You are here

ບົດຖະແຫລງຂ່າວ:

ລັດຖະບານອົດສະຕາລີ ແລະ ອົງການ ສະຫະປະຊາຊາດ ກອງທືນສຳລັບປະຊາກອນ (UNFPA ) ເພີ່ມທະວີການຮ່ວມມືໃນການປັບປຸງການບໍລິການສຸຂະພາບ ແລະ ສັງຄົມ ໃຫ້ແກ່ຜູ້ລອດຊີວິດຈາກຄວາມຮຸນແຮງບົນພື້ນຖານທາງເພດ

 

ນະຄອນຫຼວງວຽງຈັນ, ວັນທີ 3 ມິຖຸນາ 2021 - ລັດຖະບານອົດສະຕາລີ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ(UNFPA) ປະຈຳລາວ ໄດ້ເຊັນຂໍ້ຕົກລົງ ຮ່ວມມືຈັດຕັ້ງປະຕິບັດໂຄງການ ໄລຍະ 2 ປີ (2021-2023) ເພື່ອປັບປຸງການບໍລິການສຸຂະພາບ ແລະ ສັງຄົມ ໃຫ້ແກ່ຜູ້ລອດຊີວິດຈາກການຖືກຄວາມຮຸນແຮງບົນພື້ນຖານທາງເພດ, ໂດຍລັດຖະບານອົດສະຕາລີໄດ້ໃຫ້ທຶນສະໜັບສະໜູນເພີ່ມອີກ 400,000 ໂດລາອົດສະຕາລີ.

 

ທຶນດັ່ງກ່າວຈະປະກອບສ່ວນສະໜັບສະໜູນວຽກຂອງອົງການ UNFPA ໃນການຮ່ວມມື ແລະ ສະໜັບສະໜູນສະຫະພັນແມ່ຍິງລາວ, ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ, ແລະ ກະຊວງສາທາລະນະສຸກ. ແລະ ເປັນສ່ວນໜື່ງ ຂອງການສະໜັບສະໜູນການຈັດຕັ້ງ ແຜນດຳເນີນງານແຫ່ງຊາດຄັ້ງທີ 2 ກ່ຽວກັບການສະກັດກັ້ນແລະ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ (2021 - 2025) ທີ່ໄດ້ຮັບຮອງເອົາບໍ່ດດົນມານີ້ ເປັນຕົ້ນແມ່ນ ການສະໜອງການບໍລິການທາງສັງຄົມ ແລະ ສຸຂະພາບ ແລະ ດູແລສຸຂະພາບຈິດໃຫ້ແກ່ແມ່ຍິງ ແລະ ເດັກຍິງທີ່ລອດຊີວິດຈາກຄວາມຮຸນແຮງ.

 

ການສະໜອງທຶນໃໝ່ ນີ້ຈະຊ່ວຍເສີມສ້າງຂີດຄວາມສາມາດໃຫ້ອົງການລັດທະບານ ແລະ ປັບປຸງການບໍລິການ ຂອງຂະແໜງສາທາ ແລະ ສັງຄົມ ໃຫ້ແກ່ແມ່ຍິງ ແລະ ເດັກຍິງທີ່ລອດຊີວິດຈາກຄວາມຮຸນແຮງ ໃນລະດັບສູນກາງ ແລະ ບັນດາແຂວງທີ່ໄດ້ຖືກຄັດເລືອກ. ໂຄງການນີ້ ຈະຊ່ວຍໃຫ້ຜູ້ສະໜອງການບໍລິການດ້ານສຸຂະພາບແລະສັງຄົມມີຄວາມຮູ້ ແລະ ທັກສະດ້ານວິຊາການ ເພື່ອສະໜອງການບໍລິການທີ່ເອົາແມ່ຍິງເປັນໃຈກາງ ໂດຍເອົາໃຈໃສ່ ບຸລິມະ ດ້ານສິດທິ, ທາງເລືອກ, ຄວາມປອດໄພ ແລະ ການສ້າງຄວາມເຂັ້ມແຂງຂອງຜູ້ລອດຊີວິດ. ນອກນັ້ນ ໂຄງການດັ່ງກ່າວ ຍັງຈະໄດ້ປັບປຸງ ການເຂົ້າເຖິງ ແລະ ຄຸນນະພາບຂອງການບໍລິການສຸຂະພາບ ແລະ ສັງຄົມ ເພື່ອຮັບປະກັນວ່າຜູ້ລອດຊີວິດຈາກຄວາມຮຸນແຮງໄດ້ຮັບການບໍລິການສຸຂະພາບ ແລະ ສັງຄົມ ທີ່ຈຳເປັນ.

