You are here

ສິມມາລີ ອາຍຸ 51 ປີ ແລະ ອາມີນາ ອາຍຸ 28 ປີ ເປັນທີມຜະດຸງຄັນແມ່-ລູກສາວ ເຮັດວຽກຢູ່ແຂວງຈໍາປາສັກ ທີ່ຢູ່ພາກໃຕ້ ຂອງ ສປປ ລາວ. ຄູ່ແມ່ ແລະ ລູກສາວແມ່ນແຍກອອກຈາກກັນບໍ່ໄດ້ໃນສອງສາມເດືອນຜ່ານມາ ນັບຕັ້ງແຕ່ ອາມີນາ ໄດ້ຜ່ານການຝຶກອົບຮົມຈາກອົງການ UNFPA ແລ້ວເຂົ້າຮ່ວມກັບແມ່ຂອງລາວຢູ່ໂຮງໝໍເມືອງປະທຸມພອນ, ແບ່ງປັນຄວາມມັກໃນວຽກກ່ຽວກັບສຸຂະພາບແມ່.

 

ອາມີນາ ພູມໃຈທີ່ຈະເດີນຕາມຮອຍຂອງແມ່: ຕອນຂ້ອຍຍັງນ້ອຍ, ຂ້ອຍເຄີຍໄປຢ້ຽມຢາມແມ່ຍິງຖືພາໄປກັບແມ່. ຂ້ອຍເຫັນລາວຊ່ວຍແມ່ຍິງຖືພາເກີດລູກ. ຂ້ອຍເຫັນ​ຜູ້​ຍິງ​ເຫຼົ່າ​ນີ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ດີ້ນລົນເພື່ອໃຫ້ໄດ້ການ​ຊ່ວຍ​ເຫຼືອ, ສະນັ້ນ ຂ້ອຍຈຶ່ງ​ຕັດສິນ​ໃຈ​ທີ່​ຈະ​ເປັນ​​ຜະດຸງຄັນ. ຂ້ອຍ​ວ່າຂ້ອຍ​ຈະ​ສາມາດ​ຊ່ວຍ​ແມ່​ຍິງ​ທຸກ​ຄົນ​ໃນ​ບ້ານ​ຂອງຂ້ອຍ ​ແລະ ​ບ້ານ​ອື່ນ​ໃຫ້​​ຖືພາ​ຢ່າງ​ປອດ​ໄພ ​ແລະ ເກີດ​ລູກ​ໃນ​ສະພາບ​ທີ່​ດີ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້

 

ສິມມາລີ ເວົ້າວ່ານາງມີຄວາມພູມໃຈໃນ ອາມີນາ ແລະ ລູກສາວຄົນອື່ນໆຂອງນາງທີ່ໄດ້ຝຶກອົບຮົມເພື່ອໃຫ້ເປັນແພດຫມໍ. ເພື່ອປະກອບສ່ວນເຂົ້າໃນການຢູ່ດີກິນດີຂອງຊຸມຊົນຂອງເຂົາເຈົ້າ, ສິມມາລີ ເລືອກເປັນ​ຜະດຸງຄັນເພາະວ່ານາງຮັບຮູ້ເຖິງບົດບາດສໍາຄັນຂອງຜະດຸງຄັນໃນການຊ່ວຍເຫຼືອຊີວິດ ແລະ ການປ່ຽນແປງບັນທັດຖານທີ່ເປັນອັນຕະລາຍ.

 

ຢູ່ອ້ອມຕົວຂ້ອຍ ມີຜູ້ຍິງທີ່ເສຍຊີວິດຍ້ອນອາການສົນ ແລະ ບໍ່ມີຜະດຸງຄັນທີ່ມີຄວາມຊໍານິຊໍານານໃຫ້ການດູແລເຂົາເຈົ້າ. ມີ​ບາງ​ຄົນ​ໄດ້ປະສົບກັບຄວາມຫຍຸ້ງຍາກຍ້ອນ​ຕ້ອງ​ຂ້າມ​ຊາຍ​ແດນ​ໄປ​ປະ​ເທດ​ອື່ນ​ເພື່ອໄປເກີດລູກ. ບໍ່ມີແມ່ຍິງຄົນໃດຄວນປະເຊີນກັບເລື່ອງແບບນີ້,” ສິມມາລີ ກ່າວ.

