You are here

ຄໍາຂວັນສໍາລັບວັນແມ່ຍິງສາກົນໃນປີນີ້ໄດ້ເນັ້ນໜັກເຖິງຜົນກະທົບຂອງຄວາມກ້າວໜ້າທາງດ້ານໂລກອອນລາຍ ແລະ ເຕັກໂນໂລຊີໃນທຸກໆຂົງເຂດຂອງຊີວິດພາຍໃຕ້ຄໍາຂວັນ "“ການນຳໃຊ້ດີຈີຕອນສຳລັບທຸກຄົນ: ການໃຊ້ວັດຕະກຳ ແລະ ເຕັກໂນໂລຊີເພື່ອຄວາມສະເໝີພາບຍິງ-ຊາຍ".

ພວກ​ເຮົາ​ດີ​ໃຈ​ທີ່​ໄດ້​ຮ່ວມມືກັນຢ່າງຕັ້ງໜ້າ​ເພື່ອບັນລຸເປົ້າໝາຍ​ຄວາມ​ສະ​ເໝີ​ພາບ​ທາງບົດບາດຍິງ-ຊາຍຮ່ວມກັນ

ນັບເປັນເວລາສອງສາມປີຜ່ານມາແລ້ວ ຈາກຜົນກະທົບອັນຮຸນແຮງຂອງພະຍາດ COVID-19ເຊິ່ງເປັນຊ່ວງເວລາທີ່ພວກເຮົາຫຼາຍຄົນໃຊ້ເວລາໃນໂລກອອນລາຍເປັນສ່ວນໃຫຍ່ ດັ່ງນັ້ນ ການພິຈາລະນາຫາວິທີໝູນໃຊ້ໂລກດິຈິຕ້ອນ ແລະ ນະວັດຕະກໍາຕ່າງໆເຂົ້າມາເປັນສ່ວນຊ່ວຍສ້າງຄວາມສະເໝີພາບ ແລະ ຄວາມເທົ່າທຽມການສົ່ງເສີມສິດທິ ແລະ ຕົວເລືອກທາງເພດຈຶ່ງຖືເປັນສິ່ງຈໍາເປັນຫຼາຍ!

 

ຈັກຊັກເຄື່ອງເຕົາໄມໂຄຣເວບຢາຄຸມກຳເນີດລ້ວນເປັນສິ່ງປະດິດນະວັດຕະກໍາທີ່ສ້າງການປ່ຽນແປງຢ່າງໃຫຍ່ຫຼວງໃນຊ່ວງເວລາທີ່ຖືກຄິດຄົ້ນຂຶ້ນມາ. ສິ່ງເຫຼົ້ານັ້ນໄດ້ປັບປຸງຊີວິດຂອງແມ່ຍິງລຸ້ນກ່ອນໆເຮັດໃຫ້ພວກເຂົາມີເວລາກັບຕົນເອງຫຼາຍຂຶ້ນ ແລະ ມີສິດຕັດສິນໃຈຕໍ່ຮ່າງກາຍຂອງຕົນ. ແລ້ວນັບຈາກນີ້ໄປເດ ເຕັກໂນໂລຊີໃໝ່ຊະນິດໃດທີ່ຈະເປັນຕົວແປສໍາຄັນໃນການເຮັດໃຫ້ໂລກເຮົາມີຄວາມສະເໝີພາບທາງເພດຫຼາຍຂຶ້ນ ແກ່ແມ່ຍິງ ແລະ ເດັກຍິງໃນລຸ້ນຕໍ່ໆໄປ?

