ນາງແອ ຈັນວິໄຊ, ຜະດຸງຄັນຈາກໂຮງໝໍເມືອງຫ່າງໄກສອກຫຼີກ ໃນພາກຕາເວັນອອກສຽງເໜືອຂອງ ສປປ ລາວ, ແມ່ນສ່ວນໜຶ່ງຂອງຜູ້ຊ່ຽວຊານດ້ານສາທາລະນະສຸກໜຸ່ມນ້ອຍ ທີ່ໄດ້ຮັບການສ້າງຄວາມສາມາດຈາກ ອົງການ UNFPA ເພື່ອສົ່ງມອບຄວາມຮູ້ ເພື່ອຕໍ່ຕ້ານຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ແລະສຶກສາອົບຮົມຊຸມຊົນຫ່າງໄກສອກຫຼີກ ກ່ຽວກັບການບໍລິການວາງແຜນຄອບຄົວ.
ນາງ ອາຍຸໄດ້ 28 ປີ ເຮັດວຽກຢູ່ໂຮງໝໍເມືອງໜອງແຮດ ແຂວງຊຽງຂວາງ ເປັນໜຶ່ງໃນ 12 ຜະດຸງຄັນ ທີ່ມາຈາກແຂວງຫ່າງໄກສອກຫຼີກ ເຊັ່ນ: ຫົວພັນ, ຊຽງຂວາງ ແລະອຸດົມໄຊ ທີ່ມີຊົນເຜົ່າຫຼາກຫຼາຍ ແລະການບໍລິການດ້ານສຸຂະພາບຍັງຈຳກັດ, ເຊິ່ງໄດ້ຮັບການຝຶກອົບຮົມ ການໃຫ້ບໍລິການວາງແຜນຄອບຄົວຈາກ ອົງການ UNFPA ແລະກະຊວງສາທາລະນະສຸກໃນປີ 2021.
"ຂ້ອຍໄດ້ຮຽນຮູ້ກ່ຽວກັບວິທີການຄຸມກຳເນີດທັງໝົດ ແລະຮູ້ສຶກໝັ້ນໃຈຫຼາຍຂຶ້ນ ໃນການໃຫ້ບໍລິການວາງແຜນຄອບຄົວ ສຳລັບແມ່ຍິງ ແລະເດັກຍິງ," ນາງກ່າວກ່ຽວກັບການຝຶກອົບຮົມ, ເຊິ່ງໄດ້ຮັບການສະໜັບສະໜູນດ້ານການເງິນ ຈາກອົງການໂກຟີ ປະຈຳລາວ (KOFIH).
ນາງໄດ້ເຮັດວຽກເປັນຜະດຸງຄັນ ຕັ້ງແຕ່ປີ 2017, ແຕ່ຍັງມີປະສົບການໃນການປະຕິບັດວຽກທີ່ຈໍາກັດ. ໃນເບື້ອງຕົ້ນ ນາງບໍ່ໝັ້ນໃຈທີ່ຈະໃຫ້ຄຳແນະນຳ ແກ່ຜູ້ທີ່ມາຮັບບໍລິການດ້ານການຄຸມກຳເນີດ ເພາະນາງບໍ່ມີປະສົບການຫຼາຍ ໃນການໃຫ້ຄຳແນະນຳວິທີການແກ່ແມ່ຍິງ. ນາງແອ ກ່າວວ່າ “ແຕ່ລະຄັ້ງທີ່ຂ້ອຍຕ້ອງໃຫ້ຄຳແນະນຳ, ຂ້ອຍຕ້ອງຂໍຄວາມຊ່ວຍເຫຼືອ ຈາກເພື່ອນຮ່ວມງານທີ່ໄດ້ຮັບການຝຶກອົບຮົມ.” ມັນເປັນສິ່ງທ້າທາຍສໍາລັບນາງ ເນື່ອງຈາກເມື່ອຄົນເຈັບຖາມກ່ຽວກັບຜົນຂ້າງຄຽງ ແລະລາຍລະອຽດອື່ນໆ ທີ່ກ່ຽວຂ້ອງກັບວິທີການຄຸມກຳເນີດທີ່ພວກເຂົາສົນໃຈ, ນາງບໍ່ສາມາດອະທິບາຍໄດ້.