 

ເພື່ອຫຼຸດຜ່ອນອັດຕາການຕາຍຂອງແມ່ໂດຍການຮັບປະກັນໃຫ້ມີການຄຸມກໍາເນີດແບບສະໝັກໃຈ, ການຖືພາ ແລະ ການເກີດລູກທີ່ປອດໄພ ໂດຍມີຜູ້ຊ່ຽວຊານດ້ານສຸຂະພາບທີ່ມີຄຸນວຸດທິ ແມ່ນໜຶ່ງໃນບັນດາກິດຈະກໍາຫຼັກຂອງ UNFPA ໃນການສະໜັບສະໜູນກະຊວງສາທາລະນະສຸກໃນ ສປປ ລາວ. ນັບແຕ່ປີ 2009 ເປັນຕົ້ນມາ, UNFPA ໄດ້ໃຫ້ການສະໜັບສະໜູນໂຄງການຜະດຸງຄັນຂອງ ສປປ ລາວ ໂດຍຜ່ານການຮ່ວມມືກັບກະຊວງສາທາລະນະສຸກ, ສະມາຄົມຜະດຸງຄັນລາວ ເພື່ອຍົກສູງລະບົບການຜະດຸງຄັນ ແລະ ທັກສະຜະດຸງຄັນ. ຄູ່ຮ່ວມງານຂອງ UNFPA ລວມມີ ກອງທຶນຄວາມໄວ້ວາງໃຈດ້ານສຸຂະພາບແມ່ (Maternal Health Trust Fund), KOFIH ແລະ ລຸກຊໍາບວກ. UNFPA ກໍາລັງສະໜັບສະໜູນການສ້າງສູນດີເດັ່ນ 3 ແຫ່ງ ດ້ານການສຶກສາຜະດຸງຄັນ (ແຂວງຈໍາປາສັກ, ຫຼວງພະບາງ ແລະ ຊຽງຂວາງ) ໃຫ້ກ້າວໄປສູ່ການຮັບຮອງໃນລະດັບຊາດ ແລະ ສາກົນ.

 

ການຊ່ວຍເຫຼືອຂອງອົງການ UNFPA ຕໍ່ກັບການຜະດຸງຄັນໃນ ສປປ ລາວ ເຮັດໃຫ້ມີຜະດຸງຄັນ 2.397 ຄົນ ໄດ້ຮັບການຝຶກອົບຮົມ ແລະ ມີອີກ 439 ຄົນ ທີ່ຈົບຊັ້ນສູງໃນໄລຍະສິບປີທີ່ຜ່ານມາ.

ການລົງທຶນເຫຼົ່ານີ້ຈະຊ່ວຍຮັບປະກັນວ່າຜະດຸງຄັນທີ່ໄດ້ຮັບການຝຶກອົບຮົມຈະສາມາດສະຫນອງການດູແລສຸຂະພາບຈະເລີນພັນຢ່າງເມດຕາ, ມີຄວາມເຄົາລົບຕໍ່ແມ່ຍິງ ແລະ ຄອບຄົວ. ເມື່ອຢູ່ໃນຊຸມຊົນ, ຜະດຸງຄັນຈະໃຫ້ການດູແລທີ່ຍາກທີ່ຈະເຂົ້າເຖິງ. ເມື່ອເຊື່ອມຕໍ່ເຂົ້າກັບເຄືອຂ່າຍດ້ານສຸຂະພາບ, ຜະດຸງຄັນຈະສາມາດຊ່ວຍຮັບປະກັນວ່າແມ່, ເດັກນ້ອຍ ແລະ ຄອບຄົວໄດ້ຮັບການເບິ່ງແຍງຢ່າງທັນເວລາ ແລະ ດີທີ່ສຸດ.

