You are here

ທ່ານ ຄຳໃສ ຊະນະສົມ, ອາຍຸ 47 ປີ, ປັດຈູບັນເປັນນາຍບ້ານ ແລະອາໄສຢູ່ບ້ານຫ້ວຍຫ້ຽວ ກັບເມຍ ແລະ ລູກສອງຄົນ.ເລື່ອງລາວຂອງລາວເປັນບົດຮຽນ ທີ່ເປັນແຮງບັນດານໃຈໃນການສົ່ງເສີມການເປັນຢູ່ທີ່ດີຂອງບ້ານ.

 

ໃນອະດີດຂ້ອຍສູນເສຍລູກສອງຄົນຂ້ອຍເຫັນພວກເຂົາເສຍຊີວິດ,ສິ່ງທີ່ໂສກເສົ້າທີ່ສຸດກໍຄືການທີ່ໄດ້ເຫັນຄົນທີ່ເຮົາຮັກ ຈາກເຮົາໄປຕໍ່ຫນ້າ.ຊີວິດຂອງຂ້ອຍແມ່ນມີແຕ່ຄວາມທຸກຍ້ອນເຫດການໃນ2ຄັ້ງນັ້ນ,ຂ້ອຍບໍ່ເຂົ້າໃຈວ່າເປັນຫຍັງມັນຈຶ່ງເກີດຂຶ້ນກັບລູກຂອງຂ້ອຍ. ຂ້ອຍແມ່ນແຕ່ງງານຕັ້ງແຕ່ຍັງນ້ອຍ ແລະ ໃນຕອນນັ້ນເມຍຂອງຂ້ອຍກໍຍັງເປັນໄວໜຸ່ມ. ຫຼັງຈາກແຕ່ງງານ ພວກເຮົາກໍມີລູກທັນທີ ແລະ ມີລູກໃໝ່ເລື້ອຍໆເມື່ອພວກເຮົາສູນເສຍລູກຜູ້ທຳອິດໄປ. ໃນຕອນນັ້ນ ໃນຊຸມຊົນຂອງເຮົາແມ່ນບໍ່ມີຜະດຸງຄັນຢູ່ໃນບ້ານເລີຍ,ເຮັດໃຫ້ພວກເຮົາບໍ່ມີຄວາມຮູ້ກ່ຽວກັບການບໍລິການດ້ານສຸຂະພາບຂອງແມ່, ການຕິດຕາມອາການກັບຜະດຸງຄັນ, ນີ້ຍັງບໍ່ລວມເຖິງອາຫານການກິນທີ່ບໍ່ຄວນກິນໃນເວລາຖືພາ ແລະ ການຂາດສານອາຫານອີກດ້ວຍ.

 

ເມື່ອພວກເຮົາເຫັນວ່າມີໂຄງການມາຈັດຕັ້ງປະຕິບັດໃນບ້ານຂອງພວກເຮົາ,ໂດຍມີຜະດຸງຄັນມາໃຫ້ຂໍ້ມູນກ່ຽວກັບການຕາຍຂອງແມ່ ແລະ ການເປັນຢູ່ທີ່ດີຂອງໄວໜຸ່ມ, ຂ້ອຍຈຶ່ງເຂົ້າໃຈວ່າເປັນຫຍັງລູກຂອງຂ້ອຍຈຶ່ງເສຍຊີວິດຫຼັງຈາກທີ່ເກີດມາ.ຕັ້ງແຕ່ນັ້ນມາຂ້ອຍກໍ ບອກຕົວເອງວ່າ “ສຳລັບລູກຂອງຂ້ອຍມັນອາດຈະສາຍເກີນໄປ, ແຕ່ຂ້ອຍສາມາດມີບົດບາດໃນການຊ່ວຍຊີວິດເດັກນ້ອຍຄົນອື່ນໆ ແລະ ປົກປ້ອງເດັກນ້ອຍຜູ້ຍິງໄດ້”.ໃນຖານະເປັນນາຍບ້ານ,ຂ້ອຍສາມາດຊ່ວຍເຫຼືອຄົນອື່ນໆໃນບ້ານຂອງຂ້ອຍຫຼີກລ່ຽງບັນຫາການຕາຍຂອງແມ່ແລະເດັກໄດ້ ດັ່ງນັ້ນຂ້ອຍຈຶ່ງມີສ່ວນຮ່ວມກັບໂຄງການກ່ຽວກັບສຸຂະພາບຂອງແມ່ຂອງກະຊວງສາທາລະນະສຸກ, UNFPA, ແລະຄູ່ຮ່ວມງານ.ຂ້ອຍມັກທີ່ຈະໂອ້ລົມກັບໄວລຸ້ນແລະພໍ່ແມ່ຂອງພວກເຂົາໃຫ້ເລື່ອນເວລາການມີລູກຂອງພວກເຂົາຈົນກວ່າຈະມີອາຍຸຮອດ 18 ປີ. ຂ້ອຍພະຍາຍາມຊຸກຍູ້ໃຫ້ພວກເຂົາຮຽນຈົນຈົບເພື່ອຈະໄດ້ມີອານາຄົດທີ່ດີ, ລາຍໄດ້ ແລະ ລົບລ້າງຄວາມທຸກຍາກໃນຊຸມຊົນ.ທັ້ງນີ້ ຂ້ອຍກໍຍັງສົ່ງເສີມໃຫ້ຜະດຸງຄັນຕິດຕາມແມ່ຍິງຖືພາ ແລະຊຸກຍູ້ໃຫ້ພວກເຂົາເກີດລູກໃນສຸກສາລາ.

 

ອຳນາດການປົກຄອງບ້ານຜູ້ທີ່ໃຫ້ຄວາມຮ່ວມມືກັບກະຊວງສາທາໃນຖານະຜູ້ມີອິດທິພົນ, ມີບົດບາດໃນການຈັດຕັ້ງປະຕິບັດໂຄງການດ້ານສຸຂະພາບຂອງບ້ານອັນໄດ້ແກ່:

  • ຊ່ວຍໃຫ້ຄວາມເຂົ້າໃຈແກ່ຜູ້ຊາຍໃນສຸຂະພາບຂອງແມ່ຍິງ ແລະ ສົ່ງເສີມການສ້າງຄວາມເຂັ້ມແຂງແກ່ຜູ້ຍິງໃນການຕັດສິນໃຈກ່ຽວກັບສຸຂະພາບຂອງພວກເຂົາ.
  • ຕໍ່ສູ້ກັບການປະຕິບັດທີ່ເປັນອັນຕະລາຍທີ່ເຮັດໃຫ້ແມ່ຍິງຖືພາ ແລະ ເດັກນ້ອຍເກີດໃໝ່ສ່ຽງອັນຕະລາຍ.
  • ຊ່ວຍຜະດຸງຄັນຕິດຕາມແມ່ຍິງຖືພາໃນບັນດາບ້ານ, ຮູ້ວ່າພວກເຂົາມີຈຳນວນເທົ່າໃດ ແລະ ຈະໄປຫາພວກເຂົາໄດ້ແນວໃດ. ໂດຍຜ່ານ ນາຍບ້ານໃນການໃຫ້ບໍລິການທາງໂທລະສັບ ທີ່ສາມາດຕິດຕໍ່ແມ່ຍິງຖືພາ ແລະ ຜະດຸງຄັນ ຕົວຢ່າງເມື່ອພວກເຂົາຂາດການນັດຝາກຄັນ.
  • ໜຶ່ງໃນໂຄງການທີ່ສະໜັບສະໜູນໂດຍUNFPA,ຂອບໃຈການເຂົ້າຮ່ວມອຳນາດການປົກຄອງບ້ານທີ່ຊ່ວຍໃຫ້ເດັກນ້ອຍທີ່ສ່ຽງຕໍ່ການຂາດນ້ຳໄດ້ຮັບການຊ່ວຍເຫຼືອ,ເມື່ອນາຍບ້ານໄດ້ຊ່ວຍນຳສົ່ງເດັກນ້ອຍຈາກບ້ານຫາສຸກສາລາໄດ້ທັນເວລາ.ການເພີ່ມການປຸກຈິດສຳນຶກໃຫ້ປະຊາຊົນກ່ຽວກັບດ້ານຕ່າງໆກ່ຽວກັບສຸຂະພາບຂອງແມ່ ລວມເຖິງສິດທິຂອງໄວໜຸ່ມແມ່ນມີຄວາມສຳຄັນ.ໃນໂຄງການຂອງUNFPAຮ່ວມກັບກະຊວງສຶກສາທິການ, ນາຍບ້ານຊຸກຍູ້ພໍ່ແມ່ໃຫ້ເດັກຍິງໄດ້ຮຽນຫນັງສືຕໍ່,ເຂົ້າຮ່ວມກຸ່ມ“ນາງນ້ອຍ”ເຊິ່ງພວກເຂົາຈະໄດ້ຮຽນທັກສະໃນການໃຊ້ຊີວິດ ແລະ ສ້າງຄວາມໝັ້ນໃຈໃຫ້ຕົນເອງ.
  • ການນຳສະເໜີການລິເລີ່ມຂອງ ການບໍລິການສຸຂະພາບທາງໂທລະສັບທີ່ເລີ່ມຕົ້ນດ້ວຍການຕອບໂຕ້ ໂຄວິດ-19 ໃນ ສປປ ລາວ ດ້ວຍກະຊວງສາທາລະນະສຸກ ແລະ UNFPA, ນາຍບ້ານແມ່ນມີບົດບາດສຳຄັນໃນການເປັນສື່ກາງເພື່ອໃຫ້ຜູ້ຍິງສາມາດເຂົ້າຫາຜະດຸງຄັນເພື່ອບອກບັນຫາ ແລະຄວາມກັງວົນຂອງພວກເຂົາໃນຊ່ວງການຖືພາ.ການບໍລິການສຸຂະພາບທາງໂທລະສັບ ມັນຊ່ວຍປະຢັດເວລາໃຫ້ແມ່ຍິງໄດ້ກວດເຊັກຜ່ານທາງໂທລະສັບກ່ອນເຊິ່ງມັນເປັນປະໂຫຍດຫຼາຍສຳລັບຜູ້ທີ່ ທີ່ອາໄສຢູ່ໃນເຊດຫ່າງໄກສອກຫຼີກໂດຍສະເພາະໃນສະຖານທີ່ ທີ່ບໍ່ມີຜະດຸງຄັນ.

