You are here

08 ມີນາ 2023, ນະຄອນຫຼວງວຽງຈັນສປປ ລາວ - ສູນກາງສະຫະພັນແມ່ຍິງລາວອົງການ UNFPA, ແລະ ບັນດາຄູ່ຮ່ວມມື ໄດ້ພ້ອມກັນສະເຫຼີມສະຫຼອງວັນແມ່ຍິງສາກົນ ປະຈຳປີ ເພື່ອເລັ່ງຄວາມກ້າວໜ້າໄປສູ່ຄວາມສະເໝີພາບລະຫວ່າງບົດບາດຍິງ-ຊາຍ ໂດຍຍົກສູງເອົາແມ່ຍິງທຸກເພດທຸກໄວ ຜ່ານກິດຈະກໍາຕ່າງໆໃນທົ່ວ ນະຄອນຫຼວງວຽງຈັນ.

 

ບັນດາທ່ານຮອງລັດຖະມົນຕີເອກອັກຄະລັດຖະທູດປະທານແມ່ຍິງປະຈໍາແຕ່ລະກະຊວງ ແລະ ບັນດາຄູ່ຮ່ວມມືທີ່ສະໜັບສະໜູນຄວາມສະເໝີພາບບົດບາດຍິງ-ຊາຍ ໄດ້ເຕົ້າໂຮມກັນທີ່ເດີ່ນພຣະທາດຫຼວງວຽງຈັນ ເພື່ອຈັດກິດຈະກໍາຍ່າງເພື່ອສຸຂະພາບຄັ້ງທີ ເພື່ອສົ່ງເສີມສິດທິໃນການເຂົ້າເຖິງ ແລະ ມີສ່ວນຮ່ວມຂອງແມ່ຍິງໃນສາທາລະນະຢູ່ທຸກຂົງເຂດຂອງຊີວິດ.

ທ່ານ ນາງ ອິນລາວັນ ແກ້ວບຸນພັນປະທານສູນກາງສະຫະພັນແມ່ຍິງລາວກ່າວວ່າ, “ໃນປະຈຸບັນ ໃນຍຸກໂລກາພິວັດ ການນໍາໃຊ້ເຕັກໂນໂລຊີ ແລະ ການສື່ສານທີ່ທັນສະໄໝ ໄດ້ກາຍເປັນປັດໃຈໜຶ່ງໃນການດໍາລົງຊີວິດຂອງພົນລະເມືອງໃນທົ່ວໂລກ ກໍຄືພົນລະເມືອງລາວ ເປັນຕົ້ນການນໍາໃຊ້ເພື່ອການສື່ສານລະຫວ່າງກັນ, ການເດີນທາງ, ການທໍາມາຫາກິນ, ການນໍາໃຊ້ເພື່ອການດໍາເນີນທຸລະກິດຂະໜາດນ້ອຍ ແລະ ຂະໜາດໃຫ່ຍ ແລະ ບັນຫາອື່ນໆ. ຊຶ່ງບັນຫາດັ່ງກ່າວ ໄດ້ສົ່ງຜົນກະ ທົບທາງດ້ານບວກ ແລະ ດ້ານລົບ ຕໍ່ເອື້ອຍນ້ອງແມ່ຍິງ ຈໍານວນໜຶ່ງທີ່ຂາດທັກສະ ແລະ ຮູ້ເທົ່າບໍ່ເຖິງການ ເຮັດໃຫ້ຫຼົງເຊື່ອຈາກການນໍາໃຊ້ເຕັກໂນໂລຊີ ເຮັດໃຫ້ຕົກເປັນເຫຍື່ອຂອງການຕົວະຍົວະຫຼອກລວງໃນການດໍາເນີນທຸລະກິດ, ຕົວະຍົວະຫຼອກລວງໄປເຮັດວຽກໃນສະຖານທີ່ທີ່ບໍ່ມີຄວາມປອດໄພ ແລະ ບໍ່ໄດ້ຮັບຄ່າແຮງງານຕາມການຕົກລົງ, ເຮັດໃຫ້ມີການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກທີ່ເກີດຈາກການນໍາໃຊ້ເຕັກໂນໂລຊີ.”

ຈາກບັນຫາກ່າວນີ້ ໃນປີນີ້ ການສະເຫຼີມສະຫຼອງວັນແມ່ຍິງສາກົນ ຈຶ່ງໄດ້ມີຫົວຂໍ້ “ດິຈິຕອນສໍາລັບທຸກຄົນ: ນະວັດຕະກໍາ ແລະ ການນໍາໃຊ້ເຕັກໂນໂລຊີເພື່ອຄວາມສະເໝີພາບຍິງ-ຊາຍ” ທັງນີ້ກໍເພື່ອເປັນການສ້າງຂະບວນການເພື່ອຮັບປະກັນໃຫ້ທຸກຄົນໄດ້ເຂົ້າເຖິງເຕັກໂນໂລຊີ ແລະ ການປົກປ້ອງສິດ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກຍິງ ຈາກການໃຊ້ຄວາມຮຸນແຮງໂດຍຜ່ານການນໍາໃຊ້ເຕັກໂນໂລຊີ ໂດຍສະເພາະການເຜີຍແຜ່ສື່ລາມົກອານາຈານທີ່ເປັນການລະເມີດຮີດຄອງປະເພນີອັນດີງາມຂອງຊາດ ແລະ ເປັນການລະເມີດຕໍ່ກົດໝາຍຂອງສປປ ລາວ.

 

ສປປ ລາວ ເປັນປະເທດທີ່ຊຸກຍູ້ຄວາມກ້າວໜ້າ ແລະ ເຫັນດີເຫັນພ້ອມຕໍ່ສິດທິຂອງແມ່ຍິງຢ່າງສະເໝີຕົ້ນສະເໝີປາຍໃນເວທີສາກົນ ໂດຍສື່ໃຫ້ເຫັນຜ່ານບັນດາກົດໝາຍ ແລະ ນະໂຍບາຍແຫ່ງຊາດຕ່າງໆທີ່ຊ່ວຍສະໜັບສະໜູນວຽກງານດັ່ງກ່າວ.

ທ່ານ ນາງ ມາຣຽມ ຄານຜູ້ຕາງໜ້າອົງການ UNFPA, ຊົມເຊີຍ ສູນການສະຫະພັນແມ່ຍິງທີ່ໄດ້ຈັດກິດຈະກໍານີ້ ແລະ ຕໍ່ກັບການນໍາເອົາແມ່ຍິງຜູ້ຊາຍທຸກລຸ້ນອາຍຸມາລວມຕົວກັນ. ທ່ານ ກ່າວວ່າ “ໃນມື້ນີ້ເຮົາມາທໍາຄວາມເຂົ້າໃຈນໍາກັນເບິ່ງວ່າເຕັກໂນໂລຍີ ແລະນະວັດຕະກໍາ ສາມາດເປັນຕົວແປສໍາຄັນສຳລັບສິດທິຂອງແມ່ຍິງ ແລະ ເດັກຍິງ ຫາກຖືກອອກແບບ ແລະ ການນຳໃຊ້ໃຫ້ຕອບສະໜອງກັບຄວາມຕ້ອງການ ແລະ ການນຳໃຊ້ສທີ່ເໝາະສົມບໍ່ວ່າຈະຢູ່ຕາມທ້ອງຖະໜົນຫົນທາງໃນຕົວຈິງ  ຫຼື ໃນພື້ນທີ່ອອນລາຍກໍ່ຕາມ.”

 

ທ່ານ ປອ. ສັນຕິສຸກ ສິມມະລາວົງຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານກ່າວວ່າ “ພິທີໃນຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນ ເພື່ອຈະຍົກໃຫ້ເຫັນຄວາມບໍ່ສະເໜີພາບຍິງ-ຊາຍ ທາງດ້ານເສດຖະກິດ ແລະ ສັງຄົມ ຈາກການນຳໃຊ້ດີຕີຕອນ ແລະ ເຕັກໂນໂລຊີ. ໂດຍສະເພາະແມ່ນໃຫ້ເຫັນຄວາມສຳຄັນໃນການປ້ອງກັນແມ່ຍິງ ແລະ ເດັກຍິງ ທີ່ຖືກເອົາລັດເອົາປຽບ ແລະ ການຫາຜົນປະໂຫຍດທີ່ອຳນວຍຄວາມສະດວກຈາກການນຳໃຊ້ ໄອທີ ແລະ ອິນເຕີເນັດກົມຮັກສາຄວາມປອດໄພທາງອິນເຕີເນັດຂອງພວກເຮົາໄດ້ອອກ​​ກົດໝາຍວ່າດ້ວຍອາດຊະຍາກຳທາງອິນເຕີເນັດ ເພື່ອຮັບການລາຍງານຂອງບຸກຄົນ ແລະ ສົ່ງຕໍ່ກໍລະນີໃຫ້ຕຳຫຼວດຂອງອາຊະຍາກຳທາງອິນເຕີແນັດ ຊຶ່ງເປັນພາກສ່ວນທີ່ມີອຳນາດໃນການສືບສວນຫາຜູ້ກະທຳຜິດ ແລະ ດຳເນີນການແກ້ໄຂທາງກົດໝາຍດຳເນີນການສືບສວນສອບສວນຫາຕຳຫຼວດ.

 

ກ່ອນຈະກ້າວເຂົ້າເຖິງງານສະເຫຼີມສະຫຼອງວັນແມ່ຍິງສາກົນວັນ​ທີ ມີນາ​ນີ້ກະຊວງ​ສາທາລະນະ​ສຸກ ​ແລະ UNFPA ​ກໍ່ໄດ້ຮ່ວມກັນ​ຈັດ​​ງານ “ຍ່າງ​ເພື່ອ​ສຸຂະພາບ” ທີ່ ປະຕູໄຊ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຂໍ້​ກຳນົດ​ດ້ານ​ສຸຂະ​ພາບ​ສະ​ເພາະ​ຂອງ​ແມ່ຍິງ​ທີ່​ມີ​ຄວາມ​ຈຳ​ເປັນ​ຕໍ່​ຄວາມ​ສະ​ເໝີ​ພາບ​ທາງ​ເພດ. ກິດຈະກໍາດັ່ງກ່າວນໍາພາໂດຍ ທ່ານ ປອ ດຣ ບຸນແຟງ ພູມມະໄລສິ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ຮອງລັດຖະມົນຕີທັງສອງທ່ານດຣ. ໄພວັນ ແກ້ວປະເສີດ ແລະ ດຣ. ສະໜອງ ທອງສະນະ ເຊິ່ງໄດ້ເຕົ້າໂຮມເອົາຜູ້ຄົນຫຼາຍກວ່າ 400 ຄົນ.

ທ່ານ ປອ ດຣ ບຸນແຟງ ພູມມະໄລສິ ລັດຖະມົນຕີ ກະຊວງສາທາລະນະສຸກໄດ້ກ່າວໃຫ້ຄໍາເຫັນໃນງານດັ່ງກ່າວວ່າ, “ຄໍາຂັວນຂອງການ​ສະ​ເຫຼີມ​ສະ​ຫຼອງປີນີ້ແມ່ນປະຈວບ​ເໝາະ​​ກັບກະຊວງຂອງ​ພວກ​ເຮົາ​. ກະຊວງ ສາທາລະນະສຸກ ເອງຫາກໍ່ເປີດຕົວຍຸດທະສາດສຸຂະພາບດິຈິຕອນ ທີ່ສຸມໃສ່ການນໍາໃຊ້ເຕັກໂນໂລຊີ ແລະ ນະວັດກໍາໃໝ່ເຂົ້າມາປັບປຸງສຸຂະພາບຂອງປະຊາຊົນ. ພະນັກງານສາທາລະນະສຸກ  ຈະນໍາໃຊ້ເຕັກໂນໂລຊີເພື່ອປັບປຸງການຄຸ້ມຄອງ ແລະ ການປິ່ນປົວຄົນເຈັບເພື່ອເກັບກໍາຂໍ້ມູນ ແລະ ໝູນໃຊ້ຂໍ້ມູນດັ່ງກ່າວ. ນອກນັ້ນ ຍັງຈະຊ່ວຍຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ບັນລຸບັນດາເປົ້າໝາຍຕ່າງໆ. ພວກເຮົາຍັງຕ້ອງສືບຕໍ່ສຸມໃສ່ຮັບປະກັນການສົ່ງຕໍ່ຄົນເຈັບທີ່ປອດໄພ ແລະ ຊຸກຍູ້ສົ່ງເສີມໃຫ້ແມ່ຍິງ ແລະ ເດັກຍິງເຂົ້າເຖິງການບໍລິການທີ່ຮັບປະກັນການເກີດລູກຢ່າງປອດໄພ.

 

ນອກນັ້ນ ໃນວັນທີ ມີນາ ຍັງຈະມີການຈັດການກວດກາສາຍຕາຟຣີໃຫ້ກັບແມ່ຍິງທີ່ສູນຝຶກອົບຮົມແມ່ຍິງ ແລະ ກິດຈະກໍາສະເຫຼີມສະຫຼອງທາງວັດທະນະທໍາທີ່ ສູນການຮ່ວມມື ແລະ ການຝຶກອົບຮົມສາກົນ (ICTC) ໃນວັນທີ 10 ມີນາ. ການສະເຫຼີມສະຫຼອງວັນແມ່ຍິງປີ 2023 ຈະ​ປິດທ້າຍດ້ວຍກິດຈະກໍາ “ການບໍລິຈາກ” ທີ່​ຫ້ອງການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ວັນ​ທີ 22 ມີ​ນາເພື່ອ​ຮັບ​ປະ​ກັນ​ວ່າ​ແມ່​ຍິງ​ສາ​ມາດ​ເຂົ້າ​ເຖິງ​ເລືອດ​ທີ່ຈະມາ​ຊ່ວຍ​ຊີ​ວິດ​ໃນ​ການຜ່າຄອດ ແລະ ອາກາດ​ເລືອດ​ໄຫຼ​ຫຼັງ​ການ​ເກີດ​ລູກ.

 

*** 

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

 

ສຳລັບຂໍ້ມູນເພີ່ມຕື່ມຕິດຕໍ່:

laos.office@unfpa.org