You are here

-ນະຄອນຫຼວງວຽງຈັນ, ວັນທີ 14 ກໍລະກົດ 2021 ກະຊວງແຜນການ ແລະ ການລົງທຶນ ( MPI )ໄດ້ຮ່ວມມືກັບ ບັນດາອົງການສະຫະປະຊາຊາດ( UNFPA, IOM , UN-HABITAT), ແລະ ອົງການຮ່ວມມືເພື່ອການພັດທະນາສະວິດ(SDC)  ວ່າດ້ວຍການເປີດຕົວແຜນງານຮ່ວມໃນການປົກປ້ອງ ແລະໃຫ້ບໍລິການສຳລັບຜູ້ຕັ້ງພູມລຳເນົາໃໝ່ ,ແຮງງານເຄື່ອນຍ້າຍ ແລະໄວໜຸ່ມຢູ່ແຂວງສະຫວັນນະເຂດ ແລະຈຳປາສັກ. 

 

ກອງປະຊຸມໄດ້ຈັດຂຶ້ນທາງອອນລາຍ ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ນາງ ພອນວັນ ອຸທະວົງ, ຫົວໜ້າກົມແຜນການ, ກະຊວງແຜນການ ແລະ ການລົງທຶນ, ຮ່ວມກັນກັບ ທ່ານ ຊ໋ອງ-ຟຣັອງຊົວສ໌ ກູເອໂນດ, ຜູ້ອຳນວຍການຝ່າຍຮ່ວມມືພາກພື້ນຂອງ SDC ແລະ ທ່ານ ນາງ ມາຣຽມ ເອ.ຄານ, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ 

 

ທ່ານ ນາງ ພອນວັນ ອຸທະວົງ, ຫົວໜ້າກົມແຜນການ, ກະຊວງແຜນການ ແລະ ການລົງທຶນ, ກ່າວວ່າ: “ຂ້າພະເຈົ້າຂໍຂອບໃຈອົງການສະຫະປະຊາຊາດ (UNFPA, IOM, ແລະ UNHABITAT), ໂດຍສະເພາະ SDC, ທີ່ໃຫ້ການສະໜັບສະໜູນດ້ານງົບປະມານສຳລັບໂຄງການຮ່ວມມືນີ້. ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງບັນດາກະຊວງສາຍຕ່າງໆ, ໂດຍສະເພາະກະຊວງສາທາລະນະສຸກແລະກະຊວງແຮງງານແລະສະຫວັດດີການສັງຄົມ ທີ່ໃຫ້ຄວາມຮ່ວມມື ແລະເຮັດໃຫ້ໂຄງການນີ້ໄດ້ເກີດຂຶ້ນ.

 

ການລະບາດຂອງພະຍາດ COVID-19 ໄດ້ສົ່ງຜົນກະທົບຢ່າງແຜ່ຫຼາຍ ໂດຍສະເພາະແມ່ນກຸ່ມທີ່ມີຄວາມສ່ຽງເປັນຕົ້ນແມ່ນ  ແຮງງານເຄື່ອນຍ້າຍ, ແມ່ຍິງ ແລະ ເດັກຍິງ, ແລະ ກຸ່ມຄົນພິການ. ແມ່ຍິງມີສັດສ່ວນເກືອບເຖິງ 50% ຂອງຜູ້ອົບພະຍົບໃນອະນູພາກພື້ນແມ່ນໍ້າຂອງ, ໂດຍສະເພາະແມ່ນເດັກຍິງ ໃນກຸ່ມອາຍຸລະຫວ່າງ 15-24 . 

