You are here

ວັນທີ 15 ທັນວາ 2023, ນະຄອນຫຼວງວຽງຈັນ, ສປປ ລາວ - ທີ່ຫໍປະຊຸມ ມະຫາວິທະຍາໄລແຫ່ງຊາດ, ອົງການ UNFPA ແລະ ຄະນະສຶກສາສາດ, ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດເຜີຍຜົນການຄົ້ນຄວ້າເບື້ອງຕົ້ນດ້ານຄຸນນະພາບຄັ້ງທຳອິດຂອງລາວ ກ່ຽວກັບຄວາມຮຸນແຮງບົນພື້ນຖານທາງເພດ ດ້ວຍການນຳໃຊ້ເຕັກໂນໂລຊີ (TFGBV), ຫຼືຄວາມຮຸນແຮງທາງອິນເຕີເນັດຕໍ່ແມ່ຍິງ ແລະ ເດັກຍິງ, ໂດຍມີເປົ້າໝາຍລວມເພື່ອສ່ອງແສງກ່ຽວກັບບັນຫາອັນຮີບດ່ວນນີ້. ຈຸດປະສົງແມ່ນເພື່ອສ້າງຫຼັກຖານເບື້ອງຕົ້ນ ເພື່ອເປັນຂໍ້ມູນໃນການຄົ້ນຄວ້າໃຫ້ຄົບຖ້ວນຕື່ມອີກໃນອະນາຄົດ.

ໃນທົ່ວໂລກ, ແມ່ຍິງ 85% ຖືກລາຍງານວ່າ ເຄີຍເຫັນຄວາມຮຸນແຮງທາງອອນລາຍ, ແລະ ເກືອບ 40% ແມ່ນໄດ້ປະສົບກັບມັນດ້ວຍຕົນເອງ, ເຊິ່ງຍັງບໍ່ມີຂໍ້ມູນໃນລັກສະນະນີ້ຢູ່ໃນ ສປປ ລາວ. ດັ່ງນັ້ນ, ອົງການ UNFPA ຈຶ່ງໄດ້ຮ່ວມມືຢ່າງໃກ້ຊິດກັບຄະນະສຶກສາສາດ, ມະຫາວິທະຍາໄລແຫ່ງຊາດ ເພື່ອພະຍາຍາມເຂົ້າໃຈກ່ຽວກັບລັກສະນະຂອງ ຄວາມຮຸນແຮງບົນພື້ນຖານທາງເພດ ດ້ວຍການນຳໃຊ້ເຕັກໂນໂລຊີ (TFGBV) ໃນ ສປປ ລາວ ໃຫ້ດີຂຶ້ນ. ເຊິ່ງສອດຄ່ອງກັບເປົ້າໝາຍໜຶ່ງຂອງ ແຜນປະຕິບັດງານແຫ່ງຊາດ ຄັ້ງທີ 2 ເພື່ອປ້ອງກັນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກ (2021-2025) ເພື່ອປ້ອງກັນ ແລະ ແກ້ໄຂຕໍ່ຄວາມຮຸນແຮງທາງອອນລາຍ ລວມທັງການຂູດຮີດທາງເພດ ແລະ ການລ່ວງລະເມີດທາງເພດຕໍ່ເດັກ. 

ຮສ.ປອ. ສີຖານ ສຸຂະວົງ, ຄະນະບໍດີ ຄະນະສຶກສາສາດ ມະຫະວິທະຍາໄລແຫ່ງຊາດ ກ່າວວ່າ: “ສຳລັບໂຄງການສຳຫຼວດບັນຫາດ້ານຄວາມຮຸນແຮງບົນພື້ນຖານທາງເພດດ້ວຍການນຳໃຊ້ເຕັກໂນໂລຊີ ກໍ່ແມ່ນອີກໜຶ່ງໂຄງການທີ່ມີຄວາມສຳຄັນ ແລະ ຈະເປັນປະໂຫຍດໃຫ້ກັບໜ່ວຍງານທີ່ກ່ຽວຂ້ອງ ແລະ ສັງຄົມຮັບຮູ້ກ່ຽວກັບບັນຫາດັ່ງກ່າວໃນບໍລິບົດຂອງ ສປປ ລາວ.”

