You are here

ນະຄອນຫຼວງວຽງຈັນ ວັນທີ 26 ກັນຍາ 2022.  ເພື່ອສະເຫຼີມສະຫຼອງວັນຄຸມກຳເນີດໂລກໃນປີນີ້, ກະຊວງສາທາລະນະສຸກ, ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA) ແລະ ບັນດາຄູ່ຮ່ວມງານ ໄດ້ເຕົ້າໂຮມກັນທີ່ເດີ່ນພຣະທາດຫຼວງ ເຊິ່ງເປັນສະຖານທີ່ສຳຄັນໃນນະຄອນຫຼວງວຽງຈັນ ໃນງານແລ່ນສາມັກຄີ ຈັດຂຶ້ນໃນຕອນເຊົ້າຂອງ ວັນທີ 24 ກັນຍາ 2022. ນັກແລ່ນຫຼາຍພັນຄົນມີໜ້າຢູ່ໃນງານ ເພື່ອຮ່ວມກັນເປັນສັກຂີພະຍານຕໍ່ຄວາມສໍາຄັນຂອງການຕັດສິນໃຈຂອງແມ່ຍິງ ທີ່ຈະຖືພາໂດຍຕັ້ງໃຈ, ບໍ່ແມ່ນໂດຍບັງເອີນ ເພື່ອຫຼຸດຜ່ອນການຕາຍຂອງແມ່.

ທ່ານ ປອ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: “ຈຸດປະສົງຂອງການຈັດກິດຈະກຳໃນມື້ນີ້ ແມ່ນເພື່ອສະແດງໃຫ້ ຜູ້ວາງນະໂຍບາຍ, ໄວໜຸ່ມ, ແມ່ຍິງ ແລະ ຜູ້ຊາຍ ໄດ້ເຫັນເຖິງຄວາມສຳຄັນຂອງການຄຸມກຳເນີດ ແລະ ຜົນໄດ້ຮັບຈາກການລົງທຶນດ້ານການວາງແຜນຄອບຄົວ.”

“ພວກເຮົາຕ້ອງເຂົ້າໃຈເປັນເອກະພາບກັນວ່າ ການວາງແຜນຄອບຄົວບໍ່ແມ່ນການຈຳກັດຈຳນວນລູກ ແຕ່ຈຸດສຸມແມ່ນເພື່ອປົກປ້ອງສຸຂະພາບຂອງ ແມ່ຍິງ ແລະ ເດັກນ້ອຍ. ແມ່ຍິງສາມາດມີລູກໄດ້ຕາມຄວາມຕ້ອງການ, ແຕ່ຕ້ອງມີໄລຍະຫ່າງ 2 ປີຂື້ນໄປ ເພື່ອໃຫ້ແມ່ຍິງໄດ້ມີການຟື້ນຟູສຸຂະພາບຮ່າງກາຍ ແລະ ເດັກໃຫ້ແຂງແຮງ, ປະຢັດຄ່າໃຊ້ຈ່າຍໃນຄອບຄົວ, ມີເວລາໃນການທຳມາຫາກິນ ແລະ ສ້າງເສດຖະກິດຄອບຄົວ. ນອກນັ້ນ ການຄຸມກໍາເນີດ ກໍ່ຍັງເໝາະສຳລັບຜູ້ທີບໍ່ພ້ອມຈະມີລູກ ຫຼື ມີລູກພຽງພໍແລ້ວ.”

ທ່ານນາງ ມາຣຽມ ເອ ຄານ, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ, ກ່າວວ່າ, “ການຄຸມກຳເນີດ ຫຼື ການວາງແຜນຄອບຄົວ ແມ່ນຄວາມຮັບຜິດຊອບຮ່ວມຂອງທັງຍິງ ແລະ ຊາຍ. ຄວາມ​ສາມາດ​ຂອງ​ແມ່ຍິງ​​ໃນ​ການຕັດສິນວ່າ  ເມື່ອ​ໃດທີ່ນາງຕ້ອງການມີລູກ  ​ແລະ ຕ້ອງການມີ​ລູກຈັກ​ຄົນ ອາດ​ເປັນ​ປັດ​ໄຈ​ສຳຄັນ​ທີ່​ສຸດ​ທີ່ຊີ້ຊະຕາ​ຊີວິດ​ຂອງ​ນາງ. ແມ່ຍິງ ຫຼື ເດັກຍິງ ຍິ່ງມີຄວາມສ່ຽງຫຼາຍ ເຊັ່ນ ລະດັບການສຶກສາບໍ່ສູງ, ຄວາມທຸກຍາກ, ຄວາມພິການ, ບໍ່ເວົ້າພາສາກາງ, ຍິ່ງເຮັດໃຫ້ ສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດຂອງພວກເຂົາໜ້າເປັນຫ່ວງຫຼາຍຂຶ້ນ, ໂດຍສະເພາະຕໍ່ການຖືພາທີ່ບໍ່ໄດ້ວາງແຜນ ເຊິ່ງເປັນສິ່ງກີດຂວາງຕໍ່ໂອກາດອື່ນໆໃນຊີວິດຂອງນາງ.”

