You are here

ເປົ້າໝາຍການລົງທຶນຂອງ ສປປ ລາວ ແມ່ນການສ້າງອະນາຄົດອັນສົດໃສໃຫ້ກັບຄົນທຸກຄົນ. ການຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່ ແລະ ເດັກ ໃນ ສປປ ລາວ ເປັນສິ່ງທີ່ໜ້າຊົມເຊີຍ ແລະ ຊີວິດຂອງແມ່ຍິງ, ໄວໜຸ່ມ ແລະ ເດັກນ້ອຍ ແມ່ນດີຂຶ້ນຈາກການລົງທຶນ ແລະ ການສຶກສາ. ໃນຂະນະທີ່ ສປປ ລາວ ປະເຊີນກັບການປ່ຽນແປງດ້ານປະຊາກອນຢ່າງຕໍ່ເນື່ອງ, ມັນເປັນໂອກາດທີ່ດີເພື່ອໄດ້ຮັບການປັນຜົນທາງດ້ານປະຊາກອນ ເຊິ່ງໄດ້ຮັບຜົນປະໂຫຍດຈາກຈຳນວນປະຊາກອນໜຸ່ມ ແລະ ກຸ່ມອາຍຸເກນທີ່ກຳລັງເຮັດວຽກຢ່າງເໝາະສົມ ແຕ່ກໍຍັງຄົງມີວິທີທາງອີກຕື່ມເພື່ອຈະໃຫ້ປະເທດລາວບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ່ກ່ຽວຂ້ອງກັບວຽກງານສຸຂະພາບໄດ້ສຳເລັດພາຍ​ໃນປີ 2030.