ເຊັ່ນດຽວກັນກັບການຍ່າງຕາມຖະຫນົນໃນໂລກ "ແຫ່ງຄວາມຈິງ", ແມ່ຍິງກໍຈໍາເປັນຕ້ອງມີຄວາມປອດໄພ ໃນພື້ນທີ່ສາທາລະນະໃນໂລກອອນລາຍ. ການນຳເອົາຮູບພາບຂອງພວກເຂົາທີ່ ຖືກຖ່າຍ, ໝູນໃຊ້ ແລະ ສົ່ງຕໍ່ ໂດຍບໍ່ໄດ້ຮັບການອະນຸຍາດ ແມ່ນການລະເມີດຄວາມເປັນສ່ວນຕົວ, ກຽດສັກສີ, ຄວາມເປັນເອກະລາດ ແລະ ສາມາດເປັນປະສົບການທີ່ກໍ່ໃຫ້ເກີດຄວາມເສຍຫາຍໄດ້. ຄວາມຮູ້ສຶກຢ້ານ, ຄວາມກັງວົນ, ການສູນເສຍກຽດສັກສີຕົນເອງ ແລະ ຄວາມຮູ້ສຶກທີ່ບໍ່ມີພະລັງນັ້ນ ແມ່ນມີຢູ່ຈິງ ແລະ ຍືນຍົງຄົງຢູ່.

ດ້ວຍການຄົ້ນພົບເບື້ອງຕົ້ນເຫຼົ່ານີ້, ສປປ ລາວ ກໍາລັງນໍາພາການສ້າງຂໍ້ມູນຫຼັກຖານກ່ຽວກັບ ຄວາມຮຸນແຮງບົນພື້ນຖານທາງເພດ ດ້ວຍການນຳໃຊ້ເຕັກໂນໂລຊີ (TFGBV) ສໍາລັບພາກພື້ນ. ຊຸດຂໍ້ມູນນີ້ຈະຖືກນຳໃຊ້ໃນປະເທດ ເພື່ອສະໜັບສະໜູນການປັບປຸງຄວາມເຂົ້າໃຈໃນບັນຫາ ຜ່ານການຄົ້ນຄວ້າຕື່ມອີກ, ສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນ, ກຳນົດວິທີການສ້າງຄວາມເຂັ້ມແຂງ ໃນຂອບວຽກກົດໝາຍ ແລະ ນະໂຍບາຍ, ປັບປຸງການບໍລິການທີ່ມີຢູ່ ແລະ ການແກ້ໄຂອີງຕາມໂຄງການ.

ພາຍໃຕ້ຂອບການຮ່ວມມືທີ່ເຂັ້ມແຂງ ກັບມະຫາວິທະຍາໄລແຫ່ງຊາດ, ການສົນທະນາກຸ່ມສຸມໃສ່ນັກສຶກສາທີ່ມີພື້ນຖານທີ່ຫຼາກຫຼາຍ ໄດ້ຖືກຈັດຂຶ້ນໃນທ້າຍປີ 2022. ນັກສຶກສາໄດ້ຍົກບັນຫາ ແລະ ຄວາມກັງວົນຫຼາຍຢ່າງ, ລວມທັງການຖືກນໍາໃຊ້ຮູບພາບທີ່ບໍ່ໄດ້ຮັບຄວາມຍິນຍອມ, ການຕິດຕາມທາງອອນລາຍ (cyberstalking), ການນໍາໃຊ້ສື່ສັງຄົມອອນລາຍເພື່ອຈັດຫາວຽກງານ ເພື່ອບັງຄັບໃຫ້ເຮັດວຽກບໍລິການທາງເພດ ແລະ ການໃຊ້ຄຳເວົ້າທີ່ສ້າງຄວາມກຽດຊັງ. ຕາມມາດ້ວຍການສົນທະນາກຸ່ມເພີ່ມຕື່ມ ໂດຍຜ່ານການຮ່ວມມືຈາກກຸ່ມປະຊາສັງຄົມ, ການເກັບກໍາຂໍ້ມູນຈາກສະມາຊິກຊຸມຊົນທີ່ຫຼາກຫຼາຍ, ເຊັ່ນດຽວກັນກັບການສໍາພາດຜູ້ໃຫ້ຂໍ້ມູນຫຼັກ ທີ່ເປັນພະນັກງານອາວຸໂສ ຂອງລັດຖະບານ.

