ໂດຍ: ຊານດຼາ ເບີນຄລາວ, ຜູ້ຕາງໜ້າອົງການ UNFPA ປະຈໍາປະເທດກໍາປູເຈຍ
ບັກຕີຢໍ ຄາດີໂຣບ, ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປ ລາວ
ແພັດທຼິເຊຍ ອົງພິນ, ອໍານວນການອົງການ UNAIDS ປະຈໍາປະເທດກໍາປູເຈຍ, ສປປ ລາວ ແລະ ປະເທດມາເລເຊຍ
ໃນທ່າມກາງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ປະເທດກຳປູເຈຍ ແລະ ສປປ ລາວ ພ້ອມພຽງບຸກບືນເພື່ອລົບລ້າງການລະບາດຂອງພະຍາດເອດສ໌. ເຖິງວ່າວຽກງງານດັ່ງກ່າວນີ້ ຈະມີຄວາມຄືບໜ້າຢ່າງພົ້ນເດັ່ນ, ແຕ່ກໍຍັງມີອີກຫຼາຍດ້ານທີ່ຕ້ອງສືບຕໍ່ສູ້ຊົນຂຶ້ນຕື່ມ. ອີງຕາມຂໍ້ມູນຈາກອົງການສະຫະປະຊາຊາດກ່ຽວກັບ HIV/ AIDS (UNAIDS) ສະແດງໃຫ້ເຫັນວ່າ ພາຍໃນປີ 2030 ພະຍາດເອດສ໌ເຊິ່ງເປັນໄພຂົ່ມຂູ່ຕໍ່ວຽກງານສາທາລະນະສຸກ ສາມາດຖືກລົບລ້າງໄດ້, ແຕ່ຈະເປັນໄປໄດ້ກໍຕໍ່ເມື່ອບັນດາປະເທດ, ຊຸມຊົນ ແລະ ຄູ່ຮ່ວມງານ ສຸມໃສ່ການປິດຊ່ອງຫວ່າງໃນການຖ່ວງດຶງຄວາມຄືບໜ້າດັ່ງກ່າວນີ້.
ເນື້ອໃນໃຈຄວາມຫຼັກກໍຄື ພວກເຮົາສາມາດລົບລ້າງພະຍາດເອດສ໌ ທີ່ເປັນໄພຂົ່ມຂູ່ຕໍ່ວຽກງານສາທາລະນະສຸກນີ້ໄດ້ ດ້ວຍການແກ້ບັນຫາດັ່ງກ່າວຢູ່ທຸກໆຫົນແຫ່ງ ເພື່ອທຸກຄົນ.
ການປະຕິບັດເພື່ອລົບລ້າງພະຍາດເອດສ໌ໃນມື້ນີ້ ຈະຊ່ວຍໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງທັງໝົດ ໂດຍ ຊ່ວຍຮັບປະກັນກຽມຄວາມພ້ອມໃຫ້ແກ່ບັນດາປະເທດຕ່າງໆ ເພື່ອຕໍ່ສູ້ກັບພະຍາດລະບາດໃນອະນາຄົດ, ພ້ອມທັງຊ່ວຍໃຫ້ໂລກນີ້ມີຄວາມປອດໄພ ແລະ ມີຄວາມຍຸຕິທຳກວ່າເກົ່າ ສຳລັບທຸກຄົນ.
ທີ່ກ່າວມານີ້ແມ່ນໝາຍຄວາມວ່າ ທຸກປະເທດຕ້ອງສືບຕໍ່ຮຽນຮູ້ຈາກປະສົບການຂອງກັນ ແລະ ກັນຕື່ມອີກ ພ້ອມທັງ ຮ່ວມມືກັນ ເພື່ອສ້າງຂະບວນການຕອບໂຕ້ເຊື້ອພະຍາດ HIV ຢ່າງເຂັ້ມແຂງ. ເຖິງວ່າໃນໄລຍະສອງທົດສະວັດທີ່ຜ່ານມາ ວຽກງານນີ້ຈະມີຄວາມກ້າວໜ້າຢ່າງຫຼວງຫຼາຍໃນປະເທດກຳປູເຈຍ ແລະ ສປປ ລາວ ແລະ ໃນຂົງເຂດພາກພື້ນ, ແຕ່ວ່າ ການລະບາດຂອງພະຍາດເອດສ໌ ຍັງບໍ່ທັນສິ້ນສຸດ - ຍັງມີວຽກງານຄົງຄ້າງອີກຫຼາຍປະການຢູ່ຂ້າງໜ້າພວກເຮົາ.
