You are here

ວັນທີ 20 ທັນວາ 2023, ນະຄອນຫຼວງວຽງຈັນ, ສປປ ລາວ - ກະຊວງແຜນການ ແລະ ການລົງທຶນ (MPI) ແລະ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມທົບທວນ ແລະ ວາງແຜນປະຈຳປີ ເພື່ອທົບທວນຄວາມຄືບໜ້າໃນການບັນລຸໝາກຜົນຂອງ ກອບແຜນງານການຮ່ວມມືຮອບວຽນທີ 7 ໃນໄລຍະປີ 2022-2026 ແລະ ເພື່ອຈັດບຸລິມະສິດໃຫ້ແກ່ວຽກງານທີ່ສໍາຄັນໃນປີ 2024 ໂດຍການເປັນປະທານ ຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ແລະ ເປັນປະທານ ຮ່ວມ ໂດຍ ທ່ານ ດຣ. ບາກທິຢໍ ຄາດິເຣິບ, ຜູ້ຕາງໜ້າອົງການ UNFPA.

 

ກອງ​ປະຊຸມທົບທວນ ​ແລະ ວາງ​ແຜນ​ປະຈຳ​ປີ​ ໄດ້​ເຕົ້າ​ໂຮມ​ບັນດາ​ຄູ່​ຮ່ວມ​ມືຈັດຕັ້ງປະຕິບັດ​ແຜນງານ​ຈາກ​ບັນດາ​ກະຊວງ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ຄູ່​ຮ່ວມ​​ພັດທະນາ ​ແລະ ອົງການຈັດຕັ້ງທາງສັງຄົມ​ເພື່ອ​ເລັງ​ໃສ່​ລະດົມ​ທຶນ​ເຂົ້າ​ໃນ​ການ​ກໍ່ສ້າງ, ​ເພີ່ມ​ທະວີ ​ແລະ ຮັບປະກັນ​ການ​ຮ່ວມ​ມື​ຂອງ​ແມ່ຍິງ​ແລະ ​ເດັກ​ຍິງ, ​ໄວ​ໜຸ່ມ, ຄົນພິການ, ກຸ່ມຊົນເຜົ່າ ແລະ ປະຊາກອນກຸ່ມທີ່ມີຄວາມສ່ຽງອື່ນໆ ໂດຍອີງໃສ່ຫຼັກການກ້າວໄປພ້ອມກັນໂດຍບໍ່ປະຖິ້ມໃຜຢູ່ເບື້ອງຫຼັງ.

ກອງ​ປະຊຸມ​ໄດ້​ຍົກ​ໃຫ້​ເຫັນ​ບັນດາ​ຜົນງານ​ອັນພົ້ນເດັ່ນທີ່ອົງການ UNFPA ​ແລະ ບັນດາ​ຄູ່​ຮ່ວມຈັດຕັ້ງ​ປະຕິບັດ​ໄດ້ສໍາເລັດຜົນໃນ​ປີ 2023 ທີ່ຜ່ານມາ. ​ໃນ​ນັ້ນ​ລວມມີການ​ຮັບຮອງ​ເອົາ​ໂຮງຮຽນ​ຜະດຸງຄັນທີ່ມີຄຸນນະພາບ 03 ​ແຫ່ງ ​ໂດຍ ​ສະຫະພັນ​ຜະດຸງຄັນ​ສາກົນ, ​ການ​ສ້າງ​ຕັ້ງ​ສູນ​ປົກປ້ອງ​ໃຫ້ແກ່​ຜູ້​ລອດ​ຊີວິດ​ຈາກ​ຄວາມ​ຮຸນ​ແຮງ 04 ແຫ່ງ ​ແລະ ໜ່ວຍງານບໍລິການປະຕູດຽວທີ່ໂຮງໝໍມະໂຫສົດ, ການນໍາເອົາເພດສຶກສາເຂົ້າໃນ ກົດໝາຍວ່າດ້ວຍການສຶກສາສາມັນສະບັບປັບປຸງ, ການຈັດກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ, ການລາຍງານໄລຍະ 10 ຂອງການຈັດຕັ້ງປະຕິບັດສົນທິສັນຍາ CEDAW ແລະ ການຮັບປະກັນການມີສ່ວນຮ່ວມໃນການສໍາຫຼວດພົນລະເມືອງປີ 2025 ເປັນຕົ້ນ.

