Go Back Go Back
Go Back Go Back
Go Back Go Back

ຍຸດທະສາດການພັດທະນາຊາວຫນຸ່ມ, ເຍົາວະຊົນລາວ ປີ 2021-2030

ຍຸດທະສາດການພັດທະນາຊາວຫນຸ່ມ, ເຍົາວະຊົນລາວ ປີ 2021-2030
ຍຸດທະສາດການພັດທະນາຊາວຫນຸ່ມ, ເຍົາວະຊົນລາວ ປີ 2021-2030

Publisher

Number of pages

58

Author

UNFPA Laos

Publication

ຍຸດທະສາດການພັດທະນາຊາວຫນຸ່ມ, ເຍົາວະຊົນລາວ ປີ 2021-2030

Publication date

01 September 2021

Download Icon

ສະພາບເສດຖະກິດຂອງໂລກ ແລະ ພາກພື້ນ ໂດຍລວມຍັງສືບຕໍ່ຂະຫຍາຍຕົວຊັກຊ້າ, ບໍ່ມີສະຖຽນ ລະພາບ, ເສດຖະກິດຂອງອາເມລິກາ, ສະຫະພາບເອີຣົບ ແລະ ສປ ຈີນ ຂະຫຍາຍຕົວຕໍ່າກວ່າລະດັບທີ່ຄາດ ຄະເນໄວ້. ສະເພາະເສດຖະກິດຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຫຼື ບາງບັນດາປະເທດໃນກຸ່ມ ອາຊຽນ (ໂດຍສະເພາະໄທ ແລະ ຫວຽດນາມ) ຊື່ງເປັນຄູ່ຄ້າທີ່ສໍາຄັນຂອງ ສປປ ລາວ ຍັງສືບຕໍ່ຂະຫຍາຍຕົວ ໃນລະດັບດີ, ແຕ່ເຖິງຢ່າງໃດກໍ່ຕາມໄພວ່າງງານຍັງຄົງເປັນບັນຫາໃຫຍ່ສໍາລັບຊາວຫນຸ່ມໃນທົ່ວໂລກ. ອີງຕາມ ບົດລາຍງານຂອງອົງການ ສປຊ ເພື່ອຊາວຫນຸ່ມ 2015, ຈໍານວນຊາວຫນຸ່ມຫຼາຍກວ່າ 73 ລ້ານຄົນໃນທົ່ວໂລກ ກໍາລັງປະສົບກັບໄພວ່າງງານ, ໃນບາງປະເທດອັດຕາວ່າງງານຂອງຊາວຫນຸ່ມເພີ່ມຂຶ້ນສູງກວ່າ 50%, ໃນກຸ່ມ ປະເທດທີ່ມີລາຍໄດ້ຕໍ່າ ແລະ ລາຍໄດ້ປານກາງການວ່າງງານໃນຂະແຫນງການບໍ່ເປັນທາງການ1 ຖືວ່າເປັນ ບນັ ຫາໃຫຍ່ ແລະ ເປັນສິ່ງທ້າທາຍຫຼາຍທີ່ຊາວໜຸ່ມກຳລັງປະເຊີນໃນປັດຈຸບັນ (UN Youth Report 2015).

ໃນທົ່ວໂລກ, ການມີສ່ວນຮ່ວມຂອງຊາວຫນຸ່ມເຂົ້າໃນຂະບວນການຕັດສິນບັນຫາທີ່ພົວພັນກັບຊີວິດຂອງ ເຂົາເຈົ້າເອງຍັງຢູ່ໃນລະດັບຂ້ອນຂ້າງຕໍ່າ, ການມີສ່ວນຮ່ວມໃນດ້ານການເມືອງຍັງບໍ່ມີໂຄງສ້າງ ແລະ ຊ່ອງ ທາງທີ່ຊັດເຈນ ໂດຍສະເພາະເຫັນໄດ້ຈາກຈໍານວນຊາວຫນຸ່ມທີ່ເປັນຕົວແທນໃນສະພາຍັງບໍ່ທັນສູງ, ການເຂົ້າ ເປັນສະມາຊິກພັກການເມືອງກໍ່ຍັງຕ່ໍາ; ໃນຊຸມປີມໍ່ໆມານີ້, ການມີສ່ວນຮ່ວມໃນຮູບແບບການສະແດງອອກ ຢ່າງເປັນທາງການໄດ້ຫຼຸດລົງ, ແຕ່ການສະແດງອອກຜ່ານສື່ສັງຄົມອອນລາຍແມ່ນເພີ່ມສູງຂຶ້ນ, ທັງນີ້ກໍ່ຍ້ອນ ຄວາມກ້າວຫນ້າຂອງເທັກໂນໂລຊີການສື່ສານ (ICT) ແລະ ການເຂົ້າເຖິງມືຖືລຸ້ນໃຫມ່ໄດ້ເຮັດໃຫ້ຊາວຫນຸ່ມທີ່ມີ ໂອກາດສະແດງອອກຮູບແບບດັ່ງກ່າວໄດ້ດີກວ່າ.

