You are here

ວັນທີ 05 ພຶດສະພາ 2023, ນະຄອນຫຼວງວຽງຈັນ, ສປປ ລາວ - ສູນກາງຊາວໜຸ່ມລາວ (LYU), ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ລົດໄຟລາວ-ຈີນ (LCR) ໄດ້ເປີດນຳໃຊ້ປ້າຍສາຍດ່ວນໃຫ້ຄຳປຶກສາຢູ່ສະຖານີລົດໄຟ ແລະ ສະຖານີຍ່ອຍທັງໝົດຢູ່ລາວ. ສື່ໃຫ້ຄຳປຶກສາປະກອບມີ ໂປສເຕີ ແລະ ວິດີໂອທີ່ມີຂໍ້ມູນກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ສຸຂະພາບຈິດ ແລະ ຈິດຕະສັງຄົມ. ບັນດາເຄື່ອງມືສື່ໂຄສະນາເຫຼົ່ານີ້ ໄດ້ຕິດຢູ່ສະຖານີລົດໄຟ ແລະ ໄດ້ແຈກຢາຍໃຫ້ຜູ້ໂດຍສານ. ນີ້ແມ່ນການຮ່ວມມືກັບແຜນງານຮ່ວມມືຂອງອົງການສະຫະປະຊາຊາດ, ອົງການ UNAIDS.

ປະເທດລາວ ມີປະຊາກອນໜຸ່ມເກືອບເຄິ່ງໜຶ່ງຂອງປະຊາກອນທີ່ມີອາຍຸຕ່ຳກວ່າ 25 ປີ. ຊາວ​ໜຸ່ມ​ ເປັນແຮງຂັບເຄື່ອນໃນການ​​ພັດ​ທະ​ນາ​ເສດ​ຖະ​ກິດ, ສະ​ຫວັດ​ດີ​ການ​ສັງ​ຄົມ ​ແລະ​ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ເທດ. ຊາວໜຸ່ມ ຍັງມີບົດບາດສຳຄັນໃນການເລັ່ງການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ແຜນດຳເນີນງານ ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD).

ເຖິງຢ່າງໃດກໍ່ຕາມ, ຊາວໜຸ່ມໃນລາວ ຍັງປະເຊີນກັບຄວາມສ່ຽງຫຼາຍຢ່າງ ລວມທັງຄວາມທຸກຍາກ, ຄວາມຈຳກັດໃນການເຂົ້າເຖິງການບໍລິການດ້ານສຸຂະພາບທີ່ເປັນມິດກັບໄວໜຸ່ມ ແລະ ຂາດສານອາຫານ. ສິ່ງທ້າທາຍຕໍ່ຊີວິດການເປັນຢູ່ ແລະ ສະຫວັດດີການຂອງເຂົາເຈົ້າ ກວມເອົາການມີໂອກາດໜ້ອຍໃນການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ການໄດ້ຮັບທັກສະຊີວິດທີ່ຈຳເປັນ. ເດັກຍິງມາຈາກເຂດຫ່າງໄກສອກຫຼີກ, ຄອບຄົວທຸກຍາກ ແລະ ຊົນເຜົ່າ ແມ່ນມີຄວາມສ່ຽງຕໍ່ກັບການແຕ່ງງານກ່ອນໄວອັນຄວນ, ການຖືພາໃນໄວໜຸ່ມ, ການຕິດເຊື້ອຈາກພະຍາດຕິດຕໍ່ທາງເພດສຳພັນ, ຄວາມຮຸນແຮງ ແລະ ອາການສົນໃນເວລາຖືພາ.