ທ່ານ ນາງ ພອນ​ວັນ ອຸ​ທະ​ວົງ, ຮອງ​ລັດຖະມົນຕີ​ ກະຊວງ​ແຜນການ ​ແລະ ການ​ລົງທຶນ ກ່າວວ່າ “ໃນປີ 2024, ສປປ ລາວ ​ໄດ້​ຮັບ​ກຽດ​ເປັນ​ປະທານ​ອາ​ຊຽນ ​ແລະ ພ້ອມທັງເປັນປີທ່ອງທ່ຽວ​ ອາຊຽນ ເຊິ່ງຈະໄດ້ມີກິດຈະກໍາປິ່ນອ້ອມຫຼາຍຢ່າງ. ສະນັ້ນ, ທຸກພາກສ່ວນຕ້ອງໄດ້ເປັນເຈົ້າການຮ່ວມກັນໃນການກະກຽມແຜນສະໜັບສະໜູນສໍາລັບປີ 2024 ເຊິ່ງມີຄວາມສຳຄັນຫຼາຍ ຂໍໃຫ້ບັນດາທ່ານໄດ້ປະກອບຄໍາຄິດຄໍາເຫັນໃຫ້ແຜນປີ 2024 ເປັນແຜນທີ່ບຸກທະລຸ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດຍຸດທະສາດການຮ່ວມມື ຮອບວຽນທີ 7 ໃນໄລຍະ 2022-2026 ນີ້, ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP) ແລະ ເປົ້າໝາຍການພັດທະນາແບບຍືນຍົງ.”

ປີ 2023 ຍັງ​ເປັນປີທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ເຈົ້າ​ການ ​ແລະ ການຊີ້ນໍາ​ນຳພາ​ທີ່ຫ້າວຫັນ​ຂອງ​ລັດຖະບານ ສປປ ລາວ ​ເພື່ອ​ບັນລຸແຜນດຳເນີນງານ ​ກອງ​ປະຊຸມ​ສາກົນ​ວ່າດ້ວຍ​ປະ​ຊາ​ກອນ​ແລະ ການ​ພັດທະນາ (ICPD PoA). ກອງປະຊຸມລະດັບຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາຄັ້ງທີ 1 ທີ່ໄດ້ໃຫ້ ຄໍາໝາຍໝັ້ນ 14 ຫົວຂໍ້ ທີ່ສຸມໃສ່ການສ້າງຕັ້ງຄະນະປະສານງານ ແລະ ຕິດຕາມລະດັບຊາດ ສຳລັບນະໂຍບາຍປະຊາກອນ ແລະ ການພັດທະນາ, ການໃຫ້ບຸລິມະສິດ ແລະ ຮັບປະກັນການສຳຫຼວດພົນລະເມືອງ ໃນປີ 2025 ແລະ ການສໍາຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III ເພື່ອສືບຕໍ່ຜັນຂະຍາຍໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ (NSEDP) ຄັ້ງທີ 10 (2026-2030), ພ້ອມທັງສຸມໃສ່ການລົງທຶນເຂົ້າໃນວຽກງານສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ລົບລ້າງຄວາມຮຸນແຮງບົນພື້ນຖານທາງເພດ, ເສີມສ້າງລະບົບການຄຸ້ມຄອງຂໍ້ມູນແຫ່ງຊາດ, ຊຸກຍູ້ວຽກງານເພດສຶກສາ, ການກະກຽມ ແລະ ການຕອບໂຕ້ໃຫ້ຄວາມຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ຍົກສູງການຮ່ວມມືໃຫ້ກວ້າງຂວາງ.

ການວາງແຜນຮ່ວມກັນ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ຈຳ​ເປັນ​ທີ່ຕ້ອງ​ສ້າງ​ໂຄງ​ປະກອບ​ການ​ປະສານ​ງານ​ທີ່​ເຂັ້ມ​ແຂງ ​ໃນລະດັບ​ສູງ​ ເຊັ່ນ ຄະນະ​ກຳມະການ​ປະສານ​ງານ​ວຽກງານນະໂຍບາຍປະຊາກອນ​ແຫ່ງ​ຊາດ, ເຊິ່ງ​ແມ່ນ​ໜຶ່ງ​ໃນ​ຂໍ້​ສະ​ເໜີ​ແນະ​ຂອງກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ NCPD ​ແລະ ​ທັງເປັນຄໍາຖະແຫຼງຂອງລັດຖະບານໃນ​ກອງ​ປະຊຸມໃຫຍ່ດ້ານປະຊາກອນໃນຂົງເຂດອາຊີ ປາຊີຟິກ (APPC)​ ຄັ້ງ​ທີ 7.

ທ່ານ ດຣ. ບາກທິຢໍ ຄາດິເຣິບ, ຜູ້ຕາງໜ້າອົງການ UNFPA ກ່າວວ່າ, "ມື້ນີ້, ໃນຂະນະທີ່ພວກເຮົາສະເຫຼີມສະຫຼອງຜົນສໍາເລັດຂອງພວກເຮົາຮ່ວມກັນ, ສິ່ງສໍາຄັນສໍາລັບພວກເຮົາແມ່ນຕ້ອງຮຽນຮູ້ຈາກບົດຮຽນທີ່ຖອດຖອນໄດ້ ເພື່ອກ້າວໄປສູ່ການວາງແຜນໃນປີຫນ້າຂອງພວກເຮົາ. ຍ້ອນວ່າພວກເຮົາຮັບຜິດຊອບໃນການສະໜອງການຊ່ວຍເຫຼືອໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດ, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກຍິງ, ໃຫ້ສາມາດຮັບຮູ້ສິດທິ ແລະ ກ້າວເດີນໄປພ້ອມກັນ ໂດຍບໍ່ປະຖິ້ມຜູ້ໃດຢູ່ເບື້ອງຫຼັງ. ເຊິ່ງວຽກງານເຫຼົ່ານີ້ຕ້ອງມີຂໍ້ມູນ ແລະ ຫຼັກຖານທີ່ໜັກແໜ້ນ, ເຮັດວຽກໂດຍເນັ້ນໃສ່ຜົນໄດ້ຮັບເປັນຫລັກ, ມີການເຊື່ອມສານລະຫວ່າງຜູ້ຈັດຕັ້ງປະຕິບັດ ແລະ ເອົາປະຊາຊົນເປັນໃຈກາງ."

ອີງໃສ່ບົດຮຽນທີ່ຖອດຖອນໄດ້, ບັນດາຄູ່ຮ່ວມມືໄດ້ປຶກສາຫາລືກ່ຽວກັບແນວທາງຍຸດທະສາດເພື່ອເຂົ້າເຖິງຜູ້ທີ່ຢູ່ຫ່າງໄກທີ່ສຸດ, ໝູນໃຊ້ນະວັດຕະກໍາ ແລະ ຄວາມເປັນເຈົ້າການໃນຂັ້ນແຂວງ, ການຫັນເປັນດິຈິຕ້ອນໃນດ້ານການເກັບກໍາຂໍ້ມູນ, ການໃຫ້ຄໍາປຶກສາດ້ານສຸຂະພາບທາງໄກ, ການລົງເຜີຍແຜ່, ແລະ ສ້າງໂຄງການທີ່ເລັງໃສ່ຊຸມຊົນ, ພ້ອມທັງເຮັດວຽກຢ່າງໃກ້ຊິດກັບບັນດາແຂວງໃນການອອກແບບ ແລະ ການຈັດຕັ້ງປະຕິບັດໂຄງການ.

ແນວທາງການເອົາປະຊາຊົນເປັນໃຈກາງ, ກ້າວເດີນໄປພ້ອມກັນໂດຍ ບໍ່ປະຖິ້ມຜູ້ໃດຢູ່ເບື້ອງຫຼັງ ແມ່ນໝາກຫົວໃຈສໍາຄັນຂອງການສ້າງກິດຈະກໍາ, ເນັ້ນໜັກເຖິງຄວາມມານະພະຍາຍາມອັນຈຳເປັນຂອງການຄຸ້ມຄອງຂໍ້ມູນທີ່ເຂັ້ມແຂງ ແລະ ລະບົບການຄຸ້ມຄອງທີ່ຖືເອົາຜົນໄດ້ຮັບເປັນຫລັກ, ລວມໄປເຖິງ ກົນໄກການຕິດຕາມ ແລະ ປະເມີນຜົນທີ່ດີ. ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ປະຈຳ​ປີ​ນີ້ ​ໄດ້ຍົກລະດັບໃຫ້ການຈັດຕັ້ງປະຕິບັດ ​ແລະ ການປະສານ​ງານ​ຂອງ​ແຜນງານ​ຂຶ້ນໄປອີກ​ລະດັບໜຶ່ງ.

ອົງການ UNFPA ແລະ ລັດຖະບານ ສປປ ລາວ ຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຜູ້ໃຫ້ທຶນຫຼັກຂອງແຜນດຳເນີນງານຂອງກອງປະຊຸມ ICPD ກໍ່ຄື: ລັດຖະບານ ຍີ່ປຸ່ນ, ອົດສະຕຣາລີ, ລຸກຊໍາບວກ, ອົງການ KOICA ແລະ ອົງການ USAID ທີ່ໃຫ້ການສະໜັບສະໜູນທີ່ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດລາວ ແລະ ວາລະ 2030 ເພື່ອການພັດທະນາແບບຍືນຍົງ.

******

ນັບຕັ້ງແຕ່ປີ 1976 ເປັນຕົ້ນມາ, ອົງການ UNFPA ໄດ້ສືບຕໍ່ສະໜັບສະໜູນ ລັດຖະບານ ແຫ່ງ ສປປ ລາວ ໃຫ້ສາມາດບັນລຸການເຂົ້າເຖິງດ້ານສຸຂະພາບທາງເພດ ແລະ ການຈະເລີນພັນ ລວມທັງການເຂົ້າເຖິງສິດທິຂອງທຸກຄົນ. UNFPA ຈະສືບຕໍ່ຮ່ວມມື ແລະ ປະສານງານກັບລັດຖະບານ ເພື່ອເລັ່ງລັດການຈັດຕັ້ງປະຕິບັດ ICPD PoA ໃນສາມເປົ້າໝາຍສໍາຄັນຄື: ອັດຕາການເສຍຊີວິດຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເປັນສູນ, ບໍ່ມີຄວາມຮຸນແຮງບົນພື້ນຖານທາງເພດ ແລະ ສາມາດເຂົ້າເຖິງການວາງແຜນຄອບຄົວ. ​​ອີງ​ຕາມ​ແຜນ​ຍຸດ​ທະ​ສາດ​ຂອງ UNFPA, ​ກອບການຮ່ວມມືແບບ​ຮອບ​ວຽນທຸກໆ 5 ປີ ​ໄດ້​ຖືກ​ນຳ​ໃຊ້​ເປັນບ່ອນອີງໃນການ​ສະໜັບສະໜູນ​ລັດຖະບານ​ໃຫ້ສາມາດ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຕໍ່ ICPD25, ບັນລຸ ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ຄັ້ງ​ທີ 9 ປີ 2021-2025 ​ແລະ ຂອບ​ການ​ຮ່ວມ​ມື​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ( UNSDCF).

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

laos.office@unfpa.org