You are here

02 ພຶດສະພາ 2023, ນະຄອນຫຼວງວຽງຈັນ, ສປປ ລາວ - ສະຖານທູດເຢຍລະມັນ ແລະ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ໄດ້ຮ່ວມກັນເຕົ້່າໂຮມເອົາບັນດາໜ່ວຍທຸລະກິດ ເພື່ອມາຮ່ວມແບ່ງປັນປະສົບການ ແລະ ຊຸກຍູ້ການລົງທຶນຂອງພາກເອກະຊົນເຂົ້າໃນສະຫວັດດິການຂອງພະນັກງານໂດຍຜ່ານ “ມາດຖານທີ່ເປັນມິດຕໍ່ການດໍາເນີນທຸລະກິດຂອງ ນາງນ້ອຍ”

 

“ມາດຖານທີ່ເປັນມິດຕໍ່ການດໍາເນີນທຸລະກິດຂອງ ນາງນ້ອຍ” ແມ່ນການລິເລີ່ມທີ່ສ້າງສັນໂດຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ, ແລະ ຄູ່ຮ່ວມງານຂຶ້ນໃນປີ 2020. ມາດຖານດັ່ງກ່າວຊ່ວຍກໍານົດການດໍາເນີນງານສໍາລັບພາກທຸລະກິດເພື່ອປົກປ້ອງສະຫວັດດີການຂອງຜູ້ອອກແຮງງານຂອງຕົນໂດຍສຸມໃສ່ ແກ້ໄຂບັນຫາອຸປະສັກທີ່ເດັກຍິງ ແລະ ໄວໜຸ່ມຍິງພົບພໍ້, ໂດຍສະເພາະບັນຫາການຂາດສານອາຫານ, ການສຶກສາທີ່ຈຳກັດ, ການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ແລະ ການຮຽນຮູ້ທັກສະຊີວິດທີ່ສຳຄັນ.

ໂດຍຮັບຮູ້ບົດບາດສຳຄັນຂອງພາກທຸລະກິດໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ໂດຍສະເພາະແມ່ນການລົງທຶນທາງດ້ານຊັບພະຍາກອນມະນຸດ, ພະນະທ່ານ ​ນາງ ອານແນັດ ໂນບຣ໋ອກ, ເອກອັກຄະລັດຖະທູດ ເຢຍລະມັນ ປະຈໍາ ສປປ ລາວ, ກ່າວວ່າ, “​ເຢຍລະ​ມັນ​ ຊຸກຍູ້ການ​ລົງທຶນໃນ​ແມ່ຍິງ ​ແລະ ​ເດັກ​ຍິງ ຢ່າງເຕັມສ່ວນ ເຊິ່ງສະແດງໃຫ້ເຫັນຜ່ານນະ​ໂຍບາຍ​ການ​ຕ່າງປະ​ເທດ​ດ້ານແມ່ຍິງ​ຂອງ​ພວກ​ເຮົາ. ການຮ່ວມມືກັບ UNFPA ໃນຄັ້ງນີ້ ແລະ ຄັ້ງຕໍ່ໆໄປແມ່ນເພື່ອປຶກສາຫາລືໂອ້ລົມກັບບັນດາທຸລະກິດ ວ່າຈະສ້າງສະພາບແວດລ້ອມການເຮັດວຽກທີ່ເປັນມິດກັບແມ່ຍິງແນວໃດ. ສ່ວນຕົວແລ້ວຂ້າພະເຈົ້າເຊື່ອວ່າຕອນນີ້ແມ່ນຊ່ວງເວລາທີ່ສໍາຄັນທີ່ລັດຖະບານຂອງຂ້າພະເຂົ້າ ແລະ ລັດຖະບານປະເທດອື່ນໆຕ້ອງໄດ້ລົງມືຕົວຈິງເພື່ອຢຸດຕິຄວາມບໍ່ເທົ່າທຽມຂອງແມ່ຍິງ.”

ສປປ ລາວ ມີປະຊາກອນປະມານ 7.5 ລ້ານຄົນ, ເຊິ່ງສ່ວນໃຫຍ່ຈະແມ່ນຢູ່ໃນໄວອອກແຮງງານຫຼາຍທີ່ສຸດ. ຍິ່ງໄປກວ່ານັ້ນ, ປະເທດລາວມີປະຊາກອນໄວຫນຸ່ມ ອາຍຸຕ່ໍາກວ່າ 25 ປີ ຄິດໄລ່ເປັນ 58%, ເຊິ່ງເປັນໂອກາດທີ່ດີທີ່ຈະເກັບກ່ຽວເອົາຜົນປະໂຫຍດຈາກການປັນຜົນດ້ານປະຊາກອນ ເນື່ອງຈາກຈະມີແຮງງານເຂົ້າສູ່ຕະຫຼາດແຮງງານເປັນຈໍານວນຫຼາຍ.

