Go Back Go Back
Go Back Go Back
Go Back Go Back

ການສະເຫຼີມສະຫຼອງວັນເດັກຍິງສາກົນ ປີ 2024 ແລະ ວັນຄ້າຍວັນເກີດຂອງ ນາງ ນ້ອຍ ຄົບຮອບ 18 ປີ

ການສະເຫຼີມສະຫຼອງວັນເດັກຍິງສາກົນ ປີ 2024 ແລະ ວັນຄ້າຍວັນເກີດຂອງ ນາງ ນ້ອຍ ຄົບຮອບ 18 ປີ

Press Release

ການສະເຫຼີມສະຫຼອງວັນເດັກຍິງສາກົນ ປີ 2024 ແລະ ວັນຄ້າຍວັນເກີດຂອງ ນາງ ນ້ອຍ ຄົບຮອບ 18 ປີ

calendar_today 15 October 2024

ການສະເຫຼີມສະຫຼອງວັນເດັກຍິງສາກົນ ປີ 2024 ແລະ ວັນຄ້າຍວັນເກີດຂອງ ນາງ ນ້ອຍ ຄົບຮອບ 18 ປີ
ການສະເຫຼີມສະຫຼອງວັນເດັກຍິງສາກົນ ປີ 2024 ແລະ ວັນຄ້າຍວັນເກີດຂອງ ນາງ ນ້ອຍ ຄົບຮອບ 18 ປີ

ວັນທີ 15 ຕຸລາ 2024 ນະຄອນຫຼວງວຽງຈັນ: ກະຊວງສຶກສາທິການ ແລະ ກິລາ ແລະ ອົງການ ສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA), ຮ່ວມມືກັບບັນດາຄູ່ຮ່ວມງານທັງພາຍໃນ ແລະ ຕ່າງປະເທດ, ລວມທັງ ອົງການແພລນສາກົນ, ອົງການ PSI, ອົງການຊ່ວຍເຫຼືອເດັກ, ອົງການ ແຄຣ, ອົງການ ລູມທູລີດ, ສະມາຄົມພັດທະນາບົດບາດຍິງຊາຍ, ສະມາຄົມສົ່ງເສີມສຸຂະພາບຄອບຄົວ ແລະ ໂຮງແຮມ ຄຣາວ ພລາຊາ, ​ໄດ້​ເຕົ້າ​ໂຮມ​ກັນ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ເດັກ​ຍິງ​ສາກົນ ​ແລະ ວັນຄົບຮອບ 8 ປີ ແຜນງານນາງນ້ອຍ ພາຍ​ໃຕ້​ຫົວ​ຂໍ້: “ວິ​ໄສ​ທັດ​ຂອງ​ເດັກ​ຍິງ​ເພື່ອ​ອະນາຄົດ”.

ກ່ຽວກັບ ວັນເດັກຍິງສາກົນ, ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ໄດ້​ປະ​ກາດ​ເອົາ​ວັນ​ທີ 11 ຕຸລາ ​ເປັນ​ວັນ​ເດັກ​ຍິງ​ສາ​ກົນ​ ໃນ​ມະຕິ ​ເລກທີ 66/170, ຮັບຮອງ​ໃນວັນ​ທີ 19 ທັນວາ 2011. ນັບ​ແຕ່​ນັ້ນ​ມາ, ວັນ​ທີ 11 ຕຸລາ​ ​ຂອງ​ທຸກໆ​ປີ ຈຶ່ງໄດ້​ສະ​ເຫຼີ​ມສະຫຼອງ​ເປັນ​ວັນ​ເດັກ​ຍິງ​ສາກົນ ເພື່ອຮັບຮູ້ສິດທິ ແລະ ສິ່ງທ້າທາຍທີ່ເດັກຍິງໃນທົ່ວໂລກໄດ້ພົບພໍ້.

