ສູນກາງສະຫະພັນແມ່ຍິງລາວ, ກະຊວງສາທາລະນະສຸກ ແລະ ອົງການ ສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ມີຄຳເຫັນຕໍ່ເຫດການຄວາມຮຸນແຮງ ທີ່ຜູ້ຊາຍມີຕໍ່ຄູ່ຄອງຂອງຕົນ ແລະ ຄວາມຮຸນແຮງທຸກຮູບແບບຕໍ່ແມ່ຍິງ ແລະ ເດັກຍິງ. ໃນໄລຍະຜ່ານມາສື່ສັງຄົມອອນລາຍໄດ້ເຜີຍແຜ່ຮູບພາບການທຳຮ້າຍຮ່າງກາຍຢ່າງທາລຸນ ຊຶ່ງສ້າງຄວາມເຈັບປວດ ຕໍ່ແມ່ຍິງທີ່ບໍ່ມີທາງສູ້ ອັນໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງເປັນໃຍ, ຄວາມກັງວົນ ແລະ ຄວາມບໍ່ພໍໃຈຢ່າງກວ້າງຂວາງ. ເຫດການດັ່ງກ່າວ ໄດ້ເນັ້ນຢ້ຳໃຫ້ເຫັນ ເຖິງຄວາມຮຸນແຮງທີ່ແຜ່ຫຼາຍ ຊຶ່ງມີຢູ່ໃນຊີວິດຈິງ ແລະ ໃນສັງຄົມອອນລາຍ ທີ່ເປັນສິ່ງບໍ່ດີຕໍ່ແມ່ຍິງ ກໍຄືສັງຄົມ.
ສື່ສັງຄົມອອນລາຍທີ່ເຜີຍແຜ່ກ່ຽວກັບເຫດການຄວາມຮຸນແຮງທີ່ໜ້າຕົກໃຈໃນໄລຍະຜ່ານມາ ໄດ້ເຮັດໃຫ້ເກີດຂໍ້ກັງວົນຫຼາຍປະການ ເຊັ່ນ: ຄວາມຮຸນແຮງຂອງຜູ້ຊາຍຕໍ່ແມ່ຍິງ, ທັດສະນະຄະຕິ, ວັດທະນະທໍາ, ຮີດຄອງປະເພນີດັ້ງເດີມ, ຄວາມສະຫງົບນິ້ງ ກ່ຽວກັບຄວາມຮຸນແຮງ; ການເມີນເສີຍຂອງຜູ້ພົບເຫັນ, ຜູ້ສັງເກດການ ແລະ ອື່ນໆອີກຫຼວງຫຼາຍ. ຮູບພາບຂອງແມ່ຍິງທີ່ຖືກຄູ່ຄອງຂອງຕົນທຸບຕີໂດຍບໍ່ໄດ້ຕໍ່ສູ້ ທີ່ຖືກເຜີຍແຜ່ລົງໃນສື່ສັງຄົມ ສະທ້ອນໃຫ້ເຫັນເຖິງສະພາບຄວາມເປັນຈິງຂອງສັງຄົມພວກເຮົາທີ່ເຄີຍມີຄວາມເຊື່ອຜິດໆກັນວ່າ: ບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງເປັນບັນຫາສະເພາະຂອງຄົນພາຍໃນຄອບຄົວ
ລັດຖະບານ ສປປ ລາວ, ລວມທັງສະຫະພັນແມ່ຍິງລາວ, ກະຊວງສາທາລະນະສຸກ ໂດຍສະເພາະຄະນະກຳມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງຂອງກະຊວງສາທາ ໄດ້ຮ່ວມມືກັບ ອົງການ UNFPA ໄດ້ໃຫ້ການຊ່ວຍເຫລືອທີ່ຈຳເປັນແກ່ຜູ້ເຄາະຮ້າຍ. ລັດຖະບານໂດຍການຮ່ວມມືກັບອົງການ UNFPA ຍັງຈະສືບຕໍ່ໃຫ້ຄວາມສຳຄັນຕໍ່ການປົກປ້ອງ ແລະ ການຊ່ວຍເຫຼືອເບິ່ງແຍງຄວາມເປັນຢູ່ທີ່ດີຂອງຜູ້ຖືກເຄາະຮ້າຍ, ແລະຈະສະເໜີໂອກາດໃນການພື້ນຟູ ແລະສ້າງຄວາມເຂັ້ມແຂງໃຫ້ຜູ້ເຄາະຮ້າຍໂດຍການເອົາຜູ້ເຄາະຮ້າຍເປັນໃຈກາງ.
