ບົດບັນຍາຍຮ່ວມ ໂດຍຜູ້ຕາງໜ້າ ອົງການ UNFPA ປະຈຳ ສປປ ລາວ, ຫວຽດນາມ ແລະຫົວໜ້າອົງການ UNFPA ປະເທດໄທ
ທ່ານ ດຣ. ບາກທິຢໍ ກາດີເຣິບ, ທ່ານ ແມັດທິວ ແຈກສັນ, ທ່ານ ດຣ. ຈູລີຕ້າ ໂອນາບານໂຈ
"ເປີດທຸກປະຕູ: ການຮຽກຮ້ອງຮ່ວມກັນ ເພື່ອຊ່ວຍເຫຼືອຜູ້ລອດຊີວິດ ຈາກຄວາມຮຸນແຮງທາງເພດ ໃນອາຊີຕາເວັນອອກສຽງໃຕ້"
ໃນອາຊີຕາເວັນອອກສຽງໃຕ້, ຍັງມີມາດຕະຖານທາງບົດບາດຍິງ-ຊາຍແບບດັ້ງເດີມທີ່ຝັງເລິກ ມັກຈະກຳນົດໃຫ້ແມ່ຍິງ ແລະ ເດັກຍິງເປັນຜູ້ເບິ່ງແຍງຜູ້ອື່ນ, ກໍໃຫ້ເກີດຄວາມບໍ່ສົມດຸນລະຫວ່າງບົດບາດຍິງ-ຊາຍ ທັງຄວາມຮັບຜິດຊອບໃນຄົວເຮືອນ ແລະ ບົດບາດທາງສັງຄົມ. ອັກຄະຕິທາງເພດທີ່ຝັງເລິກນີ້, ຄຽງຄູ່ໄປກັບການແຈກຢາຍວຽກເບິ່ງແຍງຜູ້ອື່ນ ໂດຍບໍ່ໄດ້ຮັບຄ່າຈ້າງ ຢ່າງບໍ່ເທົ່າທຽມ, ຊຸກຍູ້ໃຫ້ສິ່ງທ້າທາຍທີ່ແມ່ຍິງຕ້ອງປະເຊີນຮ້າຍແຮງຂຶ້ນ, ເຊິ່ງເຮັດໃຫ້ພວກເຂົາຕົກຢູ່ໃນສະຖານະການທີ່ຖືກຂົ່ມເຫງ ແລະ ສືບຕໍ່ເປັນວົງຈອນຂອງຄວາມບໍ່ສະເໝີພາບ ແລະ ການເພິ່ງພາທາງເສດຖະກິດຕໍ່ໄປ. ເມື່ອເວລາຜ່ານໄປ, ຄວາມເປັນເອກະລາດ ແລະ ອຳນາດການຕັດສິນໃຈຂອງແມ່ຍິງກໍຖືກທຳລາຍ, ເຮັດໃຫ້ເພີ່ມຄວາມສ່ຽງຕໍ່ຄວາມຮຸນແຮງໃນຄອບຄົວ - ເຊິ່ງເປັນວິກິດການໃນທົ່ວໂລກ ທີ່ຖືກເຊື່ອງໄວ້ຢ່າງເປີດແປນ.