ໃນປີ 2016, ສປປ ລາວ ໄດ້ເປີດແຜນງານ ນາງ ນ້ອຍ ແລະ ສ້າງ ນາງ ນ້ອຍ ໃຫ້ເປັນຕົວແທນຂອງເດັກຍິງໄວໜຸ່ມທັງໝົດ (700,000 ກວ່າຄົນ) ໃນທົ່ວປະເທດ. ຮູບແບບດັ່ງກ່າວໄດ້ຖືກສ້າງຂື້ນ ເພື່ອເປັນຈຸດເລີ່ມຕົ້ນໃນການສົນທະນາ ແລະ ດຶງດູດຄວາມສົນໃຈກັບຄວາມຕ້ອງການທີ່ສໍາຄັນ ຂອງເດັກຍິງໄວໜຸ່ມເຊັ່ນດຽວກັນກັບເດັກຊາຍ. ນັບ​ແຕ່​ນັ້ນ​ມາ, ວັນທີ 11 ຕຸລາ ​ກໍເປັນວັນຄົບຮອບວັນເກີດຂອງນາງນ້ອຍ ແລະ ໄດ້ຈັດງານ​ຂຶ້ນ​ໃນ​ທຸກໆ​ປີ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ຄວາມ​ຄືບ​ໜ້າກ່ຽວ​ກັບ ​ໂຄງການ​ໄວ​ໜຸ່ມ ​ແລະ ການ​ສ້າງ​ຄູ່​ຮ່ວມ​ງານ ​ແລະ ​ເສີມ​ຂະຫຍາຍ​ຄຳ​ໝັ້ນ​ສັນຍາ​ຂອງ​ພວກ​ເຮົາ ​ໃນ​ການ​ຊຸກຍູ້​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​​ໄວໜຸ່ມຍິງ ​ແລະ ຊາຍ​ ດ້ວຍ​ວິ​ໄສ​ທັດ “ບໍ່​ປ່ອຍປະໃຜ​ໄວ້​ຂ້າງ​ຫຼັງ”.

 

IDGC

ງານສຳຄັນນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນລວມ ຂອງຜູ້ເຂົ້າຮ່ວມທັງໝົດ ຕໍ່ກັບຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງໄວໜຸ່ມ. ພິທີສະເຫຼີມສະຫຼອງດັ່ງກ່າວເປັນປະທານໂດຍ ພະນະທ່ານ ກິ່​ງ​ມະ­ໂນ ພົມ​ມະ­ຫາ​ໄຊ ຮອງລັດ­ຖະ­ມົນ­ຕີ ກະ­ຊວງ​ສຶກ­ສາ​ທິ​ການ ແລະ ກິ­ລາ ແລະ ເປັນປະທານຮ່ວມໂດຍຜູ້ຕາງໜ້າ UNFPA ປະຈຳ ສປປ ລາວ, ທ່ານ ດຣ. ບາກຕິຢໍ ກາດີເຣີບ. ຈຸດ​ພິ​ເສດ​ໃນງານ​ສະ​ເຫຼີ​ມສະຫຼອງ​ວັນຄ້າຍວັນ​ເກີດຂອງນາງນ້ອຍ 18 ປີ, ​ແມ່ນສະແດງໃຫ້ເຫັນເຖິງ​ສັນຍາ​ລັກ​ຄວາມ​ຄືບໜ້າໃນວຽກງານ​ໂຄສະນາເຜີຍແຜ່ສິດທິ ​ແລະ ​ຄວາມ​ຜາ​ສຸກ​ຂອງ​ເດັກ​ຍິງ​ໜຸ່ມ​ໃນ ສປປ ລາວ.

