You are here

ທີ່ ນະຄອນຫຼວງວຽງຈັນ, ວັນທີ 24 ທັນວາ 2020ພາຍຫຼັງທີ່ນະໂຍບາຍແຫ່ງຊາດ ດ້ານປະຊາກອນແລະການພັດທະນາ (NPDP 2019-2030) ໄດ້ເຜີຍແຜ່ຢ່າງເປັນທາງການ ແລະ ສຳເລັດລົງຢ່າງຈົບງາມ ທີ່ ແຂວງ ສະຫວັນນະເຂດທີ່ຜ່ານມາ, ກະຊວງແຜນການແລະການລົງທືນ ໂດຍໄດ້ຮັບການສະໜັບສະໜູນ ຈາກອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ໄດ້ດຳເນີນການເຜີຍແຜ່ນະໂຍບາຍ ທີ່ນະຄອນຫຼວງວຽງຈັນຢ່າງເປັນທາງການ. ເຊິ່ງມີຜູ້ແທນເຂົ້າຮ່ວມ 40 ທ່ານ ຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ສູນກາງສະຫະພັນແມ່ຍິງລາວ, ສະພາແຫ່ງຊາດ, ມະຫະາໄລແຫ່ງຊາດ ແລະ ພະແນກການທີ່ກ່ຽວຂ້ອງ ແລະ ນັກຮຽນນັກສຶກສາຈາກຫຼາຍສະຖາບັນ ແລະ ສື່ມວນຊົນເຂົ້າຮ່ວມ.

 

ກົມແຜນການ, ກະຊວງແຜນການ ແລະ ການລົງທຶນ ໄດ້ຄົ້ນຄວ້າ ແລະ ວິເຄາະເຖິງຄວາມຕ້ອງການຂອງປະຊາຊົນເປັນຫຼັກ ເພື່ອເປັນພື້ນຖານໃນການປັບປຸງຍຸດທະສາດດັ່ງກ່າວນີ້ຍຸດທະສາດສະບັບດັ່ງກ່າວ ມັນໄດ້ຄວບຄຸມເອົາບັນຫາຂອງປະຊາກອນ ເຊິ່ງ ອີງໃສ່ບັນຫາທີ່ພົ້ນເດັ່ນກວມລວມ ແລະ ຮັດກຸມເອົາຫຼາຍກຸ່ມປະຊາກອນຢ່າງຫຼາກຫຼາຍ.

 

ໜຶ່ງໃນເປົ້າໝາຍຕົ້ນຕໍຂອງ ນະໂຍບາຍແຫ່ງຊາດ ດ້ານປະຊາກອນແລະການພັດທະນາ ແມ່ນການສ້າງເວທີແຫ່ງການຮ່ວມມື ແລະ ການປະສານງານໂດຍຜ່ານການຮ່ວມມືຂອງລັດຖະບານກັບພາກສ່ວນກ່ຽວຂ້ອງຕ່າງໆໃນຫລາຍຂົງເຂດເພື່ອແກ້ໄຂບັນຫາປະຊາກອນ ແລະ ເລັ່ງລັດການບັນລຸແຜນດຳເນີນງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ( ICPD25)  ແລະ ວາລະການພັດທະນາແບບຍືນຍົງຮອດປີ 2030.

 

ສປປ ລາວ ໄດ້ໃຫ້ ຄຳໝາຍໜັ້ນ ຕໍ່ກອງປະຊຸມສາກົນວ່າດ້ວຍປະຊາກອນແລະການພັດທະນາICPD25ເພື່ອປັງປຸງຄຸນນະພາບຂອງຂໍ້ມູນດ້ານປະຊາກອນເພື່ອສະໜອງໃນການວາງແຜນແຜນພັດທະນາແຫ່ງຊາດຂໍ້ມູນຫລັກຖານແມ່ນສິ່ງທີ່ຂາດບໍ່ໄດ້ທີ່ຈະສຸມໃສ່ພື້ນທີ່ ແລະ ເຂດທີ່ຈຳເປັນທີ່ຕ້ອງການສະໜັບສະໜູນ ທາງດ້ານຍຸດທະສາດເພື່ອວາງແຜນການລະດົມທຶນການສະໜັບສະໜູນດ້ານເຕັກນິກ ແລະ ວິທີການໃນຕໍ່ໜ້າໃນການວາງແຜນຂອງຂະແໜງການ ຫຼື ຫຼາຍພາກສ່ວນທີ່ປະກອບສ່ວນໃຫ້ບັນລຸຜົນສຳເລັດຂອງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຄັ້ງທີ 9 (9th NSEDP)

 

