You are here

ການເສຍຊີວິດຂອງແມ່ໃນໄລຍະເກີດລູກ ຫຼຸດລົງເຖິງຈຸດຕໍ່າສຸດໃນປະຫວັດສາດຂອງ ສປປ ລາວ ອີງຕາມບົດລາຍງານຂອງອົງການສະຫະປະຊາຊາດ ສະບັບໃໝ່ຫຼ້າສຸດ.

ຈາກປີ 2000 ຫາ 2020, ຕົວເລກການເສຍຊີວິດຂອງແມ່ຍິງໃນລະຫວ່າງການເກີດລູກ ຢູ່ ສປປ ລາວ ໄດ້ຫຼຸດລົງເຖິງ 78.7% ເຊິ່ງເປັນໜຶ່ງໃນປະເທດທີ່ມີອັດຕາການຫຼຸດລົງທີ່ໄວທີ່ສຸດໃນໂລກ. ບົດລາຍງານ ໄດ້ຄາດຄະເນຕົວເລກການເສຍຊີວິດຂອງແມ່ຍິງຫຼຸດລົງຈາກ 579 ຄົນ ຕໍ່ການເກີດ 100,000 ຄັ້ງ ໃນປີ 2000,​ ລົງມາຢູ່ທີ່ 126 ຄົນ ໃນປີ 2020.

ແຕ່ກົງກັນຂ້າມ, ອີງຕາມບົດລາຍງານ ແນວໂນ້ມຂອງການເສຍຊີວິດຂອງແມ່ ໂດຍ ອົງການອະນາໄມໂລກ (WHO) ເຊິ່ງຕາງໜ້າໃຫ້ກຸ່ມອົງການສະຫະປະຊາຊາດ ທີ່ປະກອບມີ ອົງການຢູນິເຊັບ (UNICEF), ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA) ແລະ ທະນາຄານໂລກ ຊີ້ໃຫ້ເຫັນວ່າ ເກືອບທຸກຂົງເຂດພາກພື້ນໃນທົ່ວໂລກບໍ່ຄ່ອຍພົບເຫັນການເຄື່ອນເໜັງຫຼຸດລົງໃນອັດຕາເສຍຊີວິດຂອງແມ່.

ທ່ານ ນາງ ດຣ ຍິງ-ຣູ ເເຈັກກະລິນ ໂລ, ຜູ້ຕາງໜ້າອົງການ WHO ໄດ້ກ່າວວ່າ: “ຊີວິດຂອງແມ່ທຸກຊີວິດ ແມ່ນລ້ວນແລ້ວແຕ່ມີຄວາມສໍາຄັນ. ຄວາມຄືບໜ້າໃນການຊ່ວຍຮັກສາຊີວິດນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ການລົງທຶນຂອງພາກລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ ທີ່ໄດ້ເອົາໃຈໃສ່ມາເປັນເວລາຫຼາຍປີ ອັນນຳມາເຊິ່ງການບໍລິການດ້ານສຸຂະພາບທີ່ດີຂຶ້ນ, ສະຖານທີ່ບໍລິການທີ່ມີຄວາມພ້ອມ ແລະ ພະນັກງານເເພດໝໍທີ່ມີທັກສະຊໍານານຂຶ້ນ ເຊິ່ງທັງໝົດນີ້ເຮັດໃຫ້ມີແມ່ຍິງເຂົ້າມາໃຊ້ບໍລິການຫຼາຍຂຶ້ນ. ສິ່ງສໍາຄັນອີກຈຸດໜຶ່ງ ແມ່ນການຊີ້ນຳນໍາພາທີ່ເຂັ້ມແຂງຂອງຂັ້ນເທິງທີ່ຍາມໃດກໍຖືສຳຄັນວຽກງານເຫຼົ່ານີ້ ໂດຍມີການການປະສານງານທີ່ມີປະສິດທິພາບ ຂອງຄະນະກໍາມະການແຫ່ງຊາດສໍາລັບຍຸດທະສາດສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH) ທີ່ທາງອົງການອະນາໄມໂລກມີຄວາມພູມໃຈທີ່ໄດ້ໃຫ້ການສະໜັບສະໜູນ.”

