You are here

ວັນທີ 06 ມີນາ 2023, ທີ່ນະຄອນຫຼວງວຽງຈັນສປປ ລາວ - ຕາມເສັ້ນທາງໄປບໍ່ຄໍາທີ່ໃຫຍ່ທີ່ສຸດໃນປະເທດລາວ ທີ່ເມືອງເຊໂປນແຂວງສະຫວັນນະເຂດ, ເປັນໝູ່ບ້ານທີ່ສະຫງົບສຸກ ເຊິ່ງເປັນໝູ່ບ້ານທີ່ເດັກຍິງ 5 ຄົນ ໄດ້ເລີ່ມຕົ້ນເສັ້ນທາງເພື່ອບັນລຸຄວາມຝັນຂອງພວກເຂົາ, ກະຊວງສຶກສາທິການ ແລະ ກິລາ ແລະ ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA), ຮ່ວມກັບໂຮງແຮມ ຄຣາວພລາຊາ ວຽງຈັນ, ວິທະຍາໄລເຕັກນິກປາກປ່າສັກ ແລະ ຄູ່ຮ່ວມງານອື່ນໆ. 

 

ໃນມື້ນີ້, ກຸ່ມເອື້ອຍນາງນ້ອຍ ຈໍານວນ 5 ຄົນ ໄດ້ສຳເລັດການຝຶກອົບຮົມຫຼັກສູດ 3 ເດືອນ ຊຸດທີ 2 ຢ່າງເປັນທາງການ, ເຊິ່ງເປັນຫຼັກສູດທັກສະການປຸງແຕ່ງອາຫານ, ຄວາມຮູ້ພື້ນຖານດ້ານການເງິນານອອມຊັບ ແລະ ທັກສະຊີວິດ ທີ່ຈໍາເປັນອື່ນໆ ໂດຍການຝຶກໃຫ້ໂດຍ ໂຮງແຮມ ຄຣາວພລາຊາ ວຽງຈັນ, ວິທະຍາໄລເຕັກນິກປາກປ່າສັກ, ທະນາຄານລາວ--ຝະລັ່ງ ( BFL) ແລະ ສູນໄວໜຸ່ມ ນະຄອນຫລວງວຽງຈັນ.

ທ່ານ ສີຊະນະ ບຸບຜາ, ຫົວໜ້າກົມການສຶກສານອກໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: “ຫຼັກສູດຝຶກອົບຮົມນີ້ ເປັນສ່ວນໜຶ່ງຂອງໂຄງການເຕົ້າໂຮມກຸ່ມເດັກຍິງນາງນ້ອຍ ມີຈຸດປະສົງເພື່ອຊ່ວຍຫຼຸດຜ່ອນຊ່ອງຫວ່າງດ້ານຄວາມຮູ້ກ່ຽວກັສຸຂະພາບຈະເລີນພັນ, ເພດສຶກສາ ແລະ ຊ່ອງຫວ່າງດ້ານຄວາມສະເໝີພາບລະຫວ່າງເຂດຕົວເມືອງ ແລະ ຊົນນະບົດ. ​ຫຼັກສູດ​ດັ່ງກ່າວ​ ຍັງ​ໄດ້​ປັບປຸງ​ວຽກງານການ​ສຶກສາ​ນອກ​ໂຮງຮຽນ​ໃນ​ ສປປ ລາວ​ ຢ່າງ​ມີ​ປະສິດທິ​ຜົນ ​ພ້ອມທັງປະກອບສ່ວນ​ເຂົ້າ​ໃນ​ແຜນ​ພັດທະນາ​ການ​ສຶກສາ ​ແລະ ກິລາ 5 ປີ (2021-2025) ​ເພື່ອແນໃສ່ໃຫ້​ທຸກ​ຄົນ​ສາມາດ​ເສີມສ້າງທັກສະຊີວິດ​ຂອງຕົນ ແລະ ໃຊ້ຊີວິດ​ໃຫ້​ມີ​ຄວາມ​ຜາ​ສຸກ ​ແລະ ໝັ້ນຄົງ.

 

ໃນເດືອນພະຈິກ ປີ 2022 ນາງ ແກ້ວຕາ, ທອງໄມ, ເຄນ, ຮັນນີ້ ແລະ ລຳເພັງ ເຊິ່ງແມ່ນກຸ່ມເອື້ອຍນາງນ້ອຍທັງ 5 ຄົນ ໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນ ເພື່ອເສີມສ້າງຄວາມສາມາດ ແລະ ເສີມຂະຫຍາຍທ່າແຮງດ້ານການປະກອບການເພື່ອສ້າງລາຍຮັບໃຫ້ເຂົາເຈົ້າທັງເປັນການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດ ແຜງງານ ນາງນ້ອຍ ແລະ “ລະບົບນິເວດນາງນ້ອຍ” ກໍ່ຄືການຮ່ວມມື ລະຫວ່າງ ພາກລັດ, ອົງການຈັດຕັ້ງສາກົນ ແລະ ພາກເອກະຊົນ  ເຊີ່ງແມ່ນການລິເລີ້ມ ທີ່ດີ 

ໃນການສະໜັບສະໜູນກຸ່ມເດັກຍິງນາງນ້ອຍໃຫ້ກ້າວໄປສູ່ເສັ້ນທາງແຫ່ງຄວາມເຂັ້ມແຂງ.

