You are here

ນະຄອນຫຼວງວຽງຈັນ, 26 ຕຸລາ 2023 - ກອງປະຊຸມລະດັບຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາ (NCPD) ໄດ້ດໍາເນີນໃນລະຫວ່າງ ວັນທີ 23-24 ຕຸລາ 2023 ໄດ້ສໍາເລັດຢ່າງຈົບງາມ. ໃນກອງປະຊຸມດັ່ງກ່າວ ບັນດາຜູ້ຕາງໜ້າຈາກບັນດາກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງ ເຊິ່ງຕາງໜ້າລັດຖະບານແຫ່ງ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ເຫັນດີເປັນເອກະພາບກັນ ເລັ່ງໃສ່ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 9 (2021-2025) ຫຼື ຂຽນຫຍໍ້ 9th NSEDP ແລະ ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ ແຕ່ປີ 2019-2030 ຢ່າງຕັ້ງໜ້າ ໂດຍການສ້າງຄວາມເຂັ້ມແຂງໃຫ້ແກ່ເຍົາວະຊົນ ແລະ ໄວໜຸ່ມ. ດ້ວຍການລົງທຶນໃສ່ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ແຜນງານຕອບໂຕ້ການໃຊ້ຄວາມຮຸນແຮງທາງເພດ ພ້ອມທັງຂໍ້ມູນເພື່ອການພັດທະນາ.

ກອງປະຊຸມລະດັບຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາ ໄດ້ມີຂໍ້ສະເໜີທີ່ສຳຄັນໂດຍອີງໃສ່ຄວາມເຫັນດີເປັນເອກະພາບ 14 ສະບັບ ເພື່ອເລັ່ງລັດການຈັດຕັ້ງປະຕິບັດແຜນດຳເນີນງານ (PoA) ຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເຊິ່ງຈະເປັນບ່ອນອີງໃຫ້ແກ່ຖະແຫຼງການແຫ່ງຊາດທີ່ກອງປະຊຸມໃຫຍ່ດ້ານປະຊາກອນໃນຂົງເຂດອາຊີ ແລະ ປາຊີຟິກຄັ້ງທີ 7 ເຊິ່ງຈະໄດ້ໄຂຂຶ້ນໃນວັນທີ 15-17 ພະຈິກ 2023.

ກອງປະຊຸມໃຫຍ່ລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທຳອິດຢູ່ ສປປ ລາວ ໄດ້ນໍາເອົາບັນດາພາກລັດ, ບັນດາຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອປຶກສາຫາລືກັນ ກ່ຽວກັບບັນຫາດ້ານປະຊາກອນ ແລະ ການພັດທະນາທີ່ສຳຄັນ ແລະ ເຫັນດີເປັນເອກະພາບຕໍ່ການແກ້ໄຂແບບຍືນຍົງ ເຊິ່ງເປັນຂີດໝາຍອັນສຳຄັນຂອງປະເທດ. ເນື່ອງຈາກປັດຈຸບັນ ສປປ ລາວ ກໍາລັງໄດ້ຮັບໂອກາດທາງດ້ານປະຊາກອນ ເຊິ່ງມີຊ່ວງໄລຍະເວລາໃດໜຶ່ງ ແລະ ອາດຈະບໍ່ເກີດຂຶ້ນອີກໃນປະຫວັດສາດຂອງຊາດ. ປະກົດການນີ້ເກີດຂຶ້ນເມື່ອຄົວເຮືອນມີລູກໜ້ອຍລົງ ແມ່ນຈະສາມາດປະຢັດເວລາ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍໃນຄົວເຮືອນລົງ, ທັງມີເວລາ ແລະ ໂອກາດໃນການວຽກເຮັດອື່ນໆທີ່ເໝາະສົມຫຼາຍຂຶ້ນ. ສະນັ້ນ, ຄົວເຮືອນສາມາດປະຢັດ ແລະ ລົງທຶນຕໍ່ໄປໄດ້. ເມື່ອປະກົດການດັ່ງກ່າວເກີດຂຶ້ນໃນລະດັບມະຫາພາກ ເສດຖະກິດຂອງປະເທດສາມາດໄດ້ຮັບຜົນປະໂຫຍດຈາກການຊຸກຍູ້ໃຫ້ມີການພັດທະນາຂອງເສດຖະກິດ-ສັງຄົມ ແລະ ການເຕີບໂຕທາງດ້ານເສດຖະກິດ.

ກອງປະຊຸມໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ບັນດານະໂຍບາຍ, ຍຸດທະສາດ, ແຜນການ, ກົດໝາຍ ແລະ ນິຕິກຳ ລວມທັງການຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ທີ່ກ່ຽວຂ້ອງກັບປະຊາກອນ ແລະ ການພັດທະນາ, ເຍົາວະຊົນ ແລະ ໄວໜຸ່ມ, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການແກ້ໄຂບັນຫາຄວາມຮຸນແຮງຕໍ່ແມ່ຍິງ ເພື່ອສ້າງຊີວິດທີ່ແຕກຕ່າງຂອງປະຊາຊົນໃນທ້ອງຖິ່ນ ແລະ ປັບປຸງ ຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ.

ໃນພິທີເປີດ ກອງປະຊຸມລະດັບຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາ, ພະນະທ່ານ ສາດສະດາຈານ ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່າວວ່າ: “ນັບແຕ່ແຜນດຳເນີນງານ (PoA) ຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ໄດ້ຮັບການຮັບຮອງ ໃນປີ 1994, ສປປ ລາວ ໄດ້ມີຄວາມຄືບໜ້າຢ່າງພົ້ນເດັ່ນ ໃນການຈັດຕັ້ງປະຕິບັດແຜນດຳເນີນດັ່ງກ່າວ ເປັນຕົ້ນແມ່ນ ອັດຕາສ່ວນຂອງປະຊາກອນທີ່ດຳລົງຊີວິດຕໍ່າກວ່າເສັ້ນຄວາມທຸກຍາກແຫ່ງຊາດ ໄດ້ຫຼຸດລົງຈາກ 48% ໃນປີ 1990 ມາເປັນ 18.3% ໃນປີ 2018-2019, ອັດຕາການຕາຍຂອງແມ່ຫຼຸດລົງຈາກ 530 ຄົນ ຕໍ່ການເກີດມີຊີວິດ 100,000 ຄົນໃນປີ 2000 ມາເປັນ 126 ຄົນຕໍ່ການເກີດມີຊີວິດ 100,000 ຄົນ ໃນປີ 2020, ໂດຍມີອັດຕາການເກີດລູກໂດຍມີຜູ້ຊໍານານການເກີດ 69 %, ອັດຕາການເຂົ້າໂຮງຮຽນປະຖົມ 89.6% ແລະ ບັນດາຂີດໝາຍການປັບປຸງດ້ານອື່ນໆ.”

ທ່ານເອກອັກຄະລັດຖະທູດຂອງສະຫະພາບເອີຣົບ, ເຢຍລະມັນ, ອິນເດຍ, ລຸກຊໍາບວກ, ຕວກກີ, ການາດາ, ພ້ອມທັງຜູ້ຕາງໜ້າອາວຸໂສຂອງສະຖານທູດອົດສະຕາລີ ແລະ ອົງການ USAID ໄດ້ຢືນຢັນຄືນຕໍ່ຄໍາໝັ້ນສັນຍາຂອງລັດຖະບານຂອງຕົນ ໃນການທີ່ຈະສືບຕໍ່ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ເຍົາວະຊົນ ແລະ ໄວໜຸ່ມ, ສິດທິ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ຂໍ້ມູນສໍາລັບການພັດທະນາ ແລະ ຫຼັກການໃນການກ້າວເດີນໄປພ້ອມກັນ. ບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າອາວຸໂສ ໄດ້ຢືນຢັນຄືນຄວາມມຸ່ງໝັ້ນຕໍ່ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ແລະ ຄວາມກ້າວໜ້າທາງດ້ານສຸຂະພາບຂອງແມ່ຍິງ, ເດັກ ແລະ ໄວໜຸ່ມ, ລວມທັງສິດທິ, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ໃນການບັນລຸຄາດໝາຍການເສຍຊີວິດແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນເລກສູນ, ຄວາມຕ້ອງການວາງແຜນຄອບຄົວທີ່ບໍ່ຖືກຕອບສະໜອງໃຫ້ເປັນເລກສູນ ແລະ ຄວາມຮຸນແຮງທາງເພດ ແລະ ການປະຕິບັດທີ່ເປັນອັນຕະລາຍໃຫ້ເປັນເລກສູນ ພາຍໃນປີ 2030.

