You are here

ນະຄອນຫລວງວຽງຈັນ, 21-22 ມິຖຸນາ 2022 – ກະຊວງສາທາລະນະສຸກ, ເຊິ່ງແມ່ນ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ແລະ ສູນສຸຂະພາບແມ່ ແລະ ເດັກ ໄດ້ຮັບສະໜັບສະໜູນຈາກ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນການຮ່ວມມືໃຫ້ການສະໜອງ (UNFPA Supply Programme) ແລະ ຈາກກອງທຶນຮ່ວມ SDG, ໄດ້ດຳເນີນກອງປະຊຸມເປັນເວລາ 2 ວັນ ແຕ່ວັນທີ 21–22 ມິຖຸນາ 2022. ເພື່ອກວດກາຄືນຄວາມຄືບໜ້າ ແລະ ຜົນສຳເລັດຂອງແຜນງານ ການວາງແຜນຄອບຄົວ ຕັ້ງແຕ່ປີທີ່ຜ່ານມາ. ກອງປະຊຸມໄດ້ເຫັນດີປັບປຸງການວິເຄາະຂໍ້ມູນ ແລະ ການນຳໃຊ້ຂອງພາກເອກະຊົນ ພ້ອມທັງຫຼຸດຜ່ອນ ການຢາກເຂົ້າເຖິງການບໍລິການວາງແຜນຄອບຄົວ ແຕ່ບໍ່ສາມາດເຂົ້າເຖິງໄດ້ຂອງໄວໜຸ່ມ, ປັບປຸງການຄຸ້ມຄອງການສະໜອງແບບລະບົບຕ່ອງໂສ້, ສ້າງຄວາມສາມາດໃຫ້ແກ່ຜູ້ໃຫ້ບໍລິການດ້ານສາທາລະນະສຸກ ໂດຍສະເພາະດ້ານການບໍລິການ ແລະ ຂໍ້ມູນຂ່າວສານ, ເພີ່ມທະວີການລົງທຶນໃນແຜນງານການວາງແຜນຄອບຄົວຈາກແຫຼ່ງງົບປະມານພາຍໃນປະເທດ.

ລັດຖະບານແຫ່ງ .. ລາວ ໄດ້ໃຫ້ຄໍາຫມັ້ນສັນຍາຕໍ່ ICPD25 (ກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ 25) ວ່າຮອດປີ 2030 ຈະສາມາດຢຸດຕິອັດຕາການຕາຍຂອງແມ່ (MMR) ໂດຍຜ່ານຄຸນນະພາບຂອງການດູແລ ພ້ອມທັງຍຸດທະສາດ ແລະ ນະໂຍບາຍກ່ຽວກັບສຸຂະພາບຈະເລີນພັນແມ່ເດັກເກີດໃໝ່ເດັກ ແລະ ໄວໜຸ່ມ ເພື່ອຮັບປະກັນການສະໜອງການບໍລິການດ້ານສຸຂະພາບ ໂດຍອີງໃສ່ຄວາມພ້ອມສາມາດເຂົ້າເຖິງໄດ້ ແລະ ເປັນການບໍລິການທີ່ມີຄຸນນະພາບສູງ. ພ້ອມດຽວກັນນັ້ນກໍຍັງໄດ້ວາງເປົ້າໝາຍໃນການເພີ່ມອັດຕາ ການນໍາໃຊ້ວິທີຄຸມກຳເນີດ (CPR) ຂື້ນ 70% ພາຍໃນປີ 2030ເນື່ອງຈາກການຄາດຄະເນໃນປັດຈຸບັນປີ 2021 ແມ່ນໄດ້ນໍາໃຊ້ CPR ພຽງແຕ່ 53% ເທົ່ານັ້ນ ເຊິ່ງສະແດງໃຫ້ເຫັນວ່າ...ລາວ ຈະຕ້ອງໄດ້ເພີ່ມຂຶ້ນ 17% ​ໃນ 8 ປີຕໍ່ໜ້າເພື່ອບັນລຸຄາດໝາຍທີ່ໄດ້ວາງໄວ້.

ເຖິງຢ່າງໃດກໍຕາມຕັ້ງແຕ່ປີ 2012 ຫາ 2021, ເຫັນວ່າມີພຽງ 190,000 ຄົນເທົ່ານັ້ນທີ່ໄດ້ນໍາໃຊ້ການບໍລິການວາງແຜນຄອບຄົວ   ເຊິ່ງຈະຕ້ອງມີຜູ້ໃຊ້ເພີ່ມເຕີມອີກ 140,000 ຄົນ ພາຍໃນປີ 2030. ເພື່ອໃຫ້ໄດ້ຕາມຄາດໝາຍການເຂົ້າເຖິງການບໍລິການການວາງແຜນຄອບຄົວ ມີທ່າອ່ຽງຫລຸດລົງຢ່າງຫລວງຫລາຍ ໃນຊ່ວງການແຜ່ລະບາດຂອງໂຄວິດ-19. ດັ່ງນັ້ນແຜນງານນດັ່ງກ່າວຈະຕ້ອງໄດ້ເລັ່ງສຸມໃສ່ຢ່າງຕັ້ງໜ້າເພື່ອຮັບປະກັນວ່າ ທຸກຄົນຈະສາມາດເຂົ້າເຖິງການວາງແຜນຄອບຄົວ.