 

ທ່ານ ນາງ ມາຣຽມ ຄານ ກ່າວວ່າ, “ໄວໜຸ່ມຍິງກຸ່ມນີ້ ເປັນຕົວແທນຂອງຄວາມຫວັງ ແລະ ຄວາມຝັນຂອງໄວໜຸ່ມຍິງຫຼາຍກວ່າ 720.000 ຄົນໃນລາວເຊີ່ງໄດ້ຮັບໂອກາດໃນການຮຽນຮູ້ທີ່ພິເສດນີ້, ພວກເຂົາຈະພັດທະນາໄປໄດ້ໄກທີ່ສຸດ. ອົງການ UNFPA ຍິນດີ ຢືນຄຽງຂ້າງເດັກຍິງກຸ່ມນີ້ທຸກຄົນ ໃນເສັ້ນທາງເພື່ອບັນລຸຄວາມຝັນຂອງພວກເຂົາ. ”

 

ທ່ານ ນັດທະວັດ ເວດປະສິດຜູ້ອໍານວຍການຝ່າຍປະຕິບັດງານ ແລະ ບຸກຄະລາກອນ ກ່າວວ່າ, “ຄຣາວພລາຊາ ວຽງຈັນ ພູມໃຈໃນການເຕີບໂຕຂອງຍິງສາວທັງ 5 ຄົນ, ແລະ ພວກເຮົາດີໃຈ ທີ່ໄດ້ເປັນສ່ວນໜຶ່ງຂອງການຝຶກອົບຮົມໂຄງການທີ່ມີຄວາມໝາຍນີ້ ໃນ ຊຸດທີ 2. ພວກເຮົາ ຄຣາວພລາຊາ ວຽງຈັນ ຈະສືບຕໍ່ສະຫນັບສະຫນູນກຸ່ມເອື້ອຍນາງນ້ອຍ ໃນການສ້າງລາຍຮັບ ແລະ ຊ່ວຍພວກເຂົາໃນການສ້າງຕັ້ງຮ້ານເພື່ອສ້າງລາຍໄດ້ທີ່ບ້ານຂອງພວກເຂົາ."

 

ທ່ານ ປອ ໄຊສະໝອນ ງາມສີ, ຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ກ່າວວ່າ: ວິທະຍາໄລຂອງພວກເຮົາມີຄວາມຍິນດີທີ່ໄດ້ປະກອບສ່ວນເຂົ້າໃນໂຄງການຝຶກອົບຮົມກຸ່ມເອື້ອຍນາງນ້ອຍ ເນື່ອງຈາກພວກເຮົາມີຄວາມພ້ອມດ້ານສິ່ງອຳນວຍຄວາມສະດວກ ແລະ ບຸກຄະລາກອນຢ່າງຄົບຖ້ວນເພື່ອສະໜອງການຝຶກອົບຮົມທີ່ຕ້ອງການ. ​ຂ້າພະ​ເຈົ້າ​ດີ​ໃຈ​ທີ່​ໄດ້​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ງານ ​ແລະ ຫວັງ​ວ່າ​ພວກເຮົາຈະ​ສືບ​ຕໍ່​ຄວາມ​​ພະຍາຍາມ​ນີ້​ ເພື່ອຮ່ວມກັນ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ແມ່ຍິງໄວ​ໜຸ່ມ​ຈາກຊົນນະບົດ​.”


ໂລໂກ້ຕົວຢ່າງຂອງຮ້ານ ຮັນນີ້, ອອກແບບໂດຍ ທີມງານ  Crowne Plaza Vientiane

ນາງ ຮັນນີ້ ວິໄຊກຸມມານ, ໜຶ່ງໃນກຸ່ມເອື້ອຍນາງນ້ອຍ ຈາກບ້ານອາໄລໃຫຍ່ ໄດ້ແບ່ງປັນທັດສະນະຄະຕິຂອງຕົນ ຕໍ່ກັບຫຼັກສູດ 3 ເດືອນຄັ້ງນີ້ ວ່າ “ຂ້ອຍເປັນພຽງ ໄວໜຸ່ມຍິງທຳມະດາຜູ້ໜຶ່ງທີ່ມາຈາກຊົນນະບົດ ແລະ ເຮືອນກໍ່ຕິດກັບປ່າ. ທີ່ເມືອງເຊໂປນ, ພາຍຫລັງນ້ອງໄດ້ເຂົ້າຮ່ວມ ໂຄງການເຕົ້າໂຮມ ກຸ່ມເດັກຍິງ ນາງນ້ອຍ ນ້ອງໄດ້ຮຽນຮູ້ຫຼາຍຢ່າງພາຍໃນໄລຍະ 4 ປີຜ່ານມາ. ປຈຸບັນນີ້, ຍ້ອນໄດ້ມີໂອກາດມາຝຶກອົບຮົມໃນເມືອງໃຫຍ່, ນ້ອງມີຄວາມຫມັ້ນໃຈຫຼາຍຂຶ້ນ, ໄດ້ທັກສະໃຫມ່ຫຼາຍຢ່າງ, ຮູ້ວິທີການວາງແຜນອະນາຄົດຂອງໂຕເອງ ແລະ ມີຄວາມຮູ້ເພີ່ມຂຶ້ນກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງຕົນເອງ.

 

***

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

ສໍາລັບຂໍ້ມູນເພີ່ມເຕີມສາມາດຕິດຕໍ່ປະສານງານໄດ້ທີ່:

ອີເມວlaos.office@unfpa.org