 

ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າອົງການ UNFPA ໄດ້ກ່າວວ່າ: “ໃນທົ່ວໂລກ ພວກເຮົາສາມາດເຫັນໄດ້ໃນຕົວຈິງວ່າ ບັນດາທຸລະກິດທີ່ປະສົບຜົນສໍາເລັດ ແລະ ຍືນຍົງທີ່ສຸດແມ່ນ ທຸລະກິດທີ່ລົງທຶນໃສ່ພະນັກງານຂອງຕົນ, ແມ່ນທຸລະກິດທີ່ກ້າທີ່ຈະໃຫ້ ແມ່ຍິງເປັນສ່ວນໜຶ່ງຂອງຄະນະຜູ້ບໍລິຫານ, ໃຫ້ແມ່ຍິງມີສິດໃນການຕັດສິນໃຈ ແລະ ຄໍານຶງເຖິງຊຸມຊົນ. ການລົງທຶນໃນພະນັກງານບໍ່ເປັນພຽງແຕ່ເປັນສິ່ງທີ່ຄວນຈະເຮັດ ຫຼື ເຮັດເພື່ອການກຸສົນເທົ່ານັ້ນ ແຕ່ເປັນການຕັດສິນໃຈທີ່ຊານສະຫຼາດສໍາລັບທຸລະກິດ”

ຂໍ້ມູນສາກົນໄດ້ສະແດງໃຫ້ເຫັນວ່າການລົງທຶນໃນສະຫວັດດີການຂອງພະນັກງານແມ່ນການລົງທຶນທີ່ສະຫຼາດທີ່ໃຫ້ຜົນຕອບແທນສູງທັງໃນດ້ານການຜະລິດ ແລະ ຜົນກໍາໄລ. ໂດຍສະເພາະໃນບໍລິບົດຂອງ ສປປ ລາວ, ທີ່ມີແຮງງານໃໝ່ຫຼາຍກວ່າ 84,000 ຄົນຈະເຂົ້າສູ່ຕະຫຼາດແຮງງານໃນແຕ່ລະປີຈົນເຖິງໃນປີ 2030 ແລະ ໃນນັ້ນຈໍານວນເຄິ່ງໜຶ່ງເປັນໄວໜຸ່ມຍິງ.

ທ່ານ ນາງ ຈິນຕິນາ ສີສົມພອນ, ໜຶ່ງໃນແຂກຮັບເຊີນຈາກ ທະນາຄານ ລາວ-ຝຣັ່ງ (BFL) ກ່າວວ່າ, “ທີ່ ທະນະນາຄານ BFL, ພວກເຮົາເຊື່ອໝັ້ນຢ່າງໜັກແໜ້ນວ່າ ການລົງທຶນໃນແມ່ຍິງມີຄວາມສຳຄັນຕໍ່ການຂະຫຍາຍໂຕຢ່າງເກີດຜົນ ແລະ ເຂັ້ມແຂງ. ດັ່ງນັ້ນ ພວກເຮົາ ກໍ່ຄື ທະນະຄານລາວຝຣັ່ງ ໄດ້ເຮັດວຽກຮ່ວມກັບ  UNFPA ເພື່ອພັດທະນາຊຸມຊົນຂອງພວກເຮົາຜ່ານໂຄງການເປັນທະນາຄານທີ່ເປັນມິດຕໍ່ເພດຍິງ. ການສະໜັບສະໜູນຄວາມສາມາດແມ່ຍິງ ແລະ ເດັກຍິງເປັນສິ່ງທີ່ສໍາຄັນຢ່າງຍິ່ງສໍາລັບພວກເຮົາ”

ງານ​ດັ່ງກ່າວ​ສໍາເລັດຢ່າງມີໝາກຜົນ ຜ່ານການແລກປ່ຽນປະສົບການ​ປຶກສາ​ຫາລືກ່ຽວ​ກັບ​ການ​ລົງທຶນ​ດ້ານ​ຊັບພະຍາກອນ​ມະ​ນຸດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ລົງທຶນ​ທີ່​ມີເປັນມິດຕໍ່ແມ່​ຍິງ ແລະ ເດັກຍິງ​ລະຫວ່າງ​ບັນດາ​ຂະ​ແໜງ​ການທຸລະກິດຕ່າງໆ.

*** 

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

ສຳລັບຂໍ້ມູນເພີ່ມຕື່ມຕິດຕໍ່:

laos.office@unfpa.org