 

ພວກເຮົາຈະມາເລົ່າສູ່ທ່ານຟັງວ່າຜົນໄດ້ຮັບ ແລະ ການປ່ຽນແປງໃດແດ່ທີ່ພວກເຮົາຢາກເຫັນຈາກໂລກຂອງເຮົາທີ່ມີ ອົງປະກອບດ້ານດິຈິຕ້ອນ ແລະ ເຕັກໂນໂລຊີນະວັດກໍາໃໝ່ເພີ່ມຂຶ້ນນັບມື້. ດັ່ງນັ້ນຕໍ່ໄປນີ້ແມ່ນແນວຄວາມຄິດທີ່ເຮົາຢາກ ແບ່ງປັນເພື່ອບັນດາຜູ້ມີຫົວຄິດປະດິດສ້າງ ແລະ ຜູ້ລິເລີ່ມການປ່ຽນແປງໄປຕໍ່ຍອດຊ່ວຍກັນ. ທໍາອິດຄືພວກເຮົາຢາກເຫັນການເຂົ້າເຖິງຂໍ້ມູນຂ່າວສານທາງອອນລາຍ ແລະ ການເຂົ້າເຖິງໂອກາດທີ່ເທົ່າທຽມກັນ​ຢາກ​ເຫັນ​​ແມ່​ຍິງເດັກ​ຍິງ ແລະ ​ກຸ່ມ​ຜູ້ມີ​ຄວາມ​ສ່ຽງປອດໄພ​ໃນໂລກອອນ​ລາຍພວກ​ເຮົາ​ຢາກ​ເຫັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ມີ​ອຳ​ນາດຕັດສິນໃຈ ເພື່ອຊຸກຍູ້​ໃຫ້​ສະ​ຖານ​ທີ່​ເຫຼົ່າ​ນີ້ມີຄວາມ​ເທົ່າ​ທຽມ ແລະ​ ປອດ​ໄພ​ສຳ​ລັບ​ແມ່​ຍິງ ແລະ ​ເດັກ​ຍິງບໍ່ວ່າຈະມີລົດສະນິຍົມ​ທາງ​ເພດແບບໃດກໍ່ຕາມ. ລົດສະນິຍົມທາງເພດ ແລະ ລັກສະນະທາງເພດເປັນສ່ວນປະກອບທີ່ສຳຄັນຂອງຕົວເຮົາເອງ ແລະ ບໍ່ຄວນຖືກຈຳແນກ ຫຼື ລ່ວງລະເມີດ.

 

ສປປ ລາວ ເປັນປະເທດທີ່ຊຸກຍູ້ຄວາມກ້າວໜ້າ ແລະ ເຫັນດີເຫັນພ້ອມຕໍ່ສິດທິຂອງແມ່ຍິງຢ່າງສະເໝີຕົ້ນສະເໝີປາຍໃນເວທີສາກົນ ໂດຍສື່ໃຫ້ເຫັນຜ່ານບັນດາກົດໝາຍ ແລະ ນະໂຍບາຍແຫ່ງຊາດຕ່າງໆທີ່ຊ່ວຍສະໜັບສະໜູນວຽກງານດັ່ງກ່າວ. ຍົກຕົວຢ່າງເຊັ່ນ ນະວັດຕະກໍາແຜນງານ 'ນາງ ນ້ອຍທີ່ຍົກສູງຄວາມສໍາຄັນຂອງການລົງທຶນໃນໄວໜຸ່ມຍິງ ໄດ້ຮັບການຜັກດັນຢ່າງເຕັມສ່ວນຈາກລັດຖະບານ.  ໃນໄລຍະການລະບາດ ແລະ ຫຼັງການລະບາດຂອງພະຍາດໂຄວິດ-19, ການໃຫ້ຄໍາປຶກສາສຸຂະພາບແມ່ແບບທາງໄກໄດ້ຖືກລິເລີ່ມ ແລະ ສືບຕໍ່ນໍາໃຊ້ຢ່າງຕໍ່ເນື່ອງການໃຫ້ຄຳປຶກສາດ້ານສຸຂະພາບຈິດ ແລະ ສະຫວັດດິການທາງດ້ານຈິດໃຈແບບບຸກຄົນ ກໍ່ເພີ່ມຂຶ້ນຫຼັກສູດການສຶກສາໄດ້ຖືກປັບປຸງສາມາດເຂົ້າເຖິງຂໍ້ມູດເພດສຶກສາຜ່ານທາງວິດີໂອອອນລາຍ ແລະ ມີການເປີດຕົວແອັບ ນ້ອຍຢາກຮູ້ ຂຶ້ນ. ທັງໝົດນີ້ແມ່ນຂໍ້ລິເລີ່ມທີ່ກ່ຽວຂ້ອງ ແລະ ສຳຄັນ ເຊິ່ງແນໃສ່ຫຼຸດຜ່ອນຄວາມແບ່ງແຍກດ້ານດິຈິຕ້ອນໃນລາວອັນເປັນເງື່ອນໄຂພື້ນຖານທີ່ຈະຊ່ວຍເຮັດໃຫ້ເຕັກໂນໂລຊີເຂົ້າເຖິງທຸກຄົນ.

