You are here

ປີກາຍນີ້, ແມ່ນຄົບຮອບ 25 ປີ ຂອງແຜນປະຕິບັດງານປັກກິ່ງ ເຊິ່ງເປັນປີສະເຫລີມສະຫລອງວັນປະຖົມມະເລີກໃນການສົ່ງເສີມ ຄວາມສະເໝີ ພາບລະຫວ່າງຍິງ - ຊາຍ ແຕ່ເນື່ອງຈາກມີການລະບາດຂອງພະຍາດໂຄວິດ19 ຈື່ງເຮັດໃຫ້ຜົນງານທີ່ໄດ້ຈັດຕັ້ງປະຕິບັດໃນທົດສະວັດຜ່ານມາມີຄວາມຖອຍຫລັງ

 

ການແຜ່ລະບາດຂອງພະຍາດ ໄດ້ເຮັດໃຫ້ຄວາມບໍ່ເທົ່າທຽມກັນທີ່ມີຢູ່ແລ້ວນັ້ນຂະຫຍາຍອອກໃນວົງກວ້າງ. ຄືພວກເຮົາຮູ້ນຳກັນແລ້ວວ່າ ຜົນກະທົບຂອງພະຍາດໂຄວິດ-19 ບໍ່ພຽງແຕ່ມີຜົນກະທົບຕໍ່ຄວາມຜາສຸກຂອງສັງຄົມ, ແຕ່ມັນຍັງມີຜົນກະທົບຕໍ່ເສດຖະກິດຢ່າງໃຫຍ່ຫລວງ ເຊິ່ງປະເທດລາວກໍໄດ້ຮັບຜົນກະທົບໜັກ ແລະ ໃນນັ້ນແມ່ຍິງ ແລະ ເດັກຍິງແມ່ນໄດ້ຮັບຜົນກະທົບຫຼາຍທີ່ສຸດ.

 

ໃນຂະນະທີ່ປະເທດລາວກຳລັງຮັບມືກັບພະຍາດໂຄວິດ-19 ແລະ ພ້ອມທັງກັນກັບການເຮັດວຽກເພື່ອສ້າງຄວາມສັນຕິສຸກ ແລະ ວັດທະນາຖາວອນ ຢູ່ພາຍໃນປະເທດ ແລະ ຢູໃນສັງຄົມ, ພວກເຮົາຕ້ອງເຄົາລົບ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກຍິງ. ສິດຜົນປະໂຫຍດອັນຊອບທຳເຫລົ່ານີ້ແມ່ນຖືກປົກປ້ອງໂດຍກອບວຽກຂອງສາກົນ ທີ່ໄດ້ລະບຸໄວ້ຢູ່ໃນຂໍ້ແນະນຳຂອງຊີດໍ, ຊຶ່ງລັດຖະບານແຫ່ງສປປລາວ ໄດ້ຕິດຕາມ ແລະ ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານນີ້ຢ່າງເປັນປົກກະຕິ.

 

ແມ່ຍິງ ແລະ ເດັກຍິງ ຈຳນວນ 3.6 ລ້ານຄົນ ຢູ່ ສປປ ລາວ ກຳລັງປະເຊີນໜ້າກັບຄວາມຫຍຸ້ງຍາກທີ່ເກີດຈາກພະຍາດລະບາດນີີ້. ພວກທ່ານອາດຈະຖາມວ່າຍ້ອນຫຍັງ?

 

ແມ່ຍິງຢືນຢູ່ແຖວໜ້າໃນຖ່າມກາງວິກິດຂອງໂຄວິດ-19, ໃນຖານະເປັນພະນັກງານສາທາລະນະສຸກ, ຜູ້ເບິ່ງແຍງດູແລ, ຜູ້ມີແນວຄິດສ້າງສັນ, ຜູ້ນຳຊຸມຊົນ ແລະ ຜູ້ດູແລຄອບຄົວ. ວິກິດການດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການປະກອບສ່ວນຂອງພວກເຂົາ ແລະ ພາລະໜັກທີ່ພວກເຂົາຕ້ອງໄດ້ແບກຫາບ.

 

ຢູ່ ສປປລາວ, ແມ່ຍິງປະກອບດ້ວຍ ພະນັກງານສາທາລະນະສຸກ ແລະ ສັງຄົມສົ່ງເຄາະເປັນສ່ວນຫຼາຍ ເຊັ່ນ: ແພດໝໍ ແລະ ແພດຜະດຸງຄັນ, ເຊິ່ງກວມເອົາ 70% ຂອງກຳລັງແຮງງານທັງໝົດ. ໃນຂະນະດຽວກັນ, ພາລະການເບິ່ງແຍງຢູ່ເຮືອນຂອງແມ່ຍິງກໍ່ເພີ່ມຂື້ນ. ຢູ່ ປະເທດລາວ ກໍ່ຄືກັບບັນດາປະເທດອື່ນໆ ການເບິ່ງແຍງລູກຜູ້ທີ່ອອກໂຮງຮຽນ, ການເບິ່ງແຍງຜູ້ອາຍຸສູງທີ່ຕ້ອງການຄວາມຊ່ວຍເຫລືອ ແລະວຽກໃນຄົວເຮືອນແມ່ນຕົກເປັນພາລະຂອງແມ່ຍິງ.

 

ຢູ່ປະເທດລາວ, ແມ່ຍິງ 8 ໃນ 10 ຄົນ ເຮັດວຽກໃນຂະແໜງນອກລະບົບ, ເດັກຍິງ 4 ໃນ 10 ຄົນ ອາຍຸລະຫວ່າງ 5 ຫາ 17 ປີ ຕົກຢູ່ໃນກໍລະນີໃຊ້ແຮງງານເດັກ ແລະ ແມ່ຍິງເຮັດວຽກໃນການເບິ່ງແຍງດູແລທີ່ບໍ່ໄດ້ຮັບຄ່າຈ້າງ ຫລາຍກ່ວາຜູ້ຊາຍ 4 ເທົ່າ ຜົນກະທົບຂອງໂຄວິດ19 ຕໍ່ເສດຖະກິດ ໄດ້ມີຜົນກະທົບຕໍ່ຂະແໜ່ງທີ່ແມ່ຍິງເຮັດເປັນສ່ວນໃຫຍ່, ລວມທັງຂະແໜງກະສິກຳ ແລະ ການບໍລິການ ລວມທັງໂຮງແຮມການທ່ອງທ່ຽວ.

 

ຢູ່ຊົນນະບົດ, ໂຄວິດ19 ໄດ້ຊໍ້າເຕີມຄວາມທຸກຍາກທີ່ມີຢູ່ກ່ອນໜ້ານີ້ ແລະ ຄາດຄະເນວ່າຈະເຮັດໃຫ້ເດັກຍິງໜຸ່ມແຕ່ງງານໄວຫລາຍຂື້ນ, ຖືພາແຕ່ອາຍຸຍັງນ້ອຍ, ແລະອັດຕາການອອກໂຮງຮຽນສູງຂຶ້ນ. ເດັກຍິງ 4 ໃນ 8 ຄົນ ໄດ້ອອກໂຮງຮຽນແລ້ວ, ແລະຄາດຄະເນວ່າຈຳນວນອາດຈະເພີ່ມຂຶ້ນເຖິງ 5%. ຕາມປະເພນີ ເດັກຍິງໜຸ່ມ ຕ້ອງໄດ້ເຮັດວຽກເຮືອນຫຼືລ້ຽງດູເບິ່ງແຍງເດັກນ້ອຍຊ່ວຍຄອບຄົວ ໃນກໍລະນີທີ່ພໍ່ແມ່ທັງສອງຕ້ອງໄດ້ໄປເຮັດວຽກຍ້ອນບັນຫາທາງດ້ານເສດຖະກິດ.

 

ການຈຳກັດເຄື່ອນຍ້າຍ, ຄວາມໂດດດ່ຽວໃນສັງຄົມແລະຄວາມກົດດັນທາງເສດຖະກິດທີ່ເພີ່ມຂື້ນ, ໄດ້ນຳໄປສູ່ຄວາມຮຸນແຮງທາງຮ່າງກາຍ ແລະ ຈິດໃຈ. ສູນໃຫ້ຄຳປຶກສາຂອງສູນກາງສະຫະພັນແມ່ຍິງ ກໍໄດ້ສັງເກດເຫັນຈຳນວນສາຍຂອງແມ່ຍິງ ແລະ ເດັກຍິງທີ່ຖືກຄວາມຮຸນແຮງ ໂທເຂົ້າມາຂໍຄວາມຊ່ວຍຈາກ ສູນໃຫ້ຄຳປຶກສາເພື່ມຂື້ນ

 

ການຖືພາໃນໄວໜຸ່ມ, ຂາດການເຂົ້າເຖິງການບໍລິການສຸຂະພາບທາງເພດແລະສຸຂະພາບຈະເລີນພັນ ແລະ ຄຳປຶກສາ, ລວມທັງຜະລິດພັນ ແລະ ຢາຄຸມກຳເນີດ ແລະ ສຸຂະອະນາໄມປະຈຳເດືອນ, ແລະ ຂາດການຊ່ວຍເຫຼືອໃນການເກີດລູກ ແລະ ການດູແລເບິ່ງແຍງແມ່ຍິງຖືພາ ເຊິ່ງເປັນໄພຂົ່ມຂູ່ຕໍ່ສິດທິທາງເພດແລະການຈະເລີນພັນ. ອັດຕາການຕາຍຂອງແມ່ອາດຈະເພີ່ມຂື້ນຍ້ອນ ການຖືພາໂດຍບໍ່ຕັ້ງໃຈເພີ່ມຂື້ນ. ຄວາມຄືບໜ້າຕໍ່ການໃຫ້ບໍລິການດູແລເດັກກ່ອນເກີດຫຼຸດລົງ, ອັດຕາການໃຫ້ບໍລິການດູແລກ່ອນການເກີດລະດັບຊາດຫລຸດລົງຈາກ 62,2 % ມາເປັນ 50,2%. ແມ່ຍິງ ແລະ ເດັກຍິງ, ໂດຍສະເພາະຜູ້ທີ່ຢູ່ໃນຄອບຄົວທຸກຍາກທີ່ສຸດ, ໃນເຂດຊົນນະບົດ, ບັນດາກຸ່ມຊົນເຜົ່າ, ຄົນພິການ, ຜູ້ທີ່ບໍ່ມີເສັ້ນທາງເຂົ້າເຖິງສະຖານທີ່ໃຫ້ບໍລິການສຸຂະພາບ ຈະໄດ້ຮັບຜົນກະທົບຕໍ່ສະພາບຮ່າງກາຍ ແລະ ຈິດໃຈຫລາຍ.

 

ໃນຈຳນວນແຮງງານເຄື່ອນຍ້າຍທີ່ເກັບຄືນປະເທດທັງໝົດ ແມ່ນແມ່ຍິງປະມານ 30%. ພວກເຂົາສູນເສຍວຽກເຮັດງານທຳ, ຊີວິດການເປັນຢູ່ ແລະ ບາງກໍລະນີກັບມາ ພ້ອມກັບຄວາມຕ້ອງການການຊ່ວຍເຫຼືອດ້ານສຸຂະພາບຈະເລີນພັນແລະ ສຸຂະພາບຈິດໃຈຢ່າງເລັ່ງດ່ວນ. ແຮງງານເຄື່ອນຍ້າຍທີ່ເຮັດວຽກໃນຂະແໜງນອກລະບົບ ບໍ່ສາມາດເຂົ້າເຖິງລະບົບປະກັນສັງຄົມ, ແລະ ຍ້ອນເຫດນັ້ນ ຈຶ່ງມີຄວາມສ່ຽງຫຼາຍທີ່ຈະຕົກຢູ່ໃນສະພາບຄວາມທຸກຍາກ.

 

ໂດຍສະເພາະໃນເວລາເກີດວິກິດ, ສິດຜົນປະໂຫຍດຂອງແມ່ຍິງແລະເດັກຍິງ ລວມທັງສຸຂະພາບຈະເລີນພັນແລະສິດທິໃນການຈະເລີນພັນຕ້ອງໄດ້ຮັບການປົກປ້ອງ. ຖ້າບໍ່ສາມາດປົກປ້ອງສິດທິເຫລົ່ານີ້ ມັນຈະສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບຈິດແລະຮ່າງກາຍ, ລວມທັງການເພີ່ມຂື້ນຂອງການຖືພາໂດຍບໍ່ຕັ້ງໃຈ, ການເອົາລູກອອກທີ່ບໍ່ປອດໄພ ແລະ ແມ່ຍິງຈຳນວນຫຼາຍເສຍຊີວິດຈາກສາເຫດທີ່ປ້ອງກັນໄດ້.

 

ນັບຕັ້ງແຕ່ການເລີ່ມຕົ້ນຂອງການແຜ່ລະບາດຂອງພະຍາດ, ໂດຍການນຳພາຂອງ ສະຫະພັນແມ່ຍິງລາວ ພ້ອມດ້ວຍກະຊວງສາທາລະນະສຸກ ແລະ ບັນດາກະຊວງອື່ນໆທີ່ກ່ຽວຂ້ອງ, ອົງການ UNFPA ໄດ້ສະໜັບສະໜູນລັດຖະບານລາວ ໂດຍຮັບປະກັນວ່າສິດທິອັນຊອບທຳຂອງແມ່ຍິງແລະເດັກຍິງຈະໄດ້ຮັບການປົກປ້ອງ, ນີ້ແມ່ນບາງຕົວຢ່າງຂອງການຕອບໂຕ້ກັບພະຍາດໂຄວິດ-19 ທີ່ເປັນເປັນປະໂຫຍດແກ່ແມ່ຍິງ ເຊິ່ງນຳພາໂດຍລັດຖະບານລາວໂດຍການສະໜັບສະໜູນຈາກ ອົງການ UNFPA:

 

ຮັບປະກັນຄວາມປອດໄພຂອງແມ່ ແລະ ການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຢ່າງຕໍ່ເນື່ອງ:

  1. ການເຜີຍແຜ່ ແລະ ລິເລີ່ມ ກິດຈະກຳສຸຂະພາບທາງໄກ ສໍາລັບແມ່ຍິງ ເພື່ອໃຫ້ແມ່ຍິງສືບຕໍ່ໄດ້ຮັບການເບິ່ງແຍງກ່ອນການເກີດ
  2. ຮັບປະກັນການບໍລິການສຸຂະພາບທາງເພດແລະສຸຂະພາບຈະເລີນພັນໃຫ້ໄປຮອດເຂດຫ່າງໄກສອກຫຼີກໂດຍຜ່ານ ຄລີນິກເຄື່ອນທີ່
  3. ມີຢາ ແລະ ອຸປະກອນການວາງແຜນຄອບຄົວ ສະຕັອກໄວ້
  4. ສະໜອງອຸປະກອນປ້ອງກັນສ່ວນບຸກຄົນແລະເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ແພດຜະດຸງຄັນ ແລະພະນັກງານແພດ ເພື່ອປ້ອງກັນພວກເຂົາຈາກການຕິດເຊື້ອ
  5. ຂໍ້ມູນຂ່າວສານໃນການຮັບມືກັບໂດຍພະຍາດໂຄວິດ-19 ຂອງຊຸມຊົນ ແລະ ການເສື່ອມສານໃນການຝຶກອົບຮົມສຸຂະພາບຈະເລີນພັນ

ການຮ່ວມມືກັນເພື່ອປົກປ້ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໄວໜຸ່ມ:

  1. ຮ່ວມມືກັບກັບພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ເພື່ອຂະຫຍາຍບັນດາໂຄງການສ້າງຄວາມເຂັ້ມແຂງໃຫ້ກັບເດັກຍິງໄວໜຸ່ມ ໂດຍຜ່ານກຸ່ມເດັກຍິງ ນາງນ້ອຍ
  2.  ສະໜອງເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ສະຖານທີ່ກັກກັນ ລວມທັງໃນໄລຍະນໍ້າຖ້ວມ, ຮ່ວມມືກັບບັນດາໂຮງຈັກໂຮງງານ ເພື່ອປ້ອງກັນການໃຊ້ແຮງງານເດັກ ແລະ ຮັບປະກັນວ່າຊາວໜຸ່ມທີ່ເຮັດວຽກນັ້ນບໍ່ໄດ້ພົວພັນກັບພຶດຕິກຳສ່ຽງ
  3.  ເປີດໃຊ້ແອັບ ນາງນ້ອຍຢາກຮູ້ ເພື່ອໃຫ້ຂໍ້ມູນແກ່ຊາວໜຸ່ມ ແລະໄວໜຸ່ມ
  4. ໃຫ້ການສະໜັບສະໜູນທາງດ້ານຈິດໃຈຜ່ານສາຍດ່ວນ ສຳລັບເດັກຊາຍ ແລະ ເດັກຍິງ, ໂດຍສະເພາະກໍລະນີຖືກຄວາມຮຸນແຮງ ແລະ ການໃຫ້ຄຳປຶກສາດ້ານສຸຂະພາບຈະເລີນພັນ

ການຂະຫຍາຍການບໍລິການເພື່ອປົກປ້ອງການລ່ວງລະເມີດແລະຄວາມຮຸນແຮງ:

  1. ສ້າງກົນໄກການສົ່ງຕໍ່ເພື່ອປົກປ້ອງແມ່ຍິງຜູ້ເຄາະຮ້າຍຈາກຄວາມຮຸນແຮງ
  2. ເປີດສູນພັກພາອາໄສແຫ່ງໃໝ່ ເພື່ອຮອງຮັບຜູ້ຖືກເຄາະຮ້າຍ.
  3. ເອົາຜູ້ຊາຍ ແລະ ເດັກຊາຍ ເຂົ້າມາມີສ່ວນຮ່ວມໃນການປ້ອງກັນຄວາມຮຸນແຮງບົນພື້ນຖານທາງເພດ ແລະ ການສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກຍິງ.

************ 

ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກ່ຽວກັບ ສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ແມ່ນອົງກອນທີ່ເປັນຜູ້ນຳໃນການເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການທຸກການເກີດ ປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ. ອົງການ UNFPA ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໂດຍສະເພາະ ສຸຂະພາບຂອງແມ່ໃນຫຼາຍກວ່າ 150 ປະເທດລວມທັງ ຊ່ວຍໃນການຢຸດຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ ການແຕ່ງງານໃນໄວເດັກແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.