ການວາງແຜນຄອບຄົວແມ່ນໜຶ່ງໃນສາມເສົາຫລັກ ທີ່ຊ່ວຍຫລຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ ພ້ອມທັງເປັນການປັບປຸງສຸຂະພາບ ແລະ ສະຫວັດດິການຂອງແມ່ຍິງ ແລະ ລູກຂອງເຂົາເຈົ້າການວາງແຜນຄອບຄົວຊ່ວຍໃຫ້ແມ່ຍິງ ແລະ ຜູ້ຊາຍສາມາດຕັດສິນໃຈເຖິງການຢາກ ຫລື ບໍ່ຢາກມີລູກເມື່ອໃດທີ່ຕ້ອງການມີລູກຕ້ອງການລູກຫລາຍປານໃດ ແລະ ຕ້ອງການມີລູກເລື້ອຍປານໃດການຍົກສູງການບໍລິການການວາງແຜນຄອບຄົວໃນປີ 2021, ແມ່ນສະແດງໃຫ້ເຫັນວ່າຈໍານວນຂອງຄົນຖືພາ ໂດຍບໍ່ຕັ້ງໃຈແມ່ນໄດ້ຫລຸດລົງໄປເຖິງ 243,000 ຄົນ , ການຫລຸລູກແບບບໍ່ປອດໄພຫລຸດລົງເຖິງ 63,000 ຄົນ ພ້ອມດຽວກັນນັ້ນຈໍານວນການຕາຍຂອງແມ່ກໍໄດ້ຫລຸດລົງເຖິງ 170 ຄົນ.

ໃນ​ບົດ​ກ່າວ​ປາ​ໄສຂອງທ່ານ ດຣ. ບົວແກ້ວ ສຸວັນທອງ, ຮອງ​ຫົວໜ້າ​ກົມ​ອະນາໄມ ​ແລະ ສົ່ງ​ເສີມ​ສຸຂະພາບ ​ໃຫ້​ຮູ້​ວ່າ  ອັດຕາ​ການ​ເຂົ້າເຖິງການບໍລິການ  ​ຢາ​ຄຸມ​ກຳ​ເນີດ ​ກ່ອນ​ການລະບາດຂອງພະຍາດ ​ໂຄ​ວິດ-19 ​ແມ່ນ​ມີ​ຄວາມ​ໝັ້ນ​ທ່ຽງ​ແລະ ສປປ ລາວ ພວມ​ກ້າວ​ໄປ​ສູ່​ການ​​ບັນລຸ​ເປົ້າໝາຍ​ທີ່​ວາງ​ໄວ້. ເຖິງຢ່າງໃດກໍ່ຕາມການເຂົ້າເຖິງການວາງແຜນຄອບຄົວຫຼຸດລົງຢ່າງຫຼວງຫຼາຍໃນໄລຍະການລະບາດຂອງ COVID-19, ສະນັ້ນ ໝາຍຄວາມວ່າພວກເຮົາຕ້ອງພະຍາຍາມຫຼາຍກວ່າສອງເທົ່າ ຖ້າພວກເຮົາຍັງມຸ່ງໄປເຖິງເປົ້າໝາຍທີ່ວາງໄວ້.

ກອງປະຊຸມຄັ້ງນີ້ແມ່ນໄດ້ໃຫ້ກຽດເປັນປະທານຮ່ວມ ໂດຍ ດຣ ວຽງຂັນ ພິໄຊຮອງຫົວໜ້າສູນສຸຂະພາບແມ່ ແລະ ເດັກ ແລະ ທ່ານນາງ ສາລີ ສະກຸນຄູຜູ້ປະສານວຽກງານສຸຂະພາບຈະເລີນພັນ ຕາງໜ້າຈາກອົງການ UNFPA. ພ້ອມດຽວກັນນັ້ນກອງປະຊຸມແມ່ນໄດ້ຮັບການຮ່ວມມືເປັນຢ່າງດີຈາກຫລາຍພາກສ່ວນ  ເຊັ່ນ ຫົວໜ້າກົມ ຫລື ຮອງກົມ ຈາກພາກສ່ວນພະແນກສາທາລະນະສຸກຂັ້ນແຂວງພະນັກງານສະຖິຕິ ແລະ ສຸຂະພາບແມ່ ແລະ ເດັກຈາກ 18 ແຂວງທົ່ວປະເທດພະນັກງານຈາກກະຊວງສາທາລະນະສຸກ ແລະ ກົມທີ່ກ່ຽວຂ້ອງ ພ້ອມທັງຄູ່ຮ່ວມພັດທະນາທີ່ໄດ້ໃຫ້ການສະຫນັບສະຫນຸນແຜນງານການວາງແຜນຄອບຄົວ.

ສໍາລັບຂໍ້ມູນເພີ່ມເຕີມແມ່ນສາມາດຕິດຕໍ່:

 

ດຣວຽງຄໍາ ພິໄຊສູນສຸຂະພາບແມ່ ແລະ ເດັກ

ເບີໂທ: 020 22225953

ທ່ານນາງ ສິຣິພອນ ສະກຸນຄູຜູ້ປະສານງານວຽກງານສຸຂະພາບຈະເລີນພັນ

ເບີໂທ: 020 22887631