 

ສອດຄ່ອງກັບຫົວຂໍ້ IWD ໃນປີນີ້ມີສີ່ຂົງເຂດຫຼັກໆທີ່ພວກເຮົາຄິດວ່າຕ້ອງໄດ້ຮັບຄວາມເອົາໃຈໃສ່ຢ່າງຮີບດ່ວນໃນປະເທດລາວຄື:

 

ການຮູ້ໜັງສື ແລະ ການສຶກສາ: COVID-19 ໄດ້ສົ່ງຜົນໃຫ້ເກີດມີການເພີ່ມອັດຕາການອອກໂຮງຮຽນຫຼາຍຂຶ້ນ. ສະນັ້ນ ຈະຕ້ອງມີການຮັບນັກຮຽນ ແລະ ຮັກສາໃຫ້ເດັກຍິງ ແລະ ເດັກຊາຍໄດ້ສືບຕໍ່ຮຽນໜັງສື. ຕ້ອງເສີມສ້າງ ແລະ ມອບໂອກາດແກ່ຄູ ແລະ ນັກຮຽນໃຫ້ມີທັກສະດ້ານດິຈິຕ້ອນ ແລະ ເຂົ້າເຖິງເຕັກໂນໂລຊີໄດ້ດີຂຶ້ນ ເພື່ອສາມາດຊ່ວຍໃຫ້ເດັກຍິງສືບຕໍ່ເຂົ້າໂຮງຮຽນໂດຍສະເພາະກຸ່ມຜູ້ທຸກຍາກທີ່ສຸດ ໄປຄຽງຄູ່ກັບການກະຈາຍໂອກາດການຮຽນຮູ້ໃຫ້ຫຼາກຫຼາຍທັງໃນຕົວຈິງ ແລະ ຜ່ານທາງອອນລາຍ ເຊັ່ນວ່າ ການໃຫ້ຜູ້ອອກໂຮງຮຽນໄວເຂົ້າເຖິງນໍາໃຊ້ ຖານຂໍ້ມູນ ຄັງປັນຍາລາວ.

 

ສຸຂະພາບ ແລະ ສຸຂະພາບຈິດ: ​ການ​ເພີ່ມ​​ງົບປະມານ​ແຫ່ງ​ຊາດ​ໃຫ້ກັບວຽກງານການຄຸມ​ກຳ​ເນີດ ​ແລະ ວຽກງານສຸຂະພາບ​ແມ່ ແມ່ນສ່ວນສໍາຄັນໃນການປົກປ້ອງສຸຂະພາບແມ່ທຸກຄົນ. ແມ່ຍິງຜູ້ທີ່ສາມາດເລືອກວ່າເວລາໃດຈະມີລູກ ແລະ ຈະມີຈັກຄົນ ຈະສາມາດເຂົ້າເຖິງໂອກາດໄດ້ຫຼາຍຂຶ້ນສຳລັບຕົນເອງ ແລະ ລູກຂອງພວກເຂົາ. ການວາງແຜນຄອບຄົວຈະໃຫ້ຜົນຕອບແທນສູງສຸດແກ່ສຸຂະພາບຈະເລີນພັນແມ່ເດັກເກີດໃໝ່ເດັກອ່ອນ ແລະ ໄວໜຸ່ມ (RMNCAH) ລວມທັງ ໂພຊະນາການ ແລະ ຍັງສາມາດຫຼຸດອັດຕາການບໍ່ຈະເລີນເຕີບໂຕຕາມໄວໃນເດັກຕ່ຳກວ່າ 5 ປີ ໄດ້ຫຼາຍກວ່າ 5.4%. ນອກນັ້ນ ການຂະຫຍາຍການບໍລິການໃຫ້ຄໍາປຶກສາສຸຂະພາບແບບທາງໄກ ກໍ່ສາມາດຮັບປະກັນການເຂົ້າເຖິງຂໍ້ມູນສຸຂະພາບຈະເລີນພັນການບໍລິການ ແລະ ການປິ່ນປົວແມ່ຍິງ ແລະ ເດັກຍິງໄດ້ຢ່າງຕໍ່ເນື່ອງ. ຄຽງຄູ່ນັ້ນ ການໃຫ້ຄໍາປຶກສາທາງໄກ ແລະ ເຂົ້າເຖິງສຸຂະພາບຈິດທີ່ບໍ່ຈໍາແນກລັງກຽດສໍາລັບທຸກຄົນຕໍ່ແມ່ຍິງ ແລະ ເດັກຍິງເຊັ່ນດຽວກັນກັບຜູ້ຊາຍ ແລະ ເດັກຊາຍສາມາດຍົກລະດັບຄວາມປອດໄພ ແລະ ຄວາມໝັ້ນຄົງຂອງແມ່ຍິງໄດ້.