ທ່ານ ສຸລິຍາ ແກ້ວພິລາວົງ, ເລຂາທິການ ຫົວໜ້າຫ້ອງການ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ກ່າວວ່າ: “ລັດຖະບານ ສປປ ລາວ ໄດ້ມີຄວາມພະຍາຍາມຢ່າງໃຫຍ່ຫຼວງ ໃນການແກ້ໄຂບັນຫາຄວາມສ່ຽງຂອງເດັກຍິງໜຸ່ມ ໂດຍສົມທົບກັບ ອົງການ UNFPA ແລະ ບັນດາຄູ່ຮ່ວມພັດທະນາອື່ນໆ, ສູນກາງຊາວໜຸ່ມ ນຳໃຊ້ກອບແຜນງານ ນາງນ້ອຍ ເຊິ່ງໄດ້ເປີດຕົວໃນປີ 2016 ຈຸດປະສົງ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງ ແລະ ເດັກຊາຍໜຸ່ມ ໂດຍຜ່ານການເພີ່ມການລົງທຶນ ແລະ ແຜນງານຮອບດ້ານ”.

ແຜນງານຂອງອົງການ UNFPA ມີຈຸດປະສົງ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ຊາວໜຸ່ມທຸກຄົນ, ໂດຍສະເພາະໄວໜຸ່ມຍິງໃຫ້ມີການພັດທະນາ ແລະ ຈະເລີນເຕີບໂຕ. ໄວໜຸ່ມຍິງໜຸ່ມທຸກຄົນ ຄວນໄດ້ຮັບໂອກາດ, ຂໍ້ມູນ ແລະ ການບໍລິການທີ່ຈຳເປັນ ເພື່ອໃຫ້ເຂົາເຈົ້າບັນລຸທ່າແຮງຂອງຕົນ, ຕັດສິນໃຈໂດຍມີຂໍ້ມູນ ແລະ ສາມາດເລືອກວ່າຈະແຕ່ງງານເມື່ອໃດ ແລະ ມີລູກຈັກຄົນ. ແນວທາງ ຂອງນາງນ້ອຍ ຈະສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບນິເວດຂອງໄວໜຸ່ມຍິງໜຸ່ມຢູ່ລາວ.

ສູນກາງຊາວໜຸ່ມ ໄດ້ນໍາພາການສ້າງນະໂຍບາຍຊາວໜຸ່ມ ແລະ ເຍົາວະຊົນ ແລະ ກົດໝາຍ ວ່າດ້ວຍຊາວໜຸ່ມ, ບັນດານິຕິກຳເຫຼົ່ານີ້ ໄດ້ສົ່ງເສີມໃຫ້ມີການລົງທຶນໃນຫຼາຍຂະແໜງການ ເຊັ່ນ: ການຝຶກອົບຮົມການບໍລິການທີ່ເປັນມິດກັບຊາວໜຸ່ມ ໃຫ້ແກ່ຜູ້ສະໜອງການບໍລິການດ້ານສຸຂະພາບ; ເພດສຶກສາທີ່ຄົບຊຸດ ສຳລັບນັກຮຽນຊັ້ນປະຖົມ ແລະ ມັດທະຍົມ, ວິທະຍາໄລເຕັກນິກ ແລະ ວິຊາຊີບ; ທັກສະຊີວິດອັນຈຳເປັນໃຫ້ແກ່ເດັກຍິງໜຸ່ມ ຜ່ານກິດຈະກຳເຕົ້າໂຮມກຸ່ມເດັກຍິງນາງນ້ອຍ; ການສ້າງສະຖານທີ່ປອດໄພສໍາລັບເດັກຍິງ ແລະ ແມ່ຍິງ; ສ້າງຄວາມເຂັ້ມແຂງໃຫ້ແກ່ຫຼັກຖານການຄົ້ນຄວ້າທີ່ກ່ຽວຂ້ອງກັບຊາວໜຸ່ມ ແລະ ເຍົາວະຊົນ; ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໂດຍຜ່ານການຂະຫຍາຍການຮ່ວມມື.

