You are here

ໃນວັນທີ 09 ກໍລະກົດ 2024, ນະຄອນຫຼວງວຽງຈັນສປປ ລາວ - ຜູ້ຕາງໜ້າຈາກພາກລັດສະຖານທູດຄູ່ຮ່ວມພັດທະນາອົງການຈັດຕັ້ງສາກົນ, ອົງການການຈັດຕັ້ງທາງສັງຄົມສື່ມວນຊົນພາກເອກະຊົນ ແລະໄວໜຸ່ມ ໄດ້ຮ່ວມກັນສະເຫຼີມສະຫຼອງວັນປະຊາກອນໂລກ ພ້ອມທັງປູກຈິດສຳນຶກ ແລະ ສະໜັບສະໜູນຄຳໝາຍໝັ້ນຂອງ ສປປ ລາວ ນັບຕັ້ງແຕ່ ກອງ​ປະ​ຊຸມສາກົນວ່າດ້ວຍ​ປະ​ຊາ​ກອນ ໃນພາກພື້ນ​ອາ​ຊີ​ ແລະຊີ​ຟິກ ຄັ້ງທີ 7 ​ແລະກອງປະຊຸມ​ຄະ​ນະ​ກໍາ​ມະທິການ ວ່າດ້ວຍ​ປະ​ຊາ​ກອນ ​ແລະ​ການ​ພັດ​ທະ​ນາ​ ສະໄໝທີ 57. ກອງປະຊຸມດັ່ງກ່າວຍັງໄດ້ພະຍາຍາມ ສ້າງຄວາມເຂັ້ມແຂງໃຫ້ພາກສ່ວນກ່ຽວຂ້ອງ ເພື່ອເລັ່ງດຳເນີນການຈັດຕັ້ງປະຕິບັດ ແຜນດຳເນີນງານ ຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະການພັດທະນາ (ICPD PoA).

ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ດຣ. ບາກທິຢໍ ຄາດິເຣິບຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ປະຈຳ ສປປ ລາວໄດ້ນຳພາການສະເຫລີມສະຫລອງ ວັນປະຊາກອນໂລກ ປະຈໍາປີ 2024 ພາຍໃຕ້ຫົວ​ຂໍ້ ສານຕໍ່ຄຳໝາຍໝັ້ນ: ​ຢຸດຕິຄວາມ​ບໍ່​ສະ​ເຫມີ​ພາບ ດ້ານສິດທິ​ສຸຂະພາບທາງ​ເພດ ​ແລະ​ສຸ​ຂະ​ພາບ​ຈະເລີນພັນ ​”. ໂດຍເນັ້ນໜັກເຖິງຄວາມສໍາຄັນຂອງວັນປະຊາກອນໂລກ ໃນການເພີ່ມທະວີຄວາມຮັບຮູ້ເຖິງຄວາມຄືບ ໜ້າ ແລະ ຄໍາໝາຍຫມັ້ນ ຂອງ ສປປລາວພ້ອມສະແດງໃຫ້ເຫັນເລື່ອງລາວຂອງຄວາມສໍາເລັດແລະການຮຽນຮູ້ຈາກການປະຕິບັດທີ່ດີທີ່ສຸດ ເພື່ອເລັ່ງດຳເນີນການຈັດຕັ້ງປະຕິບັດ ແຜນດຳເນີນງານ ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະການພັດທະນາ (ICPD PoA). ເຊິ່ງກິດຈະກໍາຂອງພິທີສະເຫລີມສະຫລອງ ໄດ້​ເນັ້ນ​ຫນັກ​ໃສ່​ກິດ​ຈະ​ກຳທີ່​ປະ​ສົມ​ປະ​ສານ ດ້ານ​ສິລະ​ປະ ​ແລະ​ຂໍ້​ມູນ​ໂດຍການມີສ່ວນຮ່ວມຂອງກຸ່ມໄວໜຸ່ມທີ່ມີ​ພອນ​ສະ​ຫວັນ ແລະ ຄວາມສາມາດດ້ານການສະແດງຕ່າງໆ ແລະການສ້າງສັນຜົນງານຜ່ານງານສິນລະປະການອອກແບບ ທີ່ເປັນມິດກັບສິ່ງແວດລ້ອມ ທີ່ສະແດງໃຫ້ເຫັນເຖິງມໍລະດົກຂອງລາວ ແລະຄວາມເປັນຜູ້ນໍາ ຂອງບັນດາຊົນເຜົ່າກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ (LBGTQI) ແລະກຸ່ມໄວໜຸ່ມທີ່ມີຄວາມພິການ.

ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວເນັ້ນຢໍ້າໃນບາງຕອນທີ່ສໍາຄັນຂອງພິທີສະເຫຼີມສະຫຼອງຄື ລັດຖະບານ ສປປ ລາວ ແມ່ນໃຫ້ຄວາມສຳຄັນໃນການເກັບກຳ ແລະ ຜະລິດຂໍ້ມູນສະຖິຕິລັກສະນະດ້ານປະຊາກອນ ແລະ ຕົວເລກດ້ານເສດຖະກິດສັງຄົມທີ່ສຳຄັນ ຜ່ານການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສ, ການສຳຫລວດດັດສະນີໝາຍສັງຄົມລາວ ແລະ ການສຳຫລວດ ອື່ນໆ ແລະປັບປຸງລະບົບຖານຂໍ້ມູນ ສະຖິຕິອື່ນໆ ເຊັ່ນ ລະບົບສະຖິຕິສາທາລະນະສຸກ, ສະຖິຕິສຶກສາ ແລະ ກິລາ, ການຈົດທະບຽນແລະ ສະຖິຕິພົນລະເມືອງ ເຫົ່ຼານີ້ເປັນຕົ້ນ ເພື່ອສະໜອງຂໍ້ມູນທີ່ທັນເວລາ ແລະ ມີຂໍ້ມູນແຍກເພດ ແລະ ກຸ່ມອາຍຸຕາມເຂດ ແລະ ລະດັບການສຶກສາເປັນຕົ້ນ. 

