Go Back Go Back
Go Back Go Back
Go Back Go Back

ສົ່ງມອບການຊ່ວຍເຫຼືອດ້ານສຸຂະພາບແມ່ ແລະ ເດັກເກີດໃໝ່ ທີ່ໄດ້ຮັບຜົນດີ ໃນ ສປປ ລາວ

ສົ່ງມອບການຊ່ວຍເຫຼືອດ້ານສຸຂະພາບແມ່ ແລະ ເດັກເກີດໃໝ່ ທີ່ໄດ້ຮັບຜົນດີ ໃນ ສປປ ລາວ

Story

ສົ່ງມອບການຊ່ວຍເຫຼືອດ້ານສຸຂະພາບແມ່ ແລະ ເດັກເກີດໃໝ່ ທີ່ໄດ້ຮັບຜົນດີ ໃນ ສປປ ລາວ

calendar_today 29 January 2024

ນັກສຶກສາຜະດຸງຄັນ, ປານິນ ຈັນທະວົງ ກຳລັງເບິ່ງແຍງ ແມ່ລູກອ່ອນ ທີ່ໂຮງໝໍແຂວງຊຽງຂວາງ
ນັກສຶກສາຜະດຸງຄັນ, ປານິນ ຈັນທະວົງ ກຳລັງເບິ່ງແຍງ ແມ່ລູກອ່ອນ ທີ່ໂຮງໝໍແຂວງຊຽງຂວາງ © UNFPA Lao PDR/Fatima-Zahra Benyahia

 

ອົງການ UNFPA ແມ່ນອົງການທີ່ຢູ່ແຖວໜ້າ ທີ່ພະຍາຍາມເພື່ອຈະບັນລຸເຖິງການ ໃຫ້ຄວາມຊ່ວຍເຫຼືອດ້ານສຸຂະພາບແມ່ ແລະ ເດັກເກີດໃໝ່ ທີ່ໄດ້ຮັບຜົນດີ ໃນ ສປປ ລາວ. ​ເພື່ອ​ບັນລຸ​ເປົ້າໝາຍ​ດັ່ງກ່າວນີ້, ອົງການ​ໄດ້​ສະໜັບສະໜູນ​ຂະ​ແໜງ​ສາທາລະນະ​ສຸກ​ໃນລະດັບຊາດ ​ແລະ ບັນດາ​ຄູ່​ຮ່ວມ​ມືຂັ້ນ​ທ້ອງ​ຖິ່ນ​ໃນ​ການ​ລົງທຶນ​ດ້ານ​ການ​ສຶກສາ​ທີ່​ມີ​ຄຸນ​ນະພາ​ບ​ເພື່ອ​ຮັບປະກັນ​ໃຫ້​ບັນດາ​ຜູ້​ປະກອບ​ອາຊີບ​ສາທາ​ລະນະ​ສຸກທຸກຄົນ ໄດ້​ມີ​ຄວາມ​ຮູ້ ​ແລະ ທັກສະ​ທີ່ຈຳເປັນ ​ໃນການ​ຊ່ວຍ​ຊີວິດ​ ​ແກ່​ຊຸມ​ຊົນ​ທີ່​ຫ່າງ​ໄກ​ສອກຫຼີກ​ ແລະ ເຂົ້າເຖິງຍາກ​ ເຊິ່ງມີຄວາມຕ້ອງການຫຼາຍ​ທີ່​ສຸດ.

ຂໍຂອບໃຈການສະໜັບສະໜູນຢ່າງເອື້ອເຟື້ອ ຂອງບັນດາຄູ່ຮ່ວມພັດທະນາເຊັ່ນ: ອົງການໂກຟີ ປະຈຳລາວ (KOFIH), ລຸກຊຳບວກ (Luxembourg) ແລະ ກອງທຶນຄວາມໄວ້ວາງໃຈສຳລັບສຸຂະພາບແມ່ (Maternal Health Trust Fund) ໃນແຜນງານການວາງແຜນຄອບຄົວ ແລະ ສຸຂະພາບທາງເພດ-ສຸຂະພາບຈະເລີນພັນ ພ້ອມທັງ ອົງການ UNFPA ທີ່ໄດ້ຈັດສັນນຳໃຊ້ແຫຼ່ງທຶນທາງດ້ານວິຊາການ ແລະ ການເງິນ. ໂຄງການສ້າງຄວາມເຂັ້ມແຂງຂອງລະບົບ ແມ່ນໄດ້ຮັບໝາກຜົນທີ່ດີ, ໂດຍທີ່ ສປປ ລາວ ກາຍ​ເປັນ​ໂຮງຮຽນ​ຜະດຸງຄັນ​ແຫ່ງ​ທຳ​ອິດ​ຂອງ​ອາຊີ-ປາຊີ​ຟິກ ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ສາກົນ. ເພື່ອ​ໃຫ້ເຫັນ​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ອົງການ UNFPA ​ໄດ້​ພົບ​ປະ​ກັບ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ 2 ທ່ານ​ຈາກ​ໂຮງຮຽນ​ແຫ່ງ​ໜຶ່ງ ​ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ແຂວງ​ຊຽງ​ຂວາງ,​ ເປັນ​​ຊຸມ​ຊົນທີ່ມີ​ຫຼາຍ​ຊົນ​ເຜົ່າ ​ແລະ ​ເປັນ​ໜຶ່ງ​ໃນໂຮງຮຽນທີ່ມີຜູ້ສົນໃຈ​ໃນ​ການ​ວາງ​ແຜນ​ຄອບຄົວ​ສູງທີ່ສຸດໃນ​ທົ່ວ​ປະ​ເທດ.

ທີ່ແຂວງຊຽງຂວາງ, ສປປ ລາວ: ທ່ານໝໍ ວົງຈັນ ແລະ ທ່ານໝໍ ຫຼ້າ ອິນທະວົງ ໄປເຮັດວຽກໃນແຕ່ລະມື້ ໂດຍຮູ້ວ່າທັກສະພິເສດຂອງພວກເຂົາສາມາດສ້າງຄວາມແຕກຕ່າງໃນການຊ່ວຍຊີວິດ ໃຫ້ແກ່ຊຸມຊົນທີ່ພວກເຂົາໃຫ້ບໍລິການໄດ້.

“ຂ້ອຍໄດ້​ເປັນ​ຜະ​ດຸງ​ຄັນ​ມາ 9 ​ປີແລ້ວ, ຂ້ອຍ​ຮູ້​ວ່າ​ມັນ​ເປັນ​ວຽກ​ງານ​ທີ່​ສໍາ​ຄັນ​ຫຼາຍ ​ແລະ​ ມັນ​ສ້າງ​ຄວາມ​ແຕກ​ຕ່າງ​​. ມັນເຮັດໃຫ້ຂ້ອຍມີຄວາມກະຕືລືລົ້ນໃນໜ້າວຽກ, ໂດຍສະເພາະແມ່ນການໄດ້ເຫັນຄວາມສົນໃຈຂອງຊຸມຊົນໃນການ ຮັບເອົາພຶດຕິກໍາທີ່ດີຕໍ່ສຸຂະພາບ," ທ່ານໝໍຫຼ້າ, ອາຍຸ 28 ປີ, ເປັນຜະດຸງຄັນຈາກບ້ານລ່ອງຮາງ, ເມືອງພູກູດ ໄດ້ກ່າວ.

ທ່ານໝໍຫຼ້າ ໄດ້ຮ່ວມກັບ ທ່ານໝໍ ວົງຈັນ ອາຍຸ 36 ປີ, ທ່ານໝໍປະຈຳຢູ່ບ້ານລ່ອງຊັນ, ເມືອງຄູນ ເຊິ່ງຢູ່ຫ່າງຈາກຕົວເມືອງທີ່ໃກ້ທີ່ສຸດ 32 ກິໂລແມັດ, ເພື່ອເຂົ້າຮ່ວມການຝຶກອົບຮົມ ການເບິ່ງແຍງການເກີດລູກສຸກເສີນຂັ້ນພື້ນຖານ (BEmOC) ສໍາລັບພະນັກງານສາທາລະນະສຸກ. ຫຼັກສູດໄລຍະ 4 ມື້ ແມ່ນໄດ້ຖືກຈັດຂຶ້ນທີ່ ວິທະຍາໄລວິທະຍາສາດສຸຂະພາບ ເຊິ່ງເປັນ 1 ໃນ 3 ຂອງໂຮງຮຽນຜະດຸງຄັນໃນ ສປປ ລາວ ທີ່ໄດ້ຮັບການຮັບຮອງຈາກສາກົນ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ UNFPA.

ຫຼັກສູດການເບິ່ງແຍງການເກີດລູກສຸກເສີນຂັ້ນພື້ນຖານ (BEmOC) ຊ່ວຍສ້າງຄວາມສາມາດຂອງຜະດຸງຄັນ, ພະຍາບານ, ແພດໝໍທົ່ວໄປ, ແພດໝໍປະສູດ ແລະ ພະຍາດຍິງ ທີ່ມັກຈະເຂົ້າຮ່ວມການເກີດລູກໃນໄລຍະຮີບດ່ວນ ແລະ ສຸກເສີນ.

 

 

"ພວກເຮົາ, ໃນຖານະຜູ້ໃຫ້ບໍລິການດ້ານສຸຂະພາບ, ມີຄວາມຍິນດີທີ່ໄດ້ເຂົ້າຮ່ວມການຝຶກອົບຮົມ ການເບິ່ງແຍງການເກີດລູກສຸກເສີນຂັ້ນພື້ນຖານ (BEmOC). ພວກ​ເຮົາ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ໃນ​ການ​ສ້າງ​ຄວາມ​ສາມາດ ​ແລະ ການ​ຝຶກ​ອົບ​ຮົມ​ຄັ້ງ​ນີ້​ແມ່ນມີປະ​ໂຫຍ​ດ ​ແລະ ​ໄດ້​ຄວາມຮູ້​ຫຼາຍ​ຢ່າງ,” ທ່ານໝໍ ວົງ​ຈັນ ໄດ້ກ່າວ.

ການຝຶກອົບຮົມຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນ ຂອງກະຊວງສາທາລະນະສຸກ, ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ UNFPA, ໃນການສ້າງຄວາມສາມາດໃຫ້ແກ່ຜະດຸງຄັນ ພາຍໃຕ້ຍຸດທະສາດ ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ປີ 2021-2025. ສິ່ງນີ້​​ໄດ້​ຖືກເນັ້ນ​ໜັກ​ໃນ​ ກອງ​ປະຊຸມ​ວ່າດ້ວຍປະຊາກອນ ໃນພາກພື້ນ​ອາຊີ-​ປາຊີ​ຟິກ ຄັ້ງ​ທີ 7 ທີ່​ບາງກອກ, ປະເທດໄທ ​ໃນ​ທ້າຍ​ປີ 2023 ທີ່ຜ່ານມາ, ລັດຖະບານ​ແຫ່ງ ສປປ ລາວ ​ໄດ້​ຢືນຢັນ​ອີກຄັ້ງ​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງ​ກອງ​ປະຊຸມ​ສາກົນ​ວ່າດ້ວຍ​ປະຊາກອນ ​ແລະ ການ​ພັດທະນາ ​ເພື່ອ​ບັນລຸ​ເປົ້າໝາຍ​ເຮັດໃຫ້​ການ​ເສຍ​ຊີວິດ​ຂອງ​ແມ່ເປັນສູນ. ສິ່ງດັ່ງກ່າວນີ້ຈະເກີດຂຶ້ນໄດ້ໂດຍຜ່ານການລົງທຶນເພີ່ມຂຶ້ນ ໃນດ້ານການຜະດຸງຄັນໂດຍຜ່ານ ຍຸດທະສາດການຜະດຸງຄັນແຫ່ງຊາດ ເພື່ອຮັບປະກັນໃຫ້ບັນດາຜະດຸງຄັນໄດ້ຮັບການຝຶກຝົນຫຼໍ່ຫຼອມ ແລະ ຖືກຈັດສັນເຂົ້າໃນສະຖານທີ່ໃຫ້ບໍລິການສາທາລະນະສຸກ, ໂດຍສະເພາະໃນເຂດຫ່າງໄກສອກຫຼີກ ແລະ ເຂົ້າເຖິງໄດ້ຍາກເຊັ່ນ: ບ້ານຂອງນາງຫຼ້າ ແລະ ນາງວົງຈັນ.

ສຳລັບ ທ່ານໝໍ ວົງຈັນ, ແມ່ນໄດ້ຮັບການສະໜັບສະໜູນຈາກອາສາສະໝັກ 5 ຄົນໃນບ້ານນີ້, ການສົ່ງຕໍ່ຄວາມຮູ້ນີ້ແມ່ນມີຄວາມສຳຄັນ ເນື່ອງຈາກເປັນເຂດທີ່ຫ່າງໄກສອກຫຼີກ, ຂາດຂໍ້ມູນຂ່າວສານ ແລະ ຄວາມເຊື່ອທາງວັດທະນະທຳ  ໄດ້ຖືກລວມເຂົ້າກັນ ເຮັດໃຫ້ແມ່ຍິງຖືພາມີຄວາມສ່ຽງຫຼາຍດ້ານໃນລະຫວ່າງການຖືພາ, ການເກີດລູກ ແລະ ຫຼັງຈາກເກີດລູກແລ້ວ.

“ຂ້ອຍເຮັດວຽກກວມເອົາ 3 ບ້ານ, ຜູ້ໃຊ້ບໍລິການຂອງຂ້ອຍສ່ວນຫຼາຍແມ່ນຊົນເຜົ່າມົ້ງ. ເຖິງວ່າຈະພະຍາຍາມທຸກຢ່າງເພື່ອຍົກສູງຄວາມຮັບຮູ້ຂອງເຂົາເຈົ້າ, ພວກເຂົາກໍມັກລໍຖ້າໃຫ້ຮອດນາທີສຸດທ້າຍສະເໝີກວ່າທີ່ຈະມາຮອດໂຮງໝໍນ້ອຍເພື່ອເກີດລູກ ແລະ ແມ່ທີ່ຫນຸ່ມນ້ອຍມັກຈະຮູ້ສຶກບໍ່ສະບາຍຫຼັງຈາກການເກີດລູກ. ພວກເຮົາພວມພະຍາຍາມເພີ່ມຂຶ້ນ 2 ເທົ່າເພື່ອຍົກສູງຄວາມຮັບຮູ້ກ່ຽວກັບ ຄວາມສ່ຽງຂອງການຖືພາກ່ອນໄວ ເຊັ່ນດຽວກັນກັບການແຕ່ງງານຂອງເດັກນ້ອຍ,”  ທ່ານໝໍ ວົງຈັນ ໄດ້ກ່າວ.

ການເບິ່ງແຍງການເກີດລູກ ແລະ ເດັກເກີດໃໝ່ສຸກເສີນ ຂັ້ນພື້ນຖານ, ສະໜອງໂດຍພະນັກງານທີ່ມີທັກສະ ເຊັ່ນ: ນາງຫຼ້າ ແລະ ນາງວົງຈັນ ຢູ່ໂຮງໝໍນ້ອຍ/ສຸກສາລາ, ມີບົດບາດສຳຄັນໃນການຫຼຸດຜ່ອນການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່.

ການກໍານົດເວລາແມ່ນສິ່ງສໍາຄັນ ໃນການປ້ອງກັນການເສຍຊີວິດ ແລະ ຄວາມພິການຂອງແມ່: ການຕົກເລືອດຫຼັງຈາກເກີດລູກ ສາມາດຂ້າແມ່ຍິງໃນເວລາບໍ່ຮອດ 2 ຊົ່ວໂມງ. ສໍາລັບອາການສົນອື່ນໆ ສ່ວນໃຫຍ່, ແມ່ຍິງມີເວລາລະຫວ່າງ 6 - 12 ຊົ່ວໂມງ ເພື່ອຮັບການຊ່ວຍຊີວິດສຸກເສີນ. ເຊັ່ນດຽວກັນ, ການເສຍຊີວິດຂອງລູກໃນທ້ອງສ່ວນຫຼາຍ ແມ່ນເກີດຂຶ້ນໃນເວລາເກີດລູກ ຫຼື ໃນໄລຍະ 48 ຊົ່ວໂມງທໍາອິດ.

ເພື່ອຮັບມືກັບອາການສົນດ້ານການເກີດ, ຫມາຍຄວາມວ່າ ສະຖານທີ່ໃຫ້ບໍລິການສຸຂະພາບ ຕ້ອງມີພະນັກງານທີ່ມີທັກສະຫຼາຍຢ່າງ ເຊັ່ນທ່ານໝໍ ຫຼ້າ, ທີ່ພ້ອມໃຫ້ຄວາມຊ່ວຍເຫຼືອຕະຫຼອດເວລາ.

 

 

“ຢູ່​ບ້ານ​ຂອງ​ຂ້ອຍ, ຂ້ອຍ​ໄດ້​ພົບ​ກັບ​ໄວໜຸ່ມຍິງ ​ອາ​ຍຸ 14 ປີ ​ທີ່​ກຳລັງຖືພາ. ຂ້ອຍຮູ້ທັນທີວ່າ ນີ້ແມ່ນກໍລະນີທີ່ມີຄວາມສ່ຽງຕໍ່ອາການສົນດ້ານສຸຂະພາບ. ຂ້ອຍໄດ້ຂໍໃຫ້ນາງໄປໂຮງໝໍນ້ອຍ ໃນບ້ານ, ແຕ່ນາງປະຕິເສດທີ່ຈະຮັບການຕິດຕາມການຖືພາ ເນື່ອງຈາກພະຍາບານທີ່ປະຕິບັດໜ້າທີ່ ເປັນຜູ້ຊາຍ,” ທ່ານໝໍ ຫຼ້າ ໄດ້ກ່າວໄວ້.

ໄວໜຸ່ມຍິງ​​ດັ່ງກ່າວໃຊ້ເວລາ ​3 ມື້ ໃນການພະຍາຍາມເກີດລູກ, ​​ກ່ອນ​ທີ່ ທ່ານໝໍ ຫຼ້າ ໄດ້ຊັກ​ຊວນ​ໃຫ້​ນາງ​ໄປ​ໂຮງ​ຫມໍ.

ມື້ຫນຶ່ງຫຼັງຈາກເກີດລູກ, ຄົນເຈັບເລີ່ມມີເລືອດອອກເປັນເວລາຫຼາຍກວ່າ 3 ຊົ່ວໂມງ. ທ່ານໝໍ ຫຼ້າ ໄດ້ຕິດຕໍ່ກັບເພື່ອນຮ່ວມງານດ້ານສຸຂະພາບຄົນອື່ນໆ ໂດຍໃຊ້ລະບົບຊ່ວຍເຫຼືອດ້ານສຸຂະພາບທາງໄກ ທີ່ສ້າງຕັ້ງຂຶ້ນເພື່ອຂໍຄໍາແນະນໍາ ກ່ຽວກັບການດຳເນີນການເພື່ອຊ່ວຍຊີວິດຂອງແມ່ໃນທັນທີ.

"ພວກເຮົາປະສົບຜົນສໍາເລັດ, ແຕ່ຫຼັງຈາກທີ່ຂ້ອຍປະເຊີນກັບສະຖານະການນີ້, ຂ້ອຍໄດ້ຕັດສິນໃຈເຂົ້າຮ່ວມການຝຶກອົບຮົມ ການເບິ່ງແຍງການເກີດລູກສຸກເສີນຂັ້ນພື້ນຖານ (BEmOC) ເພື່ອເພີ່ມທັກສະ ແລະ ຄວາມຫມັ້ນໃຈໃນການປະຕິບັດວຽກຂອງຂ້ອຍ,"  ທ່ານໝໍ ຫຼ້າ, ເຊິ່ງກໍາລັງຊຸກຍູ້ໃຫ້ເພື່ອນຮ່ວມງານອື່ນໆ ໃຫ້ເຂົ້າຮ່ວມການຝຶກອົບຮົມດັ່ງກ່າວ.

ທັງສອງໄດ້ກ່າວວ່າ ການຝຶກອົບຮົມດັ່ງກ່າວຍັງໄດ້ເປີດໂອກາດໃຫ້ແລກປ່ຽນປະສົບການ, ໄດ້ຮັບຄຳປຶກສາ ແລະ ເນັ້ນໃຫ້ເຫັນເຖິງຄວາມຕ້ອງການຄວາມຮູ້ ແລະ ທັກສະ ຂອງຜູ້ໃຫ້ບໍລິການດ້ານສຸຂະພາບ ເພື່ອໃຫ້ເຂົ້າໃຈເຖິງຜົນໄດ້ຮັບທີ່ດີດ້ານສຸຂະພາບຂອງແມ່ ແລະ ເດັກເກີດໃໝ່ ພ້ອມທັງບັນລຸເປົ້າໝາຍ ເຮັດໃຫ້ການເສຍຊີວິດຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນສູນ.

“ພວກ​ເຮົາ​ມີ​ວຽກ​ງານ​ທີ່​ມີຄຸ່ນຄ່າ, ແຕ່ກໍ​ມີ​ຄວາມ​ທ້າ​ທາຍ. ການ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​ປະ​ເພດ​ນີ້ ​ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງ​ ລະ​ຫວ່າງ​ຊີ​ວິດ ​ແລະ​ ຜົນ​ໄດ້​ຮັບ​ອື່ນໆຢ່າງແທ້ຈິງ,”  ທ່ານໝໍ ຫຼ້າ ໄດ້ກ່າວ.

***************

ອົງການ UNFPA ແມ່ນ ອົງການສະຫະປະຊາຊາດກອງທຶນ ສໍາລັບ ປະຊາກອນ ທີ່ເຮັດວຽກຢູ່ໃນຫຼາຍກວ່າ 150 ປະເທດ ລວມທັງ ສປປ ລາວ, ເພື່ອບັນລຸເປົ້າຫມາຍເຮັດໃຫ້ການເສຍຊີວິດ ຂອງແມ່ເປັນສູນ, ການບໍ່ຕອບສະຫນອງຕໍ່ຄວາມຕ້ອງການ ສໍາລັບການວາງແຜນຄອບຄົວ ເປັນສູນ ແລະ ເຮັດໃຫ້ຄວາມ ຮຸນແຮງບົນພື້ນຖານທາງເພດເປັນສູນ.

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:
laos.office@unfpa.org