ນະໂຍບາຍປະຊາກອນ (NPDP) ແມ່ນມີຄວາມສຳຄັນຫຼາຍຕໍ່ກັບ ສປປ ລາວ ເນື່ອງຈາກວ່າຈະສາມາດສະໜອງວິທີໃນການແກ້ໄຂບັນດາສິ່ງທ້າທາຍທີ່ປະເທດປະເຊີນ ແລະ ໝູນໃຊ້ທ່າແຮງທີ່ສຳຄັນຂອງການປັນຜົນດ້ານປະຊາກອນ (ຜົນປະໂຫຍດດ້ານປະຊາກອນ). ເປົ້າການພັດທະນາແບບຍືນຍົງຈະບໍ່ສາມາດບັນລຸໄດ້ ຖ້າຫາກວ່າ ແມ່ຍິງ ແລະ ຜູ້ຊາຍທຸກຄົນ, ເດັກຍິງ ແລະ ເດັກຊາຍ ຍັງບໍ່ສາມາດເຊີດຊູກຽດສັກສີແລະສິດທິມະນຸດຂັ້ນພື້ນຖານຂອງເຂົາເຈົ້າ ເພື່ອຮັບປະກັນສິດທິດ້ານສຸຂະພາບຈະເລີນພັນແລະສິດທິໃນການຈະເລີນພັນຂອງປະຊາຊົນໄດ້ຮັບການສົ່ງເສີມຢ່າງເຕັມສ່ວນມີວຽກທີ່ມີກຽດ ແລະ ປະກອບສ່ວນໃຫ້ແກ່ການຂະຫຍາຍຕົວທາງເສດຖະກິດ. ການສ້າງນະໂຍບາຍແລະການລົງທືນເພື່ອຮັບປະກັນອະນາຄົດນັ້ນຮຽກຮ້ອງໃຫ້ລັດຖະບານນຳໃຊ້ຂໍ້ມູນເພື່ອຮູ້ສັດສ່ວນເພດສະຖານທີ່ໂຄງສ້າງຂອງກຸ່ມອາຍຸຄວາມຕ້ອງການສິ່ງທ້າທາຍແລະໂອກາດຕ່າງໆຂອງປະຊາກອນໃນປະຈຸບັນແລະໃນອະນາຄົດ.

 

ປະເທດລາວສາມາດໄດ້ຮັບຜົນປະໂຫຍດຢ່າງໃຫຍ່ຫຼວງຈາກໂອກາດດ້ານປະຊາກອນທີ່ຍິ່ງໃຫຍ່ທີ່ສຸດ ສຳລັບການພັດທະນາຖ້າໄດ້ຮັບປະກັນວ່າປະຊາກອນໃນເກນອາຍຸເຮັດວຽກມີສຸຂະພາບດີການສຶກສາທີ່ມີຄຸນນະພາບມີວຽກເຮັດງານທຳທີ່ເໝາະສົມ ແລະ ມີອັດຕາສ່ວນໄວໜຸ່ມທີ່ເປັນກຸ່ມເອື່ອຍອີງໜ້ອຍກວ່າ. ຈຳນວນເດັກນ້ອຍຕໍ່ຄົວເຮືອນທີ່ຕ່ຳ ໂດຍທົ່ວໄປຈະເຮັດໃຫ້ມີການລົງທືນຫລາຍຂື້ນໃສ່ເດັກນ້ອຍສິດເສລີພາບໃນການເຂົ້າເຖິງວຽກງານທີ່ເປັນທາງການຂອງແມ່ຍິງຢ່າງກວ້າງຂວາງ ແລະໃຫ້ຄົວເຮືອນໄດ້ທ້ອນໂຮມປະຫຍັດໃຫ້ຫຼາຍຂຶ້ນ ເພື່ອປະຊາກອນຜູ້ສູງອາຍຸ. ຖ້າສິ່ງດັ່ງກ່າວເກີດຂື້ນຈະໄດ້ຮັບຜົນດີຕໍ່ການຂະຫລາຍຕົວເສດຖະກິດແຫ່ງຊາດຫລາຍ ແລະ ປະເທດລາວຈະເຫັນໄດ້ເຖິງຄວາມສຳຄັນຂອງການປັນຜົນດ້ານປະຊາກອນຜົນປະໂຫຍດດ້ານປະຊາກອນ).