 

ການສ້າງຄວາມເຂັ້ມແຂງດ້ານການເງິນ ແລະ ເສດຖະກິດຕົວເລກແມ່ຍິງທີ່ມີບັນຊີທະນາຄານແມ່ນມີໜ້ອຍກວ່າໜຶ່ງສ່ວນສາມຂອງແມ່ຍິງທັງໝົດໃນປະເທດ. ເຊິ່ງໃນນັ້ນມີພຽງແຕ່ 2.2% ຂອງຫົວໜ່ວຍທຸລະກິດທີ່ແມ່ຍິງບໍລິຫານ ນໍາໃຊ້ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານເຂົ້າໃນການຂາຍຜະລິດຕະພັນຂອງຕົນເມື່ອທຽບກັບ 3.3% ຂອງທຸລະກິດທີ່ມີຜູ້ຊາຍເປັນຜູ້ບໍລິຫານ. ໃນ​ການ​ສໍາ​ຫຼວດ​ກ່ຽວ​ກັບ​ການ​ເຂົ້າ​ເຖິງ​ການ​ເງິນ​​, 70% ຂອງ​ນັກ​ທຸ​ລະ​ກິດຍິງ​ລາຍ​ງານ​ວ່າ ​ຄໍາ​ຮ້ອງ​ສະ​ໝັກ​ສິນ​ເຊື່ອ ຫຼື ຂໍທຶນຂອງຕົນ​ຖືກ​ປະ​ຕິ​ເສດທັງໝົດ ​ຫຼື ​ບາງ​ສ່ວນ​. ດັ່ງນັ້ນ ທຸລະກິດແບບອີເລັກໂທຣນິກ ແລະ e-banking ຈຶ່ງມີທ່າແຮງອັນໃຫຍ່ຫຼວງໃນການຂະຫຍາຍການເຂົ້າເຖິງການເງິນ ແລະ ທຸລະກິດຂອງແມ່ຍິງແຕ່ເຕັກໂນໂລຊີ ກໍ່ຕ້ອງມີຄຽງຄູ່ໄປກັບຄວາມຮູ້ດ້ານການເງິນດິຈິຕ້ອນ ແລະ ຄວາມເປັນຜູ້ປະກອບການຢ່າງມີປະສິດທິພາບ.