“ເຖິງແນວໃດກໍຕາມ, ເມື່ອເວົ້າເຖິງການສູນເສຍຊີວິດແລ້ວ ໜຶ່ງຊີວິດ ຍັງຄົງຖືວ່າເປັນການສູນເສຍທີ່ຫຼາຍເກີນໄປ ແລະ ຍັງມີບັນດາສິ່ງທ້າທາຍຫຼາຍຢ່າງທີ່ພວກເຮົາປະເຊີນໃນໄລຍະການຟື້ນຕົວຈາກຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19, ສະນັ້ນ, ຕອນນີ້ຍິ່ງມີຄວາມສຳຄັນຫຼາຍຂື້ນທີ່ພວກເຮົາຈະຕ້ອງສືບຕໍ່ສຸມໃສ່ແກ້ໄຂບັນຫາທີ່ຍັງເປັນຊ່ອງຫວ່າງນີ້ຕື່ມອີກ.”

ນອກນີ້, ສປປ ລາວ ຍັງສາມາດບັນລຸການຍົກລະດັບຄຸນນະພາບດ້ານການບໍລິການເບິ່ງແຍງສຸຂະພາບໄລຍະຖືພາ, ໄລຍະເກີດລູກ, ເດັກເກີດໃໝ່ ແລະ ການເບິ່ງແຍງເດັກ ທີ່ກວມເອົາທັງໂພຊະນາການໃຫ້ດີຂຶ້ນ. ການສຸມໃສ່ວຽກງານຜະດຸງຄັນ ທີ່ມີສ່ວນຊ່ວຍສະໜອງການເບິ່ງແຍງສຸຂະພາບຈະເລີນພັນ ແລະ ສຸຂະພາບແມ່ ຫຼາຍກວ່າ 80 ເປີເຊັນ ກໍ່ໃຫ້ຮັບໝາກຜົນທີ່ດີ.

ປັດໄຈທີ່ມີສ່ວນຊຸກຍູ້ຄວາມຄືບໜ້າຂອງ ສປປ ລາວ ແມ່ນການເພີ່ມຈຳນວນ ແລະ ຍົກສູງຄຸນນະພາບຂອງຜະດຸງຄັນ, ພະຍາບານ ແລະ ແພດຜູ້ຊ່ວຍເກີດທີ່ຊຳນານອື່ນໆ. ການສໍາຫຼວດຕົວຊີ້ບອກດັດຊະນີໝາຍສັງຄົມຂອງລາວ ສະແດງໃຫ້ເຫັນວ່າ ມີການເກີດລູກໂດຍມີເເພດຜູ້ຊໍານານຊ່ວຍເກີດ ເພີ່ມຂຶ້ນ 23 ເປີເຊັນ ໃນລະຫວ່າງປີ 2011 ຫາ 2017. ປັດໄຈສຳຄັນອີກອັນໜຶ່ງ ກໍຄືການສ້າງຕັ້ງການບໍລິການສຸຂະພາບແມ່ ແລະ ເດັກໂດຍບໍ່ເສຍຄ່າໃນທົ່ວປະເທດໃນປີ 2013, ເຊິ່ງຕໍ່ມາໄດ້ລວມເຂົ້າໃນການຂະຫຍາຍໂຄງການກອງທຶນປະກັນສຸຂະພາບແຫ່ງຊາດ ໃນປີ 2015. 

ທ່ານ ນາງ ມາຣຽມ ຄານ, ຜູ້ຕາງຫນ້າອົງການ UNFPA ໄດ້ກ່າວວ່າ: “ຜົນສຳເລັດຂອງ ສປປ ລາວ ເປັນຂີດໝາຍອັນສໍາຄັນໃນການບັນລຸເປົ້າໝາຍຫຼຸດອັດຕາການເສຍຊີວິດຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເຫຼືອ 0 ໃນປີ 2030. ແຕ່ພວກເຮົາຕ້ອງມີຄວາມລະມັດລະວັງ ເນື່ອງຈາກວ່າ ພວກເຮົາຍັງບໍ່ທັນສາມາດວັດແທກຜົນກະທົບຂອງການລະບາດພະຍາດໂຄວິດ-19 ຕໍ່ກັບສຸຂະພາບຂອງແມ່ໄດ້ຢ່າງແນ່ນອນເທື່ອ. ໃນຂະນະນີ້, ທົ່ວໂລກພວມປະເຊີນກັບຄວາມທ້າທາຍໃນການຮັບປະກັນສືບຕໍ່ວຽກງານການວາງແຜນຄອບຄົວ ແລະ ການບໍລິການເກີດລູກທີ່ປອດໄພ, ສົ່ງຜົນໃຫ້ຍັງເກີດມີການເພີ່ມຂຶ້ນຂອງອັດຕາການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່. ສະນັ້ນ, ເຮົາຈຶ່ງຈຳເປັນຕ້ອງໄດ້ສືບຕໍ່ສຸມໃສ່ວຽກງານດັ່ງກ່າວ ເພື່ອແກ້ໄຂບັນດາຂໍ້ຄົງຄ້າງ ຕ່າງໆ ແລະ ຍັງຈໍາເປັນຕ້ອງຮ່ວມແຮງກັນເພື່ອຍົກລະດັບຄຸນນະພາບການບໍລິການສຸຂະພາບສໍາລັບແມ່ຍິງຖືພາທຸກຄົນ ແລະ ຮັບປະກັນວ່າພວກເຮົາໄດ້ຊ່ວຍເຫຼືອຜູ້ທີ່ມີຄວາມຫຍຸ້ງຍາກໃນການເຂົ້າເຖິງບໍລິການສຸຂະພາບ ແລະ ຜູ້ທີ່ບໍ່ສາມາດແບກຮັບພາລະຄ່າໃຊ້ຈ່າຍຕ່າງໆ ກໍຄືບັນດາຜູ້ທີ່ດ້ອຍໂອກາດ.”

