You are here

ນະຄອນຫຼວງວຽງຈັນ, ວັນທີ 7 ກັນຍາ 2021 - ມະຫາວິທະຍາໄລແຫ່ງຊາດລາວ (NUoL) ແລະ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ, ໄດ້ຮ່ວມມືກັບ ກະຊວງສຶກສາທິການ ແລະ ກິລາ, ແລະ ອົງການ UNESCO, ເພື່ອທົບທວນຄືນເຖິງການຈັດຕັ້ງປະຕິບັດວຽກງານເພດສຶກສາແບບຄົບຖ້ວນ ຢູ່ໃນ ສປປ ລາວ ແລະ ປຶກສາຫາລືກ່ຽວກັບການເຊື່ອມໂຍງ ແລະ ການຈັດຕັ້ງປະຕິບັດ ເພດສຶກສາແບບຄົບຖ້ວນ ຫຼື CSE ເຂົ້າໃນການສຶກສາຊັ້ນສູງ. ກອງປະຊຸມຄັ້ງນີ້ໄດ້ເຂົ້າຮ່ວມຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ, ອົງການຈັດຕັ້ງສາກົນ, ແລະ ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມ.

 

ທ່ານ  ຮອງສາສະດາຈານ ໂພສີ ທິດດາວັນ, ຮອງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດລາວ ກ່າວວ່າຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງສູງຕໍ່ ອົງການ UNFPA ແລະ ອົງການ UNESCO ທີ່ໄດ້ສະໜັບສະໜູນໂຄງການນີ້. ຂ້າພະເຈົ້າຕັ້ງໜ້າເອົາໃຈໃສ່ໃນກອງປະຊຸມມື້ນີ້ເພື່ອປຶກສາຫາລືກ່ຽວກັບເພດສຶກສາແບບຄົບຖ້ວນ ເຂົ້າໃນການສຶກສາຢູ່ມະຫາວິທະຍາໄລແຫ່ງຊາດລາວ.

 

ເພດສຶກສາແບບຄົບຖ້ວນ ແມ່ນສ່ວນໜຶ່ງຢູ່ໃນ ຍຸດທະສາດການພັດທະນາໄວໜຸ່ມ ແລະ ເຍົາວະຊົນແຫ່ງຊາດ ແລະ ແຜນພັດທະນາການສຶກສາ ແລະ ກິລາ ຄັ້ງທີ 9 ເຊິ່ງມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ກັບໄວໜຸ່ມ ແລະ ເຍົາວະຊົນ, ເຮັດໃຫ້ເຂົາເຈົ້າມີຄວາມຮູ້ ແລະ ທັກສະໃນຊີວິດທີ່ຈໍາເປັນເພື່ອໃຫ້ຕັດສິນໃຈໄດ້ຢ່າງຖືກຕ້ອງ ເຊິ່ງນໍາໄປສູ່ການມີສຸຂະພາບຊີວິດທີ່ດີ.

 

ປະຊາກອນຂອງ ສປປ ລາວ ຫຼາຍກວ່າເຄິ່ງໜຶ່ງແມ່ນມີອາຍຸຕໍ່າກວ່າ 25 ປີ, ການລົງທຶນໃນໄວໜຸ່ມເພື່ອເຂົ້າເຖິງ ເພດສຶກສາແບບຄົບຖ້ວນ ເຮັດໃຫ້ພວກເຂົາມີທັກສະໃນພາກປະຕິບັດເພື່ອບໍລິຫານຈັດການກັບຕົນເອງ ແລະ ອາລົມ ເຊັ່ນດຽວກັນກັບການປ່ຽນແປງທາງຮ່າງກາຍຂອງພວກເຂົາເມື່ອພວກເຂົາກ້າວເຂົ້າສູ່ໄວຜູ້ໃຫຍ່. ເພດສຶກສາແບບຄົບຖ້ວນໄດ້ສົ່ງເສີມຄວາມຮູ້ໃຫ້ແກ່ເດັກຊາຍ ແລະ ເດັກຍິງປະກອບສ່ວນເຂົ້າໃນການຫຼຸດຜ່ອນການແຕ່ງງານກ່ອນໄວອັນຄວນ ແລະ ການຖືພາທີ່ບໍ່ໄດ້ຕັ້ງໃຈ. ສິ່ງເຫຼົ່ານີ້ ແມ່ນສ່ວນໜຶ່ງຂອງການບັນລຸເປົ້າໝາຍການປະຕິບັດຕາມຄໍາໝັ້ນໝາຍຂອງລັດຖະບານໃນກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD)ໃຫ້ບັນລຸຜົນພາຍໃນປີ 2030 ແລະ ຈະເລັ່ງເອົາໃຈໃສ່ຄວາມຄືບໜ້າໄປສູ່ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9, ແລະ ກຳນົດໃຫ້ ສປປ ລາວໃຫ້ຮັບຜົນປະໂຫຍດຈາກຄວາມເປັນໄປໄດ້ຂອງການປັນຜົນດ້ານປະຊາກອນ.