 

ຄວາມປອດໄພໃນຕົວຈິງ ແລະ ອອນລາຍ: ຂໍ້ມູນສະແດງໃຫ້ເຫັນວ່າບໍ່ຕ່າງຫຍັງກັບໃນຕົວຈິງເລີຍທີ່ແມ່ຍິງ ແລະ ເດັກຍິງຍັງຕົກເປັນເຫຍື່ອໃນໂລກອອນລາຍ ຫຼື ຫຼາຍກວ່າໃນຕົວຈິງດ້ວຍຊໍ້າ. ບັນຫາດັ່ງກ່າວເອີ້ນວ່າ ຄວາມຮຸນແຮງທາງເພດທີ່ເກີດຈາກເຕັກໂນໂລຊີ (TFGBV). ບັນຫາເຫຼົ່ານີ້ມີຜົນກະທົບອັນຮ້າຍແຮງຕໍ່ສຸຂະພາບຈິດຂອງພວກເຂົາ ຕະຫຼອດທັງຄວາມປອດໄພ ແລະ ຄວາມໝັ້ນຄົງ. ດັ່ງນັ້ນ ຕ້ອງໄດ້ມີການປູກຈິດສໍານຶກກ່ຽວກັບຂອດກົດໝາຍທີ່ມີຢູ່ ແລະ ເພີ່ມທະວີກົນໄກການປົກປ້ອງທາງອອນລາຍເຊັ່ນວ່າການສົ່ງເສີມຂະບວນການໂຄສະນາຕໍ່ສາທາລະນະ ເຊັ່ນ: #bodyright, ເຊິ່ງຖືກເປີດຕົວໃນປີ 2022 ໃນລາວ.

 

ດັ່ງນັ້ນໃນຂະນະທີ່ທ່ານສະເຫຼີມສະຫຼອງເພື່ອຕົວທ່ານເອງ ຫຼື ເພື່ອແມ່ຍິງ ແລະ ເດັກຍິງທີ່ຢູ່ອ້ອມຮອບຕົວທ່ານລອງມາຢຸດໃຊ້ເວລາຄິດພິຈາລະນາເຖິງສິດທິ ແລະ ທາງເລືອກຂອງພວກເຂົາເບິ່ງ. ມື້ນີ້ເປັນທີ່ຄວນພິຈາລະນາເບິ່ງວ່າເຕັກໂນໂລຊີ ແລະ ນະວັດຕະກໍາທີ່ຢູ່ອ້ອມຕົວທ່ານໄດ້ຄໍານຶງເຖິງສິດທິຂອງແມ່ຍິງ ແລະ ເດັກຍິງ, [ຂອງກຸ່ມທີ່ມີຄວາມສ່ຽງຂອງກຸ່ມ LGBTIQ+] ວ່າມັນໄດ້ເຮັດໃຫ້ພວກເຂົາປອດໄພ ແລະ ຂະຫຍາຍໂອກາດຂອງພວກເຂົາຢ່າງເໝາະສົມແລ້ວ ຫຼື ບໍ່

 

ສຸກສັນວັນແມ່ຍິງສາກົນຈາກພວກເຮົາເຖິງບັນດາທ່ານທຸກຄົນ! ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ ຖ້າ​ຫາກ​ພວກ​ເຮົາ​ຮ່ວມ​ມືຕໍ່ຍອດຄວາມ​ພະຍາຍາມຂອງກັນ ​ແລະ ກັນ​ໃນ​ປີໜ້າ​ພວກ​ເຮົາ​ຈະ​ສາມາດມາ​ສະຫຼອງ​ຄວາມ​ກ້າວໜ້າ​ຂອງ​ປະ​ເທດ​ລາວ​ໃນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ​ແລະ ນະວັດຕະກຳ​ເພື່ອ​ປົກ​ປ້ອງ​ສິດ ​ແລະ ທາງເລືອກ​ຂອງ​ແມ່ຍິງ ​ແລະ ​ເດັກ​ຍິງ.

 

ທ່ານ ນາງ ມາຣຽມ ຄານ ແມ່ນ ຜູ້ຕາງໜ້າ ອົງການ UNFPA ປະຈໍາ ສປປ ລາວ

ທ່ານ ນາງ ອີນາ ມີຊີລີໂອນີແຕ ແມ່ນ ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈໍາ ສປປ ລາວ.

ທ່ານ ນາງ ໂຊໂນມິ ທານາກະ ແມ່ນ ຜູ້ອໍານວຍການໃຫຍ່ ADB ປະຈໍາ ສປປ ລາວ.