 

ການຊ່ວຍເຫຼືອອັນຄົບຊຸດຂອງ UNFPA ຕໍ່ກັບ MOH ແລະ ບັນດາຄູ່ຮ່ວມມືໄດ້ວມເອົາ ການສຶກສາ, ການສ້າງຂີດຄວາມສາມາດ ແລະ ລະບຽບການກ່ຽວກັບຜະດຸງຄັນໃນ ສປປ ລາວ. ມີຫຼັກສູດກໍ່ສ້າງຜະດຸງຄັນລະດັບຊັ້ນສູງທີ່ນອນຢູ່ໃນຫຼັກສູດແຫ່ງຊາດເຊິ່ງທຽບເທົ່າກັບມາດຕະຖານສາກົນ, ແລະ ກໍ່ມີຫຼັກສູດຍົກລະດັບຜະດຸງຄັນເຮັດໃຫ້ເຂົາເຈົ້າມີຄວາມສາມາດໃນການຄຸ້ມຄອງອາການສົນໃນການເກີດລູກໂດຍຜ່ານການຝຶກອົບຮົມ "ໃຫ້ຢາຕໍ່າແຕ່ຕໍ່ເນື່ອງ" ກ່ຽວກັບພາວະເລືອດອອກ ແລະ ຄວາມດັນເລືອດສູງຫຼັງເກີດລູກ. ການສ້າງຕັ້ງສະມາຄົມຜະດຸງຄັນລາວ ໃນປີ 2022 ເປັນບາດກ້າວອັນສຳຄັນທາງດ້ານລະບຽບການປະກອບອາຊີບຜະດຸງຄັນໃນ ສປປ ລາວ.

 

ເຖິງຢ່າງໃດກໍຕາມ, ຍັງມີກິດຈະກໍາທີ່ຍັງຄົງຄ້າງຄື: ການຄາດຄະເນໄດ້ສະແດງໃຫ້ເຫັນວ່າ ໂຮງໝໍນ້ອຍປະມານ 200 ແຫ່ງ ໃນ ສປປ ລາວ ຍັງບໍ່ມີຜະດຸງຄັນທີ່ໄດ້ຜ່ານການຝຶກອົບຮົມ. ​ເພື່ອ​ບັນລຸ​ເປົ້າ​ໝາຍ​ແຫ່ງ​ຊາດ​ໃນ​ການ​ມີ​ຜະດຸງຄັນ​ຢູ່ໃນ​ແຕ່ລະໂຮງໝໍນ້ອຍ​ພາຍໃນ​ປີ 2030, ຈະຕ້ອງ​ຍົກ​ລະດັບ​ຜະດຸງຄັນ 1.200 ຄົນ ​ໃຫ້ຢູ່​ລະດັບຊັ້ນ​ສູງ ​ແລະ ​ຕ້ອງ​ໄດ້​ຊັບຊ້ອນ​ຜະດຸງຄັນ​ຕື່ມ​ອີກ 1.500 ຄົນ ​ເພື່ອ​ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການ​ໃນ​ການ​ປິ່ນປົວ​ແມ່.

 

UNFPA ຊຸກຍູ້ໃຫ້ລັດຖະບານ ແລະ ຄູ່ຮ່ວມພັດທະນາຮີບດ່ວນລົງທຶນໃສ່ຜະດຸງຄັນໃຫ້ໄດ້ຮັບການຝຶກອົບຮົມ ແລະ ຍົກລະດັບວິຊາສະເພາະ ເພື່ອໃຫ້ສາມາດປ້ອງກັນ, ປິ່ນປົວ, ກວດພົບອາການສົນດ້ານສຸຂະພາບຈະເລີນພັນ ແລະ ສົ່ງຕໍ່ໃຫ້ທັນເວລາ. ຄ່າໃຊ້ຈ່າຍພຽງແຕ່ 3.000 ໂດລາ ໃນການຝຶກຜະດຸງຄັນໃນລາວ ແລະ ຄ່າໃຊ້ຈ່າຍດັ່ງກ່າວແມ່ນເກືອບຊໍ່າເກົ່າທຸກປີ ໃນການຊັບຊ້ອນຜະດຸງຄັນ! ລົງທຶນໃສ່ຜະດຸງຄັນ ແມ່ນຊ່ວຍຊີວິດ!