ທ່ານ ບັກໂຄເດຍ ເບີຄາໂນບ (Bakhodir Burkhanov), ຕາງໜ້າຫ້ອງການປະສານງານຂອງອົງການສະຫະປະຊາຊາດປະຈຳ ສປປ ລາວ ກ່າວວ່າ “ເນື່ອງຈາກ ສປປ ລາວ ຄາດວ່າຈະຫຼຸດພົ້ນຈາກສະຖານະພາບ “ປະເທດດ້ອຍພັດທະນາ” ໃນປີ 2026. ສະນັ້ນ, ນະໂຍບາຍທີ່ມີຄວາມໝາຍຄວາມສໍາຄັນຕ້ອງໄປຄຽງຄູ່ກັນກັບການຈັດຕັ້ງປະຕິບັດທີ່ໝັ້ນຄົງ, ໂດຍມີການສະໜັບສະໜູນຮ່ວມກັນຢ່າງຕໍ່ເນື່ອງຈາກບັນດາຄູ່ຮ່ວມພັດທະນາ, ເພື່ອຍົກສູງຄໍາໝັ້ນສັນຍາໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs). ກອງປະຊຸມຄັ້ງນີ້ຄາດວ່າຈະປະກອບສ່ວນເຂົ້າໃນການທົບທວນກາງສະໄໝຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ເຊິ່ງເປັນໂອກາດທີ່ສໍາຄັນເພື່ອໃຫ້ລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ ຮ່ວມມືກັນສ້າງວິທີແກ້ໄຂທີ່ອີງໃສ່ຫຼັກຖານ ເພື່ອແກ້ໄຂສິ່ງທ້າທາຍດ້ານເສດຖະກິດ ແລະ ການປ່ຽນແປງດິນຟ້າອາກາດ ພ້ອມທັງການເລັ່ງລັດການຈັດຕັ້ງປະຕິບັດແຜນດຳເນີນງານ (PoA) ຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs)”.