ນາງກ່າວວ່າ ພາກສ່ວນທີ່ສຳຄັນຂອງການຝຶກອົບຮົມ ແມ່ນການໃຫ້ຄວາມຮູ້ແກ່ພະນັກງານສາທາລະນະສຸກຂັ້ນຮາກຖານເພື່ອຕໍ່ຕ້ານຄວາມເຂົ້າໃຈທີ່ຜິດ.
ນາງແອ ອະທິບາຍວ່າ "ຂ້ອຍແນະນໍາໃຫ້ຄົນເຈັບຂອງຂ້ອຍ ໃຊ້ວິທີການຄຸມກໍາເນີດແບບຝັງ ເຊິ່ງເປັນວິທີການທີ່ໄດ້ຜົນໄລຍະຍາວ, ແຕ່ຫຼັງຈາກນັ້ນ ຂ້ອຍຕ້ອງໄດ້ອະທິບາຍໃຫ້ແມ່ຍິງ ແລະເດັກຍິງຮູ້ວ່າ ມັນເປັນວິທີການທີ່ດີ ແລະບໍ່ກໍ່ໃຫ້ເກີດອັນຕະລາຍ".
ນາງເວົ້າວ່າ ແມ່ຍິງຫຼາຍຄົນມັກຢ້ານການຝັງວັດຖຸເຂົ້າໃນຮ່າງກາຍ ດັ່ງຄຳສັບໃນພາສາລາວວ່າ “ຝັງເຂັມ” ແປວ່າ “ເອົາເຂັມໃສ່ແຂນ”. ການຝຶກອົບຮົມເຮັດໃຫ້ ນາງແອ ແລະຜູ້ຊ່ຽວຊານດ້ານສຸຂະພາບຄົນອື່ນໆ ສາມາດຕ້ານກັບຄວາມຢ້ານທີ່ວ່າ "ເຂັມຈະເຄື່ອນທີ່ອອກຈາກແຂນ ແລະເປັນອັນຕະລາຍຕໍ່ອະໄວຍະວະພາຍໃນ, ເຊັ່ນ: ປອດ ຫຼືຫົວໃຈ" ແລະອະທິບາຍຢ່າງຈະແຈ້ງວ່າ ວິທີການຝັງແມ່ນເຮັດແບບໃດ.
ນາງແອ ເປີດເຜີຍວ່າ ການບໍ່ສາມາດທີ່ຈະສະໜອງຂໍ້ມູນທີ່ມີຄຸນນະພາບໃນການວາງແຜນຄອບຄົວແກ່ແມ່ຍິງ ແລະຄູ່ຜົວເມຍ ໄດ້ໝາຍຄວາມວ່າ ຄົນເຈັບຈຳນວນຫຼາຍບໍ່ໄດ້ຂໍຄວາມຊ່ວຍເຫຼືອ, ເຊິ່ງສົ່ງຜົນໃຫ້ເກີດການຖືພາທີ່ບໍ່ໄດ້ວາງແຜນໄວ້ແລະບັນຫາສຸຂະພາບທາງເພດ ແລະສຸຂະພາບຈະເລີນພັນອື່ນໆ.
ນາງແອ ຍັງເລົ່າຕື່ມວ່າ “ການຝຶກອົບຮົມຄັ້ງນີ້ບໍ່ພຽງແຕ່ຊ່ວຍໃຫ້ຂ້ອຍມີຄວາມຮູ້ ກ່ຽວກັບວິທີການຄຸມກຳເນີດ ແຕ່ຍັງເຮັດໃຫ້ຂ້ອຍໝັ້ນໃຈໃນການໃຫ້ຂໍ້ມູນນຳອີກ. ຂ້ອຍຮູ້ເຕັກນິກກ່ຽວກັບ ວິທີການໃຫ້ຄໍາປຶກສາແກ່ຄົນທີ່ແຕກຕ່າງກັນ ໂດຍອີງໃສ່ຄວາມຕ້ອງການຂອງພວກເຂົາ. ວິທີການແນະນໍາບາງຄົນໃຫ້ຫັນປ່ຽນຈາກ ການໃຊ້ພຽງວິທີການຄຸມກຳເນີດໄລຍະສັ້ນ ເຊັ່ນ: ຖົງຢາງອະນາໄມ ຫຼືຢາຄຸມກໍາເນີດ, ເພາະວິທີການເຫຼົ່ານີ້ ພວກເຂົາຈໍາເປັນຕ້ອງເດີນທາງເລື້ອຍໆ ເພື່ອຊື້ ຫຼືມາຮັບຢາຢູ່ສຸກສາລາ."