ນາງ ນ້ອຍ ຖານະເປັນຕົວແທນຂອງເດັກຍິງໜຸ່ມ ໃນທົ່ວ ສປປ ລາວ, ໄດ້ຖືກນຳສະເໜີໃນວັນເດັກຍິງສາກົນ (IDGC) ໃນປີ 2016. ແຜນງານ ນາງນ້ອຍໄດ້ເປັນແຜນງານລວມທີ່ລັດຖະບານ ສປປ ລາວ ໄດ້ຮັບຮອງເອົາ ເພື່ອແກ້ໄຂບັນຫາສຳຄັນຕ່າງໆເຊັ່ນ: ການຂາດສານອາຫານ, ການສຶກສາ, ຄວາມບໍ່ສະເໝີພາບ ລະຫວ່າງ ຍິງ-ຊາຍ, ສຸຂະພາບ ແລະ ສະຫວັດດີການໂດຍລວມ, ຄຽງຄູ່ກັບການມຸ່ງໝັ້ນສູ່ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ປູກຝັງຈິດສຳນຶກ ບໍ່ປ່ອຍປະຜູ້ໃດໄວ້ເບື້ອງຫຼັງ.

ທ່ານ ກິ່​ງ​ມະ­ໂນ ພົມ​ມະ­ຫາ​ໄຊ ຮອງລັດ­ຖະ­ມົນ­ຕີ ກະ­ຊວງ​ສຶກ­ສາ​ທິ​ການ ແລະ ກິ­ລາ ໄດ້ກ່າວວ່າ

ແມ່ຍິງໃນຊຸມຊົນມີຄວາມດ້ອຍໂອກາດຫຼາຍກວ່າຜູ້ຊາຍ, ພວກເຮົາ ກໍຮູ້ວ່າການສະໜັບສະໜູນຂອງພວກເຮົາລວມທັງເດັກຊາຍ, ຜູ້ທີ່ມີຄວາມພິການ ແລະ ກຸ່ມອື່ນໆທີ່ມີຄວາມສ່ຽງ. ສະນັ້ນ ພວກເຮົາຕ້ອງມີນະໂຍບາຍ ແລະ ມີແຜນງານທີ່ຊັດເຈນ ເພື່ອຊ່ວຍເຫຼືອເຂົາເຈົ້າ ແລະ ບໍ່ພຽງແຕ່ຈະໄດ້ຮັບການຊ່ວຍເຫຼືອເທົ່ານັ້ນ. ພວກເຂົາຍັງຕ້ອງໄດ້ຮັບໂອກາດໃນການມີສ່ວນຮ່ວມ, ການຕັດສິນໃຈໃນຂັ້ນນະໂຍບາຍ ຫຼື ມີສວ່ນຮວ່ມໃນການຈັດຕັ້ງປະຕິບັດແຜນງານ. ພວກເຮົາຕ້ອງຮວ່ມກັນເພື່ອສະໜັບສະໜູນເຂົາເຈົ້າ ແລະ ສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າ ມີສຸຂະພາບທີ່ດີ, ໄດ້ຮັບການສຶກສາ, ມີວຽກເຮັດງານທໍາ, ໄດ້ຮັບການປົກປ້ອງທາງສັງຄົມ ແລະ ມີສ່ວນຮ່ວມ ເພື່ອບັນລຸຄວາມຝັນຂອງເຂົາເຈົ້າ.

 

IDGC

ປັດຈຸບັນ ສປປ ລາວ ປະເຊີນກັບອັດຕາການຖືພາໃນໄວໜຸ່ມສູງທີ່ສຸດໃນພາກພື້ນ, ໂດຍອັດຕາການເກີດລູກຂອງໄວໜຸ່ມເພີ່ມຂຶ້ນຈາກ 83 ຄົນ ຕໍ່ 1,000 ຄົນ ໃນປີ 2017 ເພີ່ມຂື້ນເປັນ 89 ຄົນຕໍ່ 1,000 ຄົນໃນປີ 2023. ນອກຈາກນັ້ນ, ອັດຕາສ່ວນຂອງເດັກຍິງອາຍຸ 15-19 ປີ ທີ່ແຕ່ງງານແລ້ວ ຫຼື ຢູ່ນຳກັນໂດຍບໍ່ໄດ້ແຕ່ງງານ ເພີ່ມ​ຂຶ້ນ​ຈາກ 23,5% ​ໃນ​ປີ 2017 ​ເປັນ 26,5% ​ໃນ​ປີ 2023.