ຜູ້ຕາງຫນ້າຂອງອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ທ່ານ ດຣ. ບາກທິຢໍ ຄາດິເຣິບ (Bakhtiyor Kadyrov) ກ່າວວ່າ: “60% ຂອງປະຊາກອນທັງໝົດແມ່ນມີອາຍຸຕໍ່າກວ່າ 30 ປີ, ເຊິ່ງໄວໜຸ່ມບໍ່ແມ່ນພຽງແຕ່ອະນາຄົດ, ແຕ່ພວກເຂົາແມ່ນປະຈຸບັນ ແລະ ພວກເຮົາຈະສະໜັບສະໜູນຄູ່ຮ່ວມງານຈາກພາກລັດຂອງພວກເຮົາ ເພື່ອສົ່ງເສີມການສ້າງຄວາມເຂັ້ມແຂງ ແລະ ຄວາມເປັນຜູ້ນໍາຂອງໄວໜຸ່ມໃນມື້ນີ້. ຄໍາກ່າວນີ້ ກົງກັບຄຳເວົ້າຂອງປະເທດລາວທີ່ເວົ້າວ່າ: “ຊາວໜຸ່ມແມ່ນກະດູກສັນຫຼັງຂອງຊາດ”. ທ່ານ ດຣ ຄາດີເຣິບ ໄດ້ຊົມເຊີຍລັດຖະບານ ແຫ່ງ ສປປ ລາວ ຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງ ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ແລະ ໄດ້ຢືນຢັນການສະໜັບສະໜູນຂອງອົງການ UNFPA ເພື່ອບັນລຸຄວາມກ້າວໜ້າທາງດ້ານສິດທິ ແລະ ທາງເລືອກ. ທ່ານ ຄາດິເຣິບ ສືບຕໍ່ກ່າວວ່າ: “ໂດຍພ້ອມພຽງກັນ ກັບບັນດາຄູ່ຮ່ວມງານຈາກພາກລັດ, ພວກເຮົາໄດ້ສ້າງຄວາມເຂັ້ມຕໍ່ແຜນງານສຸຂະພາບແມ່ ແລະ ວຽກງານຜະດຸງຄັນລະດັບຊາດ, ໄດ້ເຊື່ອມສານການສຶກສາທາງເພດແບບສົມບູນ ເຂົ້າໃນຫຼັກສູດຂອງສະຖາບັນການສຶກສາຕ່າງໆ, ໄດ້ເພີ່ມທະວີການປ້ອງກັນ ແລະ ຕອບໂຕ້ຄວາມຮຸນແຮງບົນພື້ນຖານທາງເພດ, ໄດ້ຜັນຂະຫຍາຍ “ກອບວຽກນາງນ້ອຍ” ແລະ “ລະບົບນິເວດນາງນ້ອຍ” ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສະຖິຕິແຫ່ງຊາດ ແລະ ອື່ນໆ. ເຖິງແນວໃດກໍຕາມ, ພວກເຮົາຍັງຕ້ອງສືບຕໍ່ເດີນທາງຄຽງຄູ່ກັນໄປ ດ້ວຍການເພີ່ມກຳລັງແຮງ ແລະ ວິທີການໃນການແກ້ໄຂບັນຫາໂດຍພິຈາລະນາເຖິງວາລະການພັດທະນາທີ່ຍັງຄົງຄ້າງໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ແຜນດຳເນີນງານ (PoA) ຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD)”

ບັນດາຜູ້ເຂົ້າຮ່ວມທີ່ໄດ້ເຂົ້າຮ່ວມ 5 ກອງປະຊຸມຍ່ອຍ ໃນ 5 ຫົວຂໍ້ເຊັ່ນ: ດ້ານປະຊາກອນ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມທົນທານ; ສຸຂະພາບ ແລະ ສະຫວັດດີການ; ສະຖິຕິ, ການຮ່ວມມືກັບອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະເລັ່ງລັດການຈັດ ຕັ້ງປະຕິບັດແຜນດຳເນີນງານ (PoA) ຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂດຍຜ່ານການສ້າງຕັ້ງຄະນະກຳມະການປະສານງານລະດັບຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາ ເພື່ອຊີ້ນໍາ ແລະ ອໍານວຍຄວາມສະດວກຢ່າງມີປະສິດທິຜົນ ໃຫ້ແກ່ວຽກງານຂອງບັນດາກະຊວງຕ່າງໆ ໃນການສະໜັບສະໜູນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຈັດບຸລິມະສິດ ແລະ ຮັບປະກັນການນໍາໃຊ້ການສໍາຫຼວດໃຫຍ່ປີ 2025 ແລະ ການສໍາຫຼວດດັດຊະນີໝາຍສັງຄົມລາວຄັ້ງທີ III ເພື່ອເປັນບ່ອນອີງໃນການຄົ້ນຄວ້າ-ສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 ສໍາລັບປີ 2026-2030, ການລົງທຶນດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ລະບົບຄຸ້ມຄອງຂໍ້ມູນບໍລິຫານປົກຄອງແຫ່ງຊາດ ແລະ ອື່ນໆ. ທ່ານຜູ້ຕາງໜ້າໃຫ້ແກ່ບັນດາຊາວໜຸ່ມ ແລະ ຄົນພິການ ໄດ້ສະແດງຄວາມດີໃຈຢ່າງສູງຕໍ່ການມີສ່ວນຮ່ວມຂອງເຂົາເຈົ້າໃນກອງປະຊຸມດັ່ງກ່າວ ເຊິ່ງໄດ້ໃຫ້ໂອກາດແກ່ທຸກຄົນເປັນສ່ວນໜຶ່ງຂອງການພັດທະນາ ແລະ ແກ້ໄຂບັນຫາຮ່ວມກັນ ເພື່ອກ້າວໄປສູ່ການສົ່ງເສີມ ສິດທິ ແລະ ທາງເລືອກຂອງພົນລະເມືອງລາວທຸກຄົນ.

