You are here

ບົດ​ຄວາມ​ຄິດ​ຄວາມ​ເຫັນຂອງ​ບັນ​ນາ​ທິ​ການ ເນື່ອງ​ໃນ​ໂອ​ກາດ​ວັນຜະ​ດຸງ​ຄັນ​ສາ​ກົນ [ວັນ​ທີ 5 ເດືອນພຶດສະພາ ປີ 2023], ໂດຍທ່ານ ບີ​ອອນ ແອນ​ເດີ​ສັນ, ຜູ້ອໍານວຍການ UNFPA ປະຈໍາພາກພື້ນອາຊີ ແລະ ປາຊີຟິກ

ການປັບປຸງສຸຂະພາບຂອງແມ່ ແລະ ເດັກເກີດໃໝ່ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງເປົ້າໝາຍການພັດທະນາແບບຍືນຍົງ, ເຊິ່ງໃນຖານະປະຊາກອນໂລກ ພວກເຮົາມີຄວາມມຸ່ງໝັ້ນທີ່ຈະຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ທີ່ສາມາດປ້ອງກັນໄດ້. ສະຫະ​ປະຊາ​ຊາດ​ໄດ້​ຍົກ​ໃຫ້​ເຫັນຢູ່​ສະ​ເໝີ​ກ່ຽວ​ກັບ​ບົດບາດ​ສຳຄັນ​ຂອງ​​ຜະດຸງຄັນ​ໃນ​ການ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ. ​ເຖິງ​ວ່າ​ຈະ​ມີ​ຄວາມ​ຈຳ​ເປັນ​ເພື່ອເພີ່ມທະ​ວີການ​ລົງທຶນໃສ່​ວຽກ​ງານ​ຜະດຸງຄັນ​ກໍ່ຕາມ, ​ແຕ່​ອາຊີບນີ້​ກໍຍັງ​ຂາດ​ທຶນຮອນ​ຢ່າງ​ໜັກໜ່ວງ, ຊຶ່ງ ສົ່ງ​ຜົນ​ສະທ້ອນຢ່າງ​ຮ້າຍ​ແຮງ​ຕໍ່​ແມ່, ​ເດັກ ​ແລະ ທົ່ວ​ສັງຄົມ.

ໃນທົ່ວໂລກ, ຄວາມຕ້ອງການການດູແລສຸຂະພາບຂອງແມ່ ແລະ ເດັກເກີດໃໝ່ທີ່ມີຄວາມຊໍານິຊໍານານແມ່ນໃຫຍ່ຫຼວງ. ອີງຕາມ ອົງການອະນາໄມໂລກ (WHO), ໃນປີ 2020, ແມ່ຍິງ 287,000 ຄົນເສຍຊີວິດໃນໄລຍະການຖືພາ ແລະ ໄລຍະການເກີດລູກ, ໂດຍ 94% ຂອງການເສຍຊີວິດເຫຼົ່ານີ້ເກີດຂື້ນໃນບ່ອນທີ່ມີຊັບພະຍາກອນຕໍ່າ. ໃນແຕ່ລະມື້, ແມ່ຍິງປະມານ 800 ຄົນເສຍຊີວິດຈາກ ສາເຫດທີ່ສາມາດປ້ອງກັນໄດ້ທີ່ກ່ຽວຂ້ອງກັບການຖືພາ ແລະ ການເກີດລູກ. ຄວາມຈິງທີ່ໂຫດຮ້າຍນີ້ແມ່ນການເຕືອນວ່າ ການລົງທຶນໃນການຜະດຸງຄັນບໍ່ແມ່ນທາງເລືອກເທົ່າ​ນັ້ນ, ແຕ່ແມ່ນຄວາມຈໍາເປັນອັນຮີບດ່ວນ.

ອາທິດແລ້ວນີ້, ຂ້າພະເຈົ້າໄດ້ໄປຢ້ຽມຢາມໂຮງໝໍແມ່ ມາ​ກອຍໃນເຂດຊານເມືອງຊູ​ວາ, ປະເທດ ຟີ​ຈີ - ໂຮງ​ໝໍແມ່ທີ່ນຳພາໂດຍ ຜະດຸງຄັນແຫ່ງທຳອິດໃນປະເທດ. ເຊິ່ງຂ້າພະເຈົ້າຮູ້ສຶກເປັນກຽດທີ່ຈະໄດ້ພົບກັບບັນ​ດາຜະດຸງຄັນຢູ່ທີ່ນັ້ນຊຶ່ງ​ເປັນ​ຜູ້ອຸທິດຊີວິດຂອງຕົນ ເພື່ອຮັບປະກັນວ່າການຖືພາ ແລະ ການເກີດລູກແມ່ນປອດໄພ. ຜະດຸງຄັນມີທັກສະ ແລະ ຄວາມຊ່ຽວ​ຊານໃນການດູແລທີ່ຈໍາເປັນສໍາລັບແມ່ຍິງໃນໄລຍະທີ່ສໍາຄັນໃນຊີວິດຂອງພວກເຂົາ ແລະ ການສືບຕໍ່ລົງທຶນໃສ່ການ​ຍົກ​ລະ​ດັບດ້ານທັກສະ ແລະ ການຝຶກອົບຮົມພວກເຂົາ, ໂດຍສະເພາະໃນການຄຸ້ມຄອງອາການແຊກຊ້ອນໃນໄລຍະການຖືພາ, ແລະ ໄລຍະການເກີດລູກ ແລະ ຫຼັງເກີດລູກ.