 

ທ່ານ ຮອງສາສະດາຈານ ດຣ. ລາວັນ ວົງຄໍາສານ, ຮອງຫົວໜ້າກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວຄວາມຂອບໃຈຕໍ່ກັບ  ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນສໍາລັບການຮ່ວມມື ທີ່ມີມາຢ່າງຍາວນານໃນຂະແໜງການສຶກສາ, ທ່ານກ່າວວ່າ " ເພດສຶກສາແບບຄົບຖ້ວນແມ່ນມີຄວາມຈໍາເປັນຫຼາຍ ເນື່ອງຈາກສິ່ງດັ່ງກ່າວໄດ້ມີການເຊື່ອມຕໍ່ກັບຄວາມສະໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ. ເພດສຶກສາແບບຄົບຖ້ວນສາມາດຕອບສະໜອງທັກສະໃນຊີວິດ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບຊັບພະຍາກອນມະນຸດ ທີ່ໄດ້ກວມລວມກັນກັບໄວໜຸ່ມ ເພື່ອໃຫ້ພວກເຂົາມີທັກສະໃນການຕັດສິນໃຈທີ່ສຳຄັນໃນຊີວິດ ແລະ ອະນາຄົດໄດ້ຢ່າງດີ

 

ລັດຖະບານ ສປປ ລາວ ໄດ້ຮັບການສະໜັບສະໜູນ ຈາກອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ໃນການເຊື່ອມສານເພດສຶກສາແບບຄົບຖ້ວນເຂົ້າໃນຫຼັກສູດການຮຽນການສອນ ໂດຍການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາໃຫ້ມີຄຸນນະພາບຍິ່ງຂຶ້ນ. ພາຍໃຕ້ການສະໜັບສະໜູນຈາກອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ, ລັດຖະບານໄດ້ເຊື່ອມສານເພດສຶກສາແບບຄົບຖ້ວນ ໃນການສຶກສາຊັ້ນປະຖົມ ແລະ ມັດທະຍົມ. ເພດສຶກສາປະກອບມີຫຼາຍຫົວຂໍ້ ເຊັ່ນ: ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການປ້ອງກັນພະຍາດຕິດຕໍ່ທາງເພດສຳພັນ/ໂລກເອດ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຄວາມສຳພັນ, ສິດທິເດັກ ແລະ ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານແລະ ການສື່ສານຢ່າງປອດໄພ.

 

ການຝຶກອົບຮົມໃຫ້ແກ່ ຄູປະຈໍາການ ແລະ ນັກຮຽນຄູ ໃນວິທະຍາໄລສ້າງຄູ ຈໍານວນ 8 ແຫ່ງ ແລະ ສະຖາບັນພັດທະນາການສຶກສາວິຊາຊີບ ເພື່ອປັບປຸງທັກສະຂອງພວກເຂົາໃນການສິດສອນເພດສຶກສາຢູ່ໃນໂຮງຮຽນ ແລະ ວິທະຍາໄລ ອະຊິວະສຶກສາ (TVET). ສໍາລັບນັກສຶກສາຈາກສະຖາບັນອະຊິວະ , ເພດສຶກສາໄດ້ກວມເອົາບາງວິຊາເຊັ່ນ: ການວາງແຜນຄອບຄົວ, ການເລືອກທີ່ດີ, ທັກສະການສື່ສານ ແລະ ການນໍາໃຊ້ຂໍ້ມູນ ແລະ ເຕັກໂນໂລຊີການສື່ສານໃຫ້ມີປະສິດທິພາບ.

 

ທ່ານ ນາງ ມາຣຽມ ເອ ຄານ Mariam A. Khan, ຜູ້ຕາງໜ້າປະຈໍາອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ກ່າວວ່າ ເພດສຶກສາແບບຄົບຖ້ວນ ເປັນສິ່ງທີ່ຈໍາເປັນໃນການເຮັດໃຫ້ເຍົາວະຊົນ ແລະ ໄວໜຸ່ມ ພັດທະນາຄວາມຮູ້ທີ່ເໝາະສົມກັບອາຍຸ, ທັດສະນະຄະຕິ ແລະ ທັກສະໃນການມີຄວາມສໍາພັນທີ່ດີ, ເຄົາລົບຄວາມຫຼາກຫຼາຍ ແລະຄວາມສະເໝີພາບລະຫວ່າງຍິງ-ຊາຍ. ຊ່ວຍໃຫ້ຊາວໜຸ່ມ ສາມາດສະທ້ອນໃຫ້ເຫັນມາດຖານຂອງສັງຄົມ, ການຈັດການຄວາມຮູ້ສຶກ ແລະ ສ້າງຄວາມເຂັ້ມແຂງໃຫ້ພວກເຂົາໃຫ້ມີການຕັດສິນໃຈທີ່ປອດໄພກວ່າ.ທ່ານ ກ່າວຕື່ມວ່າ "ເພດສຶກສາມີຄວາມສຳຄັນຫຼາຍກວ່າເກົ່າໃນປັດຈຸບັນ ໂດຍສະເພາະແມ່ນໃນໄລຍະຂອງການລະບາດຂອງພະຍາດໂຄວິດ-19, ເນື່ອງຈາກວ່າ ໄວໜຸ່ມຫຼາຍຄົນບໍ່ໄດ້ເຂົ້າໂຮງຮຽນ, ອາດສົ່ງຜົນຕໍ່ກັບສະພາບຈິດໃຈ ຂອງໄວໜຸ່ມ ແລະ ເຍົາວະຊົນໃນສັງຄົມ. ສະນັ້ນ, ມັນຈິ່ງມີຄວາມສຳຄັນຫຼາຍຕໍ່ກັບການຕອບສະໜອງ ແລະ ການຟື້ນຟູສະພາບໄດ້ຢ່າງໝັ້ນຄົງ."