ໃນກອງປະຊຸມຄັ້ງນີ້ ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ກຽດກ່າວຖະແຫຼງການ ຂອງກອງປະຊຸມລະດັບຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາ ເຊິ່ງໄດ້ກຳນົດທິດທາງ ແລະ ວຽກງານຈຸດສຸມຕົ້ນຕໍຈໍານວນໜຶ່ງ ເພື່ອສືບຕໍ່ຈັດຕັ້ງປະຕິບັດດັ່ງນີ້:

1.   ຄຸ້ມຄອງ ແລະ ນໍາໃຊ້ຜົນປະໂຫຍດທາງດ້ານປະຊາກອນ.

2.   ກະກຽມຄວາມພ້ອມໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ມີຜົນກະທົບຕໍ່ ວຽກງານສາທາລະນະສຸກ, ການປົກປ້ອງສັງຄົມ ແລະ ແກ້ໄຂບັນຫາຮ່ວມກັນ.

3.   ຊຸກຍູ້ສົ່ງເສີມສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ລວມທັງສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ.

4.   ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຄຸ້ມຄອງຂໍ້ມູນປະຊາກອນ ແລະ ກອບການຕິດຕາມກວດກາລະດັບຊາດ ເພື່ອການພັດທະນາເສດຖະກິດ-ສັງຄົມ.

5.   ການມີສ່ວນຮ່ວມ ແລະ ຮັບປະກັນການນໍາໃຊ້ທ່າແຮງຊັບພະຍາກອນ ແລະ ບຸກຄະລາກອນພາຍໃນທັງຫມົດ, ລວມທັງພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອສະໜັບການໜູນແຜນດຳເນີງານຂອງກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ.

ກອງປະຊຸມດັ່ງກ່າວຖືເປັນໂອກາດທີ່ສຳຄັນໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ທັງເປັນການຢືນຢັນອີກຄັ້ງຂອງຄຳໝັ້ນສັນຍາໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢ່າງຕັ້ງໜ້າ ທັງເລັ່ງຈັດຕັ້ງປະຕິບັດແຜນດໍາເນີນງານ ICPD ໂດຍຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງພ້ອມກັນຈັດຕັ້ງປະຕິບັດຢ່າງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ເພື່ອໃຫ້ພວກເຮົາບັນລຸເປົ້າໝາຍ ແລະ ຄາດໝາຍທີ່ວາງໄວ້. ຂໍ້ສະເໜີແນະ ແລະ ແຜນດຳເນີນງານທີ່ເປັນຍຸດທະສາດຂອງກອງປະຊຸມຈະປະກອບສ່ວນ ໃສ່ການທົບທວນກາງສະໄໝຂອງແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 9 ທີກຳລັງດຳເນີນຈັດຕັ້ງປະຕິບັດ ພ້ອມນັ້ນ, ຍັງເປັນຂໍ້ມູນເພື່ອກຳນົດບຸລິມະສິດໃສ່ໃນແຜນພັດທະນາແຜນພັດທະນາເສດຖະກິດສັງຄົມຄັ້ງທີ 10 ລວມທັງເປັນຂໍ້ມູນສະໜັບສະໜູນ ການກຽມເປັນປະທານອາຊຽນຂອງ ສປປລາວ ໃນມໍ່ໆນີ້.

***************

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ.

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org