ທ່ານ ດຣ. ບາກທິຢໍ ຄາດິເຣິບ ສະແດງຄວາມຊົມເຊີຍ ສປປ ລາວ ທີ່ໄດ້ໃຫ້ຄຳໝາຍໝັ້ນທີ່ເຂັ້ມແຂງ ແລະ ຕໍ່ເນື່ອງ ຕໍ່ແຜນດຳເນີນງານຂອງ ກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະການພັດທະນາ (ICPD) ໂດຍກ່າວ​ວ່າ, “ເມື່ອສາມ​ສິບ​ປີ​ກ່ອນໃນກອງ​ປະຊຸມ​ສາກົນ​ ວ່າດ້ວຍ​​ປະຊາກອນ ແລະ ການພັດທະນາສປປ ລາວ ​​ເຫັນ​ດີ​ເຫັນພ້ອມໃນການເອົາຄົນ​ເປັນ​ຈຸດ​ໃຈກາງ​ຂອງ​ການ​ພັດທະນານັບ​ແຕ່​ນັ້ນ​ມາສປປ ລາວ​ກໍ່ໄດ້​ຊຸກຍູ້​ໃຫ້ມີຄວາມ​ກ້າວໜ້າທີ່ສຳຄັນຫລາຍດ້ານ ​ໃນ​ການ​ເຂົ້າ​ເຖິງ​ການບໍລິການ​ຮັກສາສຸຂະພາບ​ຈະເລີນ​ພັນ​ຂອງ​ແມ່ຍິງຫຼຸດ​ການ​ເສຍຊີວິດຂອງ​ແມ່​ແລະການປັບປຸງຄວາມສະເໝີພາບລະຫວ່າງຍິງ-ຊາຍ. ໜຶ່ງໃນວິລະຊົນທີ່ມີພຽງໜ້ອຍຄົນຮູ້ຈັກ ເຊິ່ງເປັນປັດໃຈຊຸກຍູ້ຄວາມກ້າວຫນ້າເຫຼົ່ານີ້ ກໍຄືຂໍ້ມູນຕົວເລກທີ່ຊ່ວຍໃຫ້ພວກເຮົາມີເຄື່ອງມືທີ່ຈໍາເປັນ ໃນການຕິດຕາມ ແລະບັນລຸເປົ້າຫມາຍການພັດທະນາແບບຍືນຍົງ. ການປັບປຸງການເກັບກຳ ແລະການວິເຄາະຂໍ້ມູນເປັນຕົ້ນແມ່ນເຕັກໂນໂລຊີ ຈະຍັງສືບຕໍ່ເພີ່ມຄວາມພ້ອມໃນການສະໜອງຂໍ້ມູນໃຫ້ຄົບຖ້ວນ ແລະຖືກຕ້ອງຫຼາຍຂຶ້ນ ທີ່ສາມາດຮັບຮູ້ກ່ຽວກັບພົນລະເມືອງກຸ່ມທີ່ມີຄວາມສ່ຽງ ແລະ ດ້ອຍໂອກາດຊ່ວຍໃຫ້ບັນດາພາກສ່ວນກ່ຽວຂ້ອງສາມາດວັດແທກ ແລະບັນລຸເປົ້າໝາຍທີ່ກ່ຽວຂ້ອງກັບການມີສຸຂະພາບທີ່ດີ ແລະການບັນລຸສິດທິ ແລະທາງ ເລືອກຕ່າງໆໂດຍບໍ່ປະປ່ອຍໃຜໄວ້ທາງຫລັງ”.

ໃນພິທີສະເຫຼີມສະຫຼອງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ UNFPA ໄດ້ຈັດສະແດງບັນດາຜົນງານທີ່ປະສົບຜົນສໍາເລັດໃນປີທີ່ຜ່ານມາສົ່ງເສີມການເຂົ້າເຖິງຂໍ້ມູນຂ່າວສານແລະ ການບໍລິການສຸຂະພາບທາງເພດ ແລະສຸຂະພາບຈະເລີນພັນຢ່າງທົ່ວເຖິງຮັບຮູ້ເຖິງສິດທິໃນການຈະເລີນພັນຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະໄວໜຸ່ມເພື່ອຮັບປະກັນວ່າ ບໍ່ມີຜູ້ໃດຖືກປະປ່ອຍໄວ້ທາງຫຼັງ.

ໃນໄລຍະຫຼາຍປີແຫ່ງການຮ່ວມມືທີ່ເຂັ້ມແຂງລັດຖະບານ ສປປ ລາວ ແລະອົງການ UNFPA ໄດ້ສະໜັບສະໜູນຂໍ້ລິເລີ່ມຕ່າງໆ ເພື່ອເພີ່ມຄວາມພ້ອມໃນການມີຂໍ້ມູນ ແລະການເຂົ້າເຖິງຂໍ້ມູນປະຊາກອນໃນລັກສະນະຕ່າງໆງລວມທັງການຈົດທະບຽນ ແລະ ສະຖິຕິພົນລະເມືອງການປັນຜົນທາງດ້ານປະຊາກອນການສຳຫຼວດພົນລະເມືອງການສຳຫຼວດ ແລະການຄົ້ນຄວ້າຕ່າງໆ. ຄວາມພະຍາຍາມນີ້ໄດ້ອໍານວຍຄວາມສະດວກໃຫ້ແກ່ ການກຳນົດນະໂຍບາຍພົນລະເມືອງທີ່ກວມເອົາທຸກກຸ່ມຄົນ ແລະການເຊື່ອມສານ ດ້ານສຸຂະພາບທາງເພດ ແລະສຸຂະພາບຈະເລີນພັນສິດທິໃນການຈະເລີນພັນ ແລະບົດບາດຍິງ-ຊາຍ ເຂົ້າໃນແຜນງານຂອງບັນດາຂະແໜງການ.