 

ຜູ້ອົບພະຍົບທີ່ເປັນແມ່ຍິງ ໂດຍປົກກະຕິແລ້ວແມ່ນມີລະດັບການສຶກສາທີ່ຕໍ່າກວ່າ ແລະ ມີລາຍໄດ້ໜ້ອຍກວ່າກຸ່ມເພດຊາຍ. ເຊິ່ງການແຜ່ລະບາດຂອງພະຍາດ COVID-19  ເປັນສາເຫດເຮັດໃຫ້ຕົວເລກຂອງຜູ້ອົບພະຍົບກັບຄືນ ພູມລຳເນົາ,ໄດ້ອາໄສຢູ່ແຫຼ່ງທີ່ພັກຢູ່ຊົ່ວຄາວ ມີໂຕເລກສູງຂຶ້ນ. ຄວາມສ່ຽງຂອງຜູ້ກັບມາ ແມ່ນມີທ່າທີທີ່ຈະເພີ່ມຂຶ້ນ ເນື່ອງຈາກເງື່ອນໄຂທີ່ຫຍຸ້ງຍາກໃນການດໍາລົງຊີວິດໂດຍສະເພາະແມ່ນ ການຂາດແຄນການປະຕິບັດສຸຂະອານາໄມທີ່ດີ, ຄວາມບໍ່ພຽງພໍຂອງອາຫານແລະ ໂພສະນາການ, ການຂາດແຄນທາງດ້ານໂອກາດໃນການເຮັດວຽກ, ແລະ ການຈໍາກັດ ການເຂົ້າເຖິງການບໍລິການ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນສໍາລັບ ແມ່ຍິງ ແລະ ໄວໜຸ່ມ.

 

ຈຸດປະສົງຂອງໂຄງການແມ່ນແນໃສ່ການຕິດຕາມບັນຫາສຸຂະພາບ ແລະ ເສດຖະກິດ-ສັງຄົມ ທີ່ເປັນຜົນເນື່ອງມາຈາກການແພ່ລະບາດຂອງພະຍາດໂຄວິດ-19, ໂດຍຜ່ານການ ສະໜັບສະໜັບສະໜູນ ແລະ ເສີມສ້າງຄວາມສາມາດໃຫ້ລັດຖະບານ ແລະ ຊຸມຊົນໃນ ສປປ ລາວ ເພື່ອຮັບມື ແລະ ປັບສະພາບກັບວິກິດການດັ່ງກ່າວນີ້ໄດ້ຢ່າງທັນການ. ໂດຍການເນັ້ນຫນັກໃສ່ສອງແຂວງພາກໃຕ້ຄື ສະຫວັນນະເຂດ ແລະ ຈຳປາສັກ, ເຊິ່ງເປັນແຂວງທີ່ມີປະຊາກອນຈຳນວນຫຼາຍ, ຈຳນວນຜູ້ອົບພະຍົບກັບຄືນມາທີ່ຫຼາຍ, ລວມເຖິງຄວາມຕ້ອງການນໍ້າ, ສຸຂາພິບານ ແລະ ສຸຂະອະນາໄມ ໃນເວລາດຽວກັນ.

 

ໂຄງການນີ້ຈະຊ່ວຍເຫຼືອຜູ້ອົບພະຍົບທີ່ອາໄສຢູ່ໃນສະຖານທີ່ພັກເຊົາທີ່ີຄວາມສ່ຽງ ແລະ ເສີມສ້າງການຄຸ້ມຄອງທາງສັງຄົມໃຫ້ພວກເຂົາມີຄວາມເຂັ້ມແຂງ ແລະ ເພື່ອໃຫ້ປະຊາຊົນສາມາດຟື້ນຟູການດໍາລົງຊີວິດ ສຸຂະພາບ ແລະ ຄວາມເປັນຢູ່ທີ່ດີໄດ້. 

 