ການຖືພາທີ່ບໍ່ໄດ້ວາງແຜນ ອາດຈະບໍ່ເປັນທີ່ບໍ່ຕ້ອງການສະເໝີໄປ. ມີຫຼາຍກໍລະນີການຖືພາທີ່ບໍ່ໄດ້ວາງແຜນ ກໍ່ມີການຊ່ວຍເຫຼືອ. ແຕ່ກໍ່ມີອີກຫຼາຍກໍລະນີ ທີ່ການຖືພາໂດຍບໍ່ໄດ້ວາງແຜນຈະ​ຈົບ​ລົງທີ່​​ການ​ເອົາ​ລູກ​ອອກທີ່ບໍ່ປອດໄພ​. ການເອົາລູກອອກທີ່ບໍ່ປອດໄພແມ່ນໜຶ່ງໃນສາເຫດຫຼັກຂອງການຕາຍຂອງແມ່ໃນທົ່ວໂລກ. ມີຫຼາຍກໍລະນີ ການຖືພາໂດຍບໍ່ໄດ້ຕັ້ງໃຈເກີດຂຶ້ນ ເນື່ອງຈາກແມ່ຍິງບໍ່ມີເອກະລາດໃນການຕັດສິນໃຈກ່ຽວກັບຮ່າງກາຍຂອງຕົນເອງ. ສະນັ້ນ ການ​ເຂົ້າ​ເຖິງ​ການ​ຄຸມ​ກຳ​ເນີດ​ທີ່​ທັນ​ສະ​ໄໝ ຈະ​ຊ່ວຍ​ຮັກສາ ​ແລະ​ ປ່ຽນ​ຊີ​ວິດ​ຂອງ​ແມ່​ຍິງ, ​ຄອບ​ຄົວ, ຊຸມ​ຊົນ ແລະ​ ສັງ​ຄົມ​ຂອງ​ເຂົາ​ເຈົ້າ.

ການບັນລຸເປົ້າໝາຍການວາງແຜນຄອບຄົວ ແລະ ໂພຊະນາການຢ່າງເຕັມທີ່ ພ້ອມທັງ ວຽກງານປົກປ້ອງສຸຂະພາບແມ່, ເດັກເກີດໃໝ່, ເດັກ ແລະ ເຍົາວະຊົນ (RMNCAH) ໃນ ສປປ ລາວ ຮອດປີ 2030 ແມ່ນສາມາດເຮັດໃຫ້ໄດ້ ແລະ ສາມາດສ້າງຜົນຕອບແທນທາງດ້ານເສດຖະກິດໄດ້ 6 ໂດລາ ສະຫະລັດ ຕໍ່ການລົງທຶນທຸກໆ 1 ໂດລາ (ອັດຕາສ່ວນຜົນປະໂຫຍດຕໍ່ຕົ້ນທຶນ = 6:1).

ໃນວຽກງານ RMNCAH ແລະ ໂພຊະນາການ, ຜົນຕອບແທນສູງສຸດຈາກການລົງທຶນ ແມ່ນຜ່ານວິທີການວາງແຜນຄອບຄົວທີ່ອີງໃສ່ສິດທິ ທີ່ມີຢູ່ໃນທຸກແຂວງເພື່ອຫຼຸດຜ່ອນການຖືພາທີ່ບໍ່ໄດ້ຕັ້ງໃຈ. ການຫຼີກລ່ຽງການຖືພາໂດຍບໍ່ຕັ້ງໃຈ ສາມາດຫຼຸດຜ່ອນການຕາຍຂອງແມ່ ແລະ ການຕາຍຂອງເດັກ ແລະ ການເອົາລູກອອກທີ່ບໍ່ປອດໄພ. ນອກນັ້ນຍັງສາມາດຫຼຸດຄ່າໃຊ້ຈ່າຍດ້ານສຸຂະພາບອື່ນໆ ແລະ ສ້າງຜົນປະໂຫຍດທາງດ້ານເສດຖະກິດ ຈາກການມີສ່ວນຮ່ວມຂອງກໍາລັງແຮງງານທີ່ເພີ່ມຂຶ້ນ, ການໄດ້ຮຽນຕໍ່ຂອງໄວໜຸ່ມຍິງ, ແລະ ການເພີ່ມຂຶ້ນຂອງລາຍຮັບຕະຫຼອດຊີວິດຂອງແມ່ຍິງ. ການຂະຫຍາຍການ​ວາງ​ແຜນ​ຄອບ​ຄົວ​​ຍັງສາມາດ​ປັບ​ປຸງ​ໂພ​ຊະ​ນາ​ການ​ ​ແລະ ​ຫຼຸດ​ຜ່ອນ​ອັດຕາທີ່ບໍ່ໄດ້ມາດຕະຖານ​.

***************

ອົງການ UNFPA ແມ່ນໜ່ວຍງານໜຶ່ງຂອງອົງການສະຫະປະຊາຊາດທີ່ເຮັດວຽກໃນດ້ານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ເຮັດວຽກຢູ່ຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ. ມີເປົ້າໝາຍໃນການຫຼຸດການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນ 0, ຄວາມຕ້ອງການດ້ານການວາງແຜນຄອບຄົວແຕ່ບໍ່ໄດ້ຮັບການສະໜອງໃຫ້ເປັນ 0, ຄວາມຮຸນແຮງບົນພື້ນຖານທາງເພດ ໃຫ້ເປັນ 0.

ສໍາລັບຂໍ້ມູນເພີ່ມຕື່ມ, ກະລຸນາຕິດຕໍ່: 

ສິຣິພອນ ສະກຸນຄູ

ຜູ້ປະສານງານ ແຜນງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວ: ssakulku@unfpa.org

 

ວັນນະແສງ ອິນສານ

ຫົວໜ້າໜ່ວຍງານສື່ສານ ແລະ ການຮ່ວມມື

ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈໍາ ສປປ ລາວ  (UNFPA)

ອີເມວ: insal@unfpa.org