ພາກສ່ວນກ່ຽວຂ້ອງໄດ້ຍົກໃຫ້ເຫັນເຖິງ ຜົນສຳເລັດທີ່ສຳຄັນຫລາຍດ້ານຂອງ ສປປ ລາວ ລວມທັງການຫຼຸດຜ່ອນອັດຕາສ່ວນ ຂອງປະຊາກອນທີ່ດຳລົງຊີວິດຕໍ່າກວ່າເສັ້ນຄວາມທຸກຍາກແຫ່ງຊາດ ຈາກ 48% ໃນປີ 1990 ມາເປັນ 18.3% ໃນປີ 2018-2019. ນອກຈາກນີ້, ຍັງໄດ້ຮັບຮູ້ເຖິງຄວາມຄືບໜ້າໃນການຫຼຸດ ອັດຕາການເສຍຊີວິດຂອງແມ່ ຈາກ 905 ຕໍ່ການເກີດມີຊີວິດ  100,000 ຄົນ ໃນປີ 1990 ມາເປັນ 126 ຕໍ່ການເກີດລູກທີ່ມີຊີວິດ 100,000 ຄົນ ໃນປີ 2020ເຊິ່ງອັດຕາການເກີດລູກ ທີ່ມີບຸກຄະລາກອນທີ່ມີຄວາມຊຳນານຊ່ວຍເກີດເພີ່ມຂື້ນເຖິງ 79.8% ເປີເຊັນ.

ເຖິງແມ່ນ​ວ່າ​​ ສປປ ລາວ ຈະມີຄວາມ​ຄືບໜ້າ​ທີ່​ສຳຄັນຫລາຍດ້ານ​ ໃນໄລຍະ​ສາມ​ທົດ​ສະ​ວັດທີ່​ຜ່ານ​ມາ​ແຕ່​ຄວາມ​ແຕກ​ຕ່າງ​​ຍັງ​ມີ​ຢູ່​ໃນ​ກຸ່ມ​ຊົນ​ເຜົ່າ​ຂົງເຂດພູມສັນຖານກຸ່ມອາຍຸ​ແລະ​ ໃນກຸ່ມພື້ນຖານ​ເສດຖະກິດ-ສັງຄົມ. ຕົວຊີ້ວັດທີ່ສໍາຄັນທີ່ໄດ້ສະແດງໃຫ້ເຫັຍຂໍ້ມູນໃໝ່ຈາກ ການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III (LSIS III) ຄືຂໍ້ມູນຂອງ ເປົ້າໝາຍການພັດທະນາແບບຍືນຍົງ (SDG) ເປົ້າໝາຍ 5.6.1 ເຊິ່ງຮັບຮູ້ຄວາມສໍາຄັນຂອງຄວາມເປັນເອກະລາດທາງດ້ານຮ່າງກາຍ ເຊິ່ງເປັນສິດທິມະນຸດ. ຕົວເລກໄດ້ສະແດງໃຫ້ເຫັນວ່າມີແມ່ຍິງພຽງແຕ່ 18% ເທົ່ານັ້ນ ທີ່ສາມາດຕັດສິນໃຈເອງໄດ້ກ່ຽວກັບການນໍາໃຊ້ການຄຸມກໍາເນີດແລະມີພຽງແຕ່ 45% ເທົ່ານັ້ນທີ່ພວກເຂົາສາມາດຕັດສິນໃຈເອງກ່ຽວກັບການຮັກສາສຸຂະພາບ. ຕົວເລກນີ້ຍິ່ງຮ້າຍແຮງອີງໃສ່ຄວາມແຕກໂຕນລະຫວ່າງເຂດຕົວເມືອງ ແລະຊົນນະບົດ (ໂດຍສະເພາະແມ່ນເຂດຊົນນະບົດທີ່ບໍ່ມີເສັ້ນທາງເຂົ້າເຖິງ) ແລະ ຕາມກຸ່ມອາຍຸກຸ່ມຊົນເຜົ່າ ແລະ ແຕ່ລະພາກ.