ພາຍໃຕ້ການສະໜັບສະໜູນຂອງ ອົງການໂກຟີ ປະຈຳລາວ (KOFIH), ກິດຈະກຳເສີມສ້າງຄວາມສາມາດ ທັງແບບເຊິ່ງໜ້າ ແລະທາງອອນລາຍ ສຳລັບພະນັກງານທີ່ໃຫ້ບໍລິການ, ໂດຍແນໃສ່ບັນດາພາກວິຊາ ແລະແພດຜະດຸງຄັນ ຢູ່ແຂວງຊຽງຂວາງ ແລະ ຫົວພັນ. ການຝຶກອົບຮົມໄດ້ກວມເອົາ ຫົວຂໍ້ການວາງແຜນຄອບຄົວ ແລະ ການເບິ່ງແຍງກໍລະນີປະສູດສຸກເສີນຂັ້ນພື້ນຖານ (BEmOC). ໃນຈຳນວນສຸກສາລາທັງໝົດໃນ2 ແຂວງ, ພະນັກງານ 40% ແມ່ນໄດ້ຮັບການຝຶກອົບຮົມຜະດຸງຄັນ ຢ່າງໜ້ອຍ 1 ຄົນ.
ທ່ານນາງ ມາຣຽມ ເອ. ຄານ, ຜູ້ຕາງຫນ້າຂອງ ອົງການ UNFPA ກ່າວວ່າ: “ອີງຕາມບົດລາຍງານ ຂອງການຜະດຸງຄັນໂລກ (SoWMY) ໃນປີ 2021, ຜະດຸງຄັນທີ່ມີການສຶກສາດີ ສາມາດປະຕິບັດວຽກງານໄດ້ປະມານ 90% ຂອງການບໍລິການ SRMNCAH ທີ່ຈຳເປັນ. ເຖິງຢ່າງໃດກໍຕາມ, ທົ່ວໂລກ ແລະໃນລາວ, ພວກເຮົາຍັງປະເຊີນກັບການຂາດແຄນຜະດຸງຄັນ. ສະນັ້ນ, ພວກເຮົາຕ້ອງລົງທຶນໃສ່ຜະດຸງຄັນ ໂດຍການເພີ່ມຈຳນວນຜະດຸງຄັນທີ່ໄດ້ຮັບການຝຶກອົບຮົມ ແລະນຳໃຊ້ເພື່ອສະໜອງການບໍລິການສຸຂະພາບ ທີ່ມີຄຸນນະພາບໃຫ້ແກ່ແມ່ ແລະເດັກໃນທົ່ວປະເທດ, ເພາະຜະດຸງຄັນສາມາດຊ່ວຍຊີວິດໄດ້! .”
ນາງແອ ເລົ່າວ່າ: “ເມື່ອບໍ່ດົນມານີ້, ມີຄົນເຈັບຄົນໜຶ່ງມາຈົ່ມກັບຂ້ອຍວ່າ ປະຈຳເດືອນຂອງລາວບໍ່ມາ ຫຼັງຈາກການຝັງເພື່ອຄຸມກຳເນີດແລ້ວ. ນາງຢ້ານວ່າ ມັນຈະເປັນອັນຕະລາຍຕໍ່ຮ່າງກາຍຂອງນາງ ແລະນາງຕ້ອງການເອົາມັນອອກ. ກ່ອນການຝຶກອົບຮົມ, ຂ້ອຍພົບຄວາມຫຍຸ້ງຍາກທີ່ຈະໃຫ້ຄໍາອະທິບາຍທີ່ຖືກຕ້ອງ ແລະຊັກຊວນໃຫ້ຄົນເຈັບເກັບຮັກສາຢາຄຸມກຳເນີດທີ່ຖືກຝັງໄວ້ ເນື່ອງຈາກວ່າ ຂ້ອຍບໍ່ຮູ້ກ່ຽວກັບຜົນຂ້າງຄຽງດີປານໃດ. ແຕ່ດຽວນີ້, ຂ້ອຍໃຈເຢັນ ແລະຫມັ້ນໃຈທີ່ຈະອະທິບາຍວ່າ ການຝັງເພື່ອຄຸມກຳເນີດ ເປັນການຝັງຢາທີ່ມີຜົນກະທົບຕໍ່ຮໍໂມນ ແລະຜົນກະທົບຕໍ່ຮ່າງກາຍຂອງພວກເຮົາ ໃນລັກສະນະຕ່າງໆ: ແມ່ຍິງບາງຄົນອາດຈະບໍ່ໄດ້ຮັບຜົນກະທົບໃດໆ ແລະບາງຄົນຈະມີປະຈຳເດືອນທີ່ບໍ່ສະໝໍ່າສະເໝີ. ຄົນເຈັບກໍເຂົ້າໃຈ ແລະຕົກລົງທີ່ຈະເກັບຮັກສາຢາທີ່ໄດ້ຝັງໄວ້. ໃນຖານະທີ່ເປັນຜະດຸງຄັນ, ນີ້ແມ່ນຜົນສໍາເລັດໃນການຊ່ວຍເຫຼືອແມ່ຍິງວາງແຜນວ່າໄດ້ວ່າຈະຖືພາເມື່ອໃດ”.
