You are here

ຂ້ອຍຊື່ ເອວ, ອາຍຸ 26 ປີ. ຂ້ອຍອາໄສຢູ່ກັບ ວັນສີ (ຜົວຂອງຂ້ອຍ) ທີ່ແຂວງຈຳປາສັກ. ພວກເຮົາ ແມ່ນພໍ່ແມ່ມືໃໝ່ ທີ່ມີຄວາມສຸກຫຼາຍ. ການທີ່ລູກເກີດອອກມາຢ່າງປອດໄພ ແລະ ມີສຸຂະພາບທີ່ດີ ສະແດງເຖິງພະລັງແຫ່ງຄວາມຮັກຂອງພວກເຮົາ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ. ຕອນທີ່ຮູ້ວ່າຖືພາກໍເປັນຊ່ວງທີ່ມີການລະບາດຂອງພະຍາດໂຄວິດ-19 ແລ້ວ, ເຊິ່ງ ມັນແມ່ນຈຸດເລີ່ມຕົ້ນທີ່ເຮັດໃຫ້ຂ້ອຍຮູ້ສຶກຢ້ານ ຍ້ອນບໍ່ຮູ້ວ່າຂ້ອຍ ແລະ ລູກຈະພົບກັບຄວາມສ່ຽງແນວໃດແນ່?

ເມື່ອ ເອວ (ເມຍຂອງຂ້ອຍ) ຖືພາ, ຂ້ອຍເລີ່ມຕັ້ງຄຳຖາມກັບຕົນເອງວ່າ ເມື່ອກາຍເປັນ ພໍ່, ຂ້ອຍຄວນປະຕິບັດຕົນແນວໃດ? ຂ້ອຍຈະຊ່ວຍເມຍຂອງຂ້ອຍແນວໃດໄດ້ແນ່?” ວັນສີ ກ່າວ. ເຖິງແມ່ນວ່າເຮົາຈະຢູ່ໃນຊຸມຊົນທີ່ຄວນປະຕິບັດຕາມຮີດເກົ່າຄອງເດີມ ແລະ ເຊື່ອຟັງຜູ້ເຖົ້າຜູ້ແກ່ໃນຄອບຄົວ ເຊັ່ນ: ແມ່ເຖົ້າ, ຕູ້ຍ່າ; ແຕ່ຂ້ອຍກໍ່ຕັດສິນໃຈທີ່ຈະເຮັດໃນສິ່ງທີ່ແຕກຕ່າງອອກໄປ ເພື່ອສຸຂະພາບຂອງ ເມຍ ແລະ ລູກຂອງຂ້ອຍ.

ເອວ ແລະ ຂ້ອຍ ໄດ້ປຶກສາຫາລື ແລະ ຕັດສິນໃຈຮ່ວມກັນ ພ້ອມທັງສົ່ງເສີມອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນຢູ່ສະເໝີ. ຂ້ອຍບໍ່ຢາກໃຫ້ເລື່ອງຮ້າຍໆ ທີ່ຂ້ອຍໄດ້ຍິນມາຈາກໝູ່ບ້ານເກີດຂຶ້ນກັບເມຍຂອງຂ້ອຍ; ມີແມ່ຍິງທີ່ເສຍຊີວິດເພາະການປະຕິບັດທີ່ຜິດພາດໃນຊຸມຊົນ.