ໃນຂະນະທີ່ພາບລວມຂອງປະຊາກອນ ໄດ້ປ່ຽນແປງໄປສູ່ອັດຕາສ່ວນຂອງ ແມ່ຍິງໄວເຮັດວຽກ ທີ່ເພີ່ມຫຼາຍຂຶ້ນພວກເຮົາຕ້ອງເພີ່ມຄວາມເອົາໃຈໃສ່ຂອງພວກເຮົາຕໍ່ໄວໜຸ່ມຍິງ ແລະແມ່ຍິງ ໃຫ້ຫລາຍຂື້ນກວ່າເກົ່າໂດຍສະເພາະກ່ຽວກັບບັນຫາຕ່າງໆເຊັ່ນການຖືພາຂອງໄວໜຸ່ມ ແລະການແຕ່ງດອງຂອງເດັກ. ຕົວຢ່າງ: ໃນແຂວງບໍ່ແກ້ວ ແມ່ນພົບພໍ້ກັບບັນຫາ ອັດຕາການຖືພາຂອງໄວໜຸ່ມມີເຖິງ 27%ເຊິ່ງຫຼາຍກວ່າອັດຕາສະເລ່ຍທົ່ວໂລກເຖິງ 2 ​ເທົ່າ. ບັນຫາການແຕ່ງດອງຂອງເດັກຫຼາຍກວ່າເຄິ່ງຫນຶ່ງຂອງແມ່ຍິງລາວທີ່ທຸກຍາກທີ່ສຸດ ແມ່ນໄດ້ແຕ່ງດອງກ່ອນອາຍຸ 18 ປີເຊິ່ງຫຼາຍກວ່າແມ່ຍິງທີ່ຮັ່ງມີ ເຖິງ 5 ເທົ່າ. ການ​ສຶກ​ສາ​ຍັງເປັນສິ່ງທີ່​ສໍາ​ຄັນ​ເດັກ​ຍິງ​ທີ່​ບໍ່​ໄດ້ຮັບ​ການ​ສຶກ​ສາ​ ແມ່ນມີ​ອັດ​ຕາ​ການ​ເກີດ​ລູກ​ທີ່ສູງ​ກວ່າ ແມ່ຍິງທີ່​ໄດ້​ຮັບ​ການ​ສຶກ​ສາ​ສູງ​ກວ່າເຖິງ 8 ເທົ່າ​.

ຈາກຂໍ້ມູນໄດ້ສະແດງໃຫ້ເຫັນວ່າ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແມ່ນການລົງທຶນເພື່ອການພັດທະນາທີ່ສຳຄັນໂດຍການຕອບແທນ ແລະ ສ້າງຜົນປະໂຫຍດທາງດ້ານສັງຄົມ ແລະເສດຖະກິດຢ່າງຫຼວງຫຼາຍແລະຜົນຕອບແທນທີ່ສຳຄັນ ສາມາດໄດ້ຮັບຈາກການວາງແຜນຄອບຄົວທີ່ອີງໃສ່ສິດທິການຫຼຸດຜ່ອນການຖືພາໂດຍບໍ່ຕັ້ງໃຈປັບປຸງຜົນໄດ້ຮັບທາງດ້ານການສຶກສາເພີ່ມລາຍຮັບຕະຫຼອດຊີວິດສຳລັບເດັກຍິງແລະເສີມຂະຫຍາຍການມີສ່ວນຮ່ວມຂອງແຮງງານແມ່ຍິງ.

