜອງ ແລະ ປ້ອງກັນຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງທຸກຮູບການໃນປະເທດ, ລວມທັງການຍົກສູງວຽກງານປະສານງານ ແລະ ການສົ່ງຕໍ່ ເພື່ອໃຫ້ຜູ້ລອດຊີວິດໄດ້ເຂົ້າເຖິງການຊ່ວຍເຫຼືອທົ່ວເຖິງໃນທຸກດ້ານ, ພ້ອມກັບການຍ້ອງຍໍຊົມເຊີຍຕໍ່ກັບການຊ່ວຍເຫຼືອຈາກລັດຖະບານອົດສະຕຣາລີ. ສິ່ງດັ່ງກ່າວ ແມ່ນສອດຄ່ອງກັບຄໍາໝັ້ນສັນຍາຕໍ່ຂອງປະຊຸມສາກົນ ICPD25 ໃນການຍຸດຕິຄວາມຮຸນແຮງບົນພື້ນຖານທາງເພດພາຍໃນປິ 2030 ແລະ ຮູບແບບການບໍລິການດັ່ງກ່າວນີ້ ຖືເປັນຄວາມກ້າວໜ້າທີ່ຈັບຕ້ອງໄດ້ໃນການບັນລຸເປົ້າໝາຍໃນອະນາຄົດ.”

***
ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ.

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org