 

ນະໂຍບາຍສະບັບປັບປຸງນີ້ໄດ້ກຳນົດບັນດາອົງປະກອບທີ່ສຳຄັນລວມມີ: ໄດ້ເຊື່ອມສານ ແລະ ນຳໃຊ້ຂໍ້ມູນດ້ານປະຊາກອນທີ່ມີຂໍ້ມູນແລະການວິເຄາະສະພາບການຕົວຈິງການລວມເອົາຜົນໄດ້ຮັບຂອງແຜນການໃນຂະແໜງການທີ່ມີຄວາມຮັບຜິດຊອບຢ່າງຈະແຈ້ງແລະການລວມເອົາບັນຫາທີ່ເກີດຂື້ນໃໝ່ການຫຼຸດຜ່ອນການເກີດຂອງເດັກເດັກອາຍຸຕໍ່າກວ່າ ປີແລະອັດຕາການຕາຍຂອງແມ່,ການປັບປຸງການເຂົ້າເຖິງການບໍລິການດ້ານສຸຂະພາບຈະເລີນພັນໂດຍສະເພາະແມ່ນໄວນຸ່ມ ແລະ ເຍົາວະຊົນບັນລຸຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ລຶບລ້າງຄວາມຮຸນແຮງບົນພື້ນຖານທາງເພດ ແລະ ການປະຕິບັດທີ່ເປັນອັນຕະລາຍອື່ນໆ ພ້ອມທັງຫຼຸດຜ່ອນຄວາມຫຼຸດໂຕນທາງດ້ານ ເສດຖະກິດ-ສັງຄົມ.

 

ການປັບປຸງນະໂຍບາຍດັ່ງກ່າວແມ່ນອີງໃສ່ນະໂຍບາຍສະບັບເກົ່າຖືກສ້າງຂຶ້ນມາເປັນເວລາດົນນານແລ້ວ ແລະ ເມື່ອສົມທຽບກັບສະພາບປະຈຸບັນກໍ່ເຫັນວ່າມີຫຼາຍອັນປ່ຽນແປງ ເປັນຕົ້ນ: ສະພາບເສດຖະກິດ-ສັງຄົມສະພາບການພັດທະນາຂອງສາກົນ (SDGs), ການປ່ຽນແປງທາງດ້ານປະຊາກອນ ໂດຍອີງໃສ່ການສຳຫຼວດລ່າສຸດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ປີ 2015 ສະແດງໃຫ້ເຫັນວ່າ ປະຊາກອນລາວສ່ວນໃຫຍ່ແມ່ນປະຊາກອນໜຸ່ມ ແລະ ຢູ່ໃນໄວອອກແຮງງານ ກວມເອົາຫລາຍກວ່າ 60% ຂອງພົນລະເມືອງທັງມົດ ແລະ ການຂະຫຍາຍຕົວຂອງປະຊາກອນໜຸ່ມແມ່ນຈະຍັງສືບຕໍ່ຂະຫຍາຍຕົວໄປຈົນຮອດ ປີ 2045 ນີ້້ແມ່ນຖືວ່າເປັນໂອກາດດີຂອງ ສປປ ລາວ ທີ່ມິກຳລັງແຮງງານຊາວໜຸ່ມຄືໄວຜູ້ອອກແຮງງານໃນການພັດທະນາເສດຖະກິດ-ສັງຄົມ ໃນຕໍ່ໜ້າ., ກ່າວໂດຍ ທ່ານ ປອ ກິແກ້ວ ຈັນທະບູລີ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ.

 

"ຊັບພະຍາກອນມະນຸດແມ່ນຂື້ນກັບ ການລົງທືນໃສ່ການສຶກສາລະດັບເໜືອຊັ້ນປະຖົມຂຶ້ນໄປແຕ່ສິ່ງທີ່ເປັນພື້ນຖານກວ່ານັ້ນມັນເລີ່ມຕົ້ນດ້ວຍການລົງທືນໃສ່ສຸຂະພາບລວມທັງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ນີ້ແມ່ນຄວາມຈິງ ໂດຍສະເພາະແມ່ນເປັນຈຸດເລີ່ມຕົ້ນຂອງການພັດທະນາທ່າແຮງທາງດ້ານເສດຖະກິດຂອງແມ່ຍິງ ແລະ ເດັກຍິງ. ນະໂຍບາຍປະຊາກອນ ຈະຊ່ວຍໃຫ້ບັນດາຜູ້ວາງນະໂຍບາຍສາມາດຫັນເອົາປະຊາກອນເປັນສູນກາງໃນການພັດທະນາ ແລະ ຮັບປະກັນການລົງທຶນທີ່ຖືກຕ້ອງໃນດ້ານສຸຂະພາບແລະການສຶກສາ.” ກ່າວໂດຍ ທ່ານ ນາງ  ມາຣຽມ ເອ. ຄານຜູ້ຕາງໜ້າອົງການສະຫະປະຊາຊາດ ສຳລັບປະຊາກອນ ປະຈຳ ສປປ ລາວ.

 

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.

ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

 ທ່ານ ພອນໄຊ ສິດທິຣາຊວົງສາ

ຜູ້ຮັບຜິດຊອບຕິດຕາມ ແລະ ປະເມີນຜົນ ແຜນງານພັດທະນາປະຊາກອນອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