You are here

ນະຄອນຫຼວງວຽງຈັນ, ສປປ ລາວ. ຄັ້ງວັນທີ 2 ເມສາ 2021. ກະຊວງສາທາລະນະສຸກ ແລະອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບບົດລາຍງານການຕິດຕາມກວດກາການຕາຍຂອງແມ່ ແລະ ເດັກ (MDSR).

 

ການກວດກາຄືນການຈັດຕັ້ງປະຕິບັດແຜນການຕາຍຂອງແມ່ ໃນປີ 2020 ແມ່ນແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຄຸ້ມຄອງໃນລະດັບຊາດ ແລະ ລະດັບພາກພື້ນ ເພື່ອປຶກສາຫາລືກ່ຽວກັບວິທີການປັບປຸງການເກີດລູກສຸກເສີນ ແລະ ການດູແລກ່ອນເກີດ ສຳລັບແມ່ຍິງ ແລະ ເດັກຍິງ.

 

ການຕາຍຂອງແມ່ ແລະ ເດັກເກີດໃໝ່ໄດ້ມີການຫຼຸດລົງຢ່າງຫຼວງຫຼາຍ ໃນສອງທົດສະວັດທີ່ຜ່ານມາ. ອັດຕາການຕາຍຂອງແມ່ໃນ ສປປ ລາວ ໄດ້ຫຼຸດລົງເລື້ອຍໆ ສະເຫຼ່ຍ 78 ສ່ວນຮ້ອຍ ໃນລະຫວ່າງປີ 1990 ຫາ 2015. ແຕ່ເຖິງຢ່າງໃດກໍຕາມ, ອີງຕາມການຄາດຄະເນຂອງອົງການສະຫະປະຊາຊາດ ອັດຕາການຕາຍຂອງແມ່ໃນປັດຈຸບັນຖືວ່າຍັງສູງພໍສົມຄວນ ໂດຍປະມານ 185 ໃນ 100,000 ຄົນ, ເຊິ່ງສ່ວນໃຫຍ່ແມ່ນມາຈາກອາການແຊກຊ້ອນໃນໄລຍະທີ່ຖືພາ, ຫຼັງການຖືພາ ແລະ ເວລາເກີດລູກ,

 

“ການເຝົ້າລະວັງແມ່ເສຍຊີວິດ ເປັນວຽກງານບູລິມະສິດອັນໜຶ່ງ ໃນແຜນຍຸດທະສາດແຫ່ງຊາດ ແລະ ແຜນປະຕິບັດງານສໍາລັບການບໍລິການເຊື່ອມສານສຸຂະພາບຈະເລີນພັນ, ແມ່ ແລະ ເດັກນ້ອຍ 2016-2030. ການເຝົ້າລະວັງແມ່ເສຍຊີວິດ ແມ່ນຈະຊ່ວຍໃຫ້ບັນດາການນໍາ, ຜູ້ວາງນະໂຍບາຍ, ຜູ້ຕັດສິນທາງດ້ານງົບປະມານ ແລະ ຜູ້ໃຫ້ບໍລິການທຸກຂັ້ນໄດ້ຮັບຮູ້ ແລະ ເຂົ້າໃຈ ເຖີງສະພາບຄວາມເປັນຈິງຂອງການບໍລິການສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ພ້ອມທັງເປັນບ່ອນອີງໃນການວາງແຜນການພັດທະນາ ແລະ ປັບປຸງການບໍລິການສຸຂະພາບແມ່ ແລະ ເດັກ ໃຫ້ມີຄຸນນະພາບເພີ້ມຂື້ນ ກ່າວໂດຍ ທ່ານ ​ດ​ຣ ຄຳ​ພົ້ວ ສຸດ​ທິ​ສົມ​ບັດ ຄະນະພັກກະຊວງ,ເລຂາໜ່ວຍພັກ ຫົວ​ໜ້າ​ກົມ​ປິ່ນ​ປົວ ແລະ ​ຟື້ນ​ຟູ​ໜ້າ​ທີ່​ການ

 

MDSR ຈະຊ່ວຍໃຫ້ຂໍ້ມູນຂ່າວສານກ່ຽວກັບສັນຍານທີ່ເປັນອັນຕະລາຍ ທີ່ກໍ່ໃຫ້ເກີດຄວາມສ່ຽງຕໍ່ການເສຍຊີວິດຂອງແມ່ ແລະ ການຕິດຕາມກວດກາຢ່າງຕໍ່ເນື່ອງ ທີ່ເຊື່ອມຕໍ່ກັບລະບົບຂໍ້ມູນສຸຂະພາບ ແລະ ຂະບວນການປັບປຸງຄຸນະພາບ ແຕ່ຂັ້ນທ້ອງຖິ່ນເຖິງລະດັບຊາດ ເພື່ອຫລີກລ້ຽງ ແລະ ຕອບສະໜອງຕໍ່ສິ່ງທີ່ເອີ້ນວ່າ: ຄວາມຊັກຊ້າ 3 ປະການ  1) ຄວາມຊັກຊ້າໃນການຮັບຮູ້ ແລະ ຊອກຫາການດູແລ ເມື່ອມີບັນຫາສັບສົນເກີດຂື້ນ, 2) ຄວາມຊັກຊ້າໃນການເຂົ້າເຖິງສຸກສາລາ, ແລະ 3) ການຊັກຊ້າໃນການໄດ້ຮັບການດູແລທີ່ເໝາະ ສົມພາຍໃນສຸກສາລາ.

"ເພື່ອຫຼຸດອັດຕາການເສຍຊີວິດຂອງແມ່  ການກວດກາຄືນການຕາຍຂອງແມ່ຢ່າງທັນເວລາ ແລະຮອບດ້ານ ພ້ອມດ້ວຍການວາງແຜນຮັບມື  ແລະ ການດຳເນີນການທີ່ວ່ອງໄວ ເປັນສິ່ງສຳຄັນ. ຄວາມມຸ່ງໝັ້ນຈາກກະຊວງສາທາລະນະສຸກ ແລະ ບັນດາຄູ່ຮ່ວມງານຂັ້ນແຂວງ, ເມືອງ ແລະ ຊຸມຊົນໃນການຮຽນຮູ້ ແລະປັບປຸງວິທີການໂຕ້ຕອບ ໃນການປັບປຸງການຕອບໂຕ້ ແລະ ມາດຕະການການແກ້ໄຂໃນອະນາຄົດ ທີ່ຈະສາມາດສົ່ງຜົນກະທົບຢ່າງຫຼວງຫຼາຍໃນການຫຼຸດອັດຕາການຕາຍຂອງແມ່.” ກ່າວໂດຍທ່ານ ນາງ ມາຣຽມ ເອ. ຄານ, ຜູ້ຕາງໜ້າຂອງອົງການ UNFPA ປະຈຳ ສປປ ລາວ.

ຫຼາຍພາກສ່ວນໄດ້ເຮັດວຽກຮ່ວມກັນ ເພື່ອຫຼຸດຜ່ອນການເສຍຊີວິດຂອງແມ່, ໂດຍມີພະແນກສາທາລະນະສຸກ ແລະ ຄະນະຮັບຜິດຊອບໂຮງໝໍ, ສະມາຄົມລາວກ່ຽວກັບກຸມມານເວດສາດ ແລະ ສູຕິນາລີເວດສາດ, ສະມາຄົມແພດເດັກລາວ, ສະມາຄົມຜະດຸງຄັນລາວ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ຜູ້ຕາງໜ້າບັນດາພະແນກສາທາລະນະສຸກແຂວງ ພ້ອມທັງຄູ່ຮ່ວມພັດທະນາຄື: ອົງການອະນາໄມໂລກ (WHO), ອົງການໂກຟີ (KOFIH), ອົງການໄຈກາ (JICA), ທະນາຄານໂລກ (WB), ທະນາຄານພັດທະນາອາຊີີ (ADB), Lao-Lux, ອົງການ Save the Children, ອົງການ Plan International, CHAI, PSI.

 

ຂໍ້ມູນທີ່ມີຄຸນນະພາບ, ການວິເຄາະ ແລະ ການແກ້ໄຂ ສາມາດເລັ່ງລັດໃຫ້ບັນລຸເປົ້າໝາຍສຸຂະພາບຂອງແມ່ ໃນ ສປປ ລາວ. ອົງການ UNFPA ປະຈຳ ສປປ ລາວ ຈະສືບຕໍ່ຮ່ວມມືກັບກະຊວງສາທາລະນະສຸກ ແລະ ບັນດາຄູ່ຮ່ວມງານແຫ່ງຊາດ ໃນຂົງເຂດການວາງແຜນຄອບຄົວ, EmOC ແລະ ຜູ້ດູແລການເກີດລູກທີ່ມີຄວາມຊຳນິຊຳນານ ເພື່ອບັນລຸຄຳໝັ້ນສັນຍາຂອງລັດຖະບານຕໍ່ ICPD25 ໂດຍບໍ່ປ່ອຍປະໃຫ້ແມ່ຍິງ ແລະ ເດັກຍິງຢູ່ຂ້າງຫຼັງ.

 

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ ນາງ ເພັດມະນີ ວິຍາເດດ,

ຜູ້ຮັບຜິດຊອບຝ່າຍສື່ສານມວນຊົນ

ອີເມວ: viyadeth@unfpa.org

 

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.