You are here

ທ່ານ ທອງລຸນ ສີສຸດລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ

"ການລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໄດ້ຈັດຂຶ້ນທຸກໆ ປີ ພ້ອມກັນໃນທົ່ວໂລກ ເລີ່ມແຕ່ວັນທີ 25 ພະຈິກ ຫາ ວັນທີ 10 ທັນວາ.  ສໍາລັບປີ 2020 ໄດ້ດໍາເນີນພາຍໃຕ້ຫົວຂໍ້ “ ການສະໜັບສະ  ໜູນທຶນການຊ່ວຍເຫຼືອການປ້ອງກັນ ແລະ ເກັບກຳຂໍ້ມູນ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ”. ຊຶ່ງໄດ້ດຳເນີນໄປໃນທ່າມກາງການແຜ່ລະບາດຂອງພະຍາດ COVID-19 ຊຶ່ງພາໃຫ້ເກີດ ບໍ່ມີຄວາມໝັ້ນຄົງທາງດ້ານເສດຖະກິດມີການປິດໂຮງຮຽນມີກະແສການເຄື່ອນຍ້າຍແຮງງານ ແລະ ການຂາດວຽກເຮັດງານທຳ. ຊຶ່ງໄດ້ເຮັດໃຫ້ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໃນຮູບແບບຕ່າງໆ ເພີ່ມຂຶ້ນ ໂດຍສະເພາະຄວາມຮຸນແຮງທາງຮ່າງກາຍ, ຈິດໃຈ ແລະ ທາງເພດ ລວມທັງການແຕ່ງງານໃນໄວເດັກເພີ່ມຂຶ້ນ.

ຂ້າພະເຈົ້າ ຈຶ່ງຂໍຮຽກຮ້ອງມາຍັງບັນດາການຈັດຕັ້ງ ແລະ ທຸກພາກສ່ວນ ຈົ່ງຍົກສູງຄວາມຮັບຜິດຊອບກວດກາຄືນອຸປະສັກ ແລະ ສິ່ງທ້າທາຍ ແລະ ຊອກຫາວິທີການແກ້ໄຂໃນຕໍ່ໜ້າ.  ພ້ອມທັງເອົາໃສ່ປະກອບສ່ວນ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX  ແລະ ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ ແລະ ແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໜີພາບຍິງ-ຊາຍ. ໂດຍສະເພາະເອົາໃຈໃສ່ ປັບປຸງຂອດການປະສານງານ ແລະ ການບໍລິການຊ່ວຍເຫຼືອທີ່ຈຳເປັນ ແລະ ມີຄຸນນະພາບແກ່ແມ່ຍິງ ແລະ ເດັກຍິງ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ເປັນຕົ້ນໃຫ້ແກ່ແມ່ຍິງແມ່ຍິງ ທີ່ຢູ່ເຂດຫ່າງໄກສອກຫຼີກ ພ້ອມນີ້ກໍຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ຈົ່ງຍົກສູງຄວາມເປັນເຈົ້າການໃນການປ້ອງກັນ ແລະ ແກ້ໄຂເພື່ອບໍ່ໃຫ້ເກີດຄວາມຮຸນແຮງ ໂດຍເລີ່ມຈາກການປັບປ່ຽນທັດສະນະຄະຕິ ບໍ່ໃຫ້ມີການຈຳແນກຄວາມສະເໝີພາບຍິງ-ຊາຍ  ແລະ ໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຢ່າງເໝາະສົມ."

 

ທ່ານນາງ ມາຣຽມ ເອ. ຄານ, ຜູ້ຕາງໜ້າ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ປະຈຳ ສປປ ລາວ

"ຂະບວນການ 16 ມື້ ເພື່ອຢຸດຕິການໃຊ້ຄວາມຮຸນແຮງທາງເພດ ແມ່ນກິດຈະກຳຂະບວນການສາກົນທີ່ຈັດຂຶ້ນທຸກປີ ໂດຍເລີ່ມຈາກວັນທີ 25 ພະຈິກ, ເຊິ່ງເປັນວັນສາກົນເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຈົນເຖິງວັນທີ 10 ທັນວາ, ວັນສິດທິມະນຸດສາກົນ. ກິດຈະກໍາດັ່ງກ່າວມີຈຸດເລີ່ມຕົ້ນມາຈາກນັກເຄື່ອນໄຫວຂອງສະຖາບັນ Women’s Global Leadership Institution ໃນປີ 1991, ເຊິ່ງເປັນຍຸດທະສາດຂອງອົງກອນຕໍ່ກັບບຸກຄົນ ແລະ ອົງກອນຈັດຕັ້ງທົ່ວໂລກ ເພື່ອຮຽກຮ້ອງການເຄື່ອນໄຫວໃນທົ່ວທຸກມຸມໂລກໃນການເພີ່ມເສີມສ້າງຄວາມຮັບຮູ້, ຊຸກຍູ້ ການຊ່ວຍເຫຼືອ ແລະ ກະຈາຍຂໍ້ມູນກ່ຽວກັບບັນຫາດັ່ງກ່າວ. 