​ພິທີສະເຫລີມສະຫລອງວັນປະຊາກອນໂລກໃນປີນີ້​ ຍັງ​ໄດ້​ຍົກ​ໃຫ້​ເຫັນ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຮ້າຍແຮງຂຶ້ນຍ້ອນບັນຫາ​ຄວາມ​ແຕກ​ຕ່າງໃນກຸ່ມຊົນ​ເຜົ່າ​ຂົງເຂດກຸ່ມອາຍຸ​ແລະສະຖານະທາງ​ເສດຖະກິດ-ສັງຄົມ. ພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ເຖິງ ຄວາມຈໍາເປັນທີ່ສໍາຄັນໃນການສືບຕໍ່ລົງທຶນໃສ່ຂໍ້ມູນຕົວເລກ ຢ່າງຕໍ່ເນື່ອງ ເພື່ອກໍານົດ ແລະສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມຄົນທີ່ດ້ອຍໂອກາດ.

ພິທີສະເຫລີມສະຫລອງໃນປີນີ້ ຍັງໄດ້ສຸມໃສ່ເຖິງຜົນກະທົບດ້ານການຫັນປ່ຽນ ຂອງການສ້າງຂໍ້ມູນທີ່ລວມເອົາທຸກກຸ່ມຄົນ ແລະຄວາມສຳຄັນຂອງການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສໃນ ສປປ ລາວ ທີ່ຈະມາເຖິງນີ້ ເພື່ອຜະລິດ ຂໍ້ມູນທີ່ເຂັ້ມແຂງ ກ່ຽວກັບຄຸນລັກສະນະທາງດ້ານເສດຖະກິດ-ສັງຄົມ ເພື່ອເປັນຂໍ້ມູນໃນຂະບວນການວາງແຜນ ເພື່ອແນໃສ່ໃຫ້ບັນລຸ 3 ເປົ້າໝາຍໃຫ້ເຫລືອສູນ ມີດັ່ງນີ້:

  • ຍຸດຕິການເສຍຊີວິດຂອງແມ່ທີ່ປ້ອງກັນໄດ້.
  • ຍຸດຕິຄວາມຕ້ອງການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງແລະ
  • ຍຸດຕິຄວາມຮຸນແຮງບົນພື້ນຖານທາງເພດ ແລະທຸກການກະທຳທີ່ເປັນອັນຕະລາຍລວມທັງການແຕ່ງດອງຂອງເດັກ.

___

ຫາກຕ້ອງການ​ສອບ​ຖາມຂໍ້ມູນ​ສື່​ມວນ​ຊົນ​ກະ​ລຸ​ນາ​ຕິດ​ຕໍ່​ຫາ​:

ທ່ານ ນາງ Fatima-Zahra Benyahia Sablonnière, ຄູ່ຮ່ວມງານ-ນະວັດຕະກຳ-ການສື່ສານ-ການເກັບກຳຂໍ້ມູນ

ອີເມວ: fbenyahia@unfpa.orgເບີໂທ: 020 916 821 44
___

ກ່ຽວກັບອົງການ UNFPA:

ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແມ່ນອົງການດ້ານສຸຂະພາບທາງເພດ ແລະສຸຂະພາບຈະເລີນພັນ ຂອງສະຫະປະຊາຊາດ ຢູ່ ສປປ ລາວອົງການ UNFPA ເຮັດວຽກເພື່ອຮັບປະກັນວ່າທຸກໆການຖືພາແມ່ນເກີດຈາກຄວາມຕ້ອງການການເກີດລູກທຸກໆຄັ້ງແມ່ນປອດໄພແລະຄວາມສາມາດຂອງໄວໜຸ່ມທຸກຄົນແມ່ນຖືກເຮັດໃຫ້ບັນລຸໄດ້. ສຳລັບຂໍ້ມູນເພີ່ມເຕີມກະລຸນາເຂົ້າໄປເບິ່ງທີ່ https://lao.unfpa.org/en ຫຼື ຕິດຕໍ່t: laos.office@unfpa.org