ໃນຂະນະທີ່ຊາວຫນຸ່ມພວມປະເຊີນກັບໄພວ່າງງານຍ້ອນການເຂົ້າສູ່ຕະຫຼາດແຮງງານທີ່ຫຼ້າຊ້າ ຫຼື ບໍ່ເຕັມເມັດເຕັມໜ່ວຍ, ລັດຖະບານຫຼາຍປະເທດກຳລັງສຸມໃສ່ການສົ່ງເສີມ ການປະກອບການທຸລະກິດຂອງຊາວຫນຸ່ມ, ການປະກອບການທີ່ສາມາດແກ້ໄຂບັນຫາໄພວ່າງງານ ແລະ ກາຍ ເປັນອາຊີບທາງເລືອກທີ່ດີຢ່າງແທ້ຈິງໃຫ້ ກັບຊາວຫນຸ່ມມາແລ້ວເປັນຈໍານວນຫຼວງຫຼາຍ (World Youth Report, 2015). ການລິເລີ່ມ, ການພັດທະນາ ທັກສະຕ່າງໆລ້ວນແຕ່ມາຈາກການສຶກສາ ບໍ່ວ່າຈະເປັນໃນລະບົບ ແລະ ນອກລະບົບ, ການສຶກສາເປັນສິ່ງ ສໍາຄັນໃນການພັດທະນາ ແລະ ປັບປຸງຊີວິດການເປັນຢູ່ຂອງຊາວຫນຸ່ມທົ່ວໂລກ ສະນັ້ນ, ຫຼາຍປະເທດໄດ້ຖື ເອົາການສຶກສາເປັນບຸລິມະສິດເພື່ອເປັນກຸນແຈໄປສູ່ການພັດທະນາຂົງເຂດອື່ນໆ. ທົ່ວໂລກໄດ້ຕົກລົງເຫັນດີ ກໍານົດເປົ້າຫມາຍການພັດທະນາສະຫັດສະວັດ ແລະ ເປົ້າຫມາຍການພັດທະນາແບບຍືນຍົງທີ່ກວມເອົາການ ພັດທະນາຊາວຫນຸ່ມ-ເຍົາວະຊົນ. ນອກຈາກນັ້ນ, ຍັງມີໂຄງການປະຕິບັດງານຂອງໂລກສະເພາະສໍາລັບຊາວ ຫນຸ່ມ. ຢ່າງໃດກໍ່ຕາມ, ເຖິງວ່າການພັດທະນາການສຶກສາໂດຍສະເພາະຢູ່ປະເທດທີ່ກໍາລັງພັດທະນາແມ່ນໄດ້ ຮັບການປັບປຸງດີຂຶ້ນໃນຂັ້ນປະຖົມ, ແຕ່ຄວາມຄືບຫນ້າໃນຂັ້ນມັດທະຍົມ ແລະ ຂັ້ນທີ່ສູງຂຶ້ນໄປແມ່ນຍັງບໍ່ທັນ ເຮັດໄດ້ດີ ຊາວຫນຸ່ມ, ເຍົາວະຊົນໃນທົ່ວໂລກ ກໍ່ກໍາລັງປະເຊີນກັບຫຼາຍບັນຫາໂດຍສະເພາະຕິດພັນກັບດ້ານ ສຸຂະພາບຫຼາຍຢ່າງທັງພະຍາດຕິດຕໍ່ທາງເພດສໍາພັນ, ການບໍລິໂພກສິ່ງມຶນເມົາ, ການໃຊ້ສານເສບຕິດ ແລະ ອື່ນໆທັງນີ້ກໍ່ຍ້ອນຄວາມຊິນເຄີຍ ແລະ ສຸຂະອະນາໄມທີ່ບໍ່ດີ, ພຶດຕິກໍາສ່ຽງ, ຂາດສຸຂາພິບານຂັ້ນພື້ນຖານ ໂດຍສະເພາະຢູ່ບັນດາປະເທດທີ່ກໍາລັງພັດທະນາ (UN Youth Report 2015).