ເພື່ອເປັນການປະກອບສ່ວນເຂົ້າໃນການເຄື່ອນໄຫວຂະບວນການດັ່ງກ່າວ, ແຄມເປັນ UniTE ຂອງກອງເລຂາທິການໃຫຍ່ ຂອງອົງການສະຫະປະຊາຊາດ ເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງພາຍໃນປີ 2030 ຮຽກຮ້ອງໃຫ້ມີການເຄື່ອນໄຫວໃນທົ່ວໂລກເພື່ອເສີມສ້າງຄວາມຮູ້, ແລກປ່ຽນທັດສະນະ ແລະ ນະວັດຕະກຳຕ່າງໆ ເພື່ອແນໃສ່ການພັດທະນາຄຸນນະພາບຊີວິດການເປັນຢູ່ຂອງແມ່ຍິງ ແລະ ເດັກຍິງໃນທົ່ວທຸກມຸມໂລກ. ບັນດາໜ່ວຍງານຂອງ ສປຊ ໃນ ສປປ ລາວ ເອງກໍໄດ້ເຕົ້າໂຮມກັບບັນດາຄູ່ຮ່ວມງານ ໂດຍຍຶດໝັ້ນແກ້ໄຂບັນຫາຄວາມຮຸນແຮງທາງເພດຮ່ວມກັນ. ພວກເຮົາ ສະໜັບສະໜູນລັດຖະບານ, ຮ່ວມມືກັບຄູ່ຮ່ວມພັດທະນາ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ລວມທັງພາກສ່ວນເອກະຊົນ ແລະ ໄວໜຸ່ມ ເຂົ້າໃນການເຄື່ອນໄຫວວຽກງານດັ່ງກ່າວໃຫ້ປະສົບຜົນສຳເລັດ.

ຄວາມຮຸນແຮງຕໍ່ແມ່ຍິງຍັງສືບຕໍ່ເກີດຂຶ້ນໃນລະດັບທີ່ໜ້າວິຕົກກັງວົນ ແລະ ການແພ່ລະບາດຂອງພະຍາດ ໂຄວິດ-19 ກໍຍິ່ງເຮັດໃຫ້ສະຖານະການຮ້າຍແຮງຂຶ້ນໄປຕື່ມ, ນອກນັ້ນ ຍັງມີປາກົດການທີ່ສະແດງໃຫ້ເຫັນວ່າບັນຫາດັ່ງກ່າວເປັນເລື່ອງປົກກະຕິ ແລະ ເປັນວັດທະນະທໍາທີ່ເກີດຂຶ້ນທົ່ວໂລກ ໃນການຈໍາແນກແມ່ຍິງ ພາໃຫ້ຄວາມຮຸນແຮງເກີດຂຶ້ນໂດຍບໍ່ມີການລົງໂທດ. ການສົ່ງເສີມການຢຸດຕິຄວາມຮຸນແຮງທາງເພດນີ້ ຈະເພີ່ມທະວີຄວາມເຂົ້າໃຈ ແລະ ການເຄື່ອນໄຫວຕົວຈິງໃຫ້ຫຼາຍຂຶ້ນ. ໃນ ສປປ ລາວ, ອົງການ UNFPA ເປັນອົງກອນນໍາ ຂອງ ອົງການສະຫະປະຊາຊາດ ໃນການສະໜັບສະໜູນວຽກງານດັ່ງກ່າວ ຕໍ່ລັດຖະບານລາວໃນການກະກຽມແຜນງານທີ່ຈໍາເປັນສໍາລັບການປ້ອງກັນ ແລະ ຕອບໂຕ້ຕ້ານຄວາມຮຸນແຮງຕໍ່ແມ່ຍິງ. ໃນນັ້ນ ວຽກງານດັ່ງກ່າວ ຖືວ່າເປັນວຽກງານທີ່ມີຄວາມສັບຊ້ອນສູງ ແລະ ຮຽກຮ້ອງໃຫ້ມີຄູ່ຮ່ວມມືຈາກຫຼາຍພາກສ່ວນໃນທົ່ວຂະແໜງການຂອງລັດຖະບານ, ຄູ່ຮ່ວມພັດທະນາ, ພົນລະເຮືອນ, ຊຸມຊົນ ລວມເຖິງປະຊາຊົນ. ໂດຍສະເພາະ ຜູ້ຊາຍ ແລະ ໄວໜຸ່ມ ທີ່ມີບົດບາດສໍາຄັນໃນການປ່ຽນແປງພຶດຕິກຳດັ່ງກ່າວ. 