ແມ່ຍິງ 1 ໃນ 3 ທົ່ວໂລກ ປະເຊີນກັບຄວາມຮຸນແຮງທາງຮ່າງກາຍ ຫຼື ທາງເພດ ແລະ ສະຖິຕິທົ່ວໂລກເຫຼົ່ານີ້ສອດຄ່ອງກັບການສຶກສາຄວາມຮຸນແຮງຕໍ່ແມ່ຍິງລະດັບຊາດ ປະຈໍາປີ 2014 ໃນປະເທດລາວ ພົບວ່າ 1 ໃນ 3 ຂອງແມ່ຍິງຖືກຄວາມຮຸນແຮງທາງຮ່າງກາຍ, ທາງເພດ ແລະ ທາງອາລົມໂດຍຂອງຄູ່ຄອງ ຫຼື ຄູ່ສົມລົດຕົນເອງ. ການສຶກສານີ້ຍັງພົບວ່າ ມີແມ່ຍິງພຽງ 10 ໃນ 100 ຄົນເທົ່ານັ້ນ ທີ່ເລົ່າປະສົບການຄວາມຮຸນແຮງໃຫ້ຜູ້ອື່ນຮູ້ ແລະ ມີພຽງ 2 ໃນ 100 ຄົນເທົ່ານັ້ນ ທີ່ຂໍຄວາມຊ່ວຍເຫຼືອ ແລະ ບໍລິການຕ່າງໆ.
ໃນວິດີໂອທີ່ເຜີຍແຜ່ການໃຊ້ຄວາມຮຸນແຮງຜ່ານສື່ອອນລາຍ. ຄວາມເປັນສ່ວນຕົວຂອງຜູ້ເຄາະຮ້າຍແມ່ນເປັນສິ່ງສຳຄັນ ແລະ ພວກເຮົາຂໍຮຽກຮ້ອງໃຫ້ຜູ້ນຳໃຊ້ສື່ມວນຊົນ ຢຸດການເຜີຍແຜ່ວິດີໂອ ແລະ ຮູບ, ທີ່ຈະສ້າງຄວາມຊ້ຳໃຈໃຫ້ແກ່ຜູ້ເຄາະຮ້າຍ ແລະ ກະຕຸ້ນຄວາມຊ້ຳໃຈໃຫ້ແກ່ຜູ້ເຄາະຮ້າຍຄົນອື່່ນ. ໃນວິດີໂອ ຍັງເຫັນວ່າ ຄົນອ້ອມຂ້າງ, ຜູ້ທີ່ພົບເຫັນເຫດການ ບໍ່ໄດ້ເຂົ້າໄປຊ່ວຍເຫລືອ ຜູ້ເຄາະຮ້າຍ ການບໍ່ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ອື່ນໃນເວລາຕົກຢູ່ໃນໄພອັນຕະລາຍແມ່ນມີຄວາມຜິດທາງອາຍາ ແລະ ທາງແພ່ງ “ບຸກຄົນໃດຫາກໄດ້ພົບເຫັນຜູ້ອື່ນ ຕົກຢູ່ໃນໄພອັນຕະລາຍແກ່ຊີວິດ ຫຼື ສຸ ຂະພາບ ແຕ່ບໍ່ໃຫ້ຄວາມຊ່ວຍເຫຼືອ ທັ້ງໆທີ່ຕົນເອງກໍມີເງື່ອນໄຂພໍຊ່ວຍເຫຼືອໄດ້ ຫຼື ບອກຄົນອື່ນໃຫ້ຊ່ວຍເຫຼືອ
ແມ່ຍິງ ແລະ ເດັກຍິງ ໄດ້ຮັບການຄຸ້ມຄອງ ສິດຜົນປະໂຫຍດ ຕາມກົດໝາຍ ດັ່ງທີ່ເຫັນໃນກໍລະນີທີ່ເກີດຂຶ້ນນີ້ ຜູ້ຖືກເຄາະຮ້າຍ ຄວນຂໍຄວາມຊ່ວຍເຫຼືອ ຈາກຄົນອ້ອມຂ້າງ, ໜ່ວຍງານທີ່ບັງຄັບໃຊ້ກົດ ໝາຍ, ສະຫະພັນແມ່ຍິງ ແລະ ສະຖານບໍລິການສຸຂະພາບຕ່າງໆ. ສິ່ງທີ່ໜ້າກັງວົນເພີ່ມຕື່ມຄື: ຈໍານວນການເຜີຍແຜ່ວີດິໂອ ແລະ ການຖ່າຍຮູບ ໂດຍມີຈໍານວນຄົນເບິ່ງຫຼາຍແສນຄັ້ງ ແລະ ການສົ່ງຕໍ່ນັບພັນຄັ້ງ. ຄວາມເປັນສ່ວນຕົວຂອງຜູ້ຖືກເຄາະຮ້າຍເປັນສິ່ງສໍາຄັນ ເຊິ່ງພວກເຮົາຂໍຮຽກຮ້ອງ ໃຫ້ຜູ້ທີ່ນຳໃຊ້ສື່ແລະ ເຂົ້າເຖິງສື່ສັງຄົມອອນລາຍ ຫຼີກລ່ຽງການ ສົ່ງຕໍ່ວີດິໂອ ແລະ ຮູບຖ່າຍ ຊຶ່ງອາດຈະເຮັດໃຫ້ຜູ້ຖືກເຄາະຮ້າຍບອບຊໍ້າທາງຈິດໃຈ ແລະ ອາດຈະກະທົບຈິດໃຈຂອງຜູ້ຖືກເຄາະຮ້າຍຄົນອື່ນ.