ໃນຊ່ວງທຳອິດຂອງການຖືພາ, ຂ້ອຍພະຍາຍາມຊອກຫາຂໍ້ມູນກ່ຽວກັບ ພະຍາດໂຄວິດ-19 ໃຫ້ຫຼາຍທີ່ສຸດ. ພວກເຮົາຕັດສິນໃຈຫຼີກລ່ຽງການອອກໄປທາງນອກໃນຊຸມຊົນທີ່ທີ່ແອອັດ. ເອວ ໃຊ້ເວລາພັກຜ່ອນຢູ່ບ້ານ, ບາງຄັ້ງກໍຍ່າງຫຼິ້ນຕາມທົ່ງໄຮ່ທົ່ງນາ. ຂ້ອຍໄດ້ປຶກສາກັບພະນັກງານຮັບຜິດຊອບທີ່ໝູ່ບ້ານ ເພື່ອໃຫ້ອຳນວຍຄວາມສະດວກທາງສຸຂະພາບ ແລະ ຂໍໃຫ້ຜະດຸງຄັນມາກວດຮ່າງກາຍຂອງລາວເປັນປະຈຳ ເພາະເຮົາສະບາຍໃຈຫຼາຍເມື່ອໄດ້ປຶກສາກັບຜູ້ຮູ້ຄື ຜະດຸງຄັນ. ມີຫຼາຍຄັ້ງທີ່ເຮົາເຂົ້າຮ່ວມການກວດສຸຂະພາບນຳກັນ, ເພິ່ນອະທິບາຍລະອຽດ, ຮັບຟັງ ແລະ ເອົາໃຈໃສ່ໃຫ້ຄຳແນະນຳກ່ຽວກັບການຖືພາເປັນຢ່າງດີ. ບາງຄັ້ງ ເອວ ເຫັນຜະດຸງຄັນຢູ່ຄົນດຽວ, ລາວມີເງິນຕິດກະເປົາສຳລັບຄ່າເດີນທາງ. ຂ້ອຍຍັງຢາກໃຫ້ພື້ນທີ່ລາວໄດ້ຖາມຄຳຖາມທີ່ອາດຈະຢາກເວົ້າກັບພະນັກງານແພດໝໍເທົ່ານັ້ນ ຄືເລື່ອງສ່ວນຕົວທີ່ເຈົ້າບໍ່ຕ້ອງການບອກຄົນອື່ນ.

ວັນສີ ໄດ້ຊ່ວຍຂ້ອຍເຮັດວຽກເຮືອນ, ຕອນທີ່ເຮົາກິນເຂົ້າແລ້ວ ລາວກໍຟ້າວເອົາຈານໄປລ້າງ. ຫຼາຍໆຄັ້ງທີ່ລາວກະກຽມອາຫານໃຫ້, ມັນບໍ່ໄດ້ແຊບຄືທີ່ຂ້ອຍເຮັດ ແຕ່ກໍບໍ່ເປັນຫຍັງ ເພາະລາວມີຄວາມຕັ້ງໃຈເລືອກແນວກິນທີ່ມີປະໂຫຍດໃຫ້ແກ່ຂ້ອຍ ແລະ ລູກຂອງເຮົາ (ຕາມຄຳແນະນຳຂອງພະຍາບານຜະດຸງຄັນ) ເອວ ທັງເວົ້າທັງຫົວ, ຂ້ອຍຮູ້ຈັກ ແມ່ຍິງຖືພາຄົນອື່ນໆທີ່ລຶ້ງເຄີຍກັນ ບໍ່ແມ່ນທຸກຄົນທີ່ຜົວຈະເອົາໃຈໃສ່ຢ່າງໃກ້ຊິດເຊັ່ນນີ້ ແລະ ເມື່ອໄປກວດສຸຂະພາບມາ ຜົວເຂົາເຈົ້າກໍ່ບໍ່ຖາມຊໍ້າວ່າ ແພດໄດ້ບອກຫຍັງ ຫຼື ກິນຢາອັນໃດ ຫຼື ຈະໃຫ້ຊ່ວຍແນວໃດແດ່?

ສຸຂະພາບຂອງແມ່ ແມ່ນອົງປະກອບຫຼັກ, ເປັນຫົວໃຈສຳຄັນຂອງຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ສິດທິມະນຸດ; ເຊິ່ງສິ່ງທີ່ຊ່ວຍໃຫ້ແມ່ຍິງມີສຸຂະພາບທີ່ດີ ໂດຍໃຫ້ການດູແລທີ່ຫຼາກຫຼາຍທີ່ປົກຄຸມໃນວົງຈອນຊີວິດຂອງແມ່ຍິງ. ເພື່ອຄວາມເປັນແມ່ທີ່ສຸຂະພາບດີ ແລະ ຄວາມແຂງແຮງຂອງຄອບຄົວ, ການມີສ່ວນຮ່ວມຂອງຜູ້ຊາຍ ເພື່ອໃຫ້ມີຄວາມເຂົ້າໃຈໃນເລື່ອງສຸຂະພາບຈະເລີນພັນ ແລະ ໃຫ້ການສະໜັບສະໜູນແມ່ຍິງທັງໃນຊ່ວງຖືພາ, ຕອນເກີດລູກ ແລະ ຫຼັງຈາກການເກີດລູກ.

ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສຶກສາທິການ ແລະ ກິລາ, ສູນພັດທະນາສີມືແຮງງານ ແລະ ສະຫະພັນແມ່ຍິງລາວ ຮ່ວມມືກັບ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ເພື່ອສົ່ງເສີມວຽກງານການມີສ່ວນຮ່ວມຂອງຜູ້ຊາຍ ບົນພື້ນຖານຂອງແນວທາງປະຕິບັດທີ່ດີໃນທົ່ວໂລກ ໂດຍມີຈຸດມຸ່ງໝາຍເພື່ອປົກປ້ອງຄວາມເປັນຢູ່ທີ່ດີຂອງຜູ້ຊາຍ, ສົ່ງເສີມຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການລຶບລ້າງການໃຊ້ຄວາມຮຸນແຮງທາງເພດ.

ໂດຍພາຍໃຕ້ ກອງທຶນເພື່ອສຸຂະພາບຂອງແມ່ ແລະ ເດັກເກີດໃໝ່, ລັດຖະບານອັງກິດ, ລັດຖະບານອົດສະຕຣາລີ ແລະ ອົງການ KOICA, ພາກສ່ວນສາທາລະນະສຸກ, ສັງຄົມ ແລະ ການສຶກສາຕ່າງໆ ເພື່ອດໍາເນີນກິດຈະກໍາທີ່ມີຄວາມອ່ອນໄຫວທາງເພດ ເພື່ອບັນລຸຄຳໝາຍໝັ້ນຂອງລັດຖະບານແຫ່ງ ສປປ ລາວ ຕໍ່ກັບ ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD25)  ໂດຍມີເປົ້າໝາຍທີ່ຈະຍຸຕິການປະຕິບັດທີ່ເປັນອັນຕະລາຍພາຍໃນປີ 2030. ພວກເຂົາໄດ້ເສີມສ້າງການເຂົ້າເຖິງຄວາມຮູ້ ແລະ ຂໍ້ມູນຂອງຜູ້ຊາຍ ແລະ ເດັກຊາຍ ເພື່ອໃຫ້ມີອິດທິພົນທາງບວກກັບບັນທັດຖານ ແລະ ນຳພາຜູ້ຊາຍຄົນອື່ນມາເປັນຫຸ້ນສ່ວນຂອງການປ່ຽນແປງລວມເຖິງໃນຊຸມຊົນ ເຊິ່ງລວມທັງການຝຶກອົບຮົມພະນັກງານແພດ-ໝໍຜູ້ຊາຍ, ການສ້າງຄວາມຕື່ນຕົວຂອງຜູ້ຊາຍ ແລະ ນາຍບ້ານ ໃຫ້ຄວາມຮູ້ແກ່ເດັກນ້ອຍ ແລະ ໄວໜຸ່ມ ກ່ຽວກັບສຸຂະອະນາໄມທາງເພດ ທັງໃນ ແລະ ນອກໂຮງຮຽນ, ໃນສູນເຝິກອົບຮົມວິຊາຊີບ ແລະ ຜ່ານກິດຈະກຳເຕົ້າໂຮມກຸ່ມເດັກຍິງ ນາງນ້ອຍ ຕະຫຼອດເຖິງການຮ່ວມມືກັບພາກສ່ວນເອກະຊົນ ແລະ ໂຮງງານ ເພື່ອປົກປ້ອງ ແລະ ສົ່ງເສີມສິດທິແມ່ຍິງບໍ່ວ່າຈະຢູ່ບ່ອນໃດກໍຕາມ.

************

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