ການເວົ້າເຖິງການຕ້ານການລະເມີດສິດທິຂອງແມ່ຍິງ ແມ່ນສິ່ງທີ່ຈໍາເປັນ ຫາກພວກເຮົາຕ້ອງການສັນຕິພາບ, ຄວາມເທົ່າທຽມ ແລະ ການພັດທະນາທີ່ຍືນຍົງ. ການສະໜັບສະໜູນລັດຖະບານໃນການປັບປຸງບັນດາກົດໝາຍ, ການບໍລິການ ເພື່ອຈັດຕັ້ງປະຕິບັດໃນຊຸມຊົນເພື່ອປ່ຽນແປງທັດສະນະຄະຕິ ແລະ ການປະພຶດທີ່ແບ່ງແຍກ, ເປັນສິ່ງທີ່ຄວນດໍາເນີນການໃນທຸກດ້ານ. ຄວາມຮຸນແຮງຕໍ່ແມ່ຍິງເປັນບັນຫາລະດັບໂລກ ແລະ ມັນຮຽກຮ້ອງໃຫ້ມີການດຳເນີນການໃນຂັ້ນສາກົນ ແລະ ຂັ້ນທ້ອງຖິ່ນ. ການຮຽກຮ້ອງໃຫ້ມີການດໍາເນີນການເຊັ່ນດຽວກັບ ກິດຈະກຳ 16 ມື້ນີ້ເປັນສິ່ງທີ່ສໍາຄັນ ເພາະພວກເຂົາໄດ້ສ່ອງແສງໃຫ້ເຫັນເຖິງບັນຫາດັ່ງກ່າວ ພ້ອມທັງຊຸຸກຍູ້ໃຫ້ຊອກຫາວິທີການແກ້ໄຂໃໝ່ໆ ທັງຊ່ວຍໃຫ້ມີການເພີ່ມທະວີການຕະໜັກຮູ້ກ່ຽວກັບສິ່ງທີ່ຄວນຕ້ອງປ່ຽນແປງ ແລະ ສິ່ງທີ່ເຮົາສາມາດເຮັດໄດ້ໃນການຫຼີກລ່ຽງບໍ່ໃຫ້ມັນເກີດຂຶ້ນ ແລະ ໃຫ້ຢຸດຕິລົງໃນທີ່ສຸດ."

 

 

ທ່ານ ນາງ ອິນທະນາ ບຸບຜາສະຫວັນ, ຜູ້ອຳນວຍການ ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ

ມາຮ່ວມມືກັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

 

ທ່ານ ນາງ ຈັນເພັງ ສີວິລາ, ຜູ້ອຳນວຍການ ສູນພັດທະນາແມ່ຍິງພິການລາວ

ຢ່າທຳຮ້າຍ ແລະ ຈໍາແນກແມ່ຍິງ ແລະ ເດັກນ້ອຍຍິງທີ່ພິການ” 

 

ທ່ານ ນາງ ບົວຈັນ ສີຫານາດ, ຮອງປະທານສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງລາວ ໄດ້ຮວມເອົາຄໍາໝັ້ນໝາຍ ICPD25 ເຂົ້າໃນນະໂຍບາຍແຫ່ງຊາດ 5  ປີວ່າດ້ວຍການພັດທະນາແມ່ຍິງ ແລະ ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍຍິງປີ 2021-2025. ສະຫະພັນແມ່ຍິງລາວ ຍັງໄດ້ຈັດຕັ້ງປະຕິບັດການບໍລິການທີ່ຈໍາເປັນ (ESP) ຕໍ່ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງຕໍ່ເດັກໃນຂັ້ນແຂວງ ແລະ ຂັ້ນເມືອງອີກດ້ວຍ

 

 

 ທ່ານ ນາງ ຊາຣາ ເຊັກເກເນັສ, ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ

ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເຊັ່ນດຽວກັບຕໍ່ທຸກໆເພດ ແມ່ນອາຊະຍາກໍາ, ທັງບໍ່ວ່າຈະຢູ່ເຮືອນ, ບ້ານໃກ້ເຮືອນຄຽງ ຫຼື ຂ້າມຊາຍແດນ. ສະນັ້ນ, ຕ້ອງເລີ່ມດຽວນີ້ ແລະ ຢຸດມັນ.

ສຳລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

ທ່ານ ນາງ ເພັດມະນີ ວິຍາເດດ 

ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org

************

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການ, ທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ໂດຍສະເພາະ ສຸຂະພາບຂອງແມ່, ໃນຫຼາຍກວ່າ 150 ປະເທດ, ລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກ, ແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.