 

ສໍາລັບຜູ້ທີ່ບໍ່ໄດ້ເຂົ້າໂຮງຮຽນ, ເພດສຶກສາ ແມ່ນໄດ້ຈັດຕັ້ງຜ່ານກິດຈະກຳເຕົ້າໂຮມກຸ່ມເດັກຍິງ ນາງນ້ອຍ (NNGG) ໂດຍກົມການສຶກສານອກໂຮງຮຽນຂອງກະຊວງສຶກສາທິການ ແລະ ກິລາ. ຜູ້ໃຫ້ຄຳແນະນຳ ກິດຈະກຳ ໄດ້ຮັບການຝຶກອົບຮົມ ແລະຍົກລະດັບຄວາມຮູ້ ທັກສະຕ່າງໆ ແລ້ວນໍາເອົາບົດຮຽນເຫຼົ້ານີ້ໄປສອນນ້ອງໆ  ໂດຍສະເພາະໄວໜຸ່ມຍິງ ທີ່ປະລະການຮຽນຢູ່ໃນເຂດຊຸມຊົນຊົນນະບົດ. ເພດສຶກສາ ຍັງໄດ້ລວມເຂົ້າໃນການຝຶກອົບຮົມການແນະນໍາທາງເພດ ແລະ ການຝຶກອົບຮົມລັກສະນະທາງເພດ (SOGIE) ສໍາລັບກຸ່ມ ຫລາກຫລາຍທາງເພດ (LGBTIQ)ໂດຍການຮ່ວມມືກັບ ພູມໃຈທີ່ເປັນເຮົາ Proud to Be Us ແລະ ສະມາຄົມພັດທະນາບົດບາດຍິງ - ຊາຍ ເພື່ອສົ່ງເສີມສິດທິມ, ສຸຂະພາບທາງເພດແລະສຸຂະພາບຈະເລີນພັນ, ຄວາມຫຼາກຫຼາຍທາງເພດກ່ຽວກັບສິດທິ ແລະ ຄວາມເປັນສ່ວນຕົວຂອງບຸກຄົນ.

 

ໃນການປັບຕົວເຂົ້າກັບສະພາບປົກກະຕິແບບໃໝ່ ເນື່ອງຈາກຈາກລະບາດພະຍາດໂຄວິດ-19, ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຮ່ວມມືກັບຄູ່ຮ່ວມພັດທະນາ ເພື່ອຈັດຕັ້ງປະຕິບັດວຽກງານ ເພດສຶກສາ, ສຸຂະພາບຈິດ ແລະ ການຊ່ວຍເຫຼືອທາງດ້ານຈິດຕະສັງຄົມໃຫ້ກັບເຍົາວະຊົນ ແລະ ໄວໜຸ່ມ ໂດຍຜ່ານເບີໂທລະສັບສາຍດ່ວນ, ການຮຽນຮູ້ທາງອອນໄລນ໌, ແລະ ຜ່ານແອັບພລິເຄຊັນມືຖື ນ້ອຍຢາກຮູ້ 'Noi Yakhoo'. ນະວັດຕະກໍາເຫຼົ່ານີ້ສາມາດຊ່ວຍເຮັດໃຫ້ເພດສຶກສາສາມາດເຂົ້າເຖິງໄດ້ຢ່າງສະດວກ ແລະ ງ່າຍດາຍ ຮັບປະກັນຄວາມຕໍ່ເນື່ອງໃນການຮຽນຮູ້ທຸກເວລາ ແລະ ທຸກສະຖານທີ່, ເຖິງແມ່ນວ່າຢູ່ໃນໄລຍະທີ່ໂຮງຮຽນປິດຢູ່ກໍຕາມ.

 

 

 

 

UNFPA

ອົງການ UNFPA, ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (United Nations Population Fund:UNFPA) ແມ່ນ ໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນການທາງເພດ ໃຫ້ເປັນ 0 .

 

 

ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ໄດ້ທີ່:

 

ທ່ານ ສີວົງໄຊ ຈັງປິຕິກຸນ

ຮັບຜິດຊອບ ແຜນງານ ໄວໜຸ່ມ ແລະເຍົາວະຊົນ

ອີເມລ: changpitikoun@unfpa.org

 

 

ທ່ານ ນາງ ວັນລີ ລໍກວາງມິງ,

ນັກວິເຄາະດ້ານການສື່ສານ ແລະ ການເປັນຄູ່ຮ່ວມມື, ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈຳ ສປປ ລາວ

ອີເມລ: lorkuangming@unfpa.org