ທ່ານ ຊ໋ອງ-ຟຣັອງຊົວສ໌ ກູເອໂນດ, ຜູ້ອຳນວຍການຝ່າຍຮ່ວມມືພາກພື້ນຂອງ SDCໄດ້ກ່າວວ່າ:ດັ່ງທີ່ພວກເຮົາໄດ້ເຫັນໃນມື້ທີ່ຜ່ານມາ ຕົວເລກຂອງແຮງງານທີ່ກັບມາຈາກປະເທດໄທມີ່ທ່າທີ່ເພີ່ມຂຶ້ນ. ສະນັ້ນ, ນີ້ຈຶ່ງເປັນເວລາທີ່ເໝາະສົມແກ່ການປະຕິບັດໂຄງການ.ທ່ານຍັງໄດ້ກ່າວຕື່ມອີກວ່າ:ແຜນງານຮ່ວມຍັງຈະຊ່ວຍປະກອບສ່ວນເຂົ້າຊ່ວຍພາກລັດ ແລະ ຊຸມຊົນໃນການເສີມສ້າງການກັບຄືນສູ່ສະພາບປົກກະຕິ ແລະ ປັບປຸງຄວາມອາດສາມາດໃນການຮັບມືເພື່ອການໂຕ້ຕອບໄລຍະຍາວຈາກການລະບາດຂອງພະຍາດໂຄວິດ ຕໍ່ວິກິດການທາງດ້ານສຸຂະພາບ ແລະ ເສດຖະກິດ-ສັງຄົມ .

 

ທ່ານ ນາງ ມາຣຽມ ເອ.ຄານ, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ  ໄດ້ກ່າວວ່າ: “ "ຂ້າພະເຈົ້າຂໍຂອບໃຈກະຊວງແຜນການແລະການລົງທືນທີ່ໄດ້ປະສານງານໃຫ້ກັບບັນດາຄູ່ຮ່ວມມືໃໝ່ ແລະຂໍຂອບໃຈ SDC ໃນການສະໜັບສະໜຸນຄັ້ງນີ້" ທ່ານນາງ ຄານ ໄດ້ເນັ້ນໜັກວ່າໂຄງການຮ່ວມມືນີ້ໄດ້ລິເລີ່ມພາຍຫຼັງ ການລະບາດໂຄວິດຮອບທຳອິດ,ເຊິ່ງເຮັດໃຫ້ພວກເຮົາໄດ້ມີການກຽມໂຕໃນຮອດການລະບາດຄັ້ງທີ່2,“ ພວກເຮົາໄດ້ມີການປັບປ່ຽນໃຫ້ສອດຄ່ອງ ຕໍ່ສະພາບການປ່ຽນແປງ.ໂດຍການສັງເກດຕົວເລກຂອງການລະບາດ

ໃນຮອບທີ່2 ເປັນຕົ້ນແມ່ນຢູ່ບັນດາແຂວງທີ່ເປັນເປົ້າໝາຍ, ຖ້າຕ້ອງການແຜນການຈະມີການປັບປ່ຽນຕື່ມອີກ. ອົງການ UNFPA ໃນຖານະທີ່ເປັນອົງການນຳພາຄັ້ງນີ້ຂໍໃຫ້ຄຳໝັ້ນສັນຍາວ່າຈະເຮັດໃຫ້ອອກມາມີປະສິດທິພາບທີ່ສຸດ

 

 

ພາຍໃຕ້ການຮ່ວມມືດັ່ງກ່າວນີ້, ຜູ້ທີ່ໄດ້ຮັບຜົນປະໂຫຍດໂດຍກົງແມ່ນມີຈຳນວນສະເຫຼ່ຍ 172,000 ຄົນ, ໃນນັ້ນມີແມ່ຍິງ 101,160 ຄົນ ລວມທັງຜູ້ອົບພະຍົບຜູ້, ພະນັກງານອົບພະຍົບພາຍໃນ, ຜູ້ອົບພະຍົບທີ່ຖືກຍົກຍ້າຍຫຼືຕົກຄ້າງແລະຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ໄວໜຸ່ມ, ຜູ້ປະສົບເຄາະຮ້າຍ ຈາກການໃຊ້ຄວາມຮຸນແຮງທາງເພດ. ນອກຈາກນັ້ນ, ຄາດວ່າຈະມີປະມານ 600,000 ຄົນໄດ້ຮັບຜົນປະໂຫຍດທາງອ້ອມຈາກໂຄງການຮ່ວມມືນີ້.