ດັ່ງນັ້ນ, ເມື່ອບໍ່ດົນມານີ້ ອົງການ UNAIDS ແລະ UNFPA ຈຶ່ງໄດ້ອຳນວຍຄວາມສະດວກໃນການແລກປ່ຽນຄວາມຮູ້ລະຫວ່າງສອງປະເທດ ເຊິ່ງຖືເປັນສິ່ງທີ່ໜ້າຊຸກຍູ້ສົ່ງເສີມ. ນັ້ນກໍແມ່ນເພື່ອຊອກຫາວິທີການປິດຊ່ອງຫວ່າງດ້ານຄວາມຮູ້ດັ່ງກ່າວ ໂດຍການເດີນທາງໄປຢ້ຽມຢາມປະເທດກຳປູເຈຍຂອງຄະນະຜູ້ແທນ 18 ທ່ານ ຈາກ 9 ອົງຈັດຕັ້ງໃນ ສປປ ລາວ ເຊິ່ງລວມມີ: ພາກລັດ, ອົງການສະຫະປະຊາຊາດ, ອົງການຈັດຕັ້ງສັງຄົມ ແລະ ເຄືອຂ່າຍຊາວໜຸ່ມ.
ຈຸດປະສົງຕົ້ນຕໍ ແມ່ນເພື່ອເປັນການຮຽນຮູ້ຢ່າງເລິກເຊິ່ງ ກ່ຽວກັບຜົນສໍາເລັດໃນການຈັດຕັ້ງປະຕິບັດຍຸດທະສາດປ້ອງກັນພະຍາດເອດສ໌ ໃນປະເທດກໍາປູເຈຍ, ໂດຍສຸມໃສ່ການບັນລຸເປົ້າໝາຍທີ່ເອີ້ນວ່າ “95-95-95”, ເຊິ່ງຕົວເລກດັ່ງກ່າວນີ້ໝາຍເຖິງ: ການບົ່ງມະຕິ 95 ສ່ວນຮ້ອຍຂອງຜູ້ຕິດເຊື້ອເອດສ໌ທັງໝົດ, ສະໜອງການປິ່ນປົວດ້ວຍຢາຕ້ານໄວຣັສໃຫ້ໄດ້ 95 ສ່ວນຮ້ອຍຂອງຜູ້ທີ່ໄດ້ຮັບການບົ່ງມະຕິ ແລະ ບັນລຸການປ້ອງກັນໄວຣັສໃຫ້ໄດ້ 95 ສ່ວນຮ້ອຍຂອງຜູ້ທີ່ໄດ້ຮັບການປິ່ນປົວພະຍາດເອດສ໌ ພາຍໃນປີ 2030. ຮອດປັດຈຸບັນ, ປະເທດກຳປູເຈຍ ແມ່ນໄດ້ບັນລຸ 89-99-98 ຂອງເປົ້າໝາຍດັ່ງກ່າວນີ້ແລ້ວ. ບົດຮຽນສຳຄັນຫຼາຍຢ່າງທີ່ສາມາດຖອດໄດ້ ໂດຍສະເພາະແມ່ນ ການບໍລິການໂດຍການນໍາພາຈາກຊຸມຊົນ ແລະ ແນວທາງນະວັດຕະກໍາໃໝ່ ເພື່ອແກ້ໄຂຊ່ອງຫວ່າງໃນການປ້ອງກັນເຊື້ອ HIV.