 

ອົງປະກອບຫລັກຂອງໂຄງການນີ້ກວມເອົາການສ້າງຄວາມສາມາດໃຫ້ແກ່ສະຫະພັນແມ່ຍິງລາວ, ຜູ້ສະໜອງການບໍລິການດ້ານສັງຄົມ ເພື່ອແກ້ໄຂບັນຫາການໃຊ້ຄວາມຮຸນແຮງ ໂດຍການໃຫ້ຄຳປຶກສາເຊີ່ງໜ້າ ແລະ ໃຫ້ຄຳປຶກສາຜ່ານສາຍດ່ວນ 24/7, ການຊ່ວຍເຫຼືອດ້ານສຸຂະພາບຈິດ ແລະ ດ້ານຈິດໃຈ ໃຫ້ແກ່ຜູ້ລອດຊີວິດຈາກຄວາມຮຸນແຮງ. ນອກນີ້ໂຄງການຍັງໄດ້ສຸມໃສ່ປັບປຸງການໃຫ້ການບໍລິການທີ່ພັກຊົ່ວຄາວທີ່ຈຳເປັນຮີບດ່ວນ ແລະ ປອດໄພ ແກ່ແມ່ຍິງທີ່ລອດຊີວິດຈາກຄວາມຮຸນແຮງ, ສ້າງຄວາມເຂັ້ມແຂງໃຫ້ຜູ້ລອດຊີວິດ ມີຄວາມເປັນເອກະລາດ ແລະ ເພິ່ງຕົນເອງໄດ້ທາງດ້ານເສດຖະກິດ, ການຟື້ນຟູເພື່ອກັບຄືນສູ້ສັງຄົມ ແລະ ຄອບຄົວ. ນອກຈາກນັ້ນ ໂຄງການຍ ດັ່ງກ່າວຍັງ ຈະສ້າງວິທີການເກັບກຳຂໍ້ມູນ ແລະ ການລາຍງານກໍລະນີຄວາມຮຸນແຮງຜ່ານລະບົບຂໍ້ມູນຂອງສາທາ.  

 

ທ່ານນາງ ເຈນ ແຈນເລີ,  ຮອງຫົວໜ້າຫ້ອງການ, ສະຖານທູດອົດສະຕາລີ ປະຈຳ ສປປລາວ ກ່າວວ່າ ປະເທດອົດສະຕາລີ ມີຄວາມພາກພູມໃຈທີ່ໄດ້ເຮັດວຽກເພື່ອຫຼຸດຜ່ອນການໃຊ້ຄວາມຮຸນແຮງຢູ່ ສປປລາວ. ໂດຍຜ່ານການສືບຕໍ່ເປັນຄູ່ຮ່ວມງານກັບອົງການ UNFPA, ພວກເຮົາຈະສະໜັບສະໜູນລັດຖະບານລາວເພື່ອສ້າງຄວາມເຂັ້ມແຂງ ໃນການໃຫ້ບໍລິການ ແກ່ຜູ້ໄດ້ຮັບຜົນກະທົບຈາກຄວາມຮຸນແຮງ. ນອກນັ້ນ, ພວກເຮົາກໍຍັງໄດ້ເຮັດວຽກເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງລາວ ເພື່ອຫຼຸດຜ່ອນຄວາມສ່ຽງຈາກຄວາມຮຸນແຮງ. ຄວາມຮຸນແຮງກໍແມ່ນບັນຫາໜື່ງຂອງໂລກ. ພວກເຮົາຍິນດີທີ່ໄດ້ມີບົດບາດໃນການຊອກຫາວິທີທາງແກ້ໄຂ ເພື່ອເຮັດໃຫ້ແມ່ຍິງ ແລະ ເດັກນ້ອຍມີຄວາມປອດໄພຢູ່ລາວ.”