ການເພີ່ມທະວີການມີສ່ວນຮ່ວມຂອງຊຸມຊົນ ໂດຍລັດຖະບານ ແລະ ຄູ່ຮ່ວມພັດທະນາ ກໍຖືວ່າມີບົດບາດສໍາຄັນ ໃນການສ້າງຄວາມໄວ້ວາງໃຈໃນລະບົບສາທາລະນະສຸກຂອງປະຊາຊົນບັນດາເຜົ່າ ເປັນຕົ້ນ ຮັບປະກັນໃຫ້ແມ່ຍິງຮູ້ສຶກໝັ້ນໃຈ ແລະ ເປັນກັນເອງ ແລະ ໃນການອຳນວຍຄວາມສະດວກໃຫ້ແມ່ຍິງສາມາດເຂົ້າເຖິງການບໍລິການໃນໄລຍະຖືພາ ແລະ ການເກີດລູກ. 

ທ່ານ ນາງ ດຣ ເພຍ ຣີເບັລໂລ ບຣິດໂຕ, ຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ກ່າວວ່າ: “ບໍ່ມີແມ່ຄົນໃດຄວນຕາຍໃນເວລາເກີດລູກ. ຂໍ້ມູນໃໝ່ນີ້ ໄດ້ພິສູດໃຫ້ເຫັນເຖິງຄວາມເອົາໃຈໃສ່ຢ່າງຫ້າວຫັນຂອງ ສປປ ລາວ ໃນໄລຍະສອງທົດສະວັດທີ່ຜ່ານມາ ເພື່ອຮັບປະກັນໃຫ້ແມ່ຍິງທຸກຄົນສາມາດເຂົ້າເຖິງການບໍລິການສຸຂະພາບແມ່ ແລະ ເດັກເກີດໃໝ່ທີ່ມີປະສິດທິພາບ ແລະ ຄຸນນະພາບສູງ. ອົງການ UNICEF ຂໍສະແດງຄວາມຍິນດີກັບ ສປປ ລາວ ໃນຜົນສຳເລັດອັນໃຫຍ່ຫຼວງນີ້ ແລະ ຈະສືບຕໍ່ຮ່ວມມືກັບ ສປປ ລາວ ຢ່າງໃກ້ຊິດ ເພື່ອຍຸຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ທີ່ສາມາດປ້ອງກັນໄດ້.”

ອົງການ WHO, ອົງການ UNFPA ແລະ ອົງການ UNICEF ຍັງຄົງໃຫ້ຄຳໝັ້ນສັນຍາທີ່ຈະສະໜັບສະໜູນ ສປປ ລາວ ໃນການສ້າງຄວາມຄືບໜ້າອັນສຳຄັນ ແລະ ແກ້ໄຂບັນຫາທີ່ຍັງຄົງຄ້າງ ເປັນຕົ້ນການເຂົ້າເຖິງການບໍລິການ, ຄວາມເທົ່າທຽມ ແລະ ຄຸນນະພາບການບໍລິການດ້ານສາທາລະນະສຸກ ໂດຍສະເພາະ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ເປັນຜົນກະທົບເຮັດໃຫ້ອັດຕາການເຂົ້າເຖິງການບໍລິການຫຼຸດລົງ. 

ອ່ານເພີ່ມເຕີມເເນວໂນ້ມການເສຍຊີວິດຂອງແມ່  Trends in maternal mortality