ການສ້າງຄວາມເຂັ້ມແຂງໃຫ້ແກ່ ການເຮັດວຽກຜະດຸງຄັນຜ່ານການຝຶກອົບຮົມ ແລະການສ້າງຄວາມສາມາດ ແມ່ນໜຶ່ງໃນບັນດາການແກ້ໄຂທີ່ສຳຄັນ ທີ່ລັດຖະບານແຫ່ງ ສປປ ລາວ ພວມຊຸກຍູ້ໃຫ້ບັນລຸເປົ້າໝາຍສຸຂະພາບແມ່ແຫ່ງຊາດ ກໍ່ຄືຄຳໝັ້ນສັນຍາ ICPD25. ອົງການ UNFPA ລະດົມຄວາມຊ່ຽວຊານທາງດ້ານເຕັກນິກ ແລະການສະໜັບສະໜູນທາງດ້ານການເງິນ ລວມທັງຜ່ານຄູ່ຮ່ວມງານເຊັ່ນ: ອົງການໂກຟີ ປະຈຳລາວ (KOFIH), ອົງການລຸກຊໍາບວກ ປະຈຳລາວ (Luxembourg) ແລະ ກອງທຶນສຳລັບວຽກງານສຸຂະພາບແມ່ (MHTF) ເພື່ອຊ່ວຍໃຫ້ລາວບັນລຸເປົ້າໝາຍການຜະດຸງຄັນ, 1 ຄົນຕໍ່ 1 ສຸກສາລາ ໃນປີ 2030. ນັບຕັ້ງແຕ່ການຝຶກອົບຮົມໄດ້ເລີ່ມຂຶ້ນ, ນາງແອ ກໍມີທັກສະ ແລະໝັ້ນໃຈໃນການປະຕິບັດການຜະດຸງຄັນ. ນາງເວົ້າວ່າ "ຈໍານວນຜູ້ທີ່ມາໃຊ້ບໍລິການ ຂອງສຸກສາລາ ເພື່ອຮັບຄໍາປຶກສາກ່ຽວກັບການຄຸມກໍາເນີດ ໄດ້ເພີ່ມຂຶ້ນຢ່າງຫນ້ອຍ 3-5 ເທົ່າໃນປີ 2022".
****
ອົງການ UNFPA, ແມ່ນອົງການທີ່ເຮັດວຽກທາງດ້ານ ສຸຂະພາບທາງເພດ ແລະສຸຂະພາບຈະເລີນພັນຂອງ ສປຊ, ເຊິ່ງເຮັດວຽກຢູ່ໃນຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸເປົ້າໝາຍເຮັດໃຫ້ ການເສຍຊີວິດຂອງແມ່ເປັນສູນ, ການວາງແຜນຄອບຄົວທີ່ບໍ່ຕອບສະໜອງຄວາມຕ້ອງການໃຫ້ເປັນສູນ ແລະຄວາມຮຸນແຮງບົນພື້ນຖານທາງເພດໃຫ້ເປັນສູນ.
ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່: