You are here

ວັນທີ 25 ເມສາ 2023, ນະຄອນຫຼວງວຽງຈັນ, ສປປ ລາວ - ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຂອງ ສະຫະພັນແມ່ຍິງລາວ ທີ່ໄດ້ຮັບການສະໜັບສະໜູນຈາກອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ລັດຖະບານອົດສະຕຣາລີ ໄດ້ເປີດຂຶ້ນເປັນທາງການທີ່ ແຂວງ ບໍ່ແກ້ວ ໃນວັນທີ 20 ເມສາ 2023 ທີ່ຜ່ານມາ. ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ແຫ່ງນີ້ ເປັນສູນແຫ່ງທີ 3 ຂອງລັດຖະບານເພື່ອປົກປ້ອງຜູ້ລອດຊີວິດຈາກຄວາມຮຸນແຮງໃນທົ່ວປະເທດ. ສູນໃຫ້ຄໍາປຶກສາແຫ່ງດັ່ງກ່າວມີຄວາມສຳຄັນເປັນພິເສດ ເນື່ອງຈາກແຂວງບໍ່ແກ້ວເອງມີຈຳນວນຫຼາຍບ້ານທີ່ຢູ່ເຂດຫ່າງໄກສອກຫຼີກ, ມີຄວາມຫຼາກຫຼາຍທາງດ້ານຊົນເຜົ່າ, ເປັນເຂດທີ່ຢູ່ໃກ້ກັບເຂດເສດຖະກິດພິເສດ ແລະ ປະເທດເພື່ອນບ້ານ ເຊິ່ງເຮັດໃຫ້ເຂດດັ່ງກ່າວເປັນເຂດທີ່ມີການເຄື່ອນຍ້າຍຂອງຜູ້ຄົນເປັນຈໍານວນຫຼາຍ. 

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານ​ຄະນະ​ບໍລິຫານສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ກ່າວວ່າ: “ແຂວງບໍ່ແກ້ວ ເປັນແຂວງໜຶ່ງທີ່ມີແມ່ຍິງ ທີ່ເຮັດວຽກຢູ່ຕາມຮ້ານອາຫານ ແລະ ສະຖານທີ່ບັນເທິງພາຍໃນແຂວງ ແລະ ມີແຮງງານເຄື່ອນຍ້າຍໄປຕ່າງປະເທດ ແລະ ມີແຮງງານເຄື່ອນຍ້າຍເຂົ້າມາປະເທດ ເຊິ່ງເຮັດໃຫ້ແມ່ຍິງ ເກີດມີການຖືກເອົາປຽບ, ມີການຖືກຕົວະຍົວະ, ການຂາຍບໍລິການ ແລະ ເກີດການໃຊ້ຄວາມຮຸນແຮງ. ສູນດັ່ງກ່າວນີ້ ຈະເປັນບ່ອນຊ່ວຍເຫຼືອແມ່ຍິງ ແລະ ເດັກຍິງ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ເປັນບ່ອນໃຫ້ການບໍລິການຊ່ວຍເຫຼືອໃນດ້ານຕ່າງໆ ເຊັ່ນ: ການໃຫ້ຄໍາປຶກສາ, ການຊ່ວຍເຫຼືອເບື້ອງຕົ້ນທາງດ້ານສຸຂະພາບ, ການໃຫ້ທີ່ພັກພິງຊົ່ວຄາວ ແລະ ນອກຈາກນັ້ນ ກໍ່ຈະເປັນບ່ອນຝຶກວິຊາຊີບໃຫ້ແມ່ຍິງຜູ້ທີ່ຖືກເຄາະຮ້າຍ ແລະ ແມ່ຍິງຜູ້ດ້ອຍໂອກາດ.

ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ແຂວງບໍ່ແກ້ວ ແຫ່ງນີ້ ໄດ້ເປີດຂຶ້ນໃນມື້ນີ້  ກໍສະແດງໃຫ້ເຫັນບາດກ້າວໃໝ່ ໃນການຊ່ວຍເຫຼືອແມ່ຍິງ ແລະ ພັດທະນາແມ່ຍິງຂອງພວກເຮົາ ໄປຕາມທິດ 3 ສ້າງຂອງລັດຖະບານ”.

ສູນແຫ່ງນີ້ ສາມາດເປັນທີ່ພັກອາໄສຊົ່ວຄາວຮອງຮັບຜູ້ລອດຊີວິດຈາກຄວາມຮຸນແຮງ ຫຼື ຜູ້ທີ່ມີຄວາມສ່ຽງຕໍ່ຄວາມຮຸນແຮງ ຫຼື ການຄ້າມະນຸດໂດຍບໍ່ຈຳແນກເພດ. ຢູ່ ສປປ ລາວ, ຜູ້ທີ່ຊອກຫາບ່ອນລີ້ໄພສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກຍິງ (ບາງຄັ້ງແມ່ນແມ່ຍິງທີ່ມີລູກ) ທີ່ຫຼົບໜີຈາກສະຖານະການຮຸນແຮງ ຫຼື ການຖືກກົດຂີ່ຂູດຮີດ. ສູນນີ້ ຈະປົກປ້ອງຜູ້ລອດຊີວິດໃຫ້ປອດໄພຈາກຜູ້ກະທໍາ ແລະ ເບິ່ງແຍງພວກເຂົາໃນການຟື້ນຕົວ.

ສູນແຫ່ງນີ້ຈະໃຫ້ການບໍລິການແກ່ກໍລະນີທີ່ໄດ້ຮັບຜົນກະທົບ ຜ່ານການຊ່ວຍເຫຼືອທາງດ້ານຈິດໃຈ-ສັງຄົມ, ການຊ່ວຍເຫຼືອດ້ານການປິ່ນປົວຂັ້ນພື້ນຖານ, ການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ເບິ່ງແຍງຕິດຕາມ ລວມໄປເຖິງການສະໜອງທີ່ພັກອາໄສຊົ່ວຄາວຄຽງຄູ່ກັບການຊ່ວຍເຫຼືອດ້ານເສດຖະກິດ ຫຼື ຝຶກອົບຮົມວິຊາຊີບ ເພື່ອເຮັດໃຫ້ຜູ້ລອດຊີວິດມີທັກສະທີ່ຈໍາເປັນເພື່ອສືບຕໍ່ດໍາລົງຊີວິດຢ່າງເຂັ້ມແຂງ.

ທ່ານ ຄໍາຜະຫຍາ ພົມປັນຍາ, ຮອງເຈົ້າແຂວງ, ແຂວງ ບໍ່ແກ້ວ ໄດ້ກ່າວວ່າ: “ສູນໃຫ້ຄຳປຶກສາ ແລະ ປົກປ້ອງ ແມ່ຍິງ-ເດັກນ້ອຍ ແຫ່ງນີ້ ຈະຊ່ວຍບັນຫາການໃຊ້ຄວາມຮຸນແຮງທີ່ຈະ​ເຮັດໃຫ້ເກີດມີ​ຄວາມສ່ຽງທີ່ຈະຕົກເປັນເຫຍື່ອຈາກ​ການ​ຄ້າ​ມະນຸດ, ຈາກການໃຊ້ຄວາມຮຸນແຮງໃນຮູບແບບຕ່າງໆ. ຍັງເປັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ-ເດັກນ້ອຍ ແລະ ຈະເປັນສູນລົງໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ບັນດານິຕິກໍາ ແລະ ກົດໝາຍ ທີ່ກ່ຽວຂ້ອງ. ສະ​ນັ້ນ, ວຽກ​ງານ​ນີ້​ຈຶ່ງ​ມີ​ຄວາມ​ສຳຄັນ​ທີ່​ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ຍຸຕິ​ທຳ​ໃຫ້​ແກ່​ແມ່ຍິງ ​ແລະ ​ເດັກນ້ອຍ ໃນການ​ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ”.