 

ໄດ້ມີໂຄງການຕໍ່ເນື່ອງ ທີ່ສະໜັບສະໜູນໂດຍລັດຖະບານອົດສະລີ ແລະ ສະຫະລາຊະອານາຈັກ ທີ່ໄດ້ຮ່ວມມືກັບອົງການ UNFPA. ລວມມີ ໂຄງການ ປະສານງານ ແລະ ການສົ່ງຕໍ່ຜູ້ລອດຊີວິດຈາກຄວາມຮຸນແຮງ, ຊຶ່ງລວມຢູ່ໃນຊຸດການບໍລິການທີ່ຈຳເປັນ (ESP) ຊຶ່ງເຄື່ອງມືແນະນຳໃນການປະສານງານ ໃນການໃຫ້ບໍລິການທີ່ມີຄຸນນະພາບຂອງຫຼາຍຂະແໜງການ ນັບຕັ້ງແຕາ ການບໍລິການດ້ານສຸຂະພາບຈົນເຖິງການບໍລິການສັງຄົມ ແລະ ການນຳໃຊ້ປື້ມຄູ່ມືການເອົາຜູ້ຊາຍເຂົ້າມາມີສ່ວນຮ່ວມໃນການປ້ອງກັນ ແລະ ແກ້ໄຂການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ ແລະ ການສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຢູ່ຂັ້ນບ້ານໃນແຂວງສະຫວັນນະເຂດ.

 

ທ່ານ ນາງ ມາລຽມ ຄານ ຜູ້ຕາງໜ້າອົງການ UNFPA ປະຈຳລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ລັດຖະບານອົດສະຕາລີ. ທ່ານໄດ້ກ່າວວ່າ, " ຂ້າພະເຈົ້າຮູ້ສຶກດີໃຈ ແລະ ມີຄວາມຍິນດີທີ່ໄດ້ເສີ່ມຂະຫຍາຍການຮ່ວມມືຂອງພວກເຮົາ ເຊິ່ງມັນເປັນສິ່ງຈຳເປັນ ເພື່ອຊ່ວຍເຫຼືອລັດຖະບານລາວໃນການສົ່ງເສີມສິດທິຂອງແມ່ຍິງແລະເດັກຍິງ ແລະ ເພື່ອປະຕິບັດຕາມຄຳໝັ້ນສັນຍາຂອງລັດຖະບານຕໍ່ກອງປະຊຸສາກົນວ່າດ້ວຍປະຊາກອນແລະການພັດທະນາ (ICPD25), ສົນທິສັນຍາຊີດໍ, ແລະ ເປົ້າໝາຍການພັດທະນາແບບຍືນຍົງ”

 

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.

 

ສຳລັບຂໍ້ມູນເພິ່ມເຕີມກະລຸນາຕິດຕໍ່ຫາ:

 

ນາງ ສີສຸວັນ ວໍລະບຸດ

ຫົວໜ້າແຜນງານ ບົດບາດຍິງຊາຍ, ອົງການ UNFPA ປະຈຳລາວ

vorabouth@unfpa.org

 

ນາງ ມາໄລວຽງ ວຽງວິໄລ

ເຈົ້າໜ້າທີ່ຝ່າຍ HRD, ສະຖານທູດອົດສະຕາລີ

malaivieng.viengvilay@dfat.gov.au