ຕົວຢ່າງເຊັ່ນ: ສປປ ລາວ, ທີ່ມີແມ່ຍິງຈຳນວນເກືອບ 1/3 ໄດ້ປະເຊີນກັບ ຄວາມຮຸນແຮງທາງດ້ານຮ່າງກາຍ, ທາງເພດ, ຫຼື ທາງດ້ານຈິດໃຈ ຈາກຄູ່ຮັກ/ຜົວ ໃນຕະຫຼອດຊີວິດຂອງພວກເຂົາ, ເຊິ່ງສະທ້ອນໃຫ້ເຫັນເຖິງຮູບແບບລະດັບພາກພື້ນ ແລະ ທົ່ວໂລກ ທີ່ຝັງຢູ່ໃນມາດຕະຖານທາງດ້ານສັງຄົມ ແລະ ບົດບາດຍິງ-ຊາຍ. ສະພາບການຂອງຫວຽດນາມກໍມີຄວາມຫຍຸ້ງຍາກເຊັ່ນກັນ: ການສຶກສາລະດັບຊາດ ປີ 2019 ກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ພົບວ່າ ເກືອບ 2/3 (63%) ຂອງແມ່ຍິງທີ່ເຄີຍແຕ່ງງານ ໄດ້ປະສົບກັບຄວາມຮຸນແຮງ, ໂດຍອັດຕາ 90,4% ບໍ່ເຄີຍຂໍຄວາມຊ່ວຍເຫຼືອເລີຍ. ຄ່າໃຊ້ຈ່າຍທາງດ້ານເສດຖະກິດຂອງຄວາມຮຸນແຮງດັ່ງກ່າວ ກວມເອົາ 1.81% ຂອງຍອດລວມຜະລິດຕະພັນພາຍໃນ (GDP) ຂອງຊາດໃນປີ 2018. ໃນປະເທດໄທ, ເຖິງວ່າຈະມີຄວາມຄືບຫນ້າ, ແຕ່ແມ່ຍິງ 44% ຍັງຄົງລາຍງານກ່ຽວກັບ ຄວາມຮຸນແຮງໃນຄູ່ຮັກ/ຜົວ, ເຊິ່ງຊີ້ໃຫ້ເຫັນສິ່ງທ້າທາຍທີ່ເກີດຂຶ້ນຢ່າງຕໍ່ເນື່ອງ. ແຕ່ລະສະຖິຕິລະດັບຊາດເຫຼົ່ານີ້ ເນັ້ນຢ້ຳເຖິງວິກິດການຄວາມຮຸນແຮງຕໍ່ແມ່ຍິງໃນທົ່ວໂລກທີ່ກວ້າງຂຶ້ນ, ຍ້ອນຄວາມບໍ່ສະເໝີພາບທີ່ຝັງເລິກ ແລະ ລະບົບທີ່ເປັນອຸປະສັກ.
ລັດຖະບານແຫ່ງ ສປປ ລາວ, ຫວຽດນາມ, ໄທ, ໄດ້ຮັບການສະໜັບສະໜູນຈາກ ອົງການ UNFPA ແລະ ບັນດາຄູ່ຮ່ວມງານ ລວມເຖິງ ອົງການ UN Women, UNDP, WHO, UNODC, ລັດຖະບານ ສ.ເກົາຫຼີ ຜ່ານ ອົງການ KOICA, ອົດສະຕາລີ (DFAT) ແລະ ຍີ່ປຸ່ນ ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າ ໃນການຕໍ່ສູ້ກັບຄວາມຮຸນແຮງບົນພື້ນຖານທາງເພດ, ໂດຍຜ່ານການຈັດໃຫ້ມີ ຖົງເຄື່ອງໃຊ້ທີ່ຈໍາເປັນສໍາລັບແມ່ຍິງ ແລະ ເດັກຍິງ ທີ່ລອດຊີວິດຈາກຄວາມຮຸນແຮງ – ເຊິ່ງເປັນມາດຕະຖານຄຳ ລະດັບໂລກ ໃນການແກ້ໄຂຂັ້ນສະຖາບັນ ຕໍ່ກັບຄວາມຮຸນແຮງບົນພື້ນຖານທາງເພດ. ທັງ 3 ປະເທດອາຊຽນ, ມີການຈັດຕັ້ງລະບົບການຊ່ວຍເຫຼືອແບບຄົບວົງຈອນເຊັ່ນ: ສູນບໍລິການປະຕູດຽວ ຫຼື ສູນຊ່ວຍເຫຼືອສຸກເສີນ (Crisis Centers) ໄດ້ຮັບການສ້າງຕັ້ງຂຶ້ນຢູ່ໃນໂຮງໝໍ ຫຼື ພາຍໃນຂະແໜງການສັງຄົມຕ່າງໆ ແລະ ມາດຕະຖານການດຳເນີນງານທີ່ກົມກຽວກັນ ໄດ້ຮັບການພັດທະນາ ໂດຍກວມເອົາຂະແໜງການ ສາທາລະນະສຸກ, ສັງຄົມ, ຍຸຕິທຳ ແລະ ຕຳຫຼວດ, ພ້ອມທັງຄວາມພະຍາຍາມໃນການເສີມສ້າງ ເບີໂທສາຍດ່ວນ ສຳລັບຜູ້ລອດຊີວິດ. ນອກຈາກນັ້ນ, ການເຊື່ອມສານການບໍລິການຕ່າງໆ ເຂົ້າກັບລະບົບຫຼັກປະກັນສຸຂະພາບຢ່າງຖົ່ວໜ້າ ຂອງປະເທດໄທຢ່າງຕໍ່ເນື່ອງ ກໍແມ່ນບາດກ້າວທີ່ສຳຄັນ ເພື່ອຮັບປະກັນວ່າຜູ້ລອດຊີວິດທັງຫມົດ ຈະໄດ້ຮັບການຊ່ວຍເຫຼືອຕາມທີ່ພວກເຂົາຕ້ອງການ ໂດຍບໍ່ມີອຸປະສັກທາງດ້ານການເງິນ.
ຄວາມຄືບໜ້າອັນພົ້ນເດັ່ນ ຂອງ ສປປ ລາວ, ຫວຽດນາມ ແລະ ໄທ ເປັນສິ່ງພິສູດເຖິງຫຼັກໝັ້ນອັນແຂງແກ່ນຂອງລັດຖະບານ ແລະ ການນຳໃຊ້ຢ່າງເປັນລະບົບຂອງ ການຮ່ວມມື ໃຕ້-ໃຕ້ 3 ຝ່າຍ. ວິທີການນີ້ໄດ້ພິສູດວ່າເປັນຕົວແບບທີ່ມີປະສິດຕິພາບ ໃນການແກ້ໄຂຄວາມຮຸນແຮງບົນພື້ນຖານທາງເພດ ໂດຍຜ່ານການແບ່ງປັນຄວາມຮູ້, ຊັບພະຍາກອນ ແລະ ການປະຕິບັດທີ່ເປັນນະວັດຕະກໍາ. ການຮ່ວມມືລະຫວ່າງ 3 ປະເທດດັ່ງກ່າວນີ້ ໄດ້ຮວບຮວມເອົາຈິດວິນຍານຂອງອາຊຽນ, ໃນນັ້ນມີການຮ່ວມມືເປັນເຈົ້າພາບ ຈັດຕັ້ງກອງປະຊຸມຄະນະກຳມະການ ວ່າດ້ວຍສະຖານະພາບຂອງແມ່ຍິງ ຄັ້ງທີ 68 ທີ່ຜ່ານມາ, ມີການພົບປະແລກປ່ຽນການສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ, ການຢ້ຽມຢາມສະຖານທີ່ຮ່ວມກັນ ແລະ ການຮ່ວມມືຂ້າມຊາຍແດນ ສໍາລັບກິດຈະກໍາ 16 ວັນ ແຫ່ງການເຄື່ອນໄຫວ ຕ້ານການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ, ເຊິ່ງຖືກກຳນົດຂຶ້ນພ້ອມກັນທົ່ວໂລກ ໃນທຸກໆປີ.
ໃນອາທິດນີ້, ກອງປະຊຸມສຸດຍອດການນຳແມ່ຍິງອາຊຽນ ຄັ້ງທີ 3 ໃນຫົວຂໍ້: “ເສີມຂະຫຍາຍເສດຖະກິດການເບິ່ງແຍງ ສູ່ປະຊາຄົມອາຊຽນ ຫຼັງປີ 2025”, ສປປ ລາວ, ໄທ ແລະ ຫວຽດນາມ ຈະສົມທົບກັນເຂົ້າຮ່ວມອີກຄັ້ງ ໃນກອງປະຊຸມເສີມທີ່ມີຫົວຂໍ້ວ່າ: “ບໍ່ມີປະຕູໃດທີ່ຜິດ” : ແບ່ງປັນການປະຕິບັດທີ່ດີ ກ່ຽວກັບການປະສານງານແກ້ໄຂ ຄວາມຮຸນແຮງບົນພື້ນຖານທາງເພດ, ການປົກປ້ອງ, ການບໍລິການດ້ານສັງຄົມ (ສົງເຄາະ), ເສັ້ນທາງການສົ່ງຕໍ່ ແລະ ການຕອບສະຫນອງຂອງລະບົບສຸຂະພາບ”. ພ້ອມກັນນັ້ນ, ພວກເຂົາຈະຮ່ວມກັນສະເໜີຄຳແນະນຳຕົວຈິງ ແກ່ຜູ້ເຂົ້າຮ່ວມຫຼາຍກວ່າ 200 ຄົນ ໂດຍອີງໃສ່ຜົນສຳເລັດຂອງຕົນ ໃນການປະຕິບັດມາດຕະຖານການດຳເນີນງານ ທີ່ສອດຄ່ອງກັບມາດຕະຖານສາກົນ ເພື່ອຮັບປະກັນໃຫ້ຜູ້ລອດຊີວິດຈາກຄວາມຮຸນແຮງ ໄດ້ຮັບການເບິ່ງແຍງ ແລະ ການຊ່ວຍເຫຼືອທີ່ຈຳເປັນ ທີ່ພວກເຂົາຕ້ອງການ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ບັນດາອົງການຕ່າງໆ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ.
ບົດຮຽນຂອງ ສປປ ລາວ, ຫວຽດນາມ ແລະ ໄທ ແມ່ນຈະແຈ້ງຄື:
- ຄວນຈະ "ບໍ່ມີປະຕູໃດທີ່ຜິດ" ສໍາລັບຜູ້ລອດຊີວິດຈາກຄວາມຮຸນແຮງ ໃນການຂໍຮັບການຊ່ວຍເຫຼືອທີ່ພວກເຂົາຕ້ອງການ, ບໍ່ວ່າພວກເຂົາຈະປິ່ນໜ້າໄປທາງໃດ.
- ການລວມເອົາຊຸດຖົງເຄື່ອງໃຊ້ທີ່ຈຳເປັນ ເຂົ້າໃນກົດໝາຍ ແລະນະໂຍບາຍແຫ່ງຊາດ ແມ່ນມີຄວາມສຳຄັນ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດຢ່າງມີປະສິດຕິພາບ.
- ການແກ້ໄຂຄວາມຮຸນແຮງບົນພື້ນຖານທາງເພດ ຮຽກຮ້ອງໃຫ້ມີວິທີການລວມໝູ່ ແລະຫຼາຍພາກສ່ວນທີ່ທ້າທາຍຕໍ່ມາດຕະຖານ ແລະໂຄງສ້າງທາງບົດບາດຍິງ-ຊາຍ ທີ່ເຮັດໃຫ້ເກີດຄວາມຮຸນແຮງ ໄປພ້ອມໆກັນ.
- ການໃຫ້ບໍລິການບໍ່ພຽງພໍ; ພວກເຮົາຍັງຕ້ອງເຮັດວຽກເພື່ອປ່ຽນບັນດາ ມາດຕະຖານທາງສັງຄົມ, ຮັບປະກັນວ່າຜູ້ລອດຊີວິດຈະໄດ້ຮັບການຊ່ວຍເຫຼືອ ຫຼັງຈາກຄວາມຮຸນແຮງ ແລະສ້າງຄວາມເຂັ້ມແຂງ ໃນການປ້ອງກັນບໍ່ໃຫ້ມັນເກີດຂຶ້ນ. ບາດກ້າວພື້ນຖານໃນການປ້ອງກັນຄວາມຮຸນແຮງບົນພື້ນຖານທາງເພດ ແມ່ນຂຶ້ນກັບການຮັບຮູ້ ແລະເຫັນຄຸນຄ່າ ຂອງບົດບາດອັນສຳຄັນຂອງວຽກງານເບິ່ງແຍງຜູ້ອື່ນ, ສົມທົບກັບຄວາມພະຍາຍາມຢ່າງມີສະຕິ ເພື່ອແຈກຢາຍຄວາມຮັບຜິດຊອບເຫຼົ່ານີ້ຄືນໃໝ່ ຢ່າງສະເໝີພາບຫຼາຍຂຶ້ນ. ສິ່ງນີ້ເຮັດໃຫ້ເກີດຄວາມທ້າທາຍຕໍ່ບົດບາດຍິງ-ຊາຍແບບດັ້ງເດີມ ແລະການຮັບປະກັນຄວາມຮັບຜິດຊອບຮ່ວມກັນ ໂດຍມີທັງຜູ້ຊາຍ ແລະເດັກຊາຍ ທີ່ຕັ້ງໜ້າສະໜັບສະໜູນ ແລະຊ່ວຍເຫຼືອ ການເຂົ້າເຖິງຊັບພະຍາກອນ, ໂອກາດ ແລະ ການບໍລິການທີ່ສະເໝີພາບສຳລັບທຸກຄົນ, ບໍ່ວ່າຈະເປັນເພດໃດກໍຕາມ.
ຄຳໝັ້ນສັນຍາອັນໜັກແໜ້ນຂອງ ສປປ ລາວ, ໄທ ແລະຫວຽດນາມ ຕໍ່ກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະການພັດທະນາ (ICPD) ປີ 1994 ແລະວາລະການພັດທະນາແບບຍືນຍົງ (SDGs) ປີ 2030 ໄດ້ມີບົດບາດສຳຄັນໃນການຊຸກຍູ້ ຄຳໝັ້ນສັນຍາຢຸດຕິຄວາມຮຸນແຮງບົນພື້ນຖານທາງເພດ ແລະສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ. ໂດຍເນັ້ນໜັກເຖິງການເຊື່ອມໂຍງກັນລະຫວ່າງ ຂະບວນການດ້ານປະຊາກອນ, ສິດທິມະນຸດ, ແລະການພັດທະນາແບບຍືນຍົງ, ທັງ 3 ປະເທດໄດ້ວາງພື້ນຖານນະໂຍບາຍ ແລະໂຄງການທີ່ແກ້ໄຂຕົ້ນເຫດຂອງຄວາມຮຸນແຮງບົນພື້ນຖານທາງເພດ ແລະການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະເດັກຍິງ. ນີ້ແມ່ນບາດກ້າວສຳຄັນ ເພື່ອແນໃສ່ບັນລຸເປົ້າໝາຍຮ່ວມກັນ ໃນດ້ານສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ, ຄວາມຍຸຕິທຳທາງສັງຄົມ.
ໃນຂະນະທີ່ພວກເຮົາສືບຕໍ່ສ້າງມໍລະດົກຂອງ ກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະການພັດທະນາ (ICPD) ໃນໄລຍະ 30 ປີ, ມັນເປັນສິ່ງຈໍາເປັນທີ່ຈະຮັກສາຈຸດສຸມ ຢ່າງບໍ່ຢຸດຢັ້ງ ໃນການຢຸດຕິຄວາມຮຸນແຮງບົນພື້ນຖານທາງເພດ, ຢ່າງຫນ້ອຍທີ່ສຸດ ເນື່ອງຈາກຄ່າໃຊ້ຈ່າຍຂອງການບໍ່ປະຕິບັດຫຍັງເລີຍ ແມ່ນສູງເກີນໄປ - ບໍ່ພຽງແຕ່ໃນດ້ານເສດຖະກິດເທົ່ານັ້ນ ແຕ່ໃນຄວາມທຸກທໍລະມານຢ່າງຕໍ່ເນື່ອງຂອງແມ່ຍິງ ແລະເດັກຍິງ ຈຳນວນນັບບໍ່ຖ້ວນ ໃນບັນດາປະເທດອາຊຽນ ແລະທົ່ວໂລກ. ເມື່ອພວກເຮົາເຮັດວຽກຮ່ວມກັນ, ຮວມພະລັງຂ້າມຊາຍແດນ, ພວກເຮົາສາມາດທໍາລາຍວົງຈອນຂອງຄວາມຮຸນແຮງໄດ້ ແລະຮັບປະກັນວ່າ ປະຕູໃດກໍ່ຕາມທີ່ຜູ້ລອດຊີວິດຍ່າງມາເພື່ອຂໍຮັບການຊ່ວຍເຫຼືອ - ບໍ່ວ່າຈະເປັນໂຮງຫມໍ, ສູນໃຫ້ຄຳປຶກສາ / ສູນພັກເຊົາຊົ່ວຄາວ, ຫຼືສະຖານີຕໍາຫຼວດ - ກໍຈະແມ່ນປະຕູທີ່ຖືກຕ້ອງສຳລັບພວກເຂົາ.