ທ່ານ ນາງ ມາຣຽມ ເອ. ຄານ, ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ກ່າວວ່າ: “ສູນປົກປ້ອງ ເປັນສ່ວນໜຶ່ງຂອງຊຸດບໍລິການທີ່ຈຳເປັນ ຫຼື “ESP” ທີ່ລັດຖະບານລາວ ເປັນຜູ້ນຳພາໃນການຈັດຕັ້ງປະຕິບັດ ດ້ວຍການສະໜັບສະໜູນຂອງອົງການ UNFPA ເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ. ທາງພວກເຮົາ ແລະ ສູນກາງສະຫະພັນແມ່ຍິງລາວ ກໍຍັງໄດ້ເນັ້ນສ້າງຄວາມເຂັ້ມແຂງໃນການບໍລິການຂະແໜງສັງຄົມ ແລະ ສາທາລະນະສຸກ ເພື່ອຕອບໂຕ້ການໃຊ້ຄວາມຮຸນແຮງທີ່ເກີດຂຶ້ນ. ຂ້າພະເຈົ້າຂໍຂອບໃຈມາຍັງບັນດາຄະນະການນຳ ທີ່ໄດ້ສະໜອງສະຖານທີ່ ແລະ ຕຶກອາຄານ ເພື່ອປົວແປງບູລະນະໃຫມ່ - ການເປັນເຈົ້າການ ແລະ ການປະກອບສ່ວນຂອງລັດຖະບານ ເປັນສິ່ງສຳຄັນຫຼາຍໃນການຮັບປະກັນການພັດທະນາແບບຍືນຍົງ. ສົມທົບເຂົ້າກັບການຊ່ວຍເຫຼືອຈາກປະເທດອົດສະຕຣາລີ ສໍາລັບການປັບປຸງໃໝ່ໃນຄັ້ງນີ້”.

ຢູ່ໃນ ສປປ ລາວ, ໂດຍສະເລ່ຍ ໃນແມ່ຍິງ 10 ຄົນ ທີ່ປະສົບກັບຄວາມຮຸນແຮງ, ຈະມີເຖິງ 7 ຄົນທີ່ບໍ່ພະຍາຍາມຊອກຫາການຊ່ວຍເຫຼືອຈາກຊ່ອງທາງການຊ່ວຍເຫຼືອທີ່ເປັນທາງການ; ໂດຍມີແມ່ຍິງພຽງແຕ່ 2 ຄົນເທົ່ານັ້ນ ທີ່ໄດ້ຈະຂໍຄວາມຊ່ວຍເຫຼືອຈາກເຈົ້າໜ້າທີ່ຈາກຂະແໜງຕ່າງໆເຊັ່ນ: ຕຳຫຼວດ, ຂະແໜງສາທາລະນະສຸກ ຫຼື ການບໍລິການທາງສັງຄົມ. ມີເຫດຜົນຫຼາຍຢ່າງທີ່ຜູ້ລອດຊີວິດລັງເລ ທີ່ຈະຊອກຫາຄວາມຊ່ວຍເຫຼືອ ຫຼັກໆເປັນຕົ້ນກໍ່ຈະແມ່ນ ຍ້ອນການຂາດຂໍ້ມູນຄວາມເຂົ້າໃຈ, ຍ້ອນການໃຫ້ບໍລິການທີ່ຈໍາກັດ ແລະ ບໍ່ສາມາດເຂົ້າເຖິງພື້ນທີ່ປອດໄພ ຫຼື ບ່ອນລີ້ໄພເພື່ອຂໍຄວາມຊ່ວຍເຫຼືອ.

ທ່ານ ແມັດທິວ ແບງສ, ເລຂາເອກ ຈາກ ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ ກ່າວວ່າ: “ພິທີເປີດສູນຄັ້ງນີ້ ເປັນການສະທ້ອນເຖິງຄວາມມຸ່ງໝັ້ນຂອງພວກເຮົາທີ່ຈະກ້າວໄປສູ່ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນລາວ ແລະ ທົ່ວໂລກ. ດັ່ງນັ້ນ ສປປ ລາວຈຶ່ງຕ້ອງໄດ້ມີລະບົບທີ່ເຂັ້ມແຂງເພື່ອສະໜອງການບໍລິການຊ່ວຍເຫຼືອ ແລະ ປ້ອງກັນ. ເຊິ່ງອົດສະຕຣາລີ ມີຄວາມໝາຍໝັ້ນທີ່ຢາກຈະປະກອບສ່ວນສະໜັບສະຫນູນລັດຖະບານ ແລະ ຊຸມຊົນ ເພື່ອບັນລຸການປ່ຽນແປງດັ່ງກ່າວ”.

*** 

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

ສຳລັບຂໍ້ມູນເພີ່ມຕື່ມຕິດຕໍ່:

laos.office@unfpa.org

sengkham.thongphataysak@dfat.gov.au