ການໃຫ້ຄວາມສຳຄັນເຖິງການຖືພາຂອງໄວໜຸ່ມເປັນຫົວຂໍ້ສຳຄັນຂອງ IDGC ໃນປີນີ້ຊ່ວຍໃຫ້ເຂົ້າໃຈເຖິງສິ່ງທ້າທາຍລະດັບຊາດທີ່ຍັງ​ຄົງ​ຄ້າງ ໂດຍເກີດຈາກ​ບັນທັດ​ຖານ​ທາງ​ສັງ​ຄົມ​, ຊ່ອງຫວ່າງຂອງຂໍ້ມູນ, ຄວາມສາມາດ ແລະ ຜົນກະທົບທາງດ້ານເສດຖະກິດສັງຄົມ ຂອງການລະບາດຂອງພະຍາດ COVID-19. ການຖືພາໃນໄວໜຸ່ມບໍ່ພຽງແຕ່ເປັນອັນຕະລາຍຕໍ່ສຸຂະພາບ, ສະຫວັດດີການຂອງແມ່ໃນໄວເດັກ ແລະ ລູກນ້ອຍເທົ່ານັ້ນ ແຕ່ຍັງເປັນການລ່ວງລະເມີດສິດທິມະນຸດ, ຂັດຂວາງການພັດທະນາຂອງບຸກຄົນ, ການສຶກສາ ແລະ ເສດຖະກິດອີກດ້ວຍ.

ທ່ານ ດຣ. ບາກຕິຢໍ ກາດີເຣີບ, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການລົງທຶນໃສ່ໄວໜຸ່ມ ເພື່ອໝູນໃຊ້ສິດທິ ແລະ ການເຂົ້າເຖິງໂອກາດທີ່ຫຼາກຫຼາຍວ່າ:

ມື້ນີ້, ເປັນມື້ສະເຫຼີມສະຫຼອງວັນເກີດຄົບຮອບ 18 ປີຂອງ ນາງ ນ້ອຍພວກເຮົາມາສືບຕໍ່ສານຄໍາໝາຍໝັ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງໃຫ້ມີທັກສະທີ່ສໍາຄັນໃນຊີວິດ ແລະ ສິດທິໃນການເລືອກ. ວິໄສທັດ ແລະ ທ່າແຮງຂອງໄວໜຸ່ມຍິງ 700,000 ຄົນໃນ ສປປ ລາວ ສະແດງໃຫ້ເຫັນເຖິງຄວາມເປັນໄປໄດ້ອັນມະຫາສານໃນປະຈຸບັນ ແລະ ອະນາຄົດຂອງປະເທດ. ການລົງທຶນໃສ່ສຸຂະພາບ, ສະຫວັດດີພາບ ແລະ ຄວາມສາມາດຂອງເດັກຍິງ ແລະ ໄວໜຸ່ມບໍ່ພຽງແຕ່ຈະສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າ, ແຕ່ຍັງເປັນປະໂຫຍດຕໍ່ຄອບຄົວ ແລະ ຄົນຮຸ່ນຕໍ່ໄປນຳອີກ. ການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງຈະຊ່ວຍເພີ່ມສັກກະຍະພາບໃຫ່ແກ່ປະຊາກອນ ເຊິ່ງຈໍາເປັນເພື່ອການພັດທະນາປະເທດແບບຍືນຍົງ.

IDGC

IDGC 2024 ແລະ ການສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ ນາງ ນ້ອຍ ຄົບຮອບ 8 ປີ ຫຼື ແຜນງານນາງນ້ອຍ        ໄດ້ສະເໜີໃຫ້ເປັນເວທີທີ່ສໍາຄັນ ສໍາລັບຜູ້ວາງນະໂຍບາຍ ແລະ ຄູ່ຮ່ວມພັດທະນາ ເພື່ອກໍານົດວິທີແກ້ໄຂ ແລະ ຈັດລຽງລໍາດັບຄວາມສໍາຄັນຂອງການປະຕິບັດ ເພື່ອແກ້ໄຂບັນຫາການຖືພາຂອງໄວໜຸ່ມ ແລະ ການແຕ່ງງານຂອງເດັກ.

ທ່ານນາງ ແຄໂຣລ ໂມແທນສັນ ອໍານວຍການອົງການແພລນສາກົນ ປະຈໍາ ສປປ ລາວ, ໄດ້ເນັ້ນໜັກເຖິງການຮ່ວມມືທີ່ເຂັ້ມແຂງລະຫວ່າງ ອົງການແພລນສາກົນ ປະຈໍາ ສປປ ລາວ ແລະ UNFPA ໃນການຍົກສູງຄວາມຮັບຮູ້ກ່ຽວກັບບັນຫາທີ່ສໍາຄັນທີ່ສົ່ງຜົນກະທົບຕໍ່ໄວໜຸ່ມ, ໂດຍສະເພາະເດັກຍິງ.

ນັບແຕ່ປີ 2016 ເປັນຕົ້ນມາ, ພວກເຮົາໄດ້ຮ່ວມກັນເປັນເຈົ້າພາບຈັດວັນເດັກຍິງສາກົນກັບ UNFPA ໃນລະດັບຊາດຢ່າງພາກພູມໃຈ, ສົ່ງເສີມສິດທິຂອງເດັກຍິງ ແລະ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ. ຢູ່ໃນທ້ອງຖິ່ນ, ພວກເຮົາຍັງຄົງມີຄວາມຕັ້ງໃຈຢ່າງໜັກແໜ້ນທີ່ຈະສ້າງຄວາມເຂັ້ມແຂງໃຫ້ເດັກຍິງໄວລຸ້ນໃນການຄວບຄຸມຮ່າງກາຍ ແລະ ອະນາຄົດຂອງພວກເຂົາ, ຮັບປະກັນວ່າພວກເຂົາສາມາດຮຽນຮູ້, ນໍາພາ, ຕັດສິນໃຈ, ແລະ ຈະເລີນເຕີບໂຕໃນໂລກທີ່ຍຸຕິທໍາ ແລະ ເທົ່າທຽມກັນ.

ຜູ້ເຂົ້າຮ່ວມຍັງໄດ້ທົບທວນຄືນຄວາມຄືບໜ້າ ໃນການບັນລຸເປົ້າໝາຍທີ່ໄດ້ລະບຸໄວ້ໃນແຜນງານປີ 2030 ທີ່ຕິດພັນກັບ SDGs ເປົ້າໝາຍ 2, 3, 4, 5, ແລະ 8. ຄວາມພະຍາຍາມລວມໃນການເຊື່ອມສານເພດສຶກສາແບບຄົບຊຸດ, ການປັບປຸງການເຂົ້າເຖິງຂໍ້ມູນ ແລະ ການບໍລິການດ້ານສຸຂະພາບທາງເພດ ແລະ ການຊ່ວຍເຫຼືອດ້ານສຸຂະພາບຈິດ ສໍາລັບຜູ້ລອດຊີວິດຈາກຄວາມຮຸນແຮງທາງເພດ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ກໍໄດ້ມີການຕັດເຄັກຮ່ວມກັນເພື່ອສະເຫຼີມສະຫຼອງວັນເກີດຂອງ ນາງ ນ້ອຍ, ຕິດຕາມດ້ວຍສຽງຂອງໄວໜຸ່ມທີ່ແບ່ງປັນຄວາມເປັນຫ່ວງເປັນໄຍ ກ່ຽວກັບ ສິດທິ ແລະ ທາງເລືອກຂອງພວກເຂົາ, ໂດຍສະເພາະທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບການຈະເລີນພັນ.

IDGC

ໃນຂະນະ​ທີ່ IDGC 2024 ​ໄດ້​ສິ້ນ​ສຸດ​ລົງ, ບັນດາແຂກ​ຜູ້​ເຂົ້າ​ຮ່ວມ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຫຼາຍ​ຢ່າງ ​ເພື່ອ​ຮັບປະກັນ​ການ​ບັນລຸແຜນງານນາງນ້ອຍປີ​ 2030 ​ແລະ ຮັບປະກັນ​ວ່າ​ບໍ່​ໃຫ້ມີ​ເດັກ​ຍິງ​​ຄົນໃດ​ຖືກ​ປ່ອຍປະ ແລະ ບໍ່ສາມາດເຂົ້າເຖິງການຮັບຮູ້​ສິດທິ ​ແລະ ທາງ​ເລືອກ​ຂອງ​ຕົນ​:

  • ເພີ່ມທະວີການຮ່ວມມືຫຼາຍຂະແໜງການ ເພື່ອເພີ່ມທະວີການຮ່ວມມືລະຫວ່າງບັນດາກະຊວງຂອງລັດຖະບານ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ແລະ ສ້າງວິທີການເປັນເອກະພາບໃນການແກ້ໄຂການແຕ່ງງານໃນເດັກ ແລະ ສິ່ງທ້າທາຍອື່ນໆທີ່ເດັກຍິງໜຸ່ມໄດ້ປະເຊີນ.
  • ສົ່ງເສີມແຜນງານໂດຍຫັນເອົາໄວໜຸ່ມເປັນໃຈກາງ ເພື່ອສົ່ງເສີມການປັບປຸງຢ່າງຕໍ່ເນື່ອງ ແລະ ຂະຫຍາຍໂຄງ ການຊາວໜຸ່ມພາຍໃຕ້ ແຜນງານນາງນ້ອຍ, ຮັບປະກັນການລິເລີ່ມ ໂດຍອີງໃສ່ຫຼັກຖານ ແລະ ຕອບສະໜອງຄວາມຕ້ອງການຂອງຊາວໜຸ່ມໄດ້ຢ່າງມີປະສິດທິພາບ.
  • ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງໜຸ່ມ ໂດຍການສ້າງເວທີ ແລະ ໂອກາດແກ່ເດັກຍິງໜຸ່ມເພື່ອໃຫ້ເຂົາເຈົ້າສາມາດສະແດງຄວາມກັງວົນ, ແລກປ່ຽນປະສົບການ ແລະ ສົ່ງເສີມສິດທິຂອງພວກເຂົາ, ໂດຍສະເພາະໃນດ້ານສຸຂະພາບທາງເພດ, ສຸຂະພາບການຈະເລີນພັນ ແລະ ສິດທິ.
  • ຊຸກຍູ້ຄວາມຄືບໜ້າຂອງຊາດ ໂດຍການຊຸກຍູ້ການປະຕິບັດຮ່ວມກັນ ແລະ ເປັນເຈົ້າການພາຍໃຕ້ກອງປະຊຸມສາກົນ ວ່າດ້ວຍ ປະຊາກອນ ແລະ ການພັດທະນາ (ICPD) ແລະ ຄໍາໝັ້ນສັນຍາແຫ່ງຊາດຕໍ່ປະຊາກອນ ແລະ ການພັດທະນາ (NCPD) ເພື່ອກ້າວໄປສູ່ແຜນງານນາງນ້ອຍ ປີ 2030 ແລະ ຮັບປະກັນຜົນໄດ້ຮັບທີ່ເຫັນໄດ້ຊັດເຈນສໍາລັບເດັກຍິງໜຸ່ມ.
  • ການສ້າງຈິດສໍານຶກ ແລະ ການໂຄສະນາສົ່ງເສີມ ເພື່ອຂະຫຍາຍຄວາມຮັບຮູ້ຂອງປະຊາຊົນ ແລະ ຄວາມພະຍາຍາມສົ່ງເສີມການສຸມໃສ່ການລົງທຶນໃນເດັກຍິງໄວໜຸ່ມ, ເນັ້ນໜັກໃສ່ຜົນປະໂຫຍດໄລຍະຍາວຂອງການປົກປ້ອງສິດທິຂອງພວກເຂົາ ແລະ ສະໜັບສະໜູນທາງເລືອກຂອງພວກເຂົາ.

IDGC

 

Related Content