ທ່ານ​ນາງ ສິລິພອນ ​ສະກຸນ​ຄູ, ພະນັກງານຮັບຜິດຊອບວຽກງານດັ່ງກ່າວຂອງອົງການ ​UNFPA ​ໄດ້​ກ່າວ​ວ່າ, “​ລົດ​ໄຟ​ລາວ-ຈີນ​ ນຳ​ຜົນ​ປະ​ໂຫຍ​ດ​ມາສູ່ການຂົນສົ່ງ, ການທ່ອງທ່ຽວ ​ແລະ ຫຼາຍ​ຂະ​ແໜງ​ການ​ໃນ​ທົ່ວ​ປະ​ເທດ. ຈຳນວນຜູ້ໂດຍສານທີ່ນຳໃຊ້ລົດໄຟທັງພາຍໃນ ແລະ ຕ່າງປະເທດນັບມື້ນັບມີຈຳນວນຫຼາຍຂຶ້ນ. ດັ່ງນັ້ນ ຂໍ້ມູນ ແລະ ຄວາມຮູ້ກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ສິດທິທາງເພດ, ສຸຂະພາບຈິດ ແລະ ການຊ່ວຍເຫຼືອດ້ານຈິດຕະສັງຄົມ ຈະຊ່ວຍປົກປ້ອງຜູ້ໂດຍສານ ແລະ ນັກທ່ອງທ່ຽວ, ໂດຍສະເພາະຊາວໜຸ່ມ ຈາກຄວາມສ່ຽງ ແລະ ການຂູດຮີດທີ່ອາດຈະເກີດຂຶ້ນໄດ້”.

ໃນເດືອນ ທັນວາ ປີ 2021, ລາວ ໄດ້ເປີດນໍາໃຊ້ທາງລົດໄຟ ວຽງຈັນ-ບໍ່ເຕັນຢ່າງເປັນທາງການ, ເປັນທາງລົດໄຟຄວາມໄວສູງ ຍາວ 422,4 ກິໂລແມັດ (ກມ) ລະຫວ່າງ ນະຄອນຫຼວງ ແລະ ຊາຍແດນ ລາວ-ຈີນ ບໍ່ເຕັນ. ນັບ​ແຕ່​ເປີດ​ນຳ​ໃຊ້ເປັນຕົ້ນມາ, ​ລົດ​ໄຟ​ໄດ້​ຂົນ​ສົ່ງ​ຜູ້​ໂດຍສານ​ຫຼາຍ​ກວ່າ 2,4 ລ້ານ​ເທື່ອ​ຄົນ, ​ໄດ້​ໃຫ້ບໍລິການແກ່​ຊາວໜຸ່ມ ​ແລະ ​ເຍົາວະຊົນ ຈາກ​ບັນດາ​ແຂວງ​ພາກ​ເໜືອ​ໄປ​ຍັງ​ຕົວ​ເມືອງ​ຂອງ​ແຂວງ​ຫຼວງ​ພະ​ບາງ ​ແລະ ນະຄອນຫຼວງ​ວຽງ​ຈັນ. ປັດຈຸບັນໄດ້ເປີດໃຫ້ບໍລິການ​ຜູ້​ໂດຍສານ​ລະຫວ່າງປະເທດ, ຈຳນວນ​ຜູ້​ໂດຍສານ​ທາງ​ລົດ​ໄຟ ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ.

ທ່ານ ອານົງ​ເດດ ເພັດ​ໄກສອນ, ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ ຈຳ​ກັດ (LCRC) ໄດ້​ກ່າວ​ວ່າ, “ພວກ​ເຮົາ​ດີ​ໃຈ​ທີ່​ໄດ້​ນຳ​ໃຊ້​ເວ​ທີ​ທີ່​ມີ​ຢູ່​ແລ້ວ ເພື່ອ​ຊ່ວຍ​ເຫຼືອ​ຊາວໜຸ່ມ ແລະ ເຍົາວະຊົນ ​ຢູ່ ສ​ປ​ປ ລາວ. ບໍລິສັດ LCR ຈະສືບຕໍ່ໃຫ້ການສະໜັບສະໜູນ       ລັດຖະບານລາວ ແລະ ອົງການ UNFPA ໃນການນຳເອົາການບໍລິການທີ່ຈຳເປັນເຫຼົ່ານີ້ ໄປເຖິງຊາວໜຸ່ມ ແລະ ເຍົາວະຊົນໃນທົ່ວປະເທດ”.

***

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org