ເພື່ອສົ່ງເສີມລັດຖະບານແຫ່ງສປປລາວໃຫ້ປະສົບຜົນສຳເລັດໃນຄຳໝາຍໝັ້ນICPD25 ,ເພື່ອແນໃສ່ຢຸດຕິການຕາຍຂອງແມ່ແລະການຕໍ່ສູ້ກັບການປະຕິບັດທີ່ເປັນອັນຕະລາຍ, UNFPA ລະດົມຜູ້ຊ່ຽວຊານແລະຄູ່ຮ່ວມງານ (ກະຊວງສາທາລະນະສຸກ, KOFIH, MHTF, ໂຄງການສະ ໜອງ UNFPA, TICA, ລຸກຊຳບວກ, ສະຫະພັນແມ່ຍິງລາວ, ອັງກິດ, ອົດສະຕາລີ, KOICA, SDC ) ເພື່ອສະໜັບສະໜູນ ການວາງແຜນຄອບຄົວແລະໂຄງການຄວາມສະເໝີພາບລະຫວ່າງຍິງ - ຊາຍ. ບັນດາແຜນງານເຫລົ່ານີ້ແມ່ນແນໃສ່ການຮັບປະກັນໃຫ້ ຜະດຸງຄັນທີ່ມີຄຸນນະພາບ, ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງໄວໜຸ່ມ ໂດຍການຢຸດຕິການແຕ່ງງານຕັ້ງແຕ່ອາຍຸຍັງນ້ອຍແລະການມີສ່ວນຮ່ວມຂອງຜູ້ຊາຍແລະນາຍບ້ານ ເຊິ່ງເປັນບຸກຄົນທີ່ມີອິດທິພົນໃນຊຸມຊົນ ໃນການສ້າງຄວາມປ່ຽນແປງ ຕໍ່ຊຸມຊົນຂອງພວກເຂົາ.

 

 

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ ນາງ ເພັດມະນີ ວິຍາເດດ,

ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org

 

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.