ທ່ານ ດຣ. ບາກທິຢໍ ຄາດິເຣິບ, ຜູ້ຕາງຫນ້າຂອງ ອົງການ UNFPA ກ່າວວ່າ: "ອົງການ UNFPA ແມ່ນຜູ້ນໍາພາທົ່ວໂລກໃນການຕໍ່ສູ້ກັບ ຄວາມຮຸນແຮງບົນພື້ນຖານທາງເພດ ດ້ວຍການນຳໃຊ້ເຕັກໂນໂລຊີ (TFGBV), ພວກເຮົາຍົກສູງຄວາມຮັບຮູ້ໃນທົ່ວໂລກ ໂດຍຜ່ານໂຄງການຊຸກຍູ້ສົ່ງເສີມທີ່ມີຊື່ວ່າ “Bodyright”, ການປ້ອງກັນຄວາມຮຸນແຮງອອນລາຍ ໂດຍຜ່ານວິຊາເພດສຶກສາແບບຄົບຖ້ວນ ແລະ ເຮັດວຽກກັບບໍລິສັດເຕັກໂນໂລຊີ, ພ້ອມທັງເສີມສ້າງຄວາມສາມາດໃຫ້ກັບ ພະນັກງານດ່ານໜ້າ ທີ່ເຮັດວຽກກ່ຽວກັບ ຄວາມຮຸນແຮງບົນພື້ນຖານທາງເພດ. ອົງການ UNFPA ມີຄວາມຕັ້ງໃຈທີ່ຈະສະໜັບສະໜູນລັດຖະບານລາວ ໃນການແກ້ໄຂບັນຫານີ້ ໂດຍການກ້າວໄປຂ້າງໜ້າໃນຖານະທີ່ເປັນອົງການນຳພາຫຼັກ ຂອງອົງການສະຫະປະຊາຊາດ ໃນການແກ້ໄຂບັນຫາ ຄວາມຮຸນແຮງບົນພື້ນຖານທາງເພດ ແລະ ຄວາມຮຸນແຮງທາງອອນລາຍຕໍ່ແມ່ຍິງ.”

"ພວກເຮົາໄດ້ຮ່ວມກັນສ້າງຫຼັກຖານທໍາອິດໃນລາວ ກ່ຽວກັບບັນຫານີ້, ເຊິ່ງຊ່ວຍປູທາງໄປສູ່ອະນາຄົດທີ່ ທຸກໆພື້ນທີ່ ບໍ່ວ່າຈະເປັນພື້ນທີ່ທາງດ້ານກາຍະພາບ ຫຼື ພື້ນທີ່ອອນລາຍ ໃຫ້ກາຍເປັນພື້ນທີ່ປອດໄພ ສໍາລັບແມ່ຍິງ ແລະ ເດັກຍິງ." ທ່ານ ດຣ. ຄາດິເຣິບ ໄດ້ກ່າວເສີມ.

********

ອົງການ UNFPA ແມ່ນອົງການ ສປຊ ທີ່ສົ່ງເສີມວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ, ລວມທັງ ສປປ ລາວ, ເພື່ອບັນລຸການເສຍຊີວິດຂອງແມ່ໃຫ້ເປັນສູນ, ການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງ, ຄວາມຮຸນແຮງບົນພື້ນຖານທາງເພດເປັນສູນ.

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org