ແຜນງານຮ່ວມມືແມ່ນໄດ້ຮັບການສະໜັບສະໜຸນຢ່າງເຕັມທີ່ ກໍຍ້ອນຄວາມຮ່ວມມືຢ່າງໃກ້ຊິດ ຈາກລັດຖະບານ, ບັນດາອົງການສະຫະປະຊາຊາດ( UNFPA, IOM , UN-HABITAT)ແລະ ຄູ່ຮ່ວມມືໃນພາກພື້ນ. 

 

ທ່ານ ນາງ ຊາຣິນ ທູລາດ ຫົວໜ້າຫ້ອງການອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ ປະຈໍາ ສປປ ລາວ (IOM) ກ່າວວ່າ ພວກເຮົາຈະໃຫ້ບໍລິການຊຸມຊົນໂດຍສະເພາະກຸ່ມຄວາມສ່ຽງແລະຊ່ວຍສ້າງຄວາມອາດສາມາດຂໃຫ້ພະນັກງານວິທະຍຸຊຸມຊົນແລະອາສາສະ ໝັກ ໄດ້ຮັບຂໍ້ມູນ, ການສຶກສາແລະຊັບພະຍາກອນທີ່ຖືກຕ້ອງແລະທັນເວລາແກ່ຊຸມຊົນຂອງພວກເຂົາ.

 

ທ່ານ ດຣ ອາວີ ຊາຣ໌ກາຣ໌ ,ຫົວໜ້າທີ່ປຶກສາດ້ານເຕັກນິກUN HABITAT ໄດ້ກ່າວວ່າ:  ເປົ້າໝາຍຫຼັກຂອງUN-HABITAT ໃນການຮ່ວມມືຄັ້ງນີ້ ແມ່ນໄດ້ສຸມໃສ່ປັບປຸງພື້ນຖານໂຄງລ່າງ ແລະ ບໍລິການທາງດ້ານສາທາລະນະອຸປະໂພກໃຫ້ດີຂຶ້ນເຊິ່ງໄດ້ແກ່ ອ່າງລ້າງມືສາທາລະນະ, ແລະ ສິ່ງອຳນວຍຄວາມສະດວກອື່ນໆ ທີ່ບຸກຄົນທີ່ມີຄວາມສ່ຽງສາມາດເຂົ້າເຖິງໄດ້ບໍ່ວ່າຈະເປັນ ເດັກນ້ອຍ, ໄວໜຸ່ມ, ຜູ້ສູງອາຍຸ, ຄົນພິການ, ແມ່ຍິງ, ຜູ້ອົບພະຍົບແລະ ຊົນເຜົ່າກຸ່ມນ້ອຍ.

 

ການຮ່ວມມືລະຫວ່າງສາມອົງການດັ່ງກ່າວແມ່ນໄດ້ນຳໃຊ້ທ່າແຮງຂອງຕົນ ເຮັດວຽກຮ່ວມກັບລັດຖະບານຢ່າງໃກ້ຊິດເຊັ່ນ: ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ລັດວິສາຫະກິດນ້ຳປະປາ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງສະຫະພັນແມ່ຍິງລາວ, ແລະ ຄູ່ຮ່ວມພັດທະນາທາງສັງຄົມອື່ນໆໂຄງການນີ້ມີໄລຍະເວລາ 18 ເດືອນ ລວມມູນຄ່າປະມານ 1,389,470 ລ້ານ ໂດລາສະຫະລັດ ໂດຍອົງການ SDC ໄດ້ປະກອບທຶນ 998,970 ໂດລາສະຫະລັດ

 

ຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່: 

Mr. Sysomphorn Phetdaoheuang, ທ່ານ ສີສົມພອນ ເພັກດາວເຮືອງ

Director of Department of International Cooperation, Ministry of Planning and Investment, ຫົວໜ້າພະແນກການຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ.

sysomphorn.dic@gmail.com 

 

Ms. Natalia Wiik, ທ່ານ ນາງ ນາຕາເລຍ ວີກ

SRHR and AYFS Consultant ທີ່ປຶກສາ SRHR ແລະ AYFS

UNFPA Laos ກອງທຶນເພື່ອປະຊາກອນຂອງສະຫະປະຊາຊາດລາວ

wiik@unfpa.org