ການລິເລີ່ມໃໝ່ໆ ພາຍໃຕ້ນະໂຍບາຍແຫ່ງຊາດເພື່ອລົບລ້າງພະຍາດເອດສ ແລະ ແຜນງານຄວາມຍືນຍົງຂອງການຕ້ານພະຍາດເອດສ ໃນໄລຍະ 2023-2028 ຂອງປະເທດກໍາປູເຈຍ, ໄດ້ກໍານົດບຸລິມະສິດໃນການລະບຸ, ກວດ ແລະ ປິ່ນປົວຜູ້ຕິດເຊື້ອເອດສ໌ ທີ່ຍັງບໍ່ທັນໄດ້ຮັບການບົ່ງມະຕິ ເກືອບ 10,000 ຄົນ ໃນບັນດາບຸລິມະສິດອື່ນໆ. ໃນນີ້ ລວມທັງການຊຸກຍູ້ຜູ້ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ HIV ເພື່ອໃຫ້ພວກເຂົາ ເຂົ້າເຖິງການກວດ ແລະ ຜົນປະໂຫຍດດ້ານສຸຂະພາບ ພ້ອມທັງການປົກປ້ອງທາງສັງຄົມ ໂດຍສະເພາະແມ່ນບັນດາໄວໜຸ່ມ, ຜູ້ຊາຍທີ່ມີເພດສໍາພັນກັບຜູ້ຊາຍ, ຜູ້ແປງເພດ, ຜູ້ສັກຢາເສບຕິດ ແລະ ແມ່ຍິງ/ພະນັກງານບັນເທີງທາງເພດ.
ລັກສະນະທີ່ພົ້ນເດັ່ນຂອງການຊ່ວຍເຫຼືອໄວໜຸ່ມໃນການຕັດສິນໃຈຕໍ່ທາງເລືອກທີ່ປອດໄພ ແມ່ນຫຼັກສູດການສຶກສາທາງເພດແບບຄົບຊຸດ, ເຊິ່ງອົງການ UNFPA ໄດ້ເຮັດວຽກຮ່ວມກັບກະຊວງສຶກສາ ໃນທັງສອງປະເທດ ເພື່ອຮັບປະກັນວ່າ ບຸກຄົນມີຄວາມຮູ້ ແລະ ທັກສະໃນການເຂົ້າໃຈ ວີທີປ້ອງກັນ ແລະ ການແຜ່ເຊື້ອພະຍາດເອດສ໌, ສົ່ງເສີມການປະຕິບັດທີ່ປອດໄພ ແລະ ຫຼຸດຜ່ອນການດູໝິ່ນລັງກຽດ, ເຊິ່ງວຽກງການສຶກສາ ຖືເປັນບາດກ້າວທີ່ສຳຄັນໃນການປະພຶດທີ່ມີສຸຂະພາບດີ ກໍຄືການລົບລ້າງພະຍາດເອດສ໌.
ວຽກງານນີ້ແມ່ນມີຄວາມສໍາຄັນຍ້ອນວ່າ ບັນດາໄວໜຸ່ມຍັງມີຄວາມສ່ຽງຢູ່ໃນທັງສອງປະເທດ, ເຊິ່ງເຫັນໄດ້ຈາກອັດຕາການຕິດເຊື້ອໃໝ່ທີ່ເກີດຂຶ້ນເຖິງ 43 ສ່ວນຮ້ອຍໃນໄວໜຸ່ມອາຍຸ 15-24 ປີ ໃນປະເທດກໍາປູເຈຍ ແລະ ຍິ່ງໄປກວ່ານັ້ນ ມີພຽງແຕ່ 23 ສ່ວນຮ້ອຍຂອງໄວໜຸ່ມອາຍຸ 15-24 ປີ ທີ່ມີຄວາມຮູ້ທີ່ຄົບຖ້ວນ ກ່ຽວກັບພະຍາດເອສໄອວີ, ເຊິ່ງຫຼຸດລົງຈາກປີ 2014 ເຊິ່ງແມ່ນ 38 ສ່ວນຮ້ອຍ. ໃນ ສປປ ລາວ, ຂໍ້ມູນໃນປີ 2023 ສະແດງໃຫ້ເຫັນວ່າ 43 ສ່ວຍຮ້ອຍຂອງການຕິດເຊື້ອໃໝ່ ແມ່ນຢູ່ໃນກຸ່ມໄວໜຸ່ມອາຍຸ 15-24 ປີ.