ເຫດການທີ່ໜ້າກັງວົນນີ້ ຍັງຕອກຢ້ໍາເຖິງຄວາມຈໍາເປັນ ໃນການພະຍາຍາມຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ຈະມີຄວາມຄືບ ໜ້າໃນ 5 ປີ ທີ່ຜ່ານມາກໍ່ຕາມ. ລັດຖະບານ ຊຶ່ງໄດ້ຮັບການສະໜັບສະໜູນຈາກ UNFPA ໄດ້ເພີ່ມການລົງທຶນໃນການຍຸດຕິຄວາມຮຸນແຮງຕໍ່ແມ່ຍິງ, ການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດ 2021-2025 ແລະ ໄດ້ເພີ່ມຂະຫຍາຍການຈັດຕັ້ງປະຕິບັດ ຂັ້ນຕອນການມາດຕະຖານການປະຕິບັດງານ (SOPs) ສຳລັບການຕອບສະໜອງຢ່າງເປັນລະບົບ ແລະ ການປະສານງານ ກັນ ຂອງຂະແໜງສັງຄົມ ແລະ ສຸຂະພາບ ເພື່ອຊ່ວຍເຫລືອຜູ້ເຄາະຮ້າຍ ຢ່າງມີຄຸນນະພາບ. ເຖີງຢ່າງໃດກໍ່ຕາມຍັງຄົງມີວຽກຫລາຍຢ່າງກ່ຽວກັບກັບການຊ່ວຍເຫລືອຜູ້ເຄາະຮ້າຍທີ່ຕ້ອງຍັງໄດ້ສືບຕໍ່ເຮັດຕື່ມອີກ.
ລັດຖະບານ ໃຫ້ຄໍາໝັ້ນໝາຍ ທີ່ຈະຈັດຕັ້ງປະຕິບັດສານນາຍົກລັດຖະມົນຕີ ທີ່ໄດ້ກຳນົດມາດຕະການ ເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ໃນໄລຍະ 16 ວັນສາກົນ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ດ້ວຍການຂະຫຍາຍການຈັດຕັ້ງປະຕິບັດການເອົາຜູ້ຊາຍ ແລະ ເດັກຊາຍມີສ່ວນຮ່ວມ, , ຂະຫຍາຍການສ້າງຂີດຄວາມສາມາດ ຕາມ ຂັ້ນຕອນມາດຕະຖານການດຳເນີນງານ ການຊ່ວຍເຫລືອຜູ້ເຄາະຮ້າຍ (SOPs), ສ້າງບ່ອນພັກທີ່ປອດໄພຊົ່ວຄາວໃນທຸກໆແຂວງທົ່ວປະເທດ, ລົງທຶນໃນການແກ້ໄຂບັນຫາຄວາມຮຸນແຮງ ທາງສື່ສັງຄົມອອນລາຍ ແລະ ການເຮັດວຽກກັບຊຸມຊົນ ເພື່ອ ທ້າທາຍ ແລະ ການທັບມ້າງການປະຕິບັດບັນທັດຖານທາງເພດທີ່ເປັນອັນຕະລາຍ ແລະ ສະໜັບສະໜູນໃຫ້ ຜູ້ເຫັນເຫດການຄວາມຮຸນແຮງ ເຂົ້າແຊກແຊງ.
ໃນໄລຍະເວລາເຊັ່ນນີ້ ຄວາມສາມັກຄີເປັນສິ່ງສໍາຄັນ ໃນການຊ່ວຍເຫລືອຜູ້ຖືກເຄາະຮ້າຍ, ເຄົາລົບຄວາມເປັນສ່ວນຕົວ, ປູກຈິດສຳນຶກໃຫ້ກັບສັງຄົມ ແລະ ປະຕິບັດຢ່າງຕໍ່ເນື່ອງ ເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ພາຍໃນປີ 2030 ຊຶ່ງສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ.
ຖ້າທ່ານ ຫຼື ຄົນທີ່ທ່ານຮູ້ຈັກ ກຳລັງປະເຊີນກັບຄວາມຮຸນແຮງ ທ່ານສາມາດຕິດຕໍ່ສາຍດ່ວນ ສູນໃຫ້ຄຳປຶກສາປົກປ້ອງແມ່ຍິງ ແລະ ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ 1362 ຕະຫຼອດ 24 ຊົ່ວໂມງ ໂດຍບໍ່ເສຍຄ່າບໍລິການ; ຖ້າຫາກທ່ານມີຄໍາຖາມກ່ຽວກັບຄວາມຊ່ວຍເຫຼືອດ້ານສຸຂະພາບ ທ່ານສາມາດໂທໄປທີ່ສາຍດ່ວນ 1527; ຖ້າຫາກທ່ານຕ້ອງການຄວາມຊ່ວຍເຫຼືອກ່ຽວກັບຄວາມປອດໄພ ສາມາດຕິດຕໍ່ສາຍດ່ວນຕຳຫຼວດ 1300.