ການຂະຫຍາຍຕົວຢ່າງຫຼວງຫຼາຍໃນການດູແລຂອງຜະດຸງຄັນສາມາດຫຼີກລ້ຽງການຕາຍຂອງແມ່ຫຼາຍກວ່າ 40% ພາຍໃນປີ 2035. ເຖິງຢ່າງໃດກໍຕາມອີງຕາມບົດລາຍງານສະ​ຖາ​ນະ​ການວຽກ​ງານຜະດຸງຄັນຂອງໂລກ (ປີ 2021), ທົ່ວໂລກພວມປະເຊີນກັບການຂາດແຄນຜະດຸງຄັນ 900,000 ຄົນ, ດ້ວຍກໍາລັງແຮງງານທີ່ມີຢູ່ພາຍ​ໃຕ້ເງື່ອນໄຂທີ່ທ້າທາຍ.

​ເພື່ອ​ປິດ​ຊ່ອງ​ຫວ່າງ​ທີ່​ສຳຄັນ​ນີ້, ສະຫະ​ປະຊາ​ຊາດ ​ແລະ ບັນດາ​ຄູ່​ຮ່ວມ​ມື​ໄດ້​ເລີ່​ມ​ຕົ້ນດຳ​ເນີນ​ຂໍ້​ລິ​ເລີ່​ມຕ່າງໆເພື່ອ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ງານ​ຜະດຸງຄັນ. ໂຄງການຕ່າງໆ ເຊັ່ນ: ພັນທະມິດເພື່ອປັບປຸງການສຶກສາດ້ານຜະດຸງຄັນ (Alliance to Improve Midwifery Education) ກ້າວໄປສູ່ການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ມີຄຸນນະພາບໂດຍການໃຫ້ ຄວາມສຳຄັນຕໍ່ການຝຶກອົບຮົມ, ການສຶກສາ ແລະ ການປະກອບອາຊີບຂອງຜະດຸງຄັນທັງຫຼາຍ.

​ຍັງມີຫຼາຍຢ່າງທີ່ຕ້ອງ​ໄດ​້​ດຳ​ເນີນ​ການ. ປະຊາ​ຄົມ​ໂລກ​ຍັງ​​​ລົງທຶນບໍ່​ພຽງພໍ​ໃສ່ການ​ສຶກສາ, ລະບຽບ​ການ ​ແລະ ການ​ນຳ​ໃຊ້ ຜະດຸງຄັນ​ໃຫ້​ພຽງພໍ, ຍ້ອນ​ວ່າ​ໃນ​ຫຼາຍ​ບ່ອນ​ທີ່​ມີ​ຊັບພະຍາກອນ​ຕ່ຳ, ຜະດຸງຄັນ​​ໄດ້​ຮັບ​ການ​ຝຶກ​ອົບຮົມ​ບໍ່​ໄດ້ດີເທົ່າ​ທີ່​ຄວນ, ບໍ່​ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ໄດ້ຮັບຄ່າແຮງງານຕ່ຳ.

ນອກຈາກຜົນໄດ້ຮັບດ້ານສຸຂະພາບໂດຍທັນທີສໍາລັບ ແມ່ ແລະ ເດັກແລ້ວ, ກໍາລັງແຮງງານຜະດຸງຄັນທີ່ໄດ້ຮັບການຝຶກອົບຮົມ ແລະ ການສະໜັບສະໜູນທີ່ດີສາມາດເສີມສ້າງລະບົບ​ສາ​ທາ​ລະ​ນະ​ສຸກ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ. ອີງຕາມທະນາຄານໂລກ, ທຸກໆ 1 ໂດລາທີ່ລົງທຶນໃນການດູແລສຸຂະພາບແມ່ ແລະ ເດັກເກີດໃໝ່ນໍາເອົາຜົນຕອບແທນ $9 ໃນບັນ​ດາປະເທດທີ່ມີອັດຕາການຕາຍສູງ. ຜະດຸງຄັນຍັງຊ່ວຍສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຍ້ອນວ່າພວກເຂົາ ມີຈຸດພິເສດເພື່ອສົ່ງເສີມສິດທິຂອງແມ່ຍິງ ແລະ ຄວາມເປັນເອກະລາດທາງຮ່າງກາຍ. ພ້ອມກັນນັ້ນ, ຍັງມີຫຼັກຖານທີ່ສະແດງໃຫ້ເຫັນການລົງທຶນໃສ່ຜະດຸງຄັນ ແລະ ວຽກ​ງານຜະດຸງຄັນສາມາດຊ່ວຍຊີວິດຄົນ ແລະ ຫັນປ່ຽນຊຸມຊົນໄດ້ອີກດ້ວຍ.

ການສ້າງຄວາມເຂັ້ມແຂງໃຫ້ແກ່ຜະດຸງຄັນສາມາດສ້າງຜົນໄດ້ຮັບໃນທາງບວກທີ່ຍືນຍົງໂດຍການຊ່ວຍຊີວິດ, ສ້າງຄອບຄົວທີ່ມີສຸຂະພາບດີຂຶ້ນແລະ ຊຸກຍູ້ຊຸມຊົນໃຫ້ມີຄວາມເຂັ້ມແຂງ. ຮອດເວລາແລ້ວທີ່ເຮົາຕ້ອງຮ່ວມກັນປະຕິບັດຜະດຸງຄັນຢ່າງຕັ້ງໜ້າ.

///****///

ທ່ານ ບີ​ຢອນ ແອນ​ເດີ​ສັນ ຜູ້ອໍານວຍການສຳນັກງານປະຈຳ ພາກພື້ນອາຊີ-ປາຊີຟິກຂອງສະຫະປະຊາຊາດ ກອງທຶນສຳລັບປະຊາກອນ, ​ອົງການດ້ານສຸຂະພາບທາງເພດ ແລະ ສຸ​ຂະ​ພາບຈະເລີນພັນຂອງສະຫະປະຊາຊາດ.