ຍ້ອນວ່າປະເທດກຳປູເຈຍ ແລະ ສປປ ລາວ ໄດ້ໃຫ້ຄຳໝາຍໝັ້ນ ເພື່ອຮັບປະກັນຄວາມຍືນຍົງໃນການຕອບໂຕ້ພະຍາດ HIV, ດັ່ງນັ້ນອົງການ UNAIDS ແລະ UNFPA ຈຶ່ງຮ່ວມມືກັບລັດຖະບານ ກໍ່ຄືບັນດາພາກສ່ວນກ່ຽວຂ້ອງ ແລະ ຄູ່ຮ່ວມງານ ເພື່ອໃຫ້ບັນລຸເປົ້າໝາຍ 95-95-95 ແລະ ບັນລຸເປົ້າໝາຍແຫ່ງຊາດ ເພື່ອແກ້ໄຂຄວາມບໍ່ສະເໝີພາບໃນການລົບລ້າງພະຍາດເອດສ໌.
ວຽກງານນີ້ແມ່ນມີຄວາມສຳຄັນ ເນື່ອງຈາກທັງສອງປະເທດຍັງປະເຊີນໜ້າກັບວາລະທີ່ຍັງຄົງຄ້າງ ໃນການແກ້ໄຂການດູໝິ່ນລັງກຽດ, ການຈຳແນກ, ແລະ ສິ່ງທ້າທາຍຕ່າງໆ ທາງດ້ານກົດໝາຍ, ສິດທິມະນຸດ, ສັງຄົມ ແລະ ບົດບາດຍິງຊາຍ ເຊິ່ງເປັນປັດໃຈໜຶ່ງທີ່ເຮັດໃຫ້ປະຊາຊົນມີຄວາມສ່ຽງຕໍ່ການຕິດເຊື້ອເອສໄອວີ ແລະ ຂັດຂວາງການເຂົ້າເຖິງການບໍລິການປ້ອງກັນ, ປິ່ນປົວ, ການດູແລ ແລະ ການຊ່ວຍເຫຼືອດ້ານພະຍາດດັ່ງກ່າວ.
ອົງການ UNAIDS ແລະ UNFPA ຍຶດຖືຫຼັກການບໍ່ຖິ້ມໃຜໄວ້ທາງຫຼັງ ແລະ ຢັ້ງຢືນຄືນຕໍ່ຄຳໝາຍໝັ້ນຂອງພວກເຮົາ ທີ່ຈະສະໜັບສະໜູນລັດຖະບານກຳປູເຈຍ ແລະ ສປປ ລາວ ໃນການເພີ່ມທະວີການປ້ອງກັນ ແລະ ປິ່ນປົວພະຍາດ HIV. ໂດຍການຮ່ວມມືກັບບັນດາພາກສ່ວນທີ່ກ່ຽວຂ້ອງ, ລວມທັງອົງການຈັດຕັ້ງສັງຄົມ, ສື່ມວນຊົນ ແລະ ຊຸມຊົນຂອງຜູ້ຕິດເຊື້ອພະຍາດ HIV, ໄວໜຸ່ມ ແລະ ປະຊາກອນເປົ້າໝາຍ, ພວກເຮົາຈະສືບຕໍ່ສະໜັບສະໜູນການປົກປ້ອງສິດທິຂອງຜູ້ຕິດເຊື້ອເອສໄອວີ, ການລົບລ້າງການດູໝິ່ນ ແລະ ການຈໍາແນກ, ພ້ອມທັງຮັບປະກັນວ່າໄວໜຸ່ມທຸກຄົນສາມາດເຂົ້າເຖິງຂໍ້ມູນ, ການສະໜັບສະໜູນ ແລະ ການບໍລິການທີ່ພວກເຂົາຕ້ອງການ ເພື່ອສາມາດຕັດສິນໃຈຕໍ່ທາງເລືອກທີ່ມີສຸຂະພາບດີ ສໍາລັບຊີວິດຂອງພວກເຂົາ